ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 13:52:15    
ໃນ​ການ​ສ້າງ​ສາ CAFTA, ຄວາມ​ເຂົ້າ​ໃຈ​ກັນ​ແມ່ນ​ພື້ນ​ຖານ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແມ່ນ​ພະ​ລັງ​ແມ່​ແຮງ

cri Author: sayvanny
ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ(CAFTA)​ເຮັດ​ໃຫ້​ການ​ພົວ​ພັນ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ແຫນ້ນ​ແຟ້ນ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ,ຜ່ານ​ການ​ເປີດ​ຕະ​ຫລາດ,​ເສດ​ຖະ ກິດ​ລະ​ຫວ່າງ​ສອງ​ຝ່າຍ​ນັບ​ມື້​ນັບ​ເຊື່ອມ​ໂຍງ​ເຂົ້າ​ແລະ​ຕ່າງ​ອີງ​ອາ​ໃສ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ກວ່າ​ເກົ່າ,​ເຮັດ​ໃຫ້​ຜົນ​ປະ​ໂຫຍດ​ເສດ​ຖະ​ກິດ​ຮ່ວມ​ພົ້ນ​ເດັ່ນ​ອອກ. ພ້ອມ​ກັນ​ນັ້ນ,ຈີນ​ກັບ​ອາ​ຊຽນ​ກໍ່​ຕ້ອງ​ປະ​ເຊີນ​ກັບ​ສະ​ພາບ​ຕົວ​ຈິງ​ດັ່ງ​ລຸ່ມ​ນີ້:ຄື ​ໃນ​ພາກ​ພື້ນ​ນີ້ 11 ປະ​ເທດ​ມີ​ລະ​ບອບ​ການ​ເມືອງ​ເສດ​ຖະ​ກິດ ການ​ເຊື່ອ​ຖື​ສາ​ສະ ຫນາ​ວັດ​ທະ​ນະ​ທຳ​ແລະ​ລະ​ດັບ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕ່າງ​ກັນ, ​ເຮັດ​ແນວ​ໃດ​ຈິ່ງ​ຮ່ວມ​ມື​ກັນ​​ໄດ້​ໃຕ້​ສະ​ພາບ​ຕົວ​ຈິງ​ດັ່ງ​ກ່າວ? ອາດ​ເວົ້າ​ໄດ້​ວ່າ, ການ​ສ້າງ​ສາ CAFTA ​ໄດ້​ຈັດ​ເອົາ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ເຂົ້າ​ສູ່​ວາ​ລະ​ປະ​ຊຸມ.ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໄດ້​ກະ​ທົບ​ກະ​ເທື່ອ​ນຈົນ​ວ່າ​ຊີ້​ຂາດ​ການ​ສ້າງ​ສາ CAFTA ​​ໃນ​ຕໍ່​ໄປ​ພາຍ​ຫນ້າ ແລະ​ການ​ບັນ​ລຸ​ເປົ້າ​ຫມາຍ​ທີ່​ຄາດ​ໄວ້​​ໂດຍ​ກົງ​ແລ້ວ.

ຄົນ​ທັງ​ຫລາຍ​ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ, ຈາກ​ການ​ສະ​ເຫນີ​ການ​ສ້າງ​ສາ CAFTA ຈົນ​ຮອດ​ການ​ປະ​ຕິ​ບັດ​ແຜນ​ການ​ໄດ້​ຜົນ​ໃນ​ໄລຍະ​ຕົ້ນ,​ເວົ້າ​ລວມ​ແລ້ວ​ແມ່ນ​ຂ້ອນ​ຂ້າງ​ສະ​ດວກ,ພ້ອມ​ກັນ​ນັ້ນ​ກໍ່​ຄວນ​ຮັບ​ຮູ້​ຢ່າງ​ມີ​ສະ​ຫມອງ​ເຢັນ ວ່າ, ການ​ສ້າ​ງສາ​ເຂດ​ການ​ຄ້າ​ເສ​ລີ​ໃຫຍ່​ໂຕ ເຊິ່ງ​ອາດ​ຖືກ​ຖື​ເປັນ​ອົງ​ກອນ​ເສດ​ຖະ​ກິດ​ໃຫຍ່​ທີ​ສາມ​ໃນ​ໂລກ​ໃນ​ອະນາຄົດ,​ແມ່ນ​ສັບ​ສົນ​ທີ່​ສຸດ​ແລະ​ຫນັກ​ຫນ່ວງ​ຫລາຍ,ຈີນ​ກັບ​ອາ​ຊຽນ​ກຳ​ລັງ​ແລະ​ຈະ​ປະ​ເຊີນ​ກັບ​ສະ​ພາບ​ໃຫມ່ ບັນ​ຫາ​ໃຫມ່​ແລະ​ການ​ປ່ຽນ​ແປງ​ໃຫມ່​ຢູ່​ພາຍ​ໃນ​ແລະ​ຢູ່​ນອກ​ພາກ​ພື້ນ​ນີ້, ສະ​ນັ້ນ, ຕ້ອງ​ການ​ຈີນ​ກັບ​ອາ​ຊຽນ​ເພີ່ມ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ຄວາມ​ເຂົ້າ​ໃຈ​ກັນ​ແລະ​ແລກ​ປ່ຽນ​ກັນ​ເປັນ​ພິ​ເສດ, ​ເພື່ອ​ເຮັດ​ໃຫ້​ມີ​ຄວາມ​ຫມັ້ນ​ໃຈ​ໃນ​ການ​ຮ່ວມ​ມື​ຫລາຍ​ຂຶ້ນ,ພ້ອມ​ກັນ​ແກ້​ໄຂ​ບັນຫາ​ຍາກ​ໃນ​ການ​ຮ່ວມ​ມື, ອອກ​ແຮງ​ຍົກ​ສະ ມັດ​ຖະ​ພາບ​ການ​ຮ່ວມ​ມື​ໃຫ້​ສູງ​ຂຶ້ນ, ບັນ​ລຸ​ເປົ້າ​ຫມາຍ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​.​ເມື່ອ​ໄດ້​ຜົນ​ປະ​ໂຫຍດ​ແລ້ວ​ກໍ່​ຈະ​ຮັກ​ແພງ​ກັນ,​ເມື່ອ​ທຳ​ລາຍ​ຜົນ​ປະ​ໂຫຍດ​ເຊິ່ງ​ກັນ​ແລະ​ກັນ​ແລ້ວ​ກໍ່​ຈະ​ຫ່າງ​ເຫີນ​ກັນ.ມີ​ແຕ່​ອຳນວຍ​ຄວາມ​ສະດວກ​ແກ່​ກັນ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລ້ວ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຈິ່ງ​ຫມັ້ນ​ຄົງ​ຖາ​ວອນ​ໄດ້.

CAFTA ​ແມ່ນ​ເຮັດ​ໃຫ້​ສອງ​ຕະ​ຫລາດ​ຄື ຈີນ​ກັບ​ອາ​ຊຽນ​ເຊື່ອມ​ໂຍງ​ເຂົ້າ​ເປັນ​ຕະ​ຫລາດ​ໃຫຍ່​ທີ່​ເປັນ​ເອ​ກະ​ພາບ,ອັດ​ຕະ​ພາບ​ຂອງ​ຕະ​ຫລາດ​ແມ່ນ​ວິ​ສາ​ຫະ​ກິດ. ​ການ​ສ້າງ​ສາ CAFTA ກໍ່​ຕ້ອງ​ສ່ອງ​ແສງ​​ເຖິງ​ການ​ພັດ​ທະ​ນາ​ຂອງ​ວິ​ສາ​ຫະ​ກິດ.ສະ​ນັ້ນ, ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ຂອງ​ວິ​ສາ​ຫະ​ກິດ​ຂອງ​ສອງ​ຝ່າຍ​ແມ່ນ​ສຳ​ຄັນ​ທີ່​ສຸດ. ວິ​ສາ​ຫະ​ກິດ​ຈີນ​ແລະ​ວິ​ສາ​ຫະ​ກິດ​ອາ​ຊຽນບໍ່​ແມ່ນ​ຄູ່​ການ​ຄ້າ​ຕົ້ນ​ຕໍ​ໃນ​ເວ​ລາ​ດົນ​ນານ​ມາ​ນີ້, ປະ​ຈຸ​ບັນ, ລະດັບ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ກັບ​ຄວາມ​ຕ້ອງ​ການ​ຂອງ​ການ​ສ້າງ​ສາ CAFTA ຍັງ​ໂຕນ​ກັນ​ຫລາຍ.​ເຖິງ​ວ່າ​ດຽວ​ນີ້​ວິ​ສາ​ຫະກິດ​ນັບ​ມື້​ນັບ​ຫລາຍ​ໄດ້​ຮັບ​ຮອງ​ວ່າ ການ​ສ້າງ​ສາ CAFTA ຈະ​ນຳ​ເອົາ​ໂອ​ກາດ​ໃຫມ່​,​ແຕ່​ຈະ​ສັງ​ເກດ​ເບິ່ງ​ການ​ປ່ຽນ​ແປງ​ໃຫມ່​ແລະ​ການ​ທ້າ​ທາຍ​ໃຫມ່​ແນວ​ໃດ,​ ​ຫັນ​ການ​ສ້າງ​ສາ CAFTA ​ເປັນ​ການ​ພັດ​ທະ​ນາ​ໃຫມ່​ຂອງ​ວິ​ສາ​ຫະກິດ​ເອງ​ແນວ​ໃດ​ນັ້ນ,ຍັງ​ຄົງ​ແມ່ນ​ບັນ​ຫາ​ທີ່​ຕ້ອງ​ພິ​ຈາ​ລະ​ນາ​ແລະ​ແກ້​ໄຂ​ໃຫ້​ຕົກ,ນີ້ກໍ່​ຕ້ອງ​ການ​ຈີນກັບ​ອາ​ຊຽນ​ແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ກັນ, ຫາ​ລື​ກັນ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ດີ​ທີ່​ສຸດ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ ໂຫຍດ.