ຊຸນຈື ນັກການທະຫານທີ່ຊື່ງດັງໃນສະໄໝບູຮານຂອງຈີນບໍ່ພຽງແຕ່ສົ່ງເສີມສະຕິປັນຍາແລະກົນອຸບາຍທໍ່ນັ້ນ,ແລະກໍ່ສົ່ງເສີມມານະຈິດອີກດ້ວຍ, ເຫັນວ່າໃຕ້ກໍລະນີພິເສດ, ມານະຈິດມັກເປັນປັດໄຈຂໍກະແຈທີ່ຕັດສິນການເອົາຊະນະຫຼືເສຍໄຊໃນສົງຄາມ. ສະນັ້ນ ຊຸນຈືຈຶ່ງໄດ້ສະເໜີທັດສະນະທີ່ວ່າ "ສືຕີ້ເຈີຈ້ານ" ໝາຍຄວາມວ່າ "ຕົກຢູ່ໃນສະພາບຈົນຕາແຈ ທະຫານຈະສູ້ລົບຢ່າງເອົາເປັນເອົາຕາຍ" ໃນ "ຊຸນຈືປິ່ງຝາ" ຕຳລາພິໄຊສົງຄາມທີ່ຊື່ດັງຂອງເພິ່ນ.
ອັນທີ່ວ່າ "ສືຕີ້" ໝາຍເຖິງສະພາບຈົນຕາແຈ ມີແຕ່ທຳການຕົກລົງແລະໃຊ້ການເຄື່ອນໄຫວຢ່າງວ່ອງໄວແລະເດັດຂາດເທົ່ານັ້ນ ຈຶ່ງຈະຢູ່ລອດໄດ້,ຖ້າບໍ່ດັ່ງນັ້ນກໍ່ຈະຖືກດັບສູນ, ເຊິ່ງມັກເປັນຮ່ອມພູທີ່ຄັບແຄບ ເປັນບ່ອນທີ່ເຄື່ອນທັບໄປໜ້າຫຼືຖອນຫຼັງບໍ່ໄດ້. ຢູ່ເຂດແນວນີ້, ມີແຕ່ສູ້ລົບນຢ່າງເອົາເປັນເອົາຕາຍຈຶ່ງຈະມີທາງອອກ.
ສະນັ້ນ ຊຸນຈືຍັງສະເໜີວ່າ: ໃຫ້ພົນທະຫານຮູ້ແຈ້ງວ່າຕົນເອງພວມຕົກຢູ່ສະພາບອັນຕະລາຍ, ຈຶ່ງຈະພົ້ນໄພໄດ້; ໃຫ້ພົນທະຫານຮູ້ແຈ້ງວ່າຕົນເອງພວມຕົກຢູ່ສະພາບຈົນຕາແຈ, ຈຶ່ງຈະເອົາລອດູລອດໄດ້. ໃນປະຫວັດສາດຈີນ ສົງຄາມທີ່ໄດ້ນຳໃຊ້ແນວຄິດດັ່ງກ່າວນີ້ມີຢູ່ບໍ່ຫນ້ອຍ.
ໃນສະໄຫມາຍລາຊະວົງສິນ, ຊາວນາຢູ່ແຫ່ງຕ່າງໆໄດ້ພາກັນລຸກຮືຂຶ້ນ ຕ້ານກັບລາຊະວົງສິນທີ່ປົກຄອງຢ່າງໂຫດຮ້າຍທາລຸນ. ຊ້ຽງອີ ເຊື້ອສາຍຂຸນນາງລັດສູກໍ່ໄດ້ນຳພາກອງທະຫານກອງໜຶ່ງສູ້ກັບກອງທະຫານລັດສິນ. ໃນກອງທະຫານລັດສິນມີແມ່ທັບທີ່ຊື່ດັງຜູ່ໜຶ່ງຊື່ວ່າຈ່າງຫານ, ອົງອາດກ້າຫານທີ່ສຸດ, ທະຫານກອງໃດກໍ່ຢ້ານ ເພິ່ນບໍ່ກ້າບຸກໄປໜ້າ. ໃນເວລານີ້ ຊ້ຽງອີໄດ້ນຳພາກອງທະຫານແລ່ນມາຮອດເພິ່ນໄດ້ນຳພາກອງທະຫານຂ້າມແມ່ນ້ຳຈ່າງສຸຍຢ່າງບໍ່ລັ່ງເລໃຈຈັກເມັດ, ແລະສັ່ງໃຫ້ເຈາະເຮືອໃຫ້ຈົມໝົດ, ບໍ່ຄຳນຶງທາງຖອຍຫຼັງ, ທັງໄດ້ມ້າງໝໍ້ຫຸງເຂົ້າໃຫ້ແຕກໝົດ, ຮັກສາອາຫານພໍກິນພຽງສາມມື້. ຕັດສິນໃຈສູ້ກັບກອງທະຫານລັດສິນຢ່າງເອົາເປັນເອົາຕາຍ. ເມື່ອໄດ້ສູ້ກັນຢ່າງດຸເດືອດຫຼາຍຄັ້ງ, ໃນທີ່ສຸດໄດ້ເອົາຊະນະກອງທະຫານລັດສິນຢ່າງໃຫຍ່, ຈັບໄດ້ຈ່າງຫານທັງເປັນ. ແຕ່ນັ້ນມາ, ກອງທະຫານກອງໃດກໍ່ຍິນຍອມນຳຊ້ຽງອີ.
ໃນສະໄໝລາຊະວົງເໜືອໃຕ້, ລັດເວິ້ຍເຫນືອບຸກໂຈມຕີລັດເຊ້ຍກໍ່ແມ່ນສົງຄາມບັ້ນໜຶ່ງທີ່ເປັນແບບຢ່າງທີ່ດີສົມຄວນ.
ເມື່ອ ຄ.ສ.ປີ427, ໂທ້ປາທ່າວ ເຈົ້າຊີວິດລັດເວິ້ຍເຫນືອໄດ້ຮັບຂ່າວວ່າເຮີ້ຫຼຽນຊາງ ເຈົ້າຊີວິດລັດເຊ້ຍຈະແຕ່ງກອງທະຫານມາບຸກໂຈມຕີນະຄອນສາງອານ, ເລີຍຕົກລົງນຳພາກອງທະຫານກອງໃຫຍ່ໄປຫຼອນໂຈມຕີຖົງວ້ານ ລາຊະທານີລັດເຊ້ຍໂດຍສວຍໂອກາດທີ່ກອງທະຫານຫຼວງຂອງລັດເຊ້ຍບໍ່ໄດ້ຢູ່ເຝົ້າຮັກສາ, ເດືອນພຶດສະພາປີນັ້ນ, ກອງທະຫານລັດເວິ້ຍເຫນືອໄດ້ຂ້າມແມ່ນ້ຳເຫຼືອງ. ຫຼັງຈາກນັ້ນ, ໂທ້ປາທ່າວຕົກລົງຈະນຳພາກອງທະຫານມ້າທີ່ດີເດັ່ນກອງນ້ອຍຂ້ຽວເວັນຂ້ຽວຄືນ, ໄປບຸກໂຈມຕີເຂົ້າລາຊະທານີຖົງວ້ານຢ່າງວ່ອງໄວ. ແຕ່ເສນາບໍດີທັງຫຼາຍເຫັນວ່າເປັນໄປບໍ່ໄດ້.
ໂທ້ປາທ່າວອະທິບາຍວ່າ: ກອງທະຫານເຮົາຕີເອົາຊະນະກອງທະຫານສັດຕູໄດ້, ມູນເຫດຕົ້ນຕໍແມ່ນກອງທະຫານເຮົາຫ່າງຈາກບ້ານເກີດຕັ້ງ 1000 ກວ່າກິໂລແມັດ, ຢູ່ທາງຫຼັງຍັງມີແມ່ນ້ຳເຫຼືອງ, ບໍ່ມີທາງຖອຍຫຼັງເລີຍ, ມີແຕ່ສູ້ກັນຢ່າງເອົາເປັນເອົາຕາຍຈຶ່ງຈະຢູ່ລອດໄດ້. ນີ້ກໍ່ແມ່ນເຫດຜົນທີ່ວ່າ"ໃຫ້ທະຫານຕົກຢູ່ໃນສະພາບອັນຕະລາຍ, ຈຶ່ງຈະຫັນຄວາມອັນຕະລາຍເປັນຄວາມປອດໄພໄດ້; ໃຫ້ທະຫານຕົກຢູ່ໃນສະພາບຈົນຕາແຈ ຈຶ່ງຈະພົ້ນໄພແລ້ວຢູ່ລອດໄດ້".
ພາຍຫຼັງໂນ້ມນ້າວພວກເສນາບໍດີທັງຫຼາຍແລ້ວ, ໂທ້ປາທ່າວກໍ່ນຳພາກອງທະຫານມ້າທີ່ດີເດັ່ນຈຳນວນໜ້ອຍເຄື່ອນທັບໄປຮອດເມືອງຖົງວ້ານ, ໃຫ້ກອງທະຫານຫຼວງລີ້ຊ່ອນຢູ່ຮ່ອມແລ້ວ ຫຼອກລວງກອງທະຫານສັດຕູອອກເມືອງ.
ເຮີ້ຫຼຽນຊາງ ເຈົ້າຊີວິດເຊ້ຍບໍ່ຮູ້ວ່ານີ້ແມ່ນກົນອຸບາຍຂອງໂທ້ປາທ່າວ, ເລີຍນຳພາກອງທະຫານຮາບແລະກອງທະຫານມ້າອອກເມືອງມາໄຫຼ່ໂຈມຕີກອງທະຫານລັດເວິ້ຍເຫນືອ, ແຕ່ພັດຕົກຢູ່ໃນວົງດັກສະກັດຂອງກອງທະຫານລັດເວິ້ຍເຫນືອ.
ທະຫານລັດເວິ້ຍເຫນືອຫມົດທຸກຄົນລ້ວນແຕ່ບຸກບຶນສູ້ລົບຢ່າງເອົາເປັນເອົາຕາຍ. ເມື່ອໄດ້ສູ້ກັນຢ່າງດຸເດືອດແລ້ວ, ກອງທະຫານລັດເວິ້ຍເຫນືອໄດ້ບຸກເຂົ້າເມືອງຖົງວ້ານ, ລັດເຊ້ຍຖືກໂຈມຕີຢ່າງສາຫັດ, ແຕ່ນັ້ນມາ ກຳລັງທະຫານກໍ່ອ່ອນແອລົງ, ປີລຸນມາກໍ່ຖືກດັບສູນ.
ພຶດຕິກຳໄດ້ຢັ້ງຢືນແລ້ວອີກວ່າ, ສົງຄາມບໍ່ພຽງແຕ່ແມ່ນສູ້ກັນດ້ວຍກຳລັງທະຫານທໍ່ນັ້ນ, ທັງແມ່ນການລອງລິດກັນທາງມານະຈິດ. ອັນທີ່ວ່າ "ພົບກັນຢູ່ຊ່ອງແຄບ, ຜູ່ໃດກ້າຫານຜູ່ນັ້ນກໍ່ຈະໄດ້ຮັບໄຊຊະນະ", ການໄດ້ຮັບໄຊຊະນະກໍ່ຂ້ອນມີນ້ຳໃຈກ້າຫານ ກ້າຕໍ່ສູ້ ກ້າເສຍສະຫຼະ.
|