ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-24 18:01:08    
ເສັ້ນ​ທາງ​ແຫ່ງ​ຄວາມ​ປອງ​ດອງ​ກັນ​ລະ​ຫວ່າງ​ອາລັບ​ກັບ​ອິສຣາ​ແອນ​ຍັງ​ຍາວ​ຢຽດ

cri

ຕາມ​ຂ່າວCRI: ວັນ​ທີ 23 ມີນາ, ກອງ​ປະ​ຊຸມສຸດ​ຍອດ​ສັນນິບາດ​ປະ​ເທດ​ອາ​ລັບ​ຄັ້ງ​ທີ 17 ທີ່​ຈັດ​ຂຶ້ນ​ຢູ່​ອາ​ນເຊ​ເປັນ​ເວ​ລາ​ສອງ​ມື້​ໄດ້​ອັດ​ລົງ, "ຖະ​ແຫຼ​ງການ​ອານ​ເຊ"ທີ່​ປະກາດ​ພາຍຫຼັງ​ກອງ​ປະຊຸມ​ໄດ້​ປະຕິ​ເສດຂໍ້​ສະ​ເໜີ​ຂອງ​ຊອກ​ດາ​ນີ​ກ່ຽວ​ກັບ​​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ອາ​ລັບ​ແລະ​ອິສຣາ​ແອນ​ເປັນ​ປົກກະຕິ​ດ​ໂດຍ​ໄວ, ກ່າວ​ລື້​ມວ່າ​ຈະ​ສຸນ​ກຳລັງ​​ເຂົ້າ​ໃນ​ການ​ປະຕິບັດ​ຕົວ​ຈິງຂໍ້ລີ​ເລີ່ມ​ສັນ​ຕິພາບ​ອາ​ລັບທີ່​ກອງ​ປະຊຸມ​ສຸດ​ຍອດ​ເບ​ລຸດປີ 2002 ຮັບຮອງ​ເອົາ. ນັກ​ສັງ​​ເກດ​ການ​ເຫັນ​ວ່າ, ຜົນ​ການ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າການ​ພົວພັນ​ລະຫວ່າງ​ອາ​ລັບແລະ​ອິສຣາ​ແອນ​​ແມ່ນ​ຍາກ​ທີ່​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ດ້ານ​ທາດ​ແທ້​, ​ເສັ້ນທາງ​ແຫ່ງ​ຄວາມ​ປອງ​ດອງ​ກັນ​ລະຫວ່າງ​ອາ​ລັບ​ແລະ​ອິສຣາ​ແອນ​ຍັງຍາວ​ຢຽດຫຼາຍ.

​ເມື່ອ 3 ປີ​ກ່ອນ, ຕາມ​ຂໍ້​ສະ​ເໜີ​ຂອງ​ອາ​ລາ​ບີ​ຊາ​ອູ​ດິດ, ປະ​ເທດ​ອາ​ລັບ​ໄດ້​ຮັບ​ຮອງ​ເອົາ​ຂໍ້​ລິ​ເລີ່​ມສັນຕິພາບ​ອາລັບໃນ​ກອງ​ປະຊຸມ​ສຸດ​ຍອດ​ເບ​ລຸດ, ທວງ​ໃຫ້​ອິສຣາ​ແອນ​ປະຕິບັດ​ຕາມ​ມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະຫະ​ປະຊາ​ຊາດ, ຖອນ​ທະຫານ​ອອກ​ຈາກ​ດິນ​ແດນທັງ​ໝົດ​ຂອງອາລັບທີ່​ອິສຣາ​ແອນ​ຍຶດຄອງ​​ແຕ່​ປີ 1967 ມາ​ນີ້, ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບປາ​ເລັສຕິນຢ່າງ​ທ່ຽງ​ທຳ, ພ້ອມ​ທັງ​ສ້າງ​ປະ​ເທດ​ປາ​ເລັສຕິນທີ່ເອກະລາດ​ເຊິ່ງເອົາ​ເຢລູຊາ​ເລັມ​ເປັນ​ນະຄອນຫຼວງ, ບົນ​ພື້ນຖານ​​​ໄດ້​ຕອບ​ສະໜອງເງື່ອນ​​ໄຂ​ດັ່ງກ່າ​ວນັ້ນ, ປະ​ເທດ​ອາ​ລັບ​ເຫັນ​ດີ​ເຊັນ​ສັນຍາ​ສັນຕິພາບ​ກັບ​ອິສຣາ​ແອນ, ​ເຮັດ​ໃຫ້​ການ​ພົວພັນ​ເປັນ​ປົກກະຕິ.

ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ສັນນິບາດ​ປະ​ເທດ​ອາ​ລັບ​ເທື່ອ​ນີ້, ຊອກ​ດາ​ນີ​ໄດ້​ວາງ​ຂໍ້ສະ​ເໜີ​​ໃໝ່, ​ໃນ​ນັ້ນ​ເອົາ" ຄຳ​ທີ່​ວ່າປະ​ເທດ​ອາ​ລັບ​ຍິນ​ດີ​ກັນການ​ພົວພັນກັບ​ອິສຣາ​ແອນ​ເປັນ​ປົກກະຕິ"​​ໄວ້​ຢູ່​ທາງ​ໜ້າ​ຂອງ​ເງື່ອນ​ໄຂ​ທີ່​ຝ່າຍ​ອິສຣາ​ແອນ​ຕ້ອງ​ປະຕິບັດ. ​ແຕ່​ຂໍ້ສະ​ເໜີ​ຂໍ້​ນີ້​ຖືກ​ປາ​ເລັສຕິນ ຊີ​ເລຍ​ແລະ ລີ​ບັງ​ເປັນ​ຕົ້ນຄັດຄ້ານ. ພວກ​​ເຂົາ​ເຈົ້າ​ເຫັນ​ວ່າ, ທາດ​ແທ້​ຂອງການ​ປະ​ທະ​ກັນ​ລະຫວ່າງອາ​ລັບ​ແລະ​ອິສຣາ​ແອນ​ແມ່ນ​ອິສຣາ​ແອນ​ຍັດ​ເອົາ​ດີ​ນ​ແດນ​ຂອງ​ອາ​ລັບ. ​ໃນ​ຖານະ​ປັດຈຸ​ບບັນສົ່ງ​ເສີມ​ໃຫ້​ປະ​ເທດ​ອາ​ລັບ​ບັນລຸ​ການ​ພົວພັນ​​ເປັນ​ປົກ​ກະຕິ​ກັບ​ອິສຣາ​ແອນ​ໄດ້​ທຳລາຍຜົນປະ​ໂຫຍ​ດລວມຂອງ​ປະ​ເທດ​ອາ​ລັບ.

ນັກ​ສັງ​​ເກດ​ການ​ເຫັນ​ວ່າ, ​ເຖິງ​ແມ່ນ​ວ່າ​ຂໍ້​ສະ​ເໜີ​ສັນຕິພາບທີ່​ຊອກ​ດາ​ນີສະ​ເໜີ​ໃຫ້​ກອງ​ປະຊຸມ​ສຸດ​ຍອດ​​ຄັ້ງ​ນີ້​ບໍ່​ໄດ້​ຖືກ​ຮັບ​ເອົາກໍ່ຕາມ, ​ແຕ່​ເລື່ອງ​ນີ້​ໄດ້​ສ່ອງ​ແສງ​​​ໃຫ້​ກັນເຈຕະນາ​ຂອງ​ໂລກ​ອາ​ລັບທີ່ປັບຍຸດ​ໂທ​ບາຍ​ສູ້​ລົບ​ໃນ​ບັນຫາ​ການ​ພົວພັນ​ກັບ​ອິສຣາ​ແອນ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ ​ໃຊ້​ເພາຫະນະຄ່ອງ​ແຄ້ວ​ແລະ​ດິດ​ແທດ​ຕົວ​ຈິງກວ່າ​​ເກົ່າ​ມາ​ປົກ​ປັກ​ຮັກສາ​ສິດປະ​ໂຫຍ​ດ​ເຊື້ອ​ຊາດ​ອາ​ລັບ.

ການວິວາດ​ກັລະຫວ່າງນ​ອາ​ລັບ​ແລະ​ອິສຣາ​ແອນ​ມີ​ເບື້ອງ​ຫຼັງ​ດ້ານ​ຊົນ​ເຜົ່າປະຫວັດສາດ​ສາສະໜາທີ່​ສັບ​ສົນຫຼາຍ, ອັນ​ນີ້​​ໄດ້​ເຮັດ​ໃຫ້ເສັ້ນທາງ​​ແຫ່ງ​ຄວາມປອງ​ດອງ​ກັນ​ລະ​ຫວ່າງ​ອາລັບແລະ​ອິສຣາ​ແອນ​ບໍ່​ແມ່ນ​ເສັ້ນທາງ​​ຮາບ​ພຽງ. ການ​ທົດ​ຖຽງ​ກັນ​ໃນ​ບັນຫາການ​ພົວພັນ​ຂອງ​ປະ​ເທດ​ອາ​ລັບ​ຕໍ່​ອິສຣາ​ແອນ​ທີ່​ສ່ອງ​ແສງ​​ໃຫ້​ເຫັນ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອານ​ເຊ​ເທື່ອ​ນີ້, ສະ​ແດງ​ໃຫ້​ເຫັນ​ວ່າ​ກຳລັງ​ອົບ​ອຸ່ນ​ພາຍ​​ໃນ​ປະ​ເທດອາ​ລັບ​ພວມ​ເພີ່ມ​ຂຶ້ນ​ຢູ່. ​ໂລກ​ອາ​ລັບ​ມີ​ແຕ່​ສຸນ​ກຳລັງ​ໃສ່​ແກ້​ໄຂ​ການ​ແກ່ງ​ແຍ່ງ​ກັນ, ​ເພີ່ມ​ທະວີ​ປອງ​ດອງ​ກັນ​ພາຍ​ໃນ, ​ເພີ່ມ​ຄວາມ​ແຮງ​ກົນ​ໄກ​ການ​​ເຄື່ອນ​ໄຫວ​ເອກະ​ພົບ​ກັນ​ໃນ​ຂອບ​ເຂດ​ສັນນິບາດ​ປະ​ເທດ​ອາ​ລັບ, ຈິ່ງ​ຮັກສາ​ສິດ​ປະ​ໂຫຍ​ດຊອບ​ກົດໝາຍ​ຂອງ​ຊົນ​ເຜົ່າ​ອາ​ລັບ​ຢ່າງ​ມີ​ປະສິດທິ​ຜົນ, ​ເພີ່ມ​ກຳລັງ​ສັງ​ລວມຂອງ​ປະ​ເທດ​ອາ​ລັບ.