ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 17:11:29    
ສັນ​ນິ​ບາດ​ປະ​ເທດ​ອາ​ລັບ​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ສັນ​ນິ​ບາດ​ປະ​ເທດ​ອາ​ລັບ

cri

ວັນ​ທີ 22 ມີນາ​, ກອງ​ປະຊຸມສຸດຍອດ​ສັນນິບາດ​ປະ​ເທດ​ອາ​ລັບ​ຄັ້ງ​ທີ 17 ​ໄດ້​​ໄຂ​ຂຶ້ນ​ຢູ່ ອານ​ເຊ ນະຄອນຫຼວງ​ຂອງ​ອານ​ເຊ​ລີ, ປະມຸກ​ລັດ​ຫຼື​ຜູ່​ຕາງໜ້າ​ປະມຸກ​ລັດ​ທີ່​ມາ​ຈາກ​ 22 ປະ​ເທດ​ສະມາຊິກ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ສັນນິບາດ​ປະ​ເທດ​ອາ​ລັບ​ແມ່ນ​ອົງການ​ທີ່​ມີ ລັກສະນະ​​ຕົວ​ແທນແລະ​ມີ​ອິທິພົນ​ທີ່​ສຸດ​ຂອງ​ໂລກ​ອາ​ລັບ, ກໍ​ຄື​ອົງການໜຶ່ງ​ໃນ​ອົງການພາກ​ພື້ນທີ່​ສ້າງ​ຕັ້ງ​ຂຶ້ນກ່ອນ​ ​ໝູ່​ໃນ​ໂລກ.

ວັນ​ທີ 22 ມີນາ​ປີ 1945, ຍ້ອນ​ມີ​ເອຢິບ​ເປັນ​ຜູ່​ລີ​ເລີ່​ມ, ຜູ່​​ແທນ 7 ປະ​ເທດ​ອາ​ລັບ​ເຊັ່ນ:  ​ເອຢິບ ​ຊີ​ເລຍ ອີຣັກ ລີ​ບັງ ອາ​ລາ​ບີ​ຊາ​ອູດິດ ອີ​ເອ​ເມນ​ແລະ ຊອກ​ດາ​ນີ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​​ເລີ​ແກ ນະ​ຄອນ​ຫຼວງ​ເອຢິບ, ​ໄດ້​ຜ່ານ"ກົດ​ບັດສັນນິບາດ​ປະ​ເທດ​ອາ​ລັບ" ປະກາດວ່າ​ສັນນິບາດ​ປະ​ເທດ​ອາ​ລັບ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​​ເປັນ​ທາງ​ການ, ສຳ​ນັກ​ງານ​ໃຫຍ່​ຂອງ​ມັນ​ຕັ້ງ​ຢູ່​ ​ເລີ​ແກ.

ວັດຖຸ​ປະສົງ​ຂອງ​ສັນນິບາດ​ປະ​ເທດ​ອາ​ລັບ​ແມ່ນ: ຮັດ​ແໜ້ນ​ການ​ພົວພັນຮ່ວມ​ມື​ກັນ​ລະຫວ່າງ​ປະ​ເທດ​ສະມາຊິກ, ​​ປະສານ​ງານການ​ເຄື່ອນ​ໄຫວ​ການ​ເມືອງ​ລະຫວ່າງ​ປະ​ເທດ​ສະມາຊິກ, ປົກ​ປັກ​ຮັກສາ​ເອກະ​ລາດ​ແລະ​ອະທິປະ​ໄຕຂອງ​ປະ​ເທດ​ອາ​ລັບ, ພິຈາລະນາ​ວຽກ​ງານ​ແລະ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ອາ​ລັບ​ຢ່າງຮອບດ້ານ, ປະ​​ເທດ​ສະມາ​ຊິກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນໃນດ້ານ​ຕ່າງໆ​ເຊັ່ນເສດຖະກິດ ການ​ເງິນ ຄົມມະນາຄົມ ວັນ​ທະນະ​ທຳ ສາທາລະນະ​ສຸກ ສະຫວັດດີ​ການ​ສັງຄົມ ສັນຊາດ ປາສປໍ ການວີ​ຊາ ການ​ປະ​ຕິບັດຕັດສິນ​ແລະ​ສົ່ງ​ນັກ​ໂທດ​ຄືນ​ໃຫ້​​ເປັນ​ຕົ້ນ; ປະ​ເທດສະ​ມາ​ຊິກ​ຄວນ​ຕ່າງ​ເຄົາລົບ​ລະບອບ​ການ​ເມືອງຂອງ​ກັນ, ຫ້າມບໍ່​ໃຫ້​ແກ້​ໄຂ​ການວິວາດ​ກັນດ້ວຍກຳລັງ​ອາວຸດ, ສັນ​ທິສັນຍາ​ແລະ​ສັນຍາ​ທີ່​ປະ​ເທດສະມາຊິກ​ເຊັນ​ກັນ​ກັບປະ​ເທດ​ອື່ນໆຜູກ​ມັດ​ປະ​ເທດ​ສະມາຊິກ​ອື່ນໆ.

ກອງ​ປະຊຸມ​ສຸດ​ຍອດ​ສັນນິບາດ​ປະ​ເທດ​ອາ​ລັບ​ແມ່ນກ​ອງປະຊຸມ​ຂັ້ນ​ສູງ​ສຸດ​ຂອງ​ສັນ​ນິບາດ​ປະ​ເທດ​ອາ​ລັບປະ​ເທດ​ອາ​ລັບ, ​ໂດຍຕົ້ນຕໍຫາລື​ບັນຫາ​ສຳຄັນ​ຂອງພາກ​ພື້ນ. ​ແຕ່​ສັນນິບາດ​ປະ​ເທດ​ອາ​ລັບ​ສ້າງ​ຕັ້ງ​ຂຶ້ນ​​ເປັນ​ຕົ້ນ​ມາ, ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ 16 ຄັ້ງ​ແລະ​ກອງ​ປະຊຸມສຸດ​ຍອດ​ວິສາມັນ 11 ຄັ້ງ.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​​ໄດ້​ຈັດ​ຂຶ້ນທີ່​ເລີ​ແກ​ເມື່ອ​ ​ເດືອນ​ມັງກອນ ປີ 1964. ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທີ 9 ທີ່​ຈັດ​ຂຶ້ນ​​ເມື່ອ​ປີ  1978, ສັນນິບາດ​ປະ​ເທດ​ອາ​ລັບ​ຕົກລົງ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ໃນ​ເດືອນພະຈິກ​ທຸກ​ປີ, ພ້ອມ​ທັງ​ສາມາດ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ວິສາມັນ​ຕາມ​ຄວາມ​ຮຽກຮ້ອງ​ຂອງ​ປະ​ເທດ​ສະມາຊິກ. ​ແຕ່​ຍ້ອນພາຍ​ໃນ​ປະ​ເທດ​ອາ​ລັບ​ມີ​ຄວາມ​ເຫັນ​ຂັດ​ກັນ​ ​, ກອງ​ປະຊຸມ​ສຸດ​ຍອດ​​ບໍ່​ໄດ້​ຈັດ​ຂຶ້ນ​ແຕ່​ປີ 1982ຫາ​ປີ 2000. ​ເດືອນ​ຕຸລາປີ 2000, ປະ​ເທດ​ອາ​ລັບ​ໄດ້​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ວິສາມັນ​ທີ່​ເລີ​ແກ. ​ກຳນົດ​ກົນ​ໄກ​ທີ່ຈັດການ​ພົບ​ປະ​ລະຫວ່າງ​ຜູ່​ນຳ​ສຸດ​ຍອດ​ປີ​ລະ​ເທື່ອ​ໜຶ່ງ, ພ້ອມ​ທັງຈັດ​ເອົາ​ກົນ​ໄກ​ດັ່ງກ່າວ​ເຂົ້າ​ໃນ" ກົດ​ບັດສັນນິບາດປະ​ເທດ​ອາ​ລັບ" ​ໃນ​ງານ​ເປັນ​ຂໍ້​ດັດ​ແກ້