ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 20:02:36    
ຄວາມ​ຮູ້​ກ່ຽວ​ກັບ​ການ​ປ້ອງ​ກັນ​ໂລກ​ຍ່ຽວ​ຫວານ

cri Author: mo

ໂລກ​ຍ່ຽວ​ຫວານ​ແມ່​ນພະຍາດ​ຊະນິດ​ຫນຶ່ງ​ທີ່​ຄຸກ​ຄາມ​ສຸກຂະພາບ​ຂອງ​ມະນຸດ​ເຮົາ​ໃນ​ປະຈຸ​ບັນ,ມັນ​ສາມາດເຮັດ​ໃຫ້​ຜູ່​ກ່ຽວຕາບອດ​ກ້າມ​ເນື້ອ,​ແຂນ​ຂາ​ຕາຍ​ດ້ານ​ແລະ​ເກີດ​ພະຍາດ​ອື່ນໆ​ຂຶ້ນທົ່ວ​ໂຕ​ຄືສາຍ​ເລືອດ​ແດງ​ໃນ​ສະຫມອງ​ດ້ານ,ພະຍາດ​ສາຍ​ເລືອດ​ຫົວ​ໃຈ​ແລະ​ພະຍາດຫມາກ​ໄຂ່ຫລັງ​ເປັນຕົ້ນ.ຊີວິດ​ຢ່າງ​ຮ້າຍ​ແຮງ.

ອັນວ່າ​ໂລກ​ຍ່ຽວ​ຫວານ​ມັນ​ແມ່ນ​ໂລກ​ແນວ​ໃດ?ມັນ​ມີ​ອາການ​ແນວ​ແດ່,ຄົນ​ເຮົາ​ເປັນ​ຫຍັງ​ຈິ່ງ​ເປັນ​​ໂລກ​ຍ່ຽວ​ຫວານ? ຄົນ​ແນວ​ໃດ​ຈິ່ງ​ມັກ​ເປັນ​ໂລກ​ຊະນິດ​ນີ້?​ແລະ​ຄວນ​ປ້ອງ​ກັນ​ແນວ​ໃດ?ຕໍ່​ໄປ​ເຮົາ​ຈະ​ເລົ່າ​ບາງ​ບັນຫາ​ໃນ​ດ້ານ​ນີ້​ສູ່​ທ່ານ​ຟັງ.

ຄົນ​ເຮົາ​ມີ​ຊີວິດ​ຢູ່​ໄດ້​ໂດຍ​ອາ​ໃສ​ທາດ​ກຼູກົສຄື​ທາດ​ຫວານ​ທີ່​ສະ​ສົມ​ໄວ້​ໃນ​ຮ່າງກາຍ​ໄຫມ້​ຢ່າງ​ຫມົດ​ສ່ວນ​ແລ້ວ​ກາຍ​ເປັນ​ພະລັງງານ​ໃນ​ຮ່າງກາຍ,ທາດ​ກຼູກົສ​ໃນ​ຮ່າງກາຍ​ຂອງ​ຄົນ​ກໍ​ເຫມືອນ​ກັນນ້ຳມັນ​ແອດ​ຊັງ​ທີ່​ໃສ່​ໃນ​ເຄື່ອງ​ຈັກ​ລົດຍົນ,​ເພື່ອ​ໃຫ້​ທາດ​ກຼູກົສກາຍ​ເປັນ​ພະລັງງານ​ຄຸນ​ນະພາ​ບດີ,ອະ​ໄວ​ຍະ​ວະ​ມ້ານ​ກໍ່​ຕ້ອງ​ຜະລິດ​ທາດແອ​ງຊູ​ລິນ​ຢ່າງ​ບໍ່​ຢຸດ​ຢັ້ງ,​ໃນ​ເວລາ​ທາດ​ແດງ​ຊູ​ລິນ​ສະຫມອງ​ໃຫ້​ບໍ່​ພຽງພໍ​ຫຼືວ່າ​ບົດບາດ​ຂອງ​ທາດ​ແອ​ງຊູ​ລິນ​ອ່ອນ​ລົງ​ນັ້ນ,ທາດ​ກຼູກົສກໍ່​ຈະ​ໄຫມ້​ບໍ່​ຫມົດ​ສ່ວນ​ໃນ​ເລືອດ​ກໍ່​ຈະ​ມີ​ທາດ​ກຼູກົສຫຼາຍຂຶ້ນ​ແລ້ວ​ລະລາຍ​ອອກ​ໄປ​ຕາມ​ຍ່ຽວ​ຢ່າງ​ຫຼວງຫຼາຍ,ອາການ​ແນວ​ນີ້​ເພິ່ນ​ເອີ້ນ​ວ່າ​ໂລກ​ຍ່ຽວ​ຫວານ.

ໃນ​ຫົວທີ​ໂລກ​ຍ່ຽວ​ຫວານ​ແມ່ນ​ບໍ່​ມີ​ອາການ​ອີ​ຫຍັງ​ເລີຍ,​ເມື່ອ​ມັນ​ເປັນ​ແຮງ​ຂຶ້ນ​ເຖິງ​ຂັ້ນ​ໃດ​ຂັ້ນຫນຶ່ງ​ແລ້ວ,ຜູ່​ປ່ວຍ​ກໍ່​ຈະ​ຮູ້ສຶກຄໍ​ແຫ້ງ,​ເມື່ອ​ຄໍ​ແຫ້ງ​ຫຼາຍ,ກໍ່​ຈະ​ກິນນ້ຳຫຼາຍ,​ແລ້ວ​ກໍ່​ຈະ​ໄປ​ຖ່າຍ​ເບົາ​ເລື້ອຍໆ​ແລະ​ຍ່ຽວ​ກໍ່​ຫຼາຍຂຶ້ນ,ທາດ​ກຼູກົສ​ໃນ​ຍ່ຽວ​ກໍ່​ເພິ່ມຂຶ້ນຢ່າງ​ໄວວາ​ແລະ​ຍ່ຽວ​ຝອດ​ຫຼາຍ,ກິນ​ໄດ້​ຫຼາຍ​ແຕ່​ຫິວ​ໄວ​ກິນ​ດຸ​ແລະ​ມັກ​ກິນ​ແຕ່​ຂອງຫວານ​,​ແຕ່​ເຖິງ​ວ່າ​ກິນ​ຫຼາຍປານ​ໃດ,ນ້ຳຫນັກ​ກໍ່​ບໍ່​ຂຶ້ນ,ກົງກັນຂ້າ​ມພັດ​ຈ່ອຍ​ຜອມ​ລົງ​ຊ້ຳ,​ແລະ​ຍັງ​ອ່ອນ​ເພຍ​ບໍ່​ມີ​ເຫື່ອ​ມີ​ແຮງ.ຂາດ​ກຳລັງວັງຊາ,​ເກີດ​ຄວາມ​ຂີ້ຄ້ານ​ນຳ​ວຽກ​ນຳ​ງານ,ນອກ​ນີ້​ຍັງ​ມັກເປັນຕຸ່ມ​ເປັນ​ຝີ,ຕີນ​ມື​ມືນ​ຊາ,​ເສັ້ນປະສາດ​ເຈັບ​ປວດ​ນານ​ເຊົາຕາ​ກໍ່​ມົວ​ນຳ​ອີກ.

ໂລກ​ຍ່ຽວ​ຫວານ​ມີ​ສອງ​ປະ​ເພດ,ປະ​ເພດ​ທີ​ຫນຶ່ງ ​ແມ່ນ​ຕົ້ນພະຍາດ​ທີ່​ເປັນ​ຂຶ້ນຍ້ອນ​ມີ​ເຊື້ອ​ກຳມະພັນ​ປະ​ເພດ​ທີ​ສອງ​ແມ່ນ​​ເກີດ​ຂຶ້ນຍ້ອນ​ໂລກ​ອື່ນໆ.

ຜູ່​ເປັນ​ໂລກ​ຍ່ຽວ​ຫວານ​ມີ 95% ​ແມ່ນ​ຕົ້ນພະຍາດ,​ໂລກ​ຍ່ຽວ​ຫວານ​ແມ່ນ​ອາດ​ສືບ​ເຊື້ອ,ກຳະພັນ​ກັນ​ໄດ້,ສະ​ນັ້ນ,ຜູ່​ມີ​ເຊື້ອ​ກຳມະພັນ​ໂລກ​ຍ່ຽວຫວານ,ຕ້ອງ​ລະວັງ​ຢ່າ​ໃຫ້​ມີ​ສະພາບ​ດັ່ງ​ລຸ່ມ​ນີ້​ຄື:​ເກີດ​ຂຶ້ນອ້ວນ​ເກີນ​ໄປ,ກິນ​ຫຼາຍ​ໂພດ,ຖືພາ​ຖີ່​ໂພດ,ຈິດ​ໃຈ​ຕຶງຄຽດ,​ເປັນ​ພະຍາດ​ຕິດ​ແປດ​ເປັນຕົ້ນ,ຖ້າ​ມີອາການ​ເຫຼົ່ານີ້​ມັກ​ພາ​ໃຫ້​ເປັນ​ໂລກ​ຍ່ຽວ​ຫວານ.

ພະຍາດ​ທີ່​ມັກ​ພາ​ໃຫ້​ເກີດ​ໂລກ​ຍ່ຽວ​ຫວານ​ນັ້ນມີ​ພະຍາດ​ຕັບ​ແຂງ ສະມັດທະພາບ​ຕ່ອມ​ຄໍ​ແຮງ​ຜິດ​ປົກກະຕິ,ຮອກ​ໂມນ​ໃນ​ຕ່ອມ​ຫມາກ​ໄຂ່ຫລັງ ​ເຫຼືອ​ເຟືອ​ແລະ​ອື່ນໆ.

ໂລກ​ຍ່ຽວ​ຫວານ​ແມ່ນ​ໂລກ​ອັນຕະລາຍ,ຍ້ອນ​ທາດກຼູກົສ​ໃນ​ຮ່າງກາຍ​ບໍ່​ໄດ້​ຖືກ​ນຳ​ໃຊ້​ເ​ປັນ​ຢ່າງ​ດີ,​ແ​ລ້ວພາ​ໃຫ້​ທາດ​ໄຂມັນ ທາດ​ໂປຼຕິນ​ແລະ​ນ້ຳ​ເປັນຕົ້ນບໍ່​ໄດ້​ນຳ​ໃຊ້​ເປັນ​ຢ່າງ​ດີ​ຄື​ກັນ,ຖ້າ​ບໍ່​ປົວ,ປະ​ໃຫ້​ມັນ​ເປັນ​ໄປ​​ແລ້ວ,ກາ​ໂລ​ລີ​ໃນ​ຮ່າງກາຍ​ກໍ່ຈະ​ນັບ​ມື້​ນັບ​ບໍ່​ພຽງພໍ​ຂາດ​ເຂີນ​,​ແຮງກາຍ​ກໍ່​ຈະ​ຄ່ອຍໆ​ຫມົດ​ໄປ,​ໃນ​ທີ່​ສຸດ​ກໍ່ຈະ​ມີ​ອາການ​ສະຫຼົບ​ແ​ລ້ວຕາຍ​ໄປ.

ຄັນຊັ້ນ,ຄົນ​ປະ​ເທດ​ໃດ​ຈິ່ງ​ມັກ​ເປັນ​ໂລກ​ຍ່ຽວ​ຫວານ?ຜູ່​ມັກ​ເປັນ​ໂລກ​ຍ່ຽວ​ຫວານ​ມີ​ດັ່ງ​ນີ້​ຄື:ຜູ່​ທີ່​ຄົນ​ໃນ​ຄອບຄົວ​ເຄີຍ​ເປັນ​ໂລກ​ຍ່ຽວ​ຫວານ,ຄົນ​ອ້ວນ​ພິ ຄົນ​ທີ່​ມັກ​ກິນ​ດື່ມ​ຫຼາຍ​ໂພດ,ຄົນ​ທີ່​ຈິດ​ໃຈ​ຕຶງ​ຄຽດ​ຍາວ​ນານ,ຄົນ​ທີ່​ເຄີຍ​ເກີດ​ລູກ​ມີນ້ຳຫນັກ​ເກີນ​ສ່ວນ​ແລະ​ອື່ນໆ.

ສະນັ້ນ,ຜູ່​ທີ່​ມີ​ເຊື້ອສາຍ​ເຄີຍ​ເປັນ​ຍ່ຽວ​ຫວານ​ກ່ອນ​ອື່ນ​ຕ້ອງ​ຮູ້​ວ່າ​ຕົນ​ອາດ​ເປັນ​ໂລກ​ຍ່ຽວ​ຫວານ​ໄດ້​ງ່າຍ,ຈິ່ງ​ຕ້ອງ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຢ່າ​ໃຫ້​ມີ​ປັດ​ໃຈ​ທີ່​ພາ​ໃຫ້​ເກີດ​ໂລກ​ຍ່ຽວ​ຫວານ​ເກີດ​ຂຶ້ນນັ້ນ,​ແຕ່​ກໍ​ບໍ່​ແມ່ນ​ວ່າ,ຜູ່​ທີ່​ມີ​ເຊື້ອ​ກຳ​ເປັນ​ໂລກ​ຍ່ຽວ​ຫວານ​ນັ້ນ,ຈະ​ເປັນ​ໂລກ​ນີ້​ຫມົດ​ທີ່​ວ່າ​ທຸກ​ຄົນ​ດອກ.​ແລະ​ຜູ່​ທີ່​ໃນ​ເຊື້ອສາຍ​ບໍ່​ເຄີຍ​ມີ,​ໃຜ​ເປັນ​ໂລກ​ນີ້​ນັ້ນ,ກໍ່​ບໍ່​ແມ່ນ​ຮັບ​ປະ​ກັນ​ບໍ່​ເປັນ​ໂລກ​ດັ່ງກ່າວ​ນີ້​ໄດ້.ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ພະຍາຍາມ​ຫຼີກ​ເວັ້ນບໍ່​​ໃຫ້​ສາ​ເຫດ​ທີ່​ພາ​ໃຫ້​ເປັນ​ໂລກ​ດັ່ງກ່າວ​ເກີດ​ຂຶ້ນ,ຄື​ຄວາມ​ອ້ວນ​ພິ,ກິນ​ດື່ມຫຼາຍ​ໂພດ,ຖືພາ​ດຸໆ ຈິດ​ໃຈ​ຕຶງ​ຄຽດ​ແລະ​ອື່ນໆ.

ສຳລັບ​ຜູ່​ເປັນ​ໂລກ​ຍ່ຽວ​ຫວານ​ອັນ​ສຳຄັນ​ກວ່າ​ເພິ່ນ​ແມ່ນ​ຕ້ອງ​ຄວບ​ຄຸມ​ທາດ​ກຼູກົສ​ໃນ​ເລືອດ​ໃຕ້​ການ​ຊີ້​ນຳ​ຂອງ​ທ່ານຫມໍ ວິທີ​ພື້ນຖານ​ໃນ​ການ​ປົວ​ໂລກ​ຍ່ຽວ​ຫວານ​ແມ່ນ​ວິທີ​ປົວ​ດ້ວຍ​ອາຫານ​ການ​ກິນ,ຄົນ​ຄະລຳ​ອາຫານ​ການ​ກິນ​ບໍ່​ໄດ້​​ແລ້ວ,ອາການ​ປ່ວຍ​ແມ່ນ​ຈະ​ຕ້ອງ​ຫນັກ​ເຂົ້າ​ໂລດ.

ຜູ່​ເປັນ​ໂລກ​ຍ່ຽວ​ຫວານ​ບໍ່​ຄວນ​ກິນນ້ຳຕານ​ແລະ​ອາຫານ​ທີ່​ມີ​ທາດ​ຫວານ​ຫຼາຍ,​ແລະ​ບໍ່ຄວນ​ກິນ​ອາຫານ​ທາດ​ໂປຼຕີນ​ທີ່​ມີ​ກໍ​ເລັສ​ເຕລອນ​ຫຼາຍ,ຄື:​ເຄື່ອງ​ໃນ​ແລະ​ສະ​ຫມອງ​ຂອງ​ສັດລ້ຽງ​ເປັນຕົ້ນ,ຕ້ອງ​ກິນ​ຜັກ​ແລະ​ຫມາກ​ໄມ້​ທີ່​ທາດ​ຫວານ​ຫນ້ອຍ​ນັ້ນ​ໃຫ້ຫຼາຍ

ເພື່ອ​ຕື່ມ​ວີ​ຕາ​ມິນ ​ເກືອ​ອະ​ອິນ​ຊີ ຈຸນ​ລະ​ສານ​ແລະ​ທາດ​ໄຍ ນອກ​ນີ້,ທ່ານ​ອາດ​ຈະ​ຍັງ​ຈື່​ໄດ້​ວ່າ,ພວກ​ເຮົາ​ເຄີຍ​ສະ​ເຫ​ນີມາ​ແລ້ວ​ວ່າ,ຫມາ​ກອຶ​ມີ​ບົດບາດ​ໃນ​ການ​ລົງ​ທາດ​ຫວານ​ໃນ​ເລືອດ​ແລະ​ປ້ອງ​ກັນ​ໂລກ​ຍ່ຽວ​ຫວານ,ກິນ​ຫມາ​ກອຶ​ເລື້​ອຽໆ​ຄຶດ​ວ່າ​ອາດ​ຈະ​ມີ​ຜົນ​ດີ​ຕໍ່​ທ່ານ​ທັງຫຼາຍ.