|
 |
(GMT+08:00)
2005-03-22 09:16:14
|
 |
ຫວນຄືນການພົວພັນການເມືອງລະຫວ່າງຈີນກັບອິນໂດເນເຊຍ
cri
Author: sayvanny
ຈີນກັບອິນໂດເນເຊຍສ້າງສາຍສຳພັນທາງການທູດເມື່ອວັນທີ 13 ເມສາປີ 1950.ພາຍຫລັງອິນໂດເນເຊຍເກີດເຫດການ 30 ກັນຍາເມື່ອປີ 1965ແລ້ວ, ການພົວພັນທາງການທູດລະຫວ່າງສອງປະເທດໄດ້ຂາດສະບັ້ນໄປໃນວັນທີ 30 ຕຸລາປີ 1967.ຊຸມປີ 80 ສັດຕະວັດທີ 20, ການພົວພັນລະຫວ່າງສອງປະເທດມີການຜ່ອນຄາຍລົງ.ເດືອນກໍລະກົດປີ 1990,ສອງປະເທດໄດ້ອອກປະກາດແຈ້ງການລະຫວ່າງລັດຖະບານສ.ປ.ຈີນກັບລັດຖະ ບານສ.ອິນໂດເນເຊຍກ່ຽວກັບການຟື້ນຟູສາຍສຳພັນທາງການທູດລະຫວ່າງສອງປະເທດ.ວັນທີ 8 ສິງຫາປີ 1990,ລັດຖະມົນຕີການຕ່າງປະເທດຂອງປະເທດທັງສອງໄດ້ຕາງຫນ້າລັດຖະບານຂອງປະເທດຕົນລົງນາມໃນບົດບັນ ທຶກຊ່ອຍຈຳລະຫວ່າງ ລັດຖະບານສ.ປ.ຈີນກັບລັດຖະບານສ.ອິນໂດເນເຊຍກ່ຽວກັບການຟື້ນຟູສາຍສຳພັນທາງການທູດ.ສອງຝ່າຍປະກາດວ່າຟື້ນຟູສາຍສຳພັນທາງການທູດລະຫວ່າງສອງປະເທດຢ່າງເປັນທາງການແຕ່ມື້ນັ້ນເປັນຕົ້ນໄປ.ພາຍຫລັງຟື້ນຟູສາຍສຳພັນທາງການທູດແລ້ວ, ການພົວພັນລະຫວ່າງສອງປະເທດໄດ້ຮັບການຟື້ນຟູຢ່າງຮອບດ້ານ.ທ້າຍປີ 1999, ສອງປະເທດໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ຄືກັນກ່ຽວກັບການສ້າງແລະຂະຫຍາຍການພົວພັນຮ່ວມມືຮອບດ້ານຖານບ້ານໃກ້ເຮືອນຄຽງ ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນທີ່ຫມັ້ນຄົງຖາວອນ.
ໃນຫລາຍປີມານີ້,ການພົວພັນລະຫວ່າງຈີນອິນໂດເນເຊຍໄດ້ເຂົ້າສູ່ໄລຍະໃຫມ່ທີ່ຂະຫຍາຍຕົວຢ່າງວ່ອງໄວ.ຜູ່ນຳສອງປະເທດໄດ້ຢ້ຽມຢາມແລະຕິດຕໍ່ພົວພັນກັນເລື້ອຍໆ.ການຮ່ວມມືໃນດ້ານເສດຖະກິດການຄ້າແລະຂົງເຂດອື່ນໆລະຫວ່າງສອງປະເທດລົງສູ່ລວງເລິກເລິກຕື່ມອີກ,ໄດ້ຮັກສາການຮ່ວມມືແລະປະສານສົມທົບເປັນຢ່າງດີໂດຍຕະຫລອດໃນວຽກງານສາກົນແລະພາກພື້ນ.
ວັນທີ 19 ພະຈິກປີ 2004,ຢູ່ຊັງຕີອາໂກ ທ່ານຫູຈີນທາວ ປະທານປະເທດຈີນໄດ້ພົບປະທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍ.ນີ້ແມ່ນປະມຸກລັດສອງປະເທດພົບປະກັນເປັນຄັ້ງທຳອິດພາຍຫລັງອິນໂດເຊຍເລືອກຕັ້ງ ປະທານາທິບໍດີຜູ່ໃຫມ່,ສອງຝ່າຍໄດ້ກ້າວເຖິງຂັ້ນມີຄວາມຮັບຮູ້ຄືກັນຢ່າງກວ້າງຂວາງກ່ຽວກັບການເພີ່ມທະວີມິດຕະພາບແລະການຮ່ວມມືຕື່ມອີກ.
ທ່ານຫູຈີນທາວກ່າວວ່າ, ການພົວພັນລະຫວ່າງຈີນກັບອິນໂດເນເຊຍໄດ້ຂະຫຍາຍຕົວເປັນຢ່າງດີ.ສອງປະເທດຕ່າງໄວ້ເນື້ອເຊື່ອໃຈແລະສະຫນັບ ສະຫນູນເຊິ່ງກັນແລະກັນໃນດ້ານການເມືອງ, ໃນດ້ານເສດຖະກິດການຄ້າກໍ່ໄດ້ຮັບຜົນເດັ່ນ,ທັງໄດ້ປະສານງານແລະປະສານສົມທົບເປັນຢ່າງດີໃນວຽກງານສາກົນແລະພາກພື້ນ.ເລື່ອງຈິງສະແດງໃຫ້ເຫັນວ່າ, ການຂະຍາຍການພົວພັນລະຫວ່າງຈີນກັບອິນໂດເນເຊຍສອດຄ່ອງກັບຜົນປະໂຫຍດກົກຮາກຂອງປະເທດແລະປະຊາຊົນທັງສອງປະເທດ,ກໍ່ມີຜົນດີຕໍ່ສັນຕິພາບ ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນກໍ່ຄືຂອງທົ່ວໂລກ.
ທ່ານຫູຈີນທາວໄດ້ສະເຫນີຄວາມເຫັນກ່ຽວກັບການຂະຫຍາຍການພົວ ພັນສອງປະເທດ,ລວມທັງຈັດການເຄື່ອນໄຫວສະເຫລີມສະຫລອງການສ້າງ ສາຍສຳພັນການທູດລະຫວ່າງຈີນກັບອິນໂດເນເຊຍຄົບຮອບ 55 ປີໃນປີ 2005; ຂຸດຄົ້ນຄວາມສາມາດບົ່ມຊ້ອນຕື່ມອີກ,ດຳເນີການຮ່ວມມືດ້ວຍຫລາຍຮູບການ,ພະຍາຍາມຍົກລະດັບການຮ່ວມມືດ້ານເສດຖະກິດການຄ້າໃຫ້ສູງຂຶ້ນ; ປົວແປງກົນໄກປຶກສາຫາລືແລະຮ່ວມມືກັນໃນດ້ານປ້ອງກັນແລະຄວາມປອດໄພຂອງສອງປະເທດໃຫ້ຄົບຖ້ວນບໍລິບູນຂຶ້ນຕື່ມ;ເພີ່ມຕື່ມເນື້ອໃນເຂົາໃນການພົວພັນຫມູ່ຄູ່ຍຸດທະສາດລະຫວ່າງຈີນກັບອາຊຽນ,ຊຸກຍູ້ການສ້າງສາເຂດການຄ້າເສລີຈີນອາຊຽນ;ພ້ອມກັນຊຸກຍູ້ການຂະຫຍາຍຄວາມສາມັກຄີແລະການຮ່ວມມືລະຫວ່າງປະເທດພວມພັດທະນາ.ທ່ານຫູຈີນທາວກ່າວວ່າຝ່າຍຈີນຕັ້ງຫນ້າສະຫນັບສະຫນູນອິນໂດເນເຊຍເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊີອາຟຼີກາປີ 2005,ເພື່ອສະເຫລີມສະຫລອງກອງປະຊຸມບັນດົງຄົບຮອບ 50 ປີ.
ທ່ານຊູຊີໂລໄດ້ສະແດງຄວາມເອົາໃຈໃສ່ໃນລະດັບສູງນຳການພົວພັນກັບຈີນ,ຫວັງໃຫ້ປັບປຸງແລະເພີ່ມທະວີການພົວພັນຫມູ່ຄູ່ທີ່ມີຄວາມຫມາຍຍຸດທະສາດລະຫວ່າງສອງປະເທດຕື່ມອີກ.ທ່ານໄດ້ຕອບສະຫນອງຢ່າງຕັ້ງຫນ້າຕໍ່ຄຳຄິດຄຳເຫັນຂອງທ່ານຫູຈີນທາວກ່ຽວກັບການຂະຫຍາຍການພົວພັນສອງຕໍ່ສອງ,ເຫັນວ່າການຮ່ວມມືອັນດີງາມລະຫວ່າງສອງປະເທດໃນຂົງເຂດການຄ້າ ພະລັງງານ ການລົງທຶນແລະພື້ນຖານໂຄງລ່າງໄດ້ສ້າງພື້ນຖານອັນຫມັ້ນແກ່ນໃຫ້ການເປີດກວ້າງການຮ່ວມມືຕື່ມອີກ.ທ່ານຊູຊີໂລກ່າວລື້ມວ່າ, ລັດຖະບານອິນໂດເນເຊຍຍຶດຫມັ້ນນະໂຍບາຍຈີນດຽວ, ສະຫນັບສະຫນູນໃນໂລກນີ້ມີແຕ່ຈີນດຽວເທົ່ານັ້ນ,ແລະຖືກຈຸດນີ້ເປັນພື້ນຖານຂອງການຮ່ວມມືລະຫວ່າງສອງປະເທດ.ທ່ານຍັງກ່າວວ່າອິນໂດເນເຊຍເອົາໃຈໃສ່ນຳການ ຊຸກຍູ້ການຮ່ວມມືລະຫວ່າງອາຊຽນກັບຈີນຈະໄດ້ຮັບຄວາມຄືບຫນ້າໃນທຸກຂົງເຂດ.
ວັນທີ 28 ພະຈິກປີ 2004,ໃນໄລຍະເຂົ້າຮ່ວມບັນດາກອງປະຊຸມສຸດຍອດອາຊຽນຢູ່ວຽງຈັນ ນະຄອນຫລວງສປປລາວ,ທ່ານເວິນເຈ່ຍປາວ ນາຍົກ ລັດຖະມົນຕີຈີນໄດ້ພົບປະທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍ.ກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າ, ທ່ານເວິນເຈ່ຍປາວເວົ້າວ່າ, ສອງຝ່າຍຄວນເພີ່ມທະວີການຄ້າຕື່ມອີກ, ຍາດແຍ່ງໃຫ້ມູນຄ່າການຄ້າບຸກທະລຸ 20 ຕື້ໂດລາສະຫະລັດ,ເພີ່ມທະວີການຮ່ວມືໃນຂົງເຂດກະສິກຳ ພະລັງງານແລະການກໍ່ສ້າງພື້ນຖານໂຄງລ່າງ.ທ່ານຊູຊີໂລເວົ້າວ່າ, ອິນໂດເນເຊຍກັບຈີນມີຄວາມຮັບຮູ້ກັນຄືກ່ຽວກັບການສ້າງການພົວພັນຫມູ່ຄູ່ຍຸດທະສາດແມ່ນເຫດການສຳຄັນແລະມີຄວາມຫມາຍເລິກເລິ່ງຍາວໄກໃນການພົວພັນລະຫວ່າງສອງປະເທດ, ຝ່າຍອິນໂດເນເຊຍຈະຕັ້ງຫນ້າຫາລືກັບຈີນກ່ຽວກັບການຈັດຕັ້ງປະຕິບັດຄວາມຮັບຮູ້ດັ່ງກ່າວ.ທ່ານເຫັນດີນຳຂໍ້ສະເຫນີຂອງທ່ານເວິນເຈ່ຍປາວກ່ຽວກັບການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດ, ທ່ານກ່າວວ່າ, ສອງປະເທດມີອະນາຄົດອັນກວ້າງຂວາງໃນການຮ່ວມມືທາງດ້ານເສດຖະກິດການຄ້າແລະການລົງທຶນ,ຫວັງວ່າສອງຝ່າຍເພີ່ມທະວີການຮ່ວມມືກັນ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນປະເທດທັງສອງ.
|
|
|