ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-23 22:29:41    
ຜູ້​ແທນ​ຈີນ​ກ່າວ​ວ່າ ປະ​ຊາ​ຄົມ​ໂລກ​ຄວນ​ໃຊ້​ມາດ​ຕະ​ການ​ຕົວ​ຈິງ ​ແກ້​ໄຂ​ບັນ​ຫາ​ປາ​ເລັສ​ຕີນ​ໂດຍ​ໄວ

cri Author: da
ຕາມ​ຂ່າວ​CRI​:ວັນ​ທີ 23 ມີນາ ​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃນ​ກອງ​ປະຊຸມ​ຄະນະ​ກຳ​ມາທິ​ການ​ສິດ​ມະນຸດ​ສະຫະ​ປະຊາ​ຊາດ​ຄັ້ງທີ 61 ,ທ່ານ​ຊາ​ຈູ​ຄັງ ຫົວ​ໜ້າ​ຄະນະ​ຜູ້​ແທນ​ຈີນ ຜູ້ຕາງ​ໜ້າ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ທີ່​​ເຊີ​ແນວ​ໄດ້​ກ່າວ​ວ່າ,ປະຊາ​ຄົມ​ໂລກ​ຄວນ​ໃຊ້​ມາດ​ຕະການ​ຕົວ​ຈິງ​​ທີ່​ບັງ​ເກີດຜົນ​,ຊຸກຍູ້​ໃຫ້​ແກ້​ໄຂ​ບັນຫາ​ຕາ​ເວັນ​ອອກ​ກາງ​ແລະ​ບັນ​ຫາປາ​ເລັສ​ຕີນ​ຢ່າງ​ທ່ຽງ​ທຳ​ແລະ​ສົມ​ເຫດ​ສົມ​ຜົນ​​ໂດຍ​ໄວ.

​​ໃນ​ເວລາ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ສິດ​ທິມະນຸດ​ຂອງ​ເຂດ​ດິນ​ແດນ​ອາ​ລັບ​ທີ່​ຖືກ​ຍຶດ​ຄອງ​ປະສົບ​ການ​ລ່ວງ​ລ້ຳ​ນັ້ນ ທ່ານ​ຊາ​ຈູ​ຄັງ​ເວົ້າ​ວ່າ,​ໃນ​ໄລຍະ​ມໍ່ໆ​ນີ້,ສະ​ຖານະ​ການ​ຕາ​ເວັນ​ອອກ​ກາງ​ໄດ້​ປະກົດ​ມີ​ການ​ປ່ຽນ​ແປງ​ຢ່າງ​ຕັ້ງ​ໜ້າ.ຝ່າຍ​ຈີນ​ຫວັງ​ໃຫ້​ປາ​ເລັສ​ຕີນ​ອິສຣາ​ແອນ​ກຳ​ໂອກາດ​ທີ່​ດີ,ຊຸກ​ຍູ້​ໃຫ້​ຂະ​ບວນ​ວິວັດ​ສັນຕິ​ພາບ​ຕາ​ເວັນ​ອອກ​ກາງມີ​ການ​ຄືບ​ໜ້າ.