ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 09:20:19    
ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ນິກ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ

cri Author: sayvanny
ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອິນ​ໂດ​ເນ​ເຊຍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ສະ​ດວກ.ພາຍ​ຫລັງ​ໄດ້​ຟື້ນ​ຟູ​ສາຍ​ສຳ​ພັນ​ທາງ​ການ​ທູດ​​ເປັນ ຕົ້ນມາ, ສອງ​ປະ​ເທດ​ໄດ້​ເຊັນ​ສັນ​ຍາ​ກ່ຽວ​ກັບ​ການ​ປົກ​ປ້ອງ​ການ​ລົງ​ທຶນ, ສັນ ຍາ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງ​ທະ​ເລ,ສັນ​ຍາ​ກ່ຽວ​ກັບ​ການ​ຫລີກ​ເວັນ​ການ​ເກັບ​ພາ​ສີ​ຊ້ອນ​ກັນ,​ແລະ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ອຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳ ປ່າ​ໄມ້ ການ​ປະມົງ ບໍ່​ແຮ່ ຄົມ​ທະນາ​ຄົມ​ແລະ​ການ​ທະ​ນາ​ຄານ​ເປັນ​ຕົ້ນ. ປີ 1990 ​ໄດ້​ສ້າງ​ຕັ້ງ​ຄະ​ນະ​ກຳມາ​ທິການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ ການ​ຄ້າ​ແລະ​ເຕັກ​ນິກ.ທ້າຍ​ປີ 2001, ສອງ​ຝ່າຍ​ໄດ້​ຕົກ​ລົງ​ເອົາ​ກະ​ສິ​ກຳ ພະ​ລັງ​ງານ​ ການ​ບຸກ​ເບີກ​ຊັບ​ພະ​ຍາ​ກອນ​ແລະ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເປັນ​ຂົງ​ເຂດ​ຈຸດ​ຫນັກ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ.​ເດືອນ​ມີ​ນາ​ປີ 2002, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ເວ​ທີ​ປາ​ໄສ​ພະ​ລັງ​ງານ,​ເດືອນ​ກັນ​ຍາ​ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລີກ.

ປີ 2002, ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ບັນລຸ 7 ຕື້ 928 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ປີ 2001 17,9%.​ໃນ​ນັ້ນ ຂາ​ອອກ​ຂອງ​ຈີນ​ 3 ຕື້ 427 ລ້ານ​ໂດ​ລາ​ສະ​ຫະ​ລັດ, ຂາ​ເຂົ້າ 4,5 ຕື້​ໂດ​ລາ​ສະ​ຫະ​ລັດ,ຕ່າງ​ເພີ່ມ​ຂຶ້ນ 20,8%​ແລະ 15,8%.ອິນ​ໂດ​ເນ​ເຊຍ​ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ 17 ຂອງ​ຈີນ.

ການ​ລົງ​ທຶນ​ຢູ່​ຝ່າຍ​ກົງ​ກັນ​ຂ້າມ​ກໍ່​ດຳ​ເນີນ​ໄປ​ເປັນ​ກ້າວໆ.ນັບ​ມາ​ຮອດ​ເດືອນ​ມີນາ​ປີ 2003,ຝ່າຍ​ຈີນ​ລວມ​ໄດ້​ອະ​ນຸ​ມັດ​ໂຄງ​ການ​ທີ່​ລົງ​ທຶນ​ໂດຍ​ອິນ​ໂດ​ເນ​ເຊຍ​ລວມ 970 ​ໂຄງ​ການ, ມູນ​ຄ່າ​ໃນ​ຂໍ້​ຜູກ​ພັນ​ບັນລຸ 2 ຕຶ້ 24 ລ້ານ​ໂດ​ລາ​ສະ​ຫະ​ລັດ.ຝ່າຍ​ຈີນ​ໄດ້​ຕັ້ງ​ວິ​ສາ​ຫະ​ກິດ​ຮ່ວມ​ທຶນ​ແລະ​ຮ່ວມ​ທຸລະ​ກິດ​ທີ່​ບໍ່​ແມ່ນ​ການ​ຄ້າ​ຢູ່​ອິນ​ໂດ​ເນ​ເຊຍ 60 ຫລັງ, ລວມ​ທັງ​ຫມົດ​ໄດ້​ລົງ​ທຶນ 270 ລ້ານ​ໂດ​ລາ​ສະ​ຫະ​ລັດ.ປີ 2002, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດ​ໄດ້​ເຊັນ​ສັນ ຍາ​ກ່ຽວ​ກັບ​ຈີນ​ສະ​ຫນອງ​ເງິນ​ກູ້​ຂາ​ອອກ​ດອກ​ເບ້ຍ​ຕ່ຳທີ່​ມີ​ມູນ​ຄ່າ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ອິນ​ໂດ​ເນ​ເຊຍ,ສັນ​ຍາ​ກ່ຽວ​ກັບ​​ແຂວງ​ຟູ​ຈຽນ​ຈີນ​ຊື້​ຊັບ​ພະ ຍາ​ກອນ​ຂອງ​ໂຄງ​ການ​ອາຍ​ແກ​ສທຳ​ມະ​ຊາດ.​ເດືອນ​ມິ​ຖຸ​ນາ​ປີ 1996 ບໍ​ລິ​ສັດ​ປະກັນ​ໄພ​ປະ​ຊາ​ຊົນ​ຈີນ​ໄດ້​ເປີດ​ທຸລະ​ການ​ຢູ່​ຢາ​ກາກ​ຕາ.​ເດືອນ​ເມສາ​ປີ 2003, ທະ​ນາ​ຄານ​ຈີນ​ຟື້ນ​ຟູ​ທຸລະ​ການ​ຢູ່​ຢາ​ກາກ​ຕາ.