ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 20:02:12    
ຂໍ້​ສະ​ເຫນີ​ຫຼາຍ​ຂໍ້​ເພື່ອ​ສ້າງ​ບັນ​ຍາ​ກາດ​ອັນ​ດີ​ງາມ​ໃຫ້​ແກ່​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​(CAFTA)

cri Author: huachunmei

----ເສີມ​ຂະ​ຫຍາຍ​​ກົນ​ໄກ​ການ​ຮ່ວມ​ມື​ຕ່າງ​ໆ​ທີ່​ມີ​ຢູ່​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ແລະ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຢ່າງ​ເຕັມ​ທີ່​ເຊິ່ງ​ໃນ​ຫັ້ນ​ລວມ​ທັງ​ແມ່ນ​ລັດ​ຖະ​ບານ ບໍ່​​ແມ່ນ​ລັດ​ຖະ​ບານ ກົນ​ໄກ​ພາກ​ພື້ນ​ແລະ​ລະ​ຫວ່າງ​ສອງ​ຝ່າຍ,​ ຍັງ​ຕ້ອງ​ສ້າງ​ກົນ​ໄກ​​ຮ່ວມ​ມື​ໃຫມ່​ຢ່າງ​ບໍ່​ຢຸດ​ຢັ້ງ.

----ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ແລະ​ບັນ​ດາ​ປະ​ເທດ​ອື່ນ​ໆ​ໃນ​ຂົງ​ເຂດ​ການ​ເມືອງ ສັງ​ຄົມ ​ເສດ​ຖະ​ກິດ ວັດ​ທະ​ນະ​ທຳ ຄວາມ​ປອດ​ໄພ ການ​ສຶກ​ສາ​ແລະ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເປັນ​ຕົ້ນ.

----ສະ​ມາ​ຄົມ​ຂະ​ແຫນງ​ການ​ທຸກ​ປະ​ເພດ ​ແລະ​ສະ​ພາ​ການ​ຄ້າ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນ ເຊື່ອມ​ຕໍ່​ກັນ,​ສະ​ແຫວງ​ຫາ​ທ່າ​ແຮງ​ ​ຕາບ​ຈູນ​ກັນ​ແລະ​ຊົມ​ໃຊ້​ຊັບ​ພະ​ຍາ​ກອນ.

----ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ສື່​ມວນ​ຊົນ ການ​ທ່ອງ​ທ່ຽວ​ແລະ​ພິມ​ຈຳ​ຫນ່າຍ​ເປັນ​ຕົ້ນ, ​ຊຸກ​ຍູ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ເຂົ້າ​ໃຈ​ກັນ​ຫຼາຍ​ກວ່າ​ເກົ່າ .

----ກົງ​ຈັກ​ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ຄວນ​ຄົ້ນ​ຄວ້າ​ແລະ​ຫາ​ລື​ສະ​ພາບ​ການ​ໃຫມ່​ໃນ​ຂະ​ບວນ​ການ​ສ້າງ​ສາ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ,​ເພື່ອ​ປະ​ກົດ​ເຫັນ​ບັນ​ຫາ​ໄວ​ແລະ​ແກ້​ໄຂ​ບັນ​ຫາ​ໃນ​ທັນ​ກັນ.

ຖ້າ​ບໍ່​ເຂົ້າ​ໃຈ​ກັນ​ກໍ​​ຈະ​ຮ່ວມ​ມື​ຍາກ,​ຖ້າ​ຮ່ວມ​ມື​ຍາກ​ຈະ​ໃຫ້​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດບໍ່​ໄດ້,​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແມ່ນ​ພື້ນ​ຖານ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ.​ຜູ່​ນຳ​ຂອງ​ຈີນ​ ຜູ່​ນຳ​ອາ​ຊຽນ​ແລະ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ຮ່ວມ​ກັນ​​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ດ້ວຍ​ປັນ​ຍາ​ການ​ເມືອງ​ແລະ​ກ້າ​ຫານ,​ພວກ​ຂ້າ​ພະ​ເຈົ້າ​ມີ​ເຫດ​ມີ​ຜົນ​ເຊື່ອ​ວ່າ,​ນັກ​ທຸ​ລະ​ກິດ​ຂອງ​ຈີນ​ແລະ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກໍ​ສາ​ມາດ​ສ້າງ​ສາ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ມີ​ຄວາມ​ຊີ​ວິດ​ຊີ​ວາ​ແລະ​ພັດ​ທະ​ນາ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ດ້ວຍ​ປັນ​ຍາ​ທຸ​ລະ​ກິດ​ແລະ​ຄວາມ​ສາ​ມາດ.