|
![](/images/spacer.gif) |
(GMT+08:00)
2005-03-23 12:35:31
|
![](/images/shim.gif) |
ກອງປະຊຸມສຸດຍອດສັນນິບາດປະເທດອາລັບໄຂຂຶ້ນຢູ່ອານເຊ(ພາບ)
cri
Author: ສຣ
![]( /mmsource/images/2004/04/21/laba.gif)
ຕາມຂ່າວ CRI: ກອງປະຊຸມສຸດຍອດສັນນິບາດປະເທດອາລັບຄັ້ງທີ 17 ທີ່ຈະໄຂເປັນເວລາສອງມື້ນັ້ນໄດ້ໄຂຂຶ້ນຢູ່ອານເຊນະຄອນຫຼວງອານເຊລີ. ກອງປະຊຸມເທື່ອນີ້ແມ່ນໄຂຂຶ້ນໃຕ້ເບື້ອງຫຼັງທີ່ສະຖານະການພາກຕາເວັນອອກກາງເຄັ່ງຕຶງຕໍ່ມາ. ຜູ້ນຳບັນຫາປະເທດຈະຫາລືບັນຫາສຳຄັນຕ່າງໆເຊັ່ນການປະຕິຮູບສັນນິບາດປະເທດອາລັບ,ຂະບວນການຫັນເປັນທັນສະໄໝແລະພັດທະນາຂອງໂລກອາລັບ,ຂະບວນວິວັດສັນຕິພາບຕາເວັນອອກກາງແລະສະຖານະການອີຣັກເປັນຕົ້ນ,ເພື່ອເສີມສ້າງກົນໄກຮ່ວມກັນດຳເນີນງານລະຫວ່າງປະເທດອາລັບ.
ໃນພິທີໄຂກອງປະຊຸມ,ທ່ານເບນ ອາລີ ປະທານາທິບໍດີຕຸຍນີສ໌ ປະເທດເຈົ້າພາບຂອງກອງປະຊຸມສຸດຍອດຄັ້ງກ່ອນໄດ້ກ່າວຄຳປາໄສກ່ອນ,ທ່ານເວົ້າວ່າ,ປັດຈຸບັນ,ສະນິບາດປະເທດອາລັບພວມປະເຊີນກັບການທ້າທາຍໃໝ່,ປະເທດອາເລັບຄວນໃຊ້ການເຄື່ອນໄຫວຮ່ວມ,ຜ່ານຈາກການປະຕິຮູບມາຊຸກຍູ້ການຂະຫຍາຍຕົວຂອງພາລະກິດຊາດອາລັບ. ທ່ານຍັງເວົ້າວ່າ,ການບັນລຸສັນຕິພາບຢ່າງທ່ຽງທຳແລະຮອບດ້ານກັບອິສຣາແອນແມ່ນການເລືອກເອົາທາງຍຸດທະສາດຂອງປະເທດອາລັບ,ແຕ່ສັນຕິພາບດັ່ງກ່າວຕ້ອງສ້າງບົນພື້ນຖານຂອງ"ຂໍ້ລິເລີ່ມສັນຕິພາບອາລັບ",ມະຕິທີ່ກ່ຽວຂ້ອງຂອງສະຫະປະຊາຊາດແລະແຜນການ"ແຜນທີ່ເສັ້ນທາງສັນຕິພາບ"ຂອງຕາເວັນອອກກາງ.
ໃນຄຳປາໄສ,ທ່ານມຸດຊາ ເລຂາທິການໃຫຍ່ສັນນິບາດປະເທດອາລັບເວົ້າວ່າ,ການແຊກແຊງວຽກງານພາຍໃນຂອງປະເທດອື່ນດ້ວຍກຳລັງອາວຸດໄດ້ນຳເອົາຜົນສະທ້ອນທາງລົບມາໃຫ້ສະຖຽນລະພາບຂອງພາກພື້ນຕາເວັນອອກກາງ,ປະເທດອາລັບມີແຕ່ຜ່ານຈາກຄວາມພະຍາຍາມຂອງຕົນຈຶ່ງສາມາດຮັບມືກັບການທ້າທາຍໃນປັດຈຸບັນໄດ້. ທ່ານມຸດຊາກ່າວເນັ້ນວ່າ,ສັນຕິພາບຕາເວັນອອກກາງຕ້ອງແມ່ນສັນຕິພາບທີ່ສະເໝີພາບກັນ. ພ້ອມກັນນັ້ນ ທ່ານຮຽກຮ້ອງປະເທດອາລັບຕັ້ງໜ້າເຂົ້າຮ່ວມຂະບວນການສ້າງສາອີຣັກຄືນໃໝ່. ກ່ຽວກັບບັນຫາປະຕິຮູບອົງການສັນນິບາດປະເທດອາລັບ,ທ່ານມຸດຊາກ່າວວ່າ,ສັນນິບາດປະເທດອາລັບຕ້ອງຍົກປະສິດທິພາບຂອງງານໃຫ້ສູງຂຶ້ນ,ຕ້ອງເສີມສ້າງກົນໄກປະຕິບັດມະຕິ.
ທ່ານໂບເທີ ຟີຼຄາ ປະທານາທິບໍດີອານເຊລີ ປະເທດເຈົ້າພາບຂອງກອງປະຊຸມສຸດຍອດເທື່ອນີ້ໄດ້ກ່າວຄຳປາໄສ,ທ່ານກ່າວເນັ້ນວ່າ,ປະເທດອາລັບຄວນປະຕິຮູບຢ່າງຮອບດ້ານ,ແຕ່ວ່າການປະຕິຮູບເດັດຂາດບໍ່ຄວນດຳເນີນຢູ່ໃຕ້ກຳລັງກົດໜີບຂອງອິດທິກຳລັງຕ່າງປະເທດ.
ທ່ານເຊບາລີລັດຖະມົນຕີການຕ່າງປະເທດລັດຖະບານຊົ່ວຄາວຂອງອີຣັກທີ່ຮ່ວມປະຊຸມຮຽກຮ້ອງປະເທດອາລັບຈົ່ງສະໜອງການຊ່ອຍເຫຼືອແລະສະໜັບສະໜູນທີ່ມີລັກສະນະທາດແທ້ໃນຂະບວນການສ້າງສາການເມືອງຄືນໃໝ່ຂອງອີຣັກ,ປ່ຽນແປງທ່າທີທີ່"ຄອຍຖ້າເບິ່ງ".
ໃນໄລຍະໄຂກອງປະຊຸມເທື່ອນີ້,ຜູ້ນຳບັນດາປະເທດຈະສຳຫຼວດພິຈາລະນາຂໍ້ສະເໜີຂອງຊອກດານີທີ່ໝາຍຈະເລີ່ມປະຕິບັດ"ຂໍ້ລິເລີ່ມສັນຕິພາບອາລັບ"ຄືນໃໝ່. ຕາມເຜີຍໃຫ້ຮູ້ວ່າ,ໃນຂໍ້ລິເລີ່ມສັນຕິພາບຂອງຊອກດານີທີ່ດັດແກ້ແລ້ວ,ປະເທດອາລັບກ່າວເນັ້ນວ່າ,ໂລກອາລັບຍິນດີບັນລຸສັນຕິພາບກັບອິສຣາແອນ,ແຕ່ເງື່ອນໄຂແມ່ນກອງທະຫານອິສຣາແອນຕ້ອງຖອນໄປຮອດເສັ້ນຊາຍແດນກ່ອນປີ 1967,ແລະຊຳລະແກ້ໄຂບັນຫາຊາວອົບພະຍົບປາເລັສຕີນແລະສ້າງຕັ້ງປະເທດປາເລັສຕີນທີ່ເປັນເອກະລາດເຊິ່ງຖືເຢລູຊາເລັມຕາເວັນອອກເປັນນະຄອນຫຼວງຕາມມະຕິເລກ 194 ຂອງສະພາຄວາມໝັ້ນຄົງ.
ຜູ້ນຳປະເທດອາລັບ 13 ຄົນເຊິ່ງລວມທັງທ່ານຄາຈາຟີ ຜູ້ນຳລີບີ,ທ່ານບາຊາ ປະທານາທິບໍດີຊີເລຍ,ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນ,ທ່ານຢາວາ ປະທານາທິບໍດີຂອງລັດຖະບານຊົ່ວຄາວຂອງອີຣັກເປັນຕົ້ນໄດ້ເຂົ້າຮ່ວມກອງປະຊຸມສຸດຍອດເທື່ອນີ້. ປະມຸກລັດຂອງ 9 ປະເທດທີ່ມີອິດທິພົນສຳຄັນຢູ່ພາກພື້ນເຊັ່ນອາລາບີຊາອູດິດ,ຊອກດານີແລະລີບັງເປັນຕົ້ນບໍ່ໄດ້ເຂົ້າຮ່ວມກອງປະຊຸມຍ້ອນມູນເຫດການເມືອງຂອງໃຜລາວ. ຫາງສຽງເຫັນວ່າ,ນີ້ເຮັດໃຫ້ລັກສະນະຕົວແທນແລະອິດທິພົນຕັດສິນນະໂຍບາຍຕໍ່ວຽກງານພາກພື້ນຂອງກອງປະຊຸມສຸດຍອດເທື່ອນີ້ຖືກກະທົບກະເທືອນຫຼາຍ.
|
|
|