ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 21:11:40    
ການ​ພົວພັນ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ນິກ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ

cri Author: q
ປະຈຸ​ບັນນີ້, ​ຈີນ​​ແມ່ນຄູ່​ການຄ້າໃຫຍ່​ທີ​ສອງ​ຂອງຫວ​ຽດນາມ,​ໃນ​ປີ 2002,ມູນ​ຄ່າ​ກາ​ນຄ້າ​ສອງ​ຕໍ່​ສອງ​ໄດ້​ບັນລຸ​ເຖິງ 3 ຕື້ 264 ລ້ານ​ໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2001, 15,8%,​ສິນ​ຄ້າ​ຂາ​ອອກ​ຂອງ​ຈີນ​ຕົ້ນຕໍ​ແມ່ນ​ລົດ​ຈັກ​ກົນ​ຈັກ ນ້ຳມັນ​ສຳ​ເລັດ​ຮູບ​ແລະ​ຜະລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ເບົາ,​ຊື້​ຈາກ​ຫວຽດ​ນາມ​ຕົ້ນ​ຕໍ​ແມ່ນ​ນ້ຳມັນ​ດິບ ຫີນ​ແຮ່ ຜະລິດ​ຕະ​ພັນ​ກະ​ສິ​ກຳ,​ໃນ​ຫຼາຍ​ປີ​ມາ​ນີ້,​ມູນ​ຄ່າ​ການ​ຄ້າ​ຊາວ​ແດນ​ຂອງ​ສອງ​ປະ​ເທດສະ​ເລ່ຍ​ຕໍ່​ປີ​ປະ​ມານ 400 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ນັບ​ມາ​ຮອດ​ທ້າຍ​ປີ 2002 ,​ໂຄງການ​ທີ່​ຈີນລົງທຶນ​ຢູ່ຫວຽດນາມ​ລວມມີ 233 ​ໂຄງ​ການ,​ມູນ​ຄ່າ​ໃນ​ສັນ​ຍາ​ລື່ນ​ກາຍ 370 ລ້ານ​ໂດ​ລາ​ສະ​ຫະ​ລັດ,​ການ​ລົງ​ທຶນ​ຕົ້ນ​ຕໍ​ຢູ່​ນຳ​ຂະ​ແຫນງ​ການ​ປະ​ກອບ​ເຄື່ອງ​​ໄຟ​ຟ້າກົນ​ຈັກ,ການ​ປຸງ​ແຕ່ງ​ເຄື່ອງ​ກິນ ອະ​ສັງ​ຫາ​ລິ​ມະ​ຊັບ​ເປັນ​ຕົ້ນ,​ໃນ​ປີ 2002, ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຈີນ​ຢູ່​ຫວຽດ​ນາມ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ,​ໂຄງ​ການ​​ທີ່​ຮັບ​ອະ​ນຸ​ມັດ​ໃຫມ່​ມີ 60 ​ໂຄງ​ການ,​ມູນ​ຄ່າ​ໃນ​ສັນຍາ 70 ລ້ານ 8 ​ແສນ 3 ຫມື່ນ​ໂດ​ລາ​ສະ​ຫະ​ລັດ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ 2001 ​39,5% ​ຫາ 17%.​ຈຳ​ນວນ​ໂຄງ​ການ​ແລະ​ມູນ​ຄ່າ​ໃນ​ສັນ​ຍາ​ຕ່າງ​​ເປັນ​ທີ 3 ​ແລະ​ລະ​ດັບ​ທີ 7 ​ຂອງ​ບັນ​ດາ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ທີ່​ລົງ​ທຶນ​ຢູ່​ຫວຽດ​ນາມ.​ນອກ​ນີ້,​ແຕ່​ປີ 1991 ມາ​ນີ້,​ຈີນ​ ​ຫວຽດ​ນາມ​ໄດ້​​ເຊັນ​ຂໍ້​ຜູກ​ພັນ​ທີ່​ຮັບ​ເຫມົາ​​ໂຄງ​ການ ການ​ຮ່ວມ​ມື​​ດ້ານ​ແຮງ​ງານ​ແລະ​ທີ່​ປືກ​ສາ​ອອກ​ແບບ​ລວມ 2700 ສະ​ບັບ,​ມູນ​ຄ່າ​​ໃນຂໍ້​ຜູກ​ພັນ​ລື່ນ​ກາຍ 1 ຕື້ 400 ​ລ້ານ​ໂດ​ລາ​ສະ​ຫະ​ລັດ.

ໃນ​ຫຼາຍປີ​ມານ​ນີ້,ຈີນ​ ​ຫວຽດ ​ໄດ້​ເຊັນ​ສັນຍາ​ເສດຖະກິດ​ການ​ຄ້າ​ທີ່ກ່ຽວຂ້ອງ​​ມີ​ດັ່ງນ​ນີ້​:ສັນຍາ​ກາ​ນຄ້າ(ວັນ​ທີ 7 ພະຈິກ ປີ 1991)ສັນຍາ​ການ​ຮ່ວມ​ມື​ເສດ​ຖະ​ກິດ( ວັນ​ທີ 14 ​ກຸມ​ພາ ປີ 1992 ) ​ສັນ​ຍາ​ສົ່ງ​ເສີມ​ແລະ​ປົກ​ປ້ອງ​ການ​ລົງທຶນ(ວັນ​ທີ 2 ທັນວາ ປີ 1992 ),ສັນ​ຍາ​ກ່ຽວ​ກັບ​ການ​ງົບ​ບັນ​ຊີ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ທະນາຄານ​ປະຊາຊົນ​ຈີນ​ກັບ​ທະນາຄານ​ແຫ່ງ​ຊາດ​ຫວຽດນາມ (ວັນ​ທີ 26 ພຶດ​ສະ​ພາ ປີ 1993 )​ສັນ​ຍາ​ກ່ຽວ​ກັບ​ສິນຄ້າ​ຂ້າມ​ແດນ (ວັນ​ທີ 9 ​ເມສາ ປີ 1994) ​ສັນ​ຍາ​ການ​ຮ່ວມ​ມື​ກ່ຽວ​ກັບ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ສິນ​ຄ້າ​ຂາ​ເຂົ້າຂາ​ອອກ​ແລະ​ຮັບ​ຮອງ​​ເຊິ່ງ​ກັນ​ແລະ​ກັນ​(ວັນ​ທີ 22 ພະ​ຈິກ ປີ 1994 ) ສັນ​ຍາ​ກ່ຽວ​ກັບ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມາທິ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ (ວັນ​ທີ 22 ພະ​ຈິກ ປີ 1994 )​ສັນ​ຍາ​ກ່ຽວ​ກັບ​ຫຼີກ​ເວັ້ນ​ເກັບ​ພາສີ​ຊ້ອນ​ກັນ​​ແລະ​ປ້ອງ​ກັນ​ບໍ່​ໃຫ້​ຫນີ​ພາ​ສີ (ວັນ​ທີ 17 ພຶດສະພາ ປີ 1995 ) ສັນຍາ​​ການຄ້າ​ຊາຍ​ແດນ(ວັນ​ທີ 19 ຕຸລາ ປີ 1998 )