ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 13:19:38    
ຊອກ​ດາ​ນີ​ກັບ​ອີຣັກ​ໄດ້​ເກີດ​ວິ​ກິດ​ການ​ການ​ທູດ​ອີກ

cri Author: q
ຕາມ​ຂ່າວCRI,ວັນ​ທີ21​ມີນາ,ຢູ່​ທີ່​ອຳ​ມານ,ທ່ານ​ນາງ​ຮຸດ​​ເດີ ​ໂຄສົກລັດຖະບານ​ຊອກ​ດາ​ນີກ່າວ​ວ່າ,​ເຖິງວ່າ​ຊອກ​ດາ​ນີ​ໄດ້​ຮຽກ​ອຸປະ​ທູດປະຈຳ​ອີຣັກກັບຄືນປະ​ເທດ​ກໍ​ຕາມ,​ແຕ່​ຊອກ​ດາ​ນີຍັງ​ຄົງ​ຫວັງ​​ເຮັດໃຫ້​ວິ​ກິດ​ການ​ທາງ​ການ​ທູດ​ກັບ​ອີຣັກ​ສະ​ຫງົບລົງ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ການ​ພົວພັນ​ລະຫວ່າງ​ຊອກ​ດາ​ນີກັບ​ອີຣັກ​ໄດ້​ເຄັ່ງ​ຕຶງ​ຂຶ້ນ​ຕົ້ນຕໍ​ແມ່ນ​ຍ້ອນ​ເຫດການ​ລະ​ເບີດ​ແບບ​ສະ​ຫຼະ​ຊີບ​ລາຍ​ໜຶ່ງເກີດ​ຂຶ້ນ​ຢູ່​ອີຣັກ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ.ວັນ​ທີ28​ກຸມ​ພາ,ຢູ່​ເມືອງ​ອາ​ຮີ​ລາ ທີ່​ ​ຈາກ​ແບກ​ແດດ​​ໄປ​ໃຕ້​60​ກິ​ໂລ​ແມັດ​ໄດ້​ເກີດ​ເຫດ​ການ​ຫຼອນ​ໂຈມ​ຕີ​ແບບ​ສະ​ຫຼະ​ຊີບ,​ເຮັດ​ໃຫ້25​ຄົນ​ເສຍ​ຊີ​ວິດ.​ນີ້​ແມ່ນ​ຄະ​ດີ​ລະ​ເບີດ​ລາຍ​ດຽວ​ທີ່​ມີ​ຄົນ​ຕາຍ​ຫຼາຍ​ກວ່າ​ທຸກ​ເທື່ອ​ແຕ່​ເກີດ​ສົງ​ຄາມ​ອີຣັກ​ມາ​ນີ້,ຜູ້​ປະ​ສົບ​ເຄາະ​ຮ້າຍ​​ເກືອບ​ທຸກ​ຄົນ​ແມ່ນ​ຊາວ​ໜຸ່ມ​ມຸສ​ລິມ​ນິ​ກາຍ​ຊີ​ອິດ​ທີ່​ກອງ​ທະ​ຫານ​ຕຳ​ຫຼວດ​ອີຣັກ​ຫາ​ກໍ່​ປະກາດ​ຮັບ​ສະ​ໝັກ.

ພາຍຫຼັງ​ຄະດີ​ລະ​ເບີດ​ທີ່​​ເມືອງ​ອາ​ຮີ​ລາ​ເກີດ​ຂຶ້ນ​ແລ້ວ, ສື່​ມວນ​ຊົນ​ຂອງ​ຊອກ​ດາ​ນີກ່າວ​ວ່າ,ຊາວ​ຊອກ​ດາ​ນີຜູ້​ໜຶ່ງ​ໄດ້​ຖືກ​ສົງ​ໄສ​ກໍ່​ເຫດ​ການ​ນີ້.​ເລື່ອງ​ນີ້​ໄດ້​ພາ​ໃຫ້​ມຸສ​ລິມ​ນິ​ກາຍ​ຊີ​ອິດ​ຂອງ​ອີຣັກ​​ໂມ​ໂຫຂຶ້ນ​ຢ່າງ​ຮຸນ​ແຮງ.​ລັດ​ຖະ​ບານ​ຊົ່ວ​ຄາວ​ຂອງ​ອີ​ຣັກ​ກໍ​ໄດ້​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ຝ່າຍ​ຊອກ​ດາ​ນີ.ພາຍ​ໃນ​ອາ​ທິດ ​ຜ່ານ​ມາ,​ມຸສ​ລິມ​ນິ​ກາຍ​ຊີ​ອິດ​ໄດ້​ຈັດ​ການ​​ແຫ່​ຂະ​ບວນ​ກ່າວ​ປະ​ທ້ວງ​ຢ່າງ​ຂະ​ໜາດ​ໃຫຍ່​ຫຼາຍ​ເທື່ອ,​ພ້ອມ​ທັງ​ໄດ້​ໂຈມ​ຕີ​ສະ​ຖານ​ທູດ​ຊອກ​ດາ​ນີ​ປະ​ຈຳ​ອີຣັກ.

ຕໍ່​ການ​ກ່າວ​ຕິຕຽນ​ຂອງ​ຝ່າຍ​ອີຣັກ,ຊອກ​ດາ​ນີປະຕິ​ເສດ​ບໍ່​ຮັບຮູ້,​ແລະ​ໄດ້​ປະກາດ​ໃນ​ວັນ​ທີ20​ມີນາ​ວ່າ,ຕົກລົງ​ຮຽກ​ເຈົ້າ​ໜ້າ​ທີ່​ການ​ທູດ​ສູງ​ສຸດ​ຂອງຊອກ​ດາ​ນີປະຈຳ​ອີຣັກນັ້ນ​ຄືນປະ​ເທດ.ພາຍຫຼັງ​ຊອກ​ດາ​ນີປະກາດ​ການ​ຕົກລົງ​ດັ່ງກ່າວ​ແລ້ວ,ຝ່າຍ​ອີຣັກ​ກໍໄດ້​ທຳ​ປະຕິກິລິຍາ​ໃນ​ທັນ​ທີ,​ຕົກ​ລົງ​ຮຽກ​ເອກ​ອັກຄະ​ລັດ​ຖະທູດ​ອີຣັກປະຈຳ​ອຳ​ມານ​ກັບຄືນ​ເພື່ອ​ປຶກສາ​ຫາລື​ສະຖານະ​ການ.

ຢູ່ລະຫວ່າງ​ຊອກ​ດາ​ນີກັບ​ອີຣັກປະກົດ​ມີ​ວິ​ກິດ​ການ​ທາງ​ການ​ທູດ​ບໍ່​ແມ່ນ​ເລື່ອງ​​ແປກ​ປະ​ຫຼາດ.​ກ່ອນ​ແລະ​ຫຼັງ​ສົງຄາມ​ອີຣັກ​ເກີດ​ຂຶ້ນ,ການ​ພົວພັນ​ລະ​ຫວ່າງ​ຊອກ​ດາ​ນີ​ກັບ​ອີຣັກ​ໄດ້​ປະກົດ​ມີ​ການ​ຂັດ​ສີ​ກັນ​ຕັ້ງ​ຫຼາຍ​ເທື່ອ.​ຊອກ​ດາ​ນີ​ແມ່ນ​ພັນ​ທະ​ມິດ​ດັ້ງ​ເດີມ​ປະ​ເທດ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​​ໃນ​ໂລກປະ​ເທດ​ອາ​ລັບ,​ເຖິງ​ວ່າ​ຊອກ​ດາ​ນີບໍ່​ເຫັນ​ດີ​ນຳ​ອາ​ເມ​ລິ​ກາ​ໃຊ້​ກຳ​ລັງ​ອາ​ວຸດ​ຕໍ່​ອີ​ຣັກ​ກໍ​ຕາມ,​ແຕ່​ພັດອະນຸຍາດ​ໃຫ້​ກອງ​ທະຫານ​ອາ​ເມ​ລິ​ກາ​ຈັດ​ວາງ​ທະ​ຫານ​6​000ຄົນ​ບົນູ​ດິນ​ແດນ​ຊອກ​ດາ​ນີ.ການ​ກະທຳ​ດັ່ງກ່າວ​ໄດ້​ພາ​ໃຫ້​ຊາວ​ອີຣັກ​ຈຳ​ນວນ​ໜຶ່ງ​ທີ່​ສະ​ໜັບ​ສະ​ໜູນ​ອຳ​ນາດ​ການ​ປົກຄອງ​ ​ຊັດ​ດາມ​ນັ້ນ​ບໍ່ພໍ​ໃຈ​ນຳ.​ພາຍ​ຫຼັງ​ອຳ​ນາດ​ການ​ປົກ​ຄອງ​ຊັດ​ດາມ​ຖືກ​ໂຄ່ນ​ລົ້ມ​ແລ້ວ,​ຊອກ​ດາ​ນີ​ໄດ້​ຮັບ​ເອົາ​ລູກ​ສາວ​ສອງ​ຄົນ​ຂອງ​ຊັດ​ດາມ,​ທັງ​ນີ້ໄດ້​ນີ້​ພາ​ໃຫ້​ມຸສ​ລິມ​ນິ​ກາຍ​ຊີ​ອິດ​ຂອງ​ອີຣັກ​ທີ່​ຖືກ​ອຳ​ນາດ​ການ​ປົກ​ຄອງ​ຊັດ​ດາມ​ກົດ​ໜ່ວງ​ມາ​ເປັນ​ເວ​ລາ​ດົນ​ນານ​ມາ​ນີ້​​ໂມ​ໂຫ​ຂຶ້ນ​ອີກ.

ຊອກ​ດາ​ນີກັບ​ອີຣັກມີ​ການ​ພົວພັນ​ແໜ້ນ​ແຟ້ນ​ໃນ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ເມືອງ,​ມັນ​ເດັ່ນ​ຊັດ​ແລ້ວ​ວ່າ,ລັດຖະບານ​ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ບໍ່​ຫວັງ​ໃຫ້​ເຫດ ການ​ຫຼອນ​ໂຈມ​ຕີ​ດັ່ງ​ກ່າວ​ທຳ​ລາຍ​ຜົນ​ປະ​ໂຫຍ​ດຮ່ວມ​ຂອງ​ສອງ​ປະ​ເທ​ດ.ຄົນ​ທັງ​ຫຼາຍ​ໄດ້​​ໃສ່​ໃຈ​ວ່າ,​ໃນ​ຂະນະ​ທີ່​ປະ​ກາດ​ຮຽກ​ຜູ້​ແທນ​ການ​ທູດ​ສູງ​ສຸດ​ປະ​ຈຳ​ປະ​ເທດ​ຝ່າຍ​ກົງ​ກັນ​ຂ້າມ​ນັ້ນ,​ທັງ​ສອງ​ປະ​ເທດ​ລ້ວນ​ແຕ່​ໄດ້​ກ່າວ​ເນັ້ນ​ວ່າ​ແມ່ນ​ເພື່ອ​ປຶກ​ສາ​ຫາ​ລື​ສະ​ຖາ​ນະ​ການ​ໃນ​ປັດ​ຈຸ​ບັນ.​ທັງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ບໍ່​ຢາກ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ສຸດ​ຮ້າຍ​ລົງ,​ແລະ​ຈົ່ງ​ຊ່ອງ​ຫວ່າງ​ແກ້​ໄຂ​ວິ​ກິດ​ການ​ຢ່າງ​ເໝາະ​ສົມ.