ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 18:08:32    
ປັດ​ໃຈບໍ່​ກົມ​ກຽວ​ກັນ​ໃນ​ສະ​ຖາ​ນະ​ການ​ຜ່ອນ​ຄາຍ​ລະ​ຫວ່າງ​ປາ​ເລັສ​ຕິນ​ແລະ​ອິ​ສຣາ​ແອນ

cri

​ຕາມ​ຂ່າວ​CRI: ​ໃນ​ຖານປັນ​ບາດກ້າວ​ໜຶ່ງ​​ແຫ່ງ​ການສ້າງ​ຄວາມເຊື່ອ​​ໃຈ​ຕໍ່​ກັນ​ແລະ​ປົວ​ແປງ​ການ​ພົວພັນ​ລະຫວ່າງ​ປາ​ເລັສຕິນ​ແລະ​ອິສຣາ​ແອນ​ໃຫ້​ດີ​ຂຶ້ນ, ວັນ​ທີ 21 ມີນາ, ອິສຣາ​ແອນ​ໄດ້​ມອບສິດ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ເມືອງ ຕູ​ລກາ​ແລມ ທີ່ຢູ່​ຝັ່ງຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​​ໃຫ້​ຝ່າຍ​ປາ​ເລັສຕິນ.​ເພື່ອ​ຕອບ​ສະໜອງເລື່ອງ​ນີ້, ຝ່າຍ​ປາ​ເລັສຕິນກໍ​ໄດ້​ອອກ​ມາດ​ຕະກາ​ນຈຳກັດ​ບໍ່​ໃຫ້ພວກ​ປະກອບ​ອາວຸດ​​​ໃຊ້​ປືນ. ​ແຕ່​ວ່າ, ​ແຜນການ​ສ້າງ​ເຮືອນ​ຢູ່​​ໃໝ່​ຫຼາຍ​ພັນ​ຫຼັງຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳຈໍ​ແດນ​ທີ່​ ​ລັດຖະບານ​ອິສຣາ​ແອນຜ່ານ​ໃນ​ວັນ​ທີ 21 ມີນາ, ​ໄດ້​​ເພີ່ມ​ປັດ​ໃຈ​ບໍ່​ກົມກຽວ​ກັນ​ໃຫ້​​ແກ່​ການ​ພົວພັນລະຫວ່າງ​ປາ​ເລັສຕິນ​ແລະ​ອິສຣາ​ແອນ​ທີ່​ນັບ​ມື້​ນັບ​ຜ່ອນຄາຍ​ລົງ​, ສະ​ແດງ​ໃຫ້​ເຫັນ​ເຈ​ຕະ​ນາ​ຂອງ​ລັດຖະບານ​ອິສຣາ​ແອນ​ທີ່ຢາກ​ກືນ​ກິນເຢລູຊາ​ເລັມ​ຕາ​ເວັນ​ອອກແລະ​ດີນ​ແດນຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ອີງ​ຕາມ​ສັນຍາ​ທີ່ຜູ່​ນຳ​ສອງ​ຝ່າຍປາເລັສຕິນອິສຣາແອນຕົກລົງກັນໃນເວລາ ພົບ​ປະກັນຢູ່ເອຢິບ​ໃນ​ເດືອນ​ແລ້ວ​ນີ້​, ຝ່າຍ​ອິສຣາ​ແອນ​ຈະ​ມອບສິດຄວບຄຸມ​​ຄວາມ​ປອດ​ໄພ​ຂອງ 5 ຕົວ​ເມືອງ​ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່ນ​ນ້ຳ​ຈໍ​ແດນ​ໃຫ້​ຝ່າຍ​ປາ​ເລັສຕິນ. ຕູ​ລກາ​ແລມ​ແມ່ນຕົວ​ເມືອງ​ທີ 2 ທີ່​ຖືກ​ມອບ​ຫໃ້. ຕອນ​ຄ່ຳ​ວັນ​ທີ 21 ມີນາ, ​ເຈົ້າ​ໜ້າ​ທີ່ຄວາມ​ປອດ​ໄພ​ອິສຣາ​ແອນ​ແລະ​ປາ​ເລັສຕິນ​ໄດ້​ກ້າວ​ເຖິງ​ຂັ້ນເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ບັນຫາ​ລະອຽດ​ຂອງ​ການມອບ​ຮັບ ຕູ​ລກາ​ແລມ, ​ແລະ​​​ໄດ້ດຳ​ເນີນ​ວຽກ​ງານ​ມອບ​ຮັບ.

ຝ່າຍ​ປາ​ເລັສຕິນກໍ​ໄດ້​ປະຕິ​ບັດ​ມາດ​ຕະການ​ຕ່າງໆ​ເພື່ອ​ຜ່ອນຄາຍ​ການ ພົວພັນປາ​ເລັສຕິນ​ແລະ​ອິສຣາ​ແອນ. ຕາມ​ຂ່າວແຈ້ງັ​ວ່າ, ຫວ່າງ​ມໍ່ໆ​ນີ້, ກະຊວງ​ວຽກງານ​ພາຍ​ໃນ​ປາ​ເລັສຕິນ​ໄດ້ປະກາດ​ແຈ້ງການ, ຮຽກຮ້ອງ​ໃຫ້​ພວກ​ປະກອບ​ອາວຸດ​ປາ​ເລັສຕິນຮັບ​ຄຳ​ໝັ້ນ​ສັນຍາ​ບໍ່​ຖື​ອາວຸດ​ໃນ​ສະຖານ​ທີ່​ເປີດ​ເຜີຍ, ພ້ອມ​ທັງ​ກຳນົດວ່າ​ພວກ​ປະກອບ​ອາວຸດ​ຜູ່​ໜຶ່ງ​ຢ່າງຫຼາຍ​ຖຶອາວຸດ​ອັນ​ໜຶ່ງ​, ອາວຸດ​ຕ້ອງ​ຂຶ້ນ​ທະບຽນ​ໃນ​ກະຊວງ​ວຽກງານ​ພາຍ​ໃນ.

​ແຕ່​ວ່າ, ​ເກືອ​ບໃນ​ຂະນະ​ດຽວ​ກັນ​ນີ້, ວັນ​ທີ 21 ມີນາ, ລັດຖະບານ​ອິສຣາ​ແອນ​ຕົກລົງ​ສ້າງ​ເຮືອນ​ຢູ່​​ໃໝ່ປະມານ 3500 ຫຼັງຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ​ເພື່ອ​ເພີ່ມ​ທະວີ​ການ​ຄວບຄຸມ​ຕໍ່​ເຢລູ​ຊາ​ເລັມ​ແລະ​ເຂດ​ອ້ອມ​ຂ້າງ​ຂອງ​ອິສຣາ​ແອນ.

ອີງ​ຕາມ​ຂໍ້​ກຳນົດ​ຂອງ​ແຜນການ" ​ເສັ້ນ​ທາງສັນຕິພາບ" ​ຕາ​ເວັນ​ອອກ​ກາງ, ອິສຣາ​ແອນ​ຕ້ອງ​ຢຸດ​ເຊົາ​ການ​ກໍ່ສ້າງ​ບ່ອນ​ຕັ້ງ​ຖິ່ນ​ຖານ, ​ພ້ອມ​ທັງ​ມ້າງ​ຖິ້ມ​ຈຸດຕັ້ງ​ຖິ່ນ​ຖານ​ທີ່​ບໍ່​ຊອບ​ກົດໝາຍ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​​ແມ່​ນ້ຳ​ຈໍ​ແດ. ​ເຖິງ​ແມ່ນ​ວ່າ​​ໄຕ້​ກຳລັງ​ໜີບ​ຂອງ​ລັດຖະບານ​ອາ​ເມ​ລິ​ກາ, ອິສຣາ​ແອນ​ສະ​ແດງ​ວ່າ​ຈະ​ມ້າງ​​ຈຸດຕັ້ງຖິ່ນຖານ​ທີ່​ບໍ່​ຊອບ​ກົດໝາຍ, ​ແຕ່​ໃນ​ດ້ານ​ຮັກສາ​ຈຸດ​ຕັ້ງ​ຖິ່ນຖານ​ຂະໜາດ​ໃຫຍ່​ທີ່ຢູ່​ຝັ່ງ​ຕາ​ເວັນ​ຕົກແມ່​ນ້ຳ​ຈໍ​ແດນພັດມີທ່າ​ທີແຂງ, ​ແລະ​ເວົ້າ​ວ່າຫຼັກ​ໝັ້ນ​ຂອງ​ເຂົາ​ໄດ້​​ການ​ຮັບຮອງ​ແລະ​ອະນຸຍາດ​ຈາກອາ​ເມ​ລິ​ກາ. ແຕ່​ທ້າຍປີ​ກາຍ​ມາ​ນີ້, ຄ່ຽງຄູ່​ກັບ​ສະຖານະ​ການ​ປາ​ເລັສຕິນ​ແລະ​ອິສຣາ​ແອນ​ຄ່ອຍໆ​ຜ່ອນຄາຍລົງ, ອິສຣາ​ແອນ​ປະ​ເຊີນ​ໜ້າກັບ​ກຳລັງ​ໜີບນັບມື້ນັບແຮງ​ຈາກປະຊາ​ຄົມ​ໂລກ. ​ໃນ​ເວລາ​ໃຊ້​ມາດ​ຕະການ​ຜ່ອນຄາຍຈຳນວນໜຶ່ງນັ້ນ, ຝ່າຍ​ອິສຣາ​ແອນ​ກໍ​ໄດ້​ເລັ່ງລັດບາດກ້າວ​ໃຫ້​ໄວ​ເຂົ້າ, ​ເຈຕະນາ​ຜ່ານ​ການ​ເຮັດ"​ເປັນ​ເລື່ອງ​ຈິງ​ຫຼາຍ​ຍິ່ງ​ຂຶ້ນ" ສືບ​ຕໍ່​ຍຶດຄອງບ່ອນ​ຍຸດ​ທະ​ສາດສຳຄັນ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ທະວີ​ການຄວບ​ຄຸ​ມ​​​ເຢລູຊາ​ເລັມຕາ​ເວັນ​ອອກ. ຂໍ້​ຕົກລົງ​ດັ່ງກ່າວທີ່​ລັດຖະບານ​ອິສຣາ​ແອນ​ທຳ​ອອກ​ໃນ​ວັນ​ທີ 21 ມີນາ​ຍ່ອມຈະ​ເກີດ​ມີຜົນ​ສະ​ທ້ອນ​ບໍ່​ດີ​ຕໍ່​ສະຖານະ​ການ​ປາ​ເລັສຕິນ​ແລະ​ອິສຣາ​ແອນ​​ໂດຍ​ບໍ່​ຕ້ອງ​ສົງ​ໃສ.