ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-24 16:21:03    
ການ​ສຳ​ຫລວດ​ວິ​ທະ​ຍາ​ສາດ​ຂົ້ວ​ໂລກ​ໃຕ້​ຄັ້ງ​ທີ 21 ຂອງ​ຈີນ​ສຳ​ເລັດ​ລົງ​ຢ່າງ​ໄດ້​ຮັບ​ຜົນ​ເຕັມ​ເມັດ​ເຕັມ​ຫນ່ວຍ

cri Author: sayvanny
ຕາມ​ຂ່າວ CRI: ວັນ​ທີ 24 ມີ​ນາ ກອງ​ສຳ​ຫລວດ​ວິ​ທະ​ຍາ​ສາດ​ທີ່​ຈີນ​ແຕ່ງ​ໄປ​ຂົ້ວ​ໂລກ​ໃຕ້​ນັ້ນ​ໄດ້​ສຳ​ເລັດ​ຫນ້າ​ທີ່​ສຳ​ຫລວດ​ວິ​ທະ​ຍາ​ສາດ​ຢ່າງ​ໄດ້​ຮັບ​ຜົນ​ເຕັມ​ເມັ​ດ​ເຕັມ​ຫນ່ວຍ, ​ແລ້ວ​ກັບ​ຄືນ​ມາ​ຮອດ​ນະ​ຄອນ​ຊຽງ​ໄຮ້ ຕົວ​ເມືອງ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ.

ກອງ​ສຳ​ຫລວດ​ວິ​ທະ​ຍາ​ສາດ​ກອງ​ນີ້​ແມ່ນ​ອອກ​ເດີນທາງ​ອອກ​ຈາກ​ນະ ຄອນ​ຊຽງ​ໄຮ້​ໄປ​ສຳ​ຫລວດ​ວິ​ທະ​ຍາ​ສາດ​ຢູ່​ຂົ້ວ​ໂລກ​ໃຕ້​ເມື່ອ​ວັນ​ທີ 25 ຕຸລາ​ປີ​ກາຍ​ນີ້, ນີ້​ແມ່ນ​ນັກ​ວິ​ທະ​ຍາ​ສາດ​ຈີນ​ໄປ​ສຳ​ຫລວດ​ຢູ່​ຂົ້ວ​ໂລກ​ໃຕ້​ຄັ້ງທີ 21 ​.​ໃນ​ການ​ສຳ​ຫລວດ​ວິ​ທະ​ຍາ​ສາດ​ເທື່ອ​ນີ້, ກອງ​ສຳ​ຫລວດ​​ໄດ້​ສຳ​ເລັດ​ຫນ້າ​ທີ່​ສຳ​ຫລວດ​ວິ​ທະ​ຍາ​ສາດ​ທີ່​ສຳ​ຄັນ 20 ກວ່າ​ລາຍ,​ໄດ້​ມີ​ການ​ບຸກ​ທະ​ລຸ​ຄັ້ງ​ປະ​ຫວັດ ສາດ​ໃນ​ຫລາຍ​ຂົງ​ເຂດ.ພວກ​ເຂົາ​ເຈົ້າ​ໄດ້​ສຳ​ຫລວດ​ຊັ້ນ​ນ້ຳ​ກ້າມ​ຫນາ​ຢູ່​ເຂດ​ໃນ​ແຜ່ນ​ດິນ​ຂົ້ວ​ໂລກ​ໃຕ້​ຄັງທີ​ສີ່, ​ໄດ້​ໄປ​ຮອດ​ບ່ອນ​ສູງ​ສຸດ​ຂອງ​ຊັ້ນ​ນ້ຳ​ກ້າມ​ຫນາ​ຢູ່​ເຂດ​ໃນ​ແຜ່ນ​ດິນ​ຂົ້ວ​ໂລກ​ໃຕ້​ຢ່າງ​ສຳ​ເລັດ​ຜົນ.

ທ່ານ​ວາງ​ຊູ​ກວງ ຫົວ​ຫນ້າ​ກົມ​ການ​ທະ​ເລ​ແຫ່ງ​ຊາດ​ຈີນ​ເວົ້າ​ວ່າ, ການ​ສຳ​ຫລວດ​ວິ​ທະ​ຍາ​ສາດ​ເທື່ອ​ນີ້​ແມ່ນ​ການ​ສຳ​ຫລວດ​ທີ່​ໄດ້​ຮັບ​ຜົນ​ຫລາຍ​ກວ່າ​ຫມູ່​ໃນ​ປະ​ຫວັດ​ການ​ສຳ​ຫລວດ​ຂົ້ວ​ໂລກ​ຂອງ​ຈີນ.