ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-21 17:45:23    
ໃຜ​ປະ​ດິດ​ສ້າງ​ຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ​ໃນ​ໂລກ

cri Author: q

ໃນ​ຊີວິດ​ຂອງ​ພວກ​ເຮົາ​ຊູ່​ມື້​ນີ້,ບໍ່​ວ່າ​ທ່ານ​ຈະ​ເຮັດ​ວຽກ​ຫຼືວ່າ​ຮ່ຳຮຽນ,ຖ້າ​ມີ​ຄອມ​ພິວ​ເຕີ​ເຄື່ອງ​ຫນຶ່ງ,​ແນ່ນອນ​ຈະ​ນຳ​ເອົາ​ຄວາມ​ສະດວກ​ມາ​ໃຫ້​ທ່ານ​ຢ່າງ​ມະຫາສານ,ຈະ​ເຮັດ​ໃຫ້​ປະ​ສິດ​ທິ​ພາບ​ເຮັດ​ວຽກ​ແລະ​ຮ່ຳຮຽນ​ຂອງ​ທ່ານ​ສູງ​ຂຶ້ນ​ເປັນ​ເທົ່າໆ.ຄອມ​ພິວ​ເຕີ​ໄດ້​ກາຍ​ເປັນ​ເຄື່ອງ​ມື​ດີ​ທີ່​ຂາດ​ບໍ່​ໄດ້​ຂອງ​ຄົນ​ທັງຫຼາຍ​ໃນ​ວຽກ​ງານ,ການ​ຮ່ຳຮຽນ​ແລະ​ຫຼິ້ນມ່ວນ​ຊື່ນ,​ແຕ່​ທ່ານ​ຮູ້​ບໍ່​ວ່າ,​ຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ​ໃນ​ໂລກ​ແມ່ນ​ໃຜ​ເປັນ​ຜູ່​ປະດິດ​ສ້າງ​ໃນ​ເມື່ອ​ໃດ?​

ວັນ​ທີ 15 ກຸມພາ​ປີ 1946,​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເພັນ​ຊີ​ນ​ເວ ​ເນຍ ຂອງ​ອາ​ເມ​ລິ​ກາ​ໄດ້​ເຮັດ​ຄອມ​ພິວ​ເຕີ​ຕົວ​ເລກ​ເອ​ເລັກ​ໂຕຼນິກ​ໃຊ້​ການ​ໄດ້​ຫຼາຍ​ຢ່າງ,​ເຄື່ອງ​ທຳ​ອິດ​ໃນ​ໂລກ​ສຳ​ເລັດ.​ຕັ້ງ​ຊື່​ຫຍໍ້​ໃຫ້​ວ່າ​ເອນິອັກ ນີ້​ກໍ​ແມ່ນ​ຄອມ​ພິວ​ເຕີ​ເຄື່ອງ​ທຳ​ອິດ​ໃນ​ໂລກ ການ​ປະດິດ​ສ້າງ​ເອນີອັກ ​ເປັນ​ສັນ​ວະ​ລັກສະ​ແດງ​ໃຫ້​ເຫັນ​ວ່າ,ຍຸກ​ສະ​ໄຫມ​ຄອມ​ພິ​ເຕີ​ໄດ້​ເລີ່​ມຕົ້ນ​ແລ້ວ.

ເຄື່ອງ​ຄິດ​ໄລ່​ເອ​ເລັກ​ໂຕຼນິກ​ແມ່ນ​ສິ່ງ​ປະ​ດິດສ້າງ​ທີ່​ຍິ່ງ​ໃຫຍ່​ກວ່າ​ຫມູ່ຂອງ​ມວນ​ມະນຸດ​ໃນ​ສັດ​ຕະ​ວັດ​ທີ 20 ຈາກ​ການ​ຄິດ​ໄລ່​ດ້ວຍ​ສະຫມອງ​ຄົນ​ຮອດ​ການ​ຄິດ​ໄລ່​ດ້ວຍ​ຄອມ​ພິວ​ເຕີ​ແມ່ນ​ການ​ກ້າວ​ກະ​ໂດດ​ອັນ​ມະຫາສານ,​ແລະ​ກໍ​​ແມ່ນະ​ບວນການ​ພະ​ຈົນ​ໄພ​ອັນ​ຍາວ​ນານ​ເທື່ອ​ຫນຶ່ງ,​ໃນ​ແຫຼ່ງ​ອາ​ລະ​ຍະ​ທຳ​ຂອງ​ມວນ​ມະນຸດ,ວິຊາ​ເລກ​ໄດ້​ກາຍ​ເປັນ​ພາກສ່ວນ​ຫນຶ່ງ​ຂອງ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງ​ຫຼາຍ,​ຈາກ​ວິທີ​ທົດ​ເລກທີ່​ປະດິດ​ສ້າງ​ໃນ​ສະ​ໄຫມ​ບູຮານ​ຮອດ​ວິທີ​ໄລ່​ລູກ​ຄິດ​ທີ່​ປະດິດ​ສ້າງ​ໃນ​ສະ​ໄຫມ​ລາ​ຊະ​ວົງ​ຊົ້ງ​ຂອງ​ຈີນ,​ໃນ​ຫຼາຍ​ພັນ​ປີ​ມາ​ນີ້,ມວນ​ມະ​ນຸດ​ບໍ່​ເຄີຍ​ເຊົາ​ຊອກ​ຄົ້ນ​ໃນ​ດ້ານ​ນີ້​ຈັກ​ເທື່ອ,​ຄວາມ​ໃຝ່​ຝັນ​ໃນ​ພັນ​ປີ,​ຊອກ​ຄົ້ນ​ມາ​ຮ້ອຍ​ປີ,​ໃນ​ທີ່​ສຸດ,​ໄດ້​ບັນລຸ​ເລື່ອງ​ອັດ​ຈະ​ຈັນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ວິ​ທະ​ຍາ​ສາດ​ຄື:​ສະ​ຫມອງ​ຄົນ​ປະ​ດິດ​ສະ​ຫມອງ​ເອ​ເລັກ​ໂຕຼ​ນິກ,​ສະ​ຫມອງ​ເອ​ເລັກ​ໂຕຼ​ນິກ​ຊຸກ​ຍູ້​ສະ​ຫມອງ​ຄົນ.​

ເມື່ອ​ກ່າວ​ເຖິງ​ການ​ກຳ​ເນີ​ດຂອງ​ຄອມ​ພິວ​ເຕີ ຄົນ​ທັງ​ຫຼາຍ​ມັກ​ຄິດ​ຮອດ​ການ​ກຳ​ເນີ​ດຂອງ​ເອ​ນີ​ອັກ ​ເຖິງ​ວ່າ​ໃນ​ຄາວ​ນັ້ນ,ມີ​ຄົນ​ເວົ້າ​ຫົວ​ຂວັນ​ວ່າ,ມັນ​ໄດ້​ມອດ​ໄຟ​ທັງ​ຫມົດ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ​ຟີ​ລາ​ແດນ​​ເຟຍ,​ແຕ່​ວ່າ,ຄອມ​ພິວ​ເຕີ ​ເຄື່ອງ​ນີ້​ໄດ້​ຮັບ​ຜົນ​ສຳ​ເລັດ ​ໃນ​ດ້ານ​ລັກ​ສະ​ນະ​ເຫມາະ​ໃຊ້​ທົ່ວ​ໄປ,​ໃຊ້​ງ່າຍ​ແລະ​ຈັດ​ເປັນ​​ໂປຼ​ແກມ​ໄດ້​ນັ້ນ​ໄດ້​ເຮັດ​ໃຫ້​ຄອມ​ພິວ​ເຕີ​ຍຸກ​ປັດຈຸບັນ​ກາຍ​ເປັນຄວາມ​ຈິງ.​

ແຜນການ​ເບື້ອງ​ຕົ້ນຂອງ​ຄອມ​ພິວ​ເຕີ​ເອ​ນີ​ອັກ ​ແມ່ນ​ທ່ານ​ໂມ​ຊີ​ລີ ນັກ​ວິ​ສະວະ​ກອນ​ອາ​ເມ​ລິ​ກາ​ອາຍຸ 36 ປີ​ສະ​ເຫ​ນີອອກ​ມາ​ໃນ​ປີ 1943,ຫນ້າ​ທີ່​ຕົ້ນ​ຕໍ​ແມ່ນ​ວິ​ໄຈ​ວິຖີ​ລູກ​ປືນ​ໃຫຍ່,​ວິ​ຖີ​ລູກປືນ​ທີ່​ບິນ 60 ວິນາທີ,ຖ້າ​ໃຊ້​ເຄື່ອງ​ຄິດ​ໄລ່​ແບບ​ຕັ້ງ​ໂຕະ​ມາ​ຄິດ​ໄລ່,ຕ້ອງ​ເຫ​ມື່ອຍ​ຈົນ​ບໍ່​ໄວ,​ເພາະ​ວ່າ​ຕ້ອງການ 20 ຊົ່ວ​ໂມງ​ຈິ່ງ​ໄລ່​ແລ້ວ,ກອງ​ຍຸດ​ໂທ​ປະກອນ​ຂອງ​ອາ​ເມ​ລິ​ກາ​ຕ້ອງ​ການ​ໃຫ້​ປະດິດ​ເຄື່ອງ​ຄິດ​ໄລ່​​ໃຫມ່​ຊະນິດ​ຫນຶ່ງ​ໂດຍ​ດ່ວນ,​ເລີຍ​ເບີກ​ເງິນ​ໃຫ້​ເພື່ອ​ສະ​ຫນັບ​ສະ​ຫນູນ​ວຽກ​ຄົ້ນ​ຄວ້າ​ໃນ​ດ້ານນີ້.​ແລະ​ໄດ້ຈັດຕັ້ງຫນ່ວຍ​ຄົ້ນຄວ້າ​ໂດຍ​ຈຳ​ເພາະ,​ໃຫ້​ທ່ານ​ຟ​ໂມ​ຊີ​ລີ ຮັບ​ຜິດ​ຊອບ,​ນັກ​ວິ​ສະ​ວະ​ກອນ​ໃຫຍ່​ແມ່ນ​ທ່ານ​ເອ​ເຄີ​ດ ທີ່​ຫນຸ່ມ​ນ້ອຍ.

ວັນ​ທີ 15 ກຸມພາ​ປີ 1946,​ໄດ້​ປະ​ກາດ​ຄົ້ນ​ຄວ້າ​ເຄື່ອງ​ເອນີອັກ​ສຳ​ເລັດ,​ແຕ່​ວ່າ​ທີ່​ຈິງ​ແລ້ວ,​ສະ​ຫມອງ​ເອ​ເລັກ​ໂຕຼນິກອັດ​ສະ​ຈັນ​ທີ່​ປະກົດ​ອອກ​ຢູ່​ຕໍ່ຫນ້າ​ຄົນ​ທັງ​ຫຼາຍ​ນັ້ນ​ບໍ່​ແມ່ນ​ເຄື່ອງ​ຈັກ​ເຄື່ອງ​ຫນຶ່ງ,​ຫາກ​ແມ່ນ​ເຄື່ອງ​ຈັກ​ເຕັມ​ຫ້ອງ,​ປຸ່ມ​ສະ​ວິກລຽນ​ຊ້າຍລ້າຍ​ເປັນ​ພຶງ,ສາຍ​ໄຟ​ຟ້າ​ຊະ​ນິດ​ຕ່າງ​ໆ​ກ້ຽວ​ໄປ​ກ້ຽວ​ມາໄຟ​ສັນຍານ​ແມບ​ມາບ,ຮູ້ສຶກ​ວ່າ​ແມ່ນ​ຫ້ອງ​ຄວບ​ຄຸມ​ຫ້ອງ​ຫນຶ່ງ,​ເອ​ນີ​ອັກ ​ໄດ້​ໃຊ້​ຫຼອດ​ເອ​ເລັກ​ໂຕຼ​ນິກ 1 ຫມື່ນ 8 ພັນ​ອັນ,ມີ​ບໍລິ​ມາດ​ລວມປະມານ 90 ​ແມັດ​ກ້ອນ,​ຫນັກ 30 ​ໂຕນ,​ຕ້ອງ​ມີ​ຫ້ອງ​ໃຫຍ່​ທີ່​ກວ້າງ 30 ກິ​ໂລ​ວັດ​ນັ້ນມີ​ຄວາມ​ໄວ​ຄິດ​ໄລ່​ບວກ 5 ພັນ​ເທື່ອ​ຕໍ່​ວິນາທີ​ຫຼື​ຄູນ 400 ​ເທື່ອ​ຕໍ່​ວິ​ນາ​ທີ,​ພ້ອມ​ທັງ​ຍັງ​ຄິດ​ໄລ່​ຍິ່ງ​ສັບ​ສົນ​ກວ່າ​ນີ້​ກໍ​ໄດ້,ງົບປະມານ​ໃນ​ການ​ຄົ້ນ​ຄວ້າ​ຜະ​ລິດ​ເຄື່ອງ​ເອ​ນີ​ອັກ ​ແມ່ນ​ກະ​ໄວ້ 1 ​ແສນ 5 ຫມື່ນ​ໂດ​ລາ​ສະ​ຫະ​ລັດ,​ແຕ່​ໃນ​ທີ່​ສຸດ,​ໄດ້​ໃຊ້​ໄປ 4 ​ແສນ 8​ ຫມື່ນ 6 ພັນ​ໂດ​ລາ​ສະ​ຫະ​ລັດ.

ໃຊ້​ເອນີອັກ​ມາ​ຄິດ​ໄລ່​ວິຖີ​ລູກປືນ​ໃຫຍ່​ເສັ້ນຫນຶ່ງ, 20 ​ວິ​ນາ​ທີ​ກໍ​ພໍ​ແລ້ວ,ຍັງ​ໄວ​ກວ່າ​ຄວາມ​ໄວ​ຂອງ​ລູກປືນ​ໃຫຍ່​ອີກ​ຊ້ຳ,ດັ່ງນັ້ນ,ພໍ​ມັນ​ກຳ​ເນີ​ດ​ເກີດ​ຂຶ້ນ​ກໍ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ຫມົດ​ໂລກ.

ເຄື່ອງ​ເອນີ​ອັກ ​ໄດ້​ເລີ່​ມນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ເມື່ອ​ທ້າຍ​ປີ 1946 ຈົນ​ຮອດ​ວັນ​ທີ 2 ຕຸລາ ປີ 1955,​ໃນ 10 ປີ​ນີ້​ຈຶ່ງ​ພົ້ນ​ຫນ້າ​ທີ່​ຂອງ​ມັນ,ການ​ຄິດ​ໄລ່​ທັງ​ຫມົດ​ຂອງ​ສະ​ຫມອງ​ເອ​ເລັກ​ໂຕຼ​ນິກ​ເຄື່ອງ​ທຳ​ອິດ​ຂອງ​ມວນ​ມະນຸດ​ດັ່ງກ່າວ​ຍັງ​ຫຼາຍ​ກວ່າ​ການ​ຄິດ​ໄລ່​ທັງ​ຫມົດ​ຂອງ​ສະ​ຫມອງ​ມວນ​ມະ​ນຸດ​ແຕ່​ມີ​ປະ​ຫວັດ​ສາດ​ມາ​ນີ້,​ສິ່ງ​ທີ່​ເປັນ​ຫນ້າ​ສົນ​ໃຈນັ້ນ​ແມ່ນ​ໃນ​ປີ 1949,​ເມື່ອ​ໄດ້​ຄິດ​ໄລ່​ເ​ປັນ​ເວລາ 70 ຊົ່ວ​ໂມງ​ແລ້ວ,ມັນ​ໄດ້​ຄິດ​ໄລ່​ອັດ​ຕາ​ຮອບ​ວົງ​ມົນ "ຢວນ​ໂຈ່​ວລີ" ພາຍ​ລະ​ອຽດ​ຮອດ​ເລກ​ເສດ 2037 ​ໂຕ​ຫລັງ​ຈຸດ​ຢ່າງ​ແມ່ນ​ຢຳ,​ນີ້​ແມ່ນ​ຕົວ​ເລກ​ທີ່​ຖືກ​ຕ້ອງ​ກວ່າ​ຫມູ່​ທີ່​ມວນ​ມະ​ນຸດ​ໃຊ້​ສິ່ງ​ປະ​ດິດ​ສ້າງ​ຂອງ​ຕົນ​ຄິດ​​ໄລ່​ອອກ​ມາ​ເປັນ​ຄັ້ງ​ທຳ​ອິດ.