ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-22 23:34:23    
[ມະ​ຫາ​ກາບ​ຊີ​ວະ​ປະ​ຫວັດ​ເຈົ້າ​ເກີ​ຊາ]

cri

   ປີ 2005 ​ແມ່ນປີ​ລະ​ລຶກ​ການແຕ່ງມະຫາກາບກອນ​ເຈົ້າ​ເກີ​ຊາ ວິລະ​ຊົນ​ຜູ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດຄົບຮອບ 50 ປີທີ່​ອົງການ​ຢູ​ເນັສ​ໂກ ສະ​ຫະປະຊາ​ຊາດກຳນົດ​ໄວ້.​


ມະຫາ​ກາບຊີວະ​ປະຫວັດ​ເຈົ້າ​ເກີ​ຊາ​ແມ່ນມະຫາ​ກາບປະຫວັດຂອງວິລະ​ຊົນ​​ເຜົ່າ​ຕິ​ເບ​ດ ​ແລະກໍ​ແມ່ນ​ກາບ​ເລົ່າ​ເລື່ອງທີ່​ຍາວ​ກວ່າ​ຫມູ່​ໃນ​ໂລກ​ ​ປັດຈຸບັນ  ​ເຜົ່າ​ລື​ກັນ​ຢູ່​ເຂດ​ຕິ​ເບ​ດຫຼາຍ​ກວ່າ​ຫມູ່  ​ຍັງ​​​ເຜີຍ​ແຜ່​ຢູ່​ໃນ​ເຜົ່າ​ມົງ​ໂກນ ​ເຜົ່າ​ຖູ ​ເຜົ່າ​ ​ເຜົ່ານາ​ຊີ​ແລະບາງ​ເຂດ​ໃນ​ປະ​ເທດ​ບູຕານ​ແລະ​​ເນ​ປານເປັນ​ຕົ້ນ.


ຊີວະ​ປະຫວັດ​ເຈົ້າ​ເກີ​ຊາ​ແມ່ນມະຫາ​ກາບວີ​ວະປະຫວັດ​ວິລະ​ຊົນ​ທີ່​ບໍ່​​ເສົ້າ ສູນ​ສິ້ນ ​​ເລື່ອງຫນຶ່ງທີ່​ປະຊາຊົນ​ເຜົ່າ​ຕິ​ເບ​ດຂອງ​ຈີນ​ແຕ່ງຂຶ້ນ​ຕາມວັນນະຄະດີ​ພື້ນ​ເມືອງ​ເຊັ່ນ ​ເທບ​ນິຍາຍ​ສະ​ໄຫມ​ບູຮານ ນິທານ​ປະ​ລຳ​ປະລາ  ກາບກອນ​ແລະ​ຄຳພັງ​ເພີຍ​ເປັນ​ຕົ້ນ,ຕາງຫນ້າ​​​​ໃຫ້​ແກ່ຜົນສຳ​ເລັດ​ສູງ​ສຸດ​ຂອງ​ວັດທະນະທຳ​ເຜົ່າ​ຕິ​ເບ​ດ​ໃນ​ສະ​ໄຫມ​ບູຮານ.​ແມ່ນ​ສາລານຸກົມຄົບ​ຊຸດ​ສຳລັບ​ຄົ້ນຄວ້າ​ບັນຫາ​ຕ່າງໆ​ເຊັ່ນ:ປະຫວັດສາດ​ສັງຄົມ ການ​ພົວພັນ​ຊົນ​ຊັ້ນ  ການ​ໄປມາຫາສູ່​ກັນ​ລະຫວ່າງຊົນ​ເຜົ່າ  ທັດສະນະ​ຈະລິ​ຍະ​ທຳ​ແລະ​ຮີດຄອງ​ປະ​ເພນີ​ຂອງ​​ເຜົ່າ​ຕິ​ເບ​ດສະ​ໄຫມ​ບູຮານ​,ພ້ອມ​ກັນ​ນັ້ນ​  ກໍ​ແມ່ນປະຫວັດສາດ​ເຜົ່າ​ຕິ​ເບ​ດບູຮານທີ່​ເປັນ​ໂຕ​ຢົ້ງໆ ຖືກ​ຍ້ອງ​ເປັນ​ມະຫາ​ກາບຂອງຝ່າຍ​ຕາ​ເວັນ​ອອກ

ມະຫາ​ກາບຊີວະ​ປະຫວັດ​ເຈົ້າ​ເກີ​ຊາ​ແມ່ນ​ສິລະ​ປະ​ຄະດີ​ຍອດ​ຢ້ຽມ​ທີ່​ພີ່​ນ້ອງ​ຮ່ວ​ມຊາດ​ເຜົ່າ​ຕິ​ເບ​ດປະ​ເທດ​ເຮົາ​ທຸກ​ເຊັ່ນ​ຄົນ​ເປັນ​ຜູ່​ແຕ່ງ.ມະຫາ​ກາບ​ນີ້ 100 ກວ່າ​ເຫັຼ້ມ  ​ຫນຶ່ງ​ລ້ານ​ກວ່າ​​ແຖວ,ຕອນສຳຄັນ​ມີ​ປະມານ 30 ກວ່າ​​ເຫຼັ້ມ ມະຫາກາບເລື່ອງ​ນີ້​ໄດ້​ບັນ​ລະ​ຍາຍ​ຄຸນງາມຄວາມດີ​ອັນຍິ່ງ​ໃຫຍ່​ໃນ​ຕະຫຼອດ​ຊີວິດຂອງ​ເຈົ້າ​ເກີ​ຊາ​ເທບພະ​ບຸດ​ອົງ​ຫນຶ່ງ ,ຍ້ອນພວກ​ຜີ​ສາງ​ມານ​ຮ້າຍ​ກໍ​ກຳ​ທຳ​ເຂັນ​ໃນ​​ເມືອງ​ຄົນ ທຳຮ້າຍ​ໄພ​ຟ້າ​ລາສະດອນ,ສະ​ນັ້ນ ​ເພິ່ນ​ຈຶ່ງ​ລົງ​ມາ​ເກີດ​ໃນ​​ຄອບຄົວ​ທຸກ​ຍາກ,​ໃນ​​ເວລາ​ເພິ່ນ​ອາ​ຍຸ15 ປີ ​  ​​​ເພິ່ນ​ໄດ້​ເຂົ້າ​ຮ່ວມ​ຊ່ວງ​ນ​ມ້າ ​ແລ້ວ​ໄດ້ຮັບ​ໄຊຊະນະ  ​ກາຍ​ເປັນ​ເຈົ້າ​ຊີວິດ​ຂອງ​ເມືອງຫຼິງ.ພາຍຫຼັງ​ມາ ​ໄດ້​ເລີ່​ມປາບມານ​ຮ້າຍ​ຕ່າງໆ​  ຕ້ານ​ຢັນ​ຂ້າ​ເສິກ​ທີ່​ມາ,​ໃນ​ທີ່​ສຸດ​ໄດ້ຕີ​ເຂົ້າ​ຫມໍ້​ນາຣົກຕໍ່ສູ້​ກັບ​ຈ່າຍົ​ມພິບານ,ປົດປ່ອຍ​ກອບ​ກູ້​​ເອົາ​ຜູ່ຖືກທໍລະມານທັງຫຼາຍອອກ ​ຈາກ​ຫມໍ້​ນາຣົກ,ຫຼັງ​ຈາກ​ເພິ່ນ​ໄດ້​ສຳ​ເລັດ​ພາລະກິດ​ອັນ​ຍິ່ງ​ໃຫຍ່​ແລ້ວ ກໍ່​ຂຶ້ນ​ເມືອ​ເມືອງ​ສະຫວັນ​ຄືນ​ໃຫມ່.​ໃນ​ມະຫາ​ກາບ​ສອດ​ຮ້ອຍ​ໄປ​ດ້ວຍແນວ​ຄຶດ​ປາບ​ມານ​ຮ້າຍ​ແລະ​ຄົນ​ຊົ່ວ  ປ້ອງ​ກັນ​ຮັກສາປະຊາຊົນ​ ຄັດຄ້ານ​​ແນວ​ຄິດຮຸກ​ຮານ, ໃນ​​ເລື່ອງ​ນີ້​ມີ​ພາບ​ອັນໃຫຍ່​ໂຕ​ມະ​ໂຫລານ ມີຈິນຕະນາ​ການ​ອຸດົມສົມບູນ ຈັບ​ຈຶດຈັບ​ໃຈ​ຄົນ  ພາສາ​ກໍ​ມ່ວນ​ຫນ້າ​ຟັງແລະ​ເຕັມ​ໄປ​ດ້ວຍ​ຄວາມ​ຫມາຍ​ອັນ​ດີງາມ

1  2