ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 13:46:08    
ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍດ​ລະ​ຫວ່າງ​ຈີນ ອາຊ​ຊຽນ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ

cri Author: sayvanny
ໃນ​ໄລ​ຍະ​ຕົ້ນ​ແຫ່ງ​ການ​ສ້າງສາ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ (CAFTA),ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດອາ​ຊຽນ​ໄດ້​ມີ​ຄວາມ​ຄືບ​ຫນ້າ​ແລ້ວ.​ໂດຍ​ປະ​ເຊີນ​ກັບ ຄວາມ​ຫລາກ​ຫລາຍ​ຢູ່​ໃນ​ພາກ​ພື້ນ​ນີ້, ຜູ່​ນຳ 11 ປະ​ເທດ​ບໍ່​ໄດ້​ຖືກ​ຈຳ​ກັດ, ຫາກ​ເລີ່ມ​ຈາກ​ຄວາມ​ຕ້ອງ​ການ​ຕົວ​ຈິງ ​ແລະ​ເປົ້າ​ຫມາຍ​ຍາວ​ນານ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,​ໄດ້​ທຳ​ການ​ຕົກ​ລົງ​ທາງ​ຍຸດ​ທະ​ສາດ​ສຳ​ຄັນ​ກ່ຽວ​ກັບ​ການ​ສ້າງ​ສາ CAFTA , ຈາກ​ນີ້​ເຫັນ​ໄດ້​ວ່າ, ກ່ອນ​ອື່ນ,ລັດ​ຖະ​ບານ​ແລະ​ຜູ່​ນຳ​ຂອງ​ບັນດາ​ປະ​ເທດ​ໄດ້​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຄັ້ງ​ປະ​ຫວັດ​ສາດ​ບົນ​ພື້ນ​ຖານ​ເຂົ້າ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.ພວກ​ຂ້າ​ພະ​ເຈົາ​ໄດ້ເຫັນ​ວ່າ, ລັດ ຖະ​ບານ​ຈີນ​ໄດ້​ວາງ​ແລະ​ປະ​ຕິ​ບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ,ມີ​ໄມຕີ​ຈິດຕໍ່​ປະ​ເທດ​ໃກ້​ຄຽງ​ແລະ​ເປັນ​ບ້ານ​ໃກ້​ເຮືອນຄ​ຽງ ທີ່​ດີ​ຕໍ່​ກັນ,ຢູ່​ຮ່ວມ​ກັນ​ກັບ​ປະ​ເທດ​ໃກ້​ຄຽງ​ຢ່າງ​ສະ​ຫງົບ, ​ແລະ​ຮັ່ງ​ມີ​ນຳ​ກັນ​ກັບ ປະ​ເທດ​ໃກ້​ຄຽງ;​ ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ປີ 2003, ຈີນ​ຂາດ​ດຸນ​ 16,8 ຕື້​ໂດ​ລາ​ສະ​ຫະ​ລັດ;​ໃນ​ດ້ານ​ການ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ, ລັດ​ຖະ​ບານ​ຈີນ​ໄດ້​ຖື​ບັນດາ​ປະ​ເທດ​ອາ​ຊຽນ​ເປັນ​ເຂດ​ຈຸດ​ຫນັກ​ທີ່​ໃຫ້​ວິ​ສາ​ຫະ​ກິດ​ຈີນ​ເຂົ້າ​ສູ່​ຕະ​ຫລາດ​ໂລກ.​ເດືອນ​ກັນ​ຍາ​ປີ 2004 ປະ​ເທດ​ອາ​ຊຽນ​ເປັນ​ເອ​ກະ​ສັນ​ກັນ​ຮັບ​ຮອງ​ຖາ​ນະ​ເສດ​ຖະ​ກິດ​ຕະ​ຫລາດ​ສົມ​ບູນ​ຂອງ​ຈີນ​,​ໄດ້​ລົບ​ລ້າງ​ອຸ​ປະ​ສັກ​ໃຫຍ່​ກວ່າ​ຫມູ່​ໃຫ້​ແກ່​ການ​ເຈ​ລະ​ຈາ​ການ​ຄ້າ​ສິນ​ຄ້າ.ທັງ​ຫມົດ​ເຫລົ່າ​ນີ້​ລ້ວນ​ແຕ່ ສະ​ແດງ​ຢ່າງ​ຕັ້ງ​ຫນ້າ​ເຖິງ​ຄວາມ​ເຂົ້າ​ກັນ​ເຊິ່ງ​ກັນ​ແລະ​ກັນ​ແລະ​ຊຸກ​ຍູ້​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

​ໃນ​ຫລາຍ​ປີ​ມາ​ນີ້,ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ໄດ້​ຈັດ​ບັນ​ດາ​ກອງ​ປະ​ຊຸມ​ບັນ​ດາ​ພາກ​ສ່ວນ​ລັດ​ຖະ​ບານ​ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ແມ່ນ​ລັດ​ຖະ ບານ​ເຊິ່ງ​ລວມ​ທັງ:ກອງ​ປະ​ຊຸມ​ຮ່ວມ​ມື​ບັນດາ​ພາກ​ສ່ວນ​ລັດ​ຖະ​ບານ, ກອງ​ປະ ຊຸມ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ການ​ຄ້າ, ກອງ​ປະ​ຊຸມ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຢູ່​ອະ​ນຸ​ພາກ​ພື້ນ,​ບັນດາ​ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ແລະ​ງານ​ສຳ​ມະ​ນາ​ສາ​ກົນ, ພ້ອມ​ກັບ​ງານ​ຊັກ​ຊວນ​ການ​ລົງ​ທຶນ,ງານ​ສັງ​ສັນ​ຕະ​ຫລາດ​ນັດ​ແລະ​ງານ​ວາງ ສະ​ແດງ​ເປັນ​ຕົ້ນ,ການ​ຈັດ​​ການ​ເຄື່ອນ​ໄຫວ​ເຫລົ່າ​ນີ້​ໄດ້​ຫລາຍ​ກວ່າ​ກ່ອນ​ສ້າງ CAFTA ຢ່າງ​ຫລວງ​ຫລາຍ.ການ​ສ້າງ​ສະ​ພາ​ມົນ​ຕີ​ການ​ຄ້າ​ຈີນ​ອາ​ຊຽນ​ແລະ​ການ​ສ້າງ​ສະ​ພາ​ມົນຕີ​ການ​ຄ້າ​ສອງຕ​ຕໍ່​ສອງ​ລະ​ຫວ່າງ​ຈີນ​ກັບບາງປະ​ເທດ​ ​ອາ​ຊຽນ,ລ້ວນ​ແຕ່​ແມ່ນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ລະ​ຫວ່າງ​ບັນດາ​ປະ​ເທດ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ບັນລຸ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

​ເວົ້າ​ລວມ​ແລ້ວ,​ໃນ​ຫລາຍ​ປີ​ມາ​ນີ້, ຢູ່ CAFTA, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ການ​ຄ້າ ການ​ລົງ ທຶນ ການ​ທະ​ນາ​ຄານ ວິ​ທະ​ຍາ​ສາດ​ເຕັກ​ນິກ ກະ​ສິ​ກຳ ການ​ທ່ອງ​ທ່ຽວ ການ​ສຶກ​ສາ ​ແລະ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເປັນ​ຕົ້ນ​ພວມ​ຂະ​ຫຍາຍ ຕົວ​ຢ່າງ​ຟົດ​ຟື້ນ, ຄ່ອຍໆ​ປະ​ກອບ​ເປັນ​ສະ​າ​ນະ​ພາ​ບ​ດີ​ທີ່​ມີ​ຂົງ​ເຂດ​ກວ້າງ​ຫລາຍ​ລະ​ດັບ,​ ຝ່າຍ​ລັດ​ຖະ​ບານ​ແລະ​ຝ່າຍ​ເອ​ກະ​ຊົນ​ພ້ອມ​ກັນ​ຊຸກ​ຍູ້, ທັງ​ຄ່ອຍໆ​ປະ​ກອບ​ເປັນ​ສະ​ຖາ ນະ​ພາບ​ໃຫມ່​ແຫ່ງ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ທີ່​ສະ​ເຫມີ​ພາບ ມີ​ຫລາຍ​ເຄົ້າ ​ເປີດ​ປະ​ຕູ​ແລະ​ຕ່າງ​ຝ່າຍ​ຕ່ງ​ໄດ້​ຜົນ​ປະ​ໂຫຍດ.ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ກາຍ​ເປັນ​ກຳ​ລັງ​ສຳ​ຄັນ​ທີ່​ໃຫ້​ອາຊີ​ທີ່​ເກົ່າ​ແກ່​ຟື້ນ​ຕົວ​ຄືນ​ໃຫມ່​ແລະ​ໃຫ້​ອາຊີ​ທີ່​ຈະ​ເລີ​ນ​ໃຫມ່​ໂປ​ໂລ​ຂຶ້ນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.