ທູດຈີນກ່າວເນັ້ນວ່າຈີນກັບບັນດາປະເທດອາຊີຈະເດີນໄປຕາມເສັ້ນທາງຮ່ວມມືກັນແລະໄດ້ຮັບຜົນປະໂຫຍດນຳກັນ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 23 ມີນາ, ໂດຍຕອບສະຫນອງຕາມຄຳເຊີນຂອງສະມາຄົມນັກຂ່າວຕ່າງປະເທດປະຈຳສິງກະໂປ,ທ່ານຈ່າງຢຸນ ເອກອັກຄະລັດຖະທູດຈີນປະຈຳສິງກະໂປໄດ້ກ່າວຄຳປາໃສ,ແນະນຳນະໂຍບາຍການຕ່າງປະເທດຕໍ່ອາຊີຂອງຈີນ, ກ່າວເນັ້ນວ່າ, ຈີນໄດ້ເອົາຜົນປະໂຫຍດ ຂອງຕົນເອງພົວພັນກັບຜົນປະໂຫຍດຂອງບັນດາປະເທດອາຊີຢ່າງແຫນ້ນແຟ້ນຢູ່ສະເຫມີ,ຍາດແຍ່ງພ້ອມກັບບັນດາປະເທດອາຊີເດີນຕາມເສັ້ນທາງຮ່ວມມືກັນແລະໄດ້ຮັບຜົນປະໂຫຍດນຳກັນ. ທ່ານກ່າວລື້ມວ່າ, ຈີນຈະສືບຕໍ່ເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ, ພ້ອມກັນພັດທະນາ.
|
|