|
![](/images/spacer.gif) |
(GMT+08:00)
2005-03-23 19:50:56
|
![](/images/shim.gif) |
ວິສາຫະກິດຂອງຈີນແລະບັນດາປະເທດອາຊຽນຄວນສັບຊ້ອນປັບຕົນເອງເພື່ອສອດຄ່ອງກັບການປ່ຽນແປງ
cri
Author: huachunmei
ໃນຂະບວນວິວັດສ້າງສາເຂດການຄ້າເສລີຈີນອາຊຽນ(CAFTA),ວິສາຫະກິດຂອງຈີນແລະບັນດາປະເທດອາຊຽນຄວນສັບຊ້ອນຕົນເອງເພື່ອສອດຄ່ອງກັບການປ່ຽນແປງ:
--ສັບຊ້ອນໃນຂະນະປ່ຽນແປງຂະຫນາດຂອງຕະຫຼາດຈີນແລະອາຊຽນນັ້ນ,ເຂດການຄ້າເສລີຈີນອາຊຽນກໍປ່ຽນແປງການຜະລິດ ການທຸລະກິດຂອງວິສາຫະກິດແລະປ່ຽນແປງຍຸດທະສາດແລະຍຸດໂທບາຍທຸລະກິດຂອງວິສາຫະກິດ,ຈົນກະທັ້ງຈິນຕະນາການທຸລະກິດແລະວັດທະນະທຳທຸລະກິດຂອງວິສາຫະກິດ. CAFTAຈະພາໃຫ້ມີການປະຕິວັດການທຸລະກິດຂອງວິສາຫະກິດ,ແມ່ນແທ້,ບາງວິສາຫະກິດຂອງຈີນແລະຂອງປະເທດອາຊຽນຈະປະເຊີນກຳລັງຫນີບພາຍຫລັງໄຂຕະຫຼາດ,ເປັນຫ່ວງນຳຕະຫຼາດປະເທດຕົນຜະລິດຕະພັນຂອງວິສາຫະກິດຕົນຖືກກະຫນ່ຳ,ແຕ່ພ້ອມກັນນັ້ນ,ກໍຄວນໄດ້ເຫັນ ອາດຈະກໍແມ່ນການກະຫນ່ຳນີ້,ຈະເຮັດໃຫ້ວິສາຫະກິດພະຍາຍາມຍົກຄວາມສາມາດແຂ່ງຂັນໃຫ້ສູງຂຶ້ນ,ຫາກບໍ່ແມ່ນພຽງແຕ່ສະແຫວງຫາການຢູ່ລອດໃນການປົກປ້ອງຂອງນະໂຍບາຍ,ບໍ່ຫນຳການກະຫນ່ຳນີ້ບໍ່ແມ່ນຈໍ່ຕົວຂຶ້ນໃນບາດດຽວ,ຫາກມີໄລຍະກັນຊົນ,ໃນໄລຍະກັນຊົນດັ່ງກ່າວນີ້( 5 ປີ ຫາ 10 ປີ )ມາສັບຊ້ອນຜະລິດຕະພັນແລະການທຸລະກິດ.
---ການປະດິດສ້າງໃຫມ່ ຈີນແລະບັນດາປະເທດອາຊຽນມີແຕ່ຄຳໜຶ່ງເຖິງຕ່າງຝ່າຍຕ່າງມີຜົນປະໂຫຍດແລ້ວ, CAFTA ຈິ່ງຈະບັນລຸເປົ້າຫມາຍໄດ້,ຈິ່ງຈະສ້າງສຳເລັດຢ່າງສະດວກໄດ້,ມີຫມາຍຄວາມວ່າ,ບັນດາປະເທດບໍ່ພຽງແຕ່ຕ້ອງພິຈາລະນາວິສາຫະກິດຂອງຕົນຈະໄດ້ຮັບຜົນກຳໄລແລະການພັດທະນາໃຫມ່ໃນCAFTAທໍ່ນັ້ນ,ພ້ອມກັນນັ້ນຍັງຕ້ອງພິຈາລະນາຜົນປະໂຫຍດຂອງຄູ່ຮ່ວມມື,ນັກທຸລະກິດຂອງຈີນແລະຂອງບັນດາປະເທດອາຊຽນຄວນມີແນວຄິດນີ້ແລ້ວ ຈິ່ງຈະສາມາດເຂົ້າໃຈເຊິ່ງກັນແລະກັນໄດ້, ຈິ່ງມີການປະດິດສ້າງໃຫມ່ຢ່າງບໍ່ຢຸດຢັ້ງ,ທາດແທ້ຂອງCAFTAບໍ່ແມ່ນການແຂ່ງຂັນແບບເອົາເປັນເອົາຕາຍພາຍຫລັງໄຂຕະຫຼາດ,ຫາກແມ່ນຊ່ອງຫວ່າງຕະຫຼາດ ຊ່ອງຫວ່າງຮ່ວມມື ແລະຊ່ອງຫວ່າງພັດທະນາໄດ້ເປີດກວ້າງ,ວິສາຫະກິດຂອງຈີນແລະຂອງອາຊຽນຕ້ອງມີສາຍຕາກວ້າງກວ່າເກົ່າ, ມີຍຸດທະສາດແຈ່ມແຈ້ງກວ່າເກົ່າແລະເປັນເຈົ້າກີ້ເຈົ້າການຫຼາຍກວ່າເກົ່າ.ວິສາຫະກິດຈະໄດ້ຮັບຜົນສຳເລັດໃນການຄ້າໃຫຍ່ສ່ຳໃດ,ປັດໃຈຈຳກັດອັນຫນຶ່ງອັນດຽວກໍແມ່ນຕະຫຼາດ,ແຕ່ຊາຍແດນຂອງຕະຫຼາດແມ່ນຕາມສາຍຕາຂອງວິສາຫະກິດ.
---ຄວາມສາມາດແຂ່ງຂັນໃນສາກົນ,ຄັນຢາກບັນລຸ ຕ່າງຝ່າຍຕ່າງມີຜົນປະໂຫຍດ,ບໍ່ພຽງແຕ່ວິສາຫະກິດຂອງຈີນແລະຂອງບັນດາປະເທດອາຊຽນຕ້ອງສະແຫວງຫາການແບ່ງປັນອຸດສາຫະກຳໃຫມ່ແລະສັບຊ້ອນການຮ່ວມມືຈາກການໄຂຕະຫຼາດຂອງໃຜລາວທໍ່ນັ້ນ,ຫາກຍັງຕ້ອງການຜ່ານການປັບປຸງແລະປະກອບໃຫມ່, ຜະລິດຕະພັນຍີ່ຫໍ້ທີ່ມີຊື່ສຽງ,ຍົກຄວາມສາມາດແຂ່ງຂັນຂອງຜະລິດຕະພັນໃນສາກົນໃຫ້ສູງຂຶ້ນ,ໃນຕະຫຼາດສາກົນ,ຜະລິດຕະພັນຍີ່ຫໍ້ຊື່ດັງຂອງຈີນແລະຂອງບັນດາປະເທດອາຊຽນຍັງຫນ້ອຍທີ່ສຸດ,ໂດຍຜ່ານຈາກກົນໄກ CAFTAທີ່ເຮັດໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນກໍສາມາດສ້າງເງື່ອນໄຂໃຫ້ແກ່ການປ່ຽນແປງສະພາບປະຈຸບັນດັ່ງກ່າວນີ້, ນີ້ຄວນເປັນຄວາມຮັບຮູ້ຄືກັນຂອງວິສາຫະກິດໃນພາກພື້ນແຫ່ງນີ້ກໍຄື:ການຮ່ວມມືຈິ່ງມີຄວາມສາມາດແຂ່ງຂັນ.
|
|
|