ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 19:56:54    
ເລື່ອງ​ການ​ກິນ​ເຫຼົ້າ​ກັບ​ສຸກ​ຂະ​ພາບ

cri Author: mo
ຈີນ​ມີ​ສຸພາສິດ​ວ່າ,​ຊຸມ​ເຂົ້າຂາດ​ເຫຼົ້າບໍ່​ຮ່ອນ​ເປັນ,​ເຊິ່ງຫມາຍ​ຄວາມ​ວ່າ,​ເວລາ​ຊຸມ​ເຂົ້າກັນ​ໃນ​ຍາມ​ບຸນ​ຫຼື​ໃນ​ງານ​ແຕ່ງດອງ,​ເຖິງ​ຈະ​ມີ​ອາຫານ​ອັນ​ໂອ​ຊະ​ເຕັມ​ພາ,​ແຕ່​ຖ້າ​ບໍ່​ມີ​ເຫຼົ້າ​ແລ້ວ​ກໍ​ປານ​ບໍ່​ວ່າ​ຫັ້ນລະ!ຂອງ​ແຊບ​ປານ​ໃດ​ກໍ​ຄື​ວ່າ​ຈືດຈາງ​ບໍ່​ມີ​ລົດຊາດຫຍັງ.​ເວົ້າສຳລັບ​ເຮົາ​ເອງ​ເຖິງ​ຈະ​ກິນ​ເຫຼົ້າບໍ່​ເປັນ​ແຕ່​ໃນ​ເວລາ​ຊຸມ​ເຂົ້າກັບ​ຫມູ່​ໃນ​ຍາມ​ບຸນນັ້ນ.ກໍ​ມັກ​ຍົກ​ຈອກ​ເຫຼົ້າຂຶ້ນກິນ​ຈັກ​ກຶກ​ຫນຶ່ງ,​ແລ້ວ​ກໍ​ຮູ້ສຶກ​ວ່າ​ມັນ​ຫອມ​ປາກຫອມ​ຄໍ ທັງ​ຮູ້ສຶກ​ສະບາຍ​ເອົາ​ໂລດ,ຕາມ​ເພິ່ນ​ບັນທຶກ​ໃນ​ຫນັງສື​ບູຮານ​ຈີນ​ວ່າ,ການ​ກິນ​ເຫຼົ້າຈັກ​ຫນ້ອຍ​ຢ່າງ​ພໍ​ດ້າມ​ພໍດີ​ນັ້ນຈະ​ເຮັດ​​ໃຫ້​ເລືອດ​ລົມ​ດີ ຊື່ນ​ຫູ​ຊື່ນ​ຕາ​ທັງ​ອຸ່ນ​ຕົນ​ອຸ່ນ​ໂຕ.ຖ້າ​ສັງ​ເກດ​ຈາກ​ທັດສະນະ​ຂອງ​ແພດສາດ​ສະ​ໄຫມ​ໃຫມ່​ນີ້​ແລ້ວ​ກໍ​ເຫັນ​ວ່າການ​ກິນ​ເຫຼົ້າຈັກ​ເລັກ​ຈັກ​ຫນ້ອຍ​ນັ້ນສາມາດ​ເພີ່ມ​ວັດຖຸ​ບາງ​ຢ່າງ​ທີ່​ຮ່າງກາຍ​ຄົນ​ເຮົາ​ຕ້ອງການ,​ເຮັດ​ໃຫ້​ເລືອດ​ລົມ​ເດີ​ນດີ ​ເຮັດ​ໃຫ້​ກະ​ເພາະ​ຮັບ​ເອົາ​ທາດ​ບຳລຸງ​ໄດ້​ດີ​ຍິ່ງ​ຂຶ້ນ,​ແລະ​ອື່ນໆ​ທັງ​ເພີ່ມ​ບັນຍາກາດ​ໃນ​ຍາມ​ບຸນ​ໃຫ້​ມ່ວນ​ຊື່ນ​ຟົດຟື້ນຂຶ້ນ.

ແຕ່​ວ່າ, ອີ່​ຫຍັງ​ກໍ​ມີ​ຂອບ​​ເຂດຈຳກັດ​ຂອງ​ມັນ,ຕ້ອງ​ເຮັດ​ຕາມ​ຫລັກ​ວິທະຍາສາດ.  ການ​ກິນ​ເຫຼົ້າກໍ​ຄື​ກັນ,ຄັນ​ກິນ​ຫຼາຍ​ໂພດ​ຫຼືກິນ​ຈົນ​ຕິດ​ກາຍ​​ເປັນ​ຄົນ​ຂີ້​ເຫຼົ້າ​ແລ້ວ,ມັນ​ກໍ​ບໍ່​ພຽງ​ແຕ່​ບໍ່​ມີ​ຜົນ​ດີ​ທໍ່​ນັ້ນ,ຫາກ​ຍັງ​ມີ​ຜົນ​ຮ້າຍ​ອີກ​ຊ້ຳ,​ເພາະວ່າ​ພາກສ່ວນ​ຕົ້ນຕໍ​ຂອງ​ເຫຼົ້ານັ້ນ​ແມ່ນ​ອັງ​ໂກນ​ເມື່ອ​ກິນ​​ເຂົ້າ​ໄປ,ອັງ​ໂກນ​ກໍ​ຈະ​ຜ່ານ​ກະ​ເພາະ​ແລະ​ລຳ​ໄສ້​ເຂົ້າ​ໄປ​ໃນ​ສາຍ​ເລືອດ ​ແລ້ວ​ຫມູນ​ເດີນ​ໄປ​ທົ່ວ​ຕົນ​ໂຕ ​ເຮັດ​ໃຫ້​ສາຍ​ເລືອດ​ຍະ​ອອກ ຫົວ​ໃຈ​ກໍ​ເຕັ້ນ​ໄວ​ເຂົ້າ​ແລະ​ເລືອດ​ດັນ​ສູງ​ຂຶ້ນ,​ເມື່ອ​ອັງ​ໂກນ​ຢູ່​ໃນ​ເລືອດ​ມີຫຼາຍ​ເຖິງ​ລະດັບ​ອັນ​ແນ່ນອນ​ແລ້ວ,ກໍ​ຈະ​ເຮັດ​ໃຫ້​ເບື່ອ​ເຊິ່ງພວກ​ເຮົາ​ມັກ​ເວົ້າກັນ​ວ່າ​ເມົາ​ເຫຼົ້ານັ້ນ​ເອງ.

ຄົນ​ເມົາ​ເຫຼົ້ານັ້ນສ່ວນຫຼາຍຫນ້າ​ແດງ,​ເວົ້າຫຼົງຫນ້າຫຼົງຫລັງ,ບຶດ​ຫົວ​ບຶດ​ໄຫ້ ມີ​ອາການ,ວິນ​ຫົວ​ແລະ​ຮາກ​ແຕກ​ອອກ,ຜູ່​ເມົາ​ແຮງ​ກໍ​ນອນ​ຢ່າງ​ບໍ່​ຮູ້​ເມື່ອ​ຄີງ ຫນ້າ​ຊີດ ສົບ​ແຫຼ້ ຫັນ​ໃຈ​ຊ້າ ຊີບ​ຈອນ​ເຕັ້ນ​ໄວ,​ເລືອດ​ດັນ​ຕ່ຳລົງ​ຫຼືພາ​ໃຫ້​ຕາຍ​ກໍ​ເປັນ​ໄດ້.

ເມື່ອ​ກີ້​ນີ້,​ເຮົາ​ໄດ້​ເວົ້າ​ເຖິງ​ຜົນ​ດີ​ຜົນ​ຮ້າຍ​ຂອງ​ການ​ກິນ​ເຫຼົ້າສູ່​ຟັງ​ແລ້ວ,ຈາກ​ນັ້ນກໍຈະ​ເຫັນ​ໄດ້​ວ່າ,ກິນ​ເຫຼົ້າຖືກ​ຫລັກ​ຫຼືບໍ່​ນັ້ນມັນ​ສຳຄັນ​ແທ້ໆ,ຕໍ່​ໄປ​ນີ້,​ເຮົາ​ຈະ​ເວົ້າຂໍ້​ທີ່​ຄວນ​ລະວັງ​ໃນ​ເວລາ​ກິນ​ເຫົ້ຼາ​ແລະວິທີ​ແກ້​ໃນ​ເວລາ​ເມົາ​ເຫຼົ້າສູ່​ຟັງ​ຕື່ມ.

ກ່ອນ​ອື່ນ​ແມ່ນ​ຢ່າ​ກິນ​ຫຼາຍ,ຈະ​ດີ​ໃຈ​ປານ​ໃດ​ກໍ​ໃຫ້​ລະວັງ​ຢ່າ​ກິນ​ຫຼາຍ​ໂພດ,ສະ​ເພາະ​ແມ່ນ​ຢ່າ​ອວດ​ວ່າ​ຕົນ​ກິນ​ເຫົ້ຼາ​ເກັ່ງ​ແລ້ວ​ດຶກ​ເອົາ​ດຶກ​ເອົາ.​ເຮັດ​ແບບ​ນີ້​ກໍ​ບໍ່​ຕ່າງ​ຫຍັງ​ກັບ​ສ້າງ​ຜົນ​ຮ້າຍ​ໃສ່​ເຈົ້າຂອງ​ທໍ່​ນັ້ນ.

2​ແມ່ນ​ຢ່າກິນ​ເຫຼົ້າ​ໃນ​ເວລາ​ທ້ອງ​ເປົ່າ ​ແລະ​ຢ່າ​ກິນ​ແບບ​ດຶກ​ເອົາ​ດຶກ​ເອົາ,​ເພາະ​ກິນ​ແບບ​ນີ້​ກະ​ເພາະ​ຈະ​ຮັບ​ເອົາ​ໂກ​ນຫຼາຍ​ໂພ​ດໃນ​ບາດ​ດຽວ,​ແລ້ວ​ຈະ​ພາ​ໃຫ້​ເມົາ​ງ່າຍ,  ນອກ​ນີ້,​ເມື່ອ​ອັງ​ໂກນ​ໄປ​ກະທົບ​ກັບກ​ະ​ເພາະ​ໂດຍ​ກົງ​ມັນ​ຍັງຈະ​ພາ​ໃຫ້​ກະ​ເພາະ​ອັກ​ເສບນຳ​ອີກ.

3 ​ແມ່ນ​​ໃນ​ເວລາ​ກິນ​ເຫຼົ້ານັ້ນຢ່າ​ສູບຢາ,​ເພາະວ່າ​ເນ​ໂກຕິ​ນ​ໃນ​ກອກຢາ​ນັ້ນ​ເມື່ອລະ
ລາຍ​ຢູ່​ໃນ​ເຫຼົ້າ​ແ​ລ້ວ​ເລືອດ​ກໍ​ຈະ​ຮັບ​ເອົາ​ໄວ,​ແ​ລ້ວ​ໄປ​ກະຕຸກ​ປະສາດ​ຢູ່​ໃນ​ມັນສະ
ຫມອງ.

4 ຂອງ​ກິນ​ແກ້ມ​ເຫຼົ້ານັ້ນບໍ່​ຄວນ​ມັນ​ຫຼາຍ.ທຳ​ມະ​ດາ​ແລ້ວ,​ໃນ​ເວລາ​ກິນ​ເຫຼົ້ານັ້ນ, ຍ້ອນ​ເຫຼົ້າປຸກ​ຈາງ​ຕ່າງ​ກັນ,ບາງທີ​ກິນ​ຫຼາຍ​ເກີນ​ໄປ​ກໍ​ເລີຍ​ເມົາ,​ໂດຍ​ທົ່ວ​ໄປ​ແລ້ວ,ການ​ເມົາ​ເຫຼົ້ານັ້ນ,​ແມ່ນ​ມັກ​ສວ່າງ​ເອງ​ດອກ​ສຳລັບ​ຜູ່​ເມົາ​ແຮງ​ນັ້ນ​ແມ່ນ​ຕ້ອງ​ຈົກ​ຄໍ​ໃຫ້​ຮາກ​ແຕກ​ອອກ​ໃນ​ທັນທີ​,​ເມື່ອ​ຮາກ​ອອກ​ແລ້ວ​ຕ້ອງ​ໃຫ້​ນອນ​ພັກຜ່ອນ,​ແລະ​ຕ້ອງ​ຫົ່ມ​ຜ້າ​ໃຫ້​ມັນ​ອຸ່ນ ​ເພາະ​ຄົນ​ເມົາ​ເຫຼົ້ານັ້ນ,ຄີງ​ຈະ​ເຢັນ​ແລ້ວ​ມັກ​ເປັນຫວັດ,​ໃນ​ໄລຍະ​ນີ້​ຕ້ອງ​ກິນນ້ຳຮ້ອນ​ໃຫ້ຫຼາຍ.​ແ​ຕ່ລະວັງ​ຢ່າງ​ກິນ​ຊາ​ປຸກ,​ເພາະວ່າ​ຊາ​ປຸກ​ຍິ່ງ​ມີ​ຜົນ​ຮ້າຍ​ສຳລັບ​ຄົນ​ເມົາ​ເຫຼົ້າ,ຄັນ​ຄົນ​ເມົາ​ເຫຼົ້າຮາກ​ຫຼາຍ​ເທື່ອ ​ໃຫ້​ເອົາ​ເກືອ​ຫນ້ອຍ​  ຫນຶ່ງ​ກອຍ​ໃສ່​ນ້ຳຮ້ອນ​ໃຫ້​ກິນ.ຜູ່​ເມົາ​ຍ້ອນ​ກິນ​ເຫຼົ້າ​ໃນ​ເວລາ​ທ້ອງ​ເປົ່າ​ນັ້ນຄວນ​ຊົງ​ນ້ຳຕານ​ຊາຍ​ຫຼືນ້ຳອ້ອຍ​ກິນ.ຖ້າ​ຫາກ​ມີ​ອາການ​ຫນັກກວ່າ​ນີ້​ໃຫ້​ຟ້າວ​ລົງ​ໄປ​ປົວ​ກະທັນຫັນ​ຢູ່​ໂຮງຫມໍ​ໂລດ.
ສຸດ​ທ້າຍ​ນີ້,​ເຮັາຈະ​ບອກ​ວິທີ​ເບິ່ງ​ເຫຼົ້າຂາວ:ວິທີ​ຫນຶ່ງ​,​ໃຫ້​ເຫຍັ້ນ​ເຫຼົ້າ​ໃສ່​ອົ້ງມືຈັກ​ຢອດ​ສອງ​ຢອດ,​ແລ້ວ​ເອົາ​ຝ່າມື​ສອງ​ເບື້ອງ​ຖູ​ກັນ​ຈັກ​ຄາວຫນຶ່ງ,​ເມື່ອ​ເຫຼົ້າຮ້ອນ​ແລ້ວ​ມັນ​ກໍ​ຈະ​ສົ່ງ​ກິ່ນ​ອອກ​ມາ​ຕ້ອງດັງ​ໂລດ,ຄັນ​ເປັນ​ກິ່ນ​ຫອມ​ສີ​ອ່ອນໆ,ກໍ​ແປ​ວ່າ​ເຫຼົ້າດີ,ຄັນ​ເປັນ​ກິ່ນຫວານກໍ​ແປ​ວ່າ​ເປັນ​ເຫຼົ້າປານ​ກາງ,ຄັນ​ເປັນ​ກິ່ນ​ຂົມ​ທັງ​ຂິກໍຕ້ອງ​ແມ່ນ​ເຫຼົ້າ​ໄຮ້​ຄຸນ​ນະພາ​ບ​ແນ່ນອນ.

ວິທີ​ຫນຶ່ງ​ອີກ​ແມ່ນ​ໃຫ້​ປິ້ນປາກ​ຂວດ​ເຫຼົ້າລົງ,​ແລ້ວ​ສັງ​ເກດ​ເບິ່ງ​ຫມາກ​ປັດ​ໃນ​ເຫຼົ້ານັ້ນມີ​ການ​ປ່ຽນ​ແປງ​ແນວ​ໃດ,ຖ້າ​ຫມາກ​ປັດ​ໃນ​ເຫຼົ້າບ້ວນຂຶ້ນຖີ່ໆ​ແລ້ວ​ກໍ​ຫາຍ​ໄປ​ໂລດ​ແລະ​ຫມາກ​ປັດ​ກໍ​ບໍ່​ສຳ​ຫມ່ຳສະ​ເຫມີ​ກັນ.ນ້ຳ​ເຫຼົ້າກໍ່​ຂຸ່ນອີກ​ແປ​ວ່າ​ເປັນ​ເຫຼົ້າ​ໄຮ້​ຄຸນ​ນະພາ​ບ,ຖ້າ​ຫມາກ​ປັດ​ບ້ວນ​ຂຶ້ນສະ​ຫມ່ຳສະ​ເຫມື​ແລະ​ຢູ່​ຫ່າງ​ກັນ​ພໍ​ດ້າມ​ພໍດີ,ທັງ​ຫາຍ​ໄປຊ້າໆ​ແລະ​ນ້ຳ​ເຫຼົ້າກໍ​​ໃສ​ດີ​ນັ້ນ,ກໍ​ແປ​ວ່າ​ເປັນ​ເຫຼົ້າດີ.