ຫຼາຍຄົນເຫັນວ່າ,ຫົວໃຫຍ່ກໍໝາຍເຖິງມີສະຕິປັນຍາສູງ. ແຕ່ການຄົ້ນຄວ້າຫຼ້າສຸດຂອງນັກວິທະຍາສາດພັດເຜີຍໃຫ້ຮູ້ວ່າ,ຍຸກສະໄໝທີ່"ສະຕິປັນຍາພັດທະນາຢ່າງໄວພະລັນ"ໃນປະຫວັດວິວັດທະນາການຂອງມະນຸດນັ້ນພັດບໍ່ແມ່ນປະກົດຕົວອອກມາໄປຄຽງຄູ່ກັບປະລິມານສະໝອງເພີ່ມຫຼາຍຂຶ້ນ.
ນັກວິທະຍາສາດທີ່ກ່ຽວຂ້ອງເວົ້າວ່າ,ອີງຕາມຂໍ້ມູນບູຮານນະຄະດີ,ໃນປະຫວັດວິວັດທະນາການຂອງບັນພະບຸລຸດຂອງມະນຸດ ມີສອງໄລຍະທີ່ປະລິມານສະໝອງເພີ່ມຂຶ້ນເລື້ອຍໆ,ສອງໄລຍະດັ່ງກ່າວນີ້ຕ່າງມີເວລາປະມານ 1 ລ້ານປີ,ແຕ່ຄວາມສາມາດຜະລິດເຄື່ອງມື ເຊິ່ງເປັນຄວາມສາມາດທີ່ສຳຄັນກວ່າໝູ່ໃນວິວັດທະນາການຂອງມະນຸດພັດບໍ່ໄດ້ປະກົດຕົວອອກມາໃນໄລຍະນີ້.
ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ,ໃນໄລຍະ 2 ແສນປີຮອດ 5 ໝື່ນປີກ່ອນ,ປະລິມານສະໝອງຂອງມະນຸດສະຫຼາດທີ່ດຳລົງຊີວິດຢູ່ທະວີບອາຟິຼກາກໍເກືອບທໍ່ກັນກັບມະນຸດປັດຈຸບັນແລ້ວ,ການປະກົດມີເຄື່ອງມືແມ່ນເລື່ອງທີ່ເກີດຂຶ້ນເມື່ອ 7 ໝື່ນ 5 ພັນປີຮອດ 5 ໝື່ນປີກ່ອນ. ຫຼັງຈາກນັ້ນ,ສະຕິປັນຍາຂອງມະນຸດໄດ້ຂະຫຍາຍຕົວຢ່າງໄວພະລັນ,ແຕ່ປະລິມານສະໝອງພັດບໍ່ໄດ້ມີການປ່ຽນແປງຢ່າງເດັ່ນຊັດຫຍັງ.
ຜູ້ຄົ້ນຄວ້າໄດ້ວິໄຈປະກົດການດັ່ງກ່າວໂດຍອີງຕາມຊີວະສາດ ເສັ້ນປະສາດຍຸກປັດຈຸບັນ,ແລ້ວເຫັນວ່າ,ປະລິມານສະໝອງເພີ່ມຫຼາຍຂຶ້ນເຮັດໃຫ້ສະຕິປັນຍາເພີ່ມຂຶ້ນນັ້ນມີແຕ່ປະກົດຢູ່ໃນບາງຂົງເຂດຊັ້ນຕ່ຳແດ່ທໍ່ນັ້ນ. ຕົວຢ່າງຄື,ປະລິມານສະໝອງທີ່ຫຼາຍກວ່າເກົ່າເຮັດໃຫ້ມະນຸດດຶກດຳບັນມີຄວາມຮູ້ສຶກຍິ່ງຄ່ອງແຄ້ວ,ໂຍນຂອງຍິ່ງຖືກ,ໃນເວລາລ່າເນື້ອກໍໄດ້ຫຼາຍກວ່າເກົ່າ; ແລະກໍສາມາດເຮັດໃຫ້ມະນຸດດຶກດຳບັນຈື່ສັບຫຼືປະໂຫຍກສັ້ນຍິ່ງຫຼາຍ,ການແລກປ່ຽນໃນຝູງຄົນກໍຍິ່ງດີ.
ເມື່ອປະມານ 5 ໝື່ນປີກ່ອນ,ມະນຸດດຶກດຳບັນຂອງອາຟິຼກາຄືວ່າເລີ່ມຜະລິດເຄື່ອງເອ້ຕ່າງໆເຊັ່ນສ້ອຍຄໍເປັນຕົ້ນຢ່າງກະທັນຫັນ,ຮູບຄວັດແລະຮູບຜາຫີນກໍໄດ້ປະກົດອອກມາຕາມຫຼັງ. ຮອດເມື່ອ 3 ໝື່ນ 5 ພັນປີກ່ອນ,ມະນຸດດຶກດຳບັນຂອງເອີລົບໄດ້ເລີ່ມແຕ້ມຮູບສີໃສ່ຜາຫີນດ້ວຍວິທີຮູບຊົງມິຕິຢູ່ໃນຖ້ຳແລ້ວ,ພ້ອມກັນນັ້ນ ໃນພາສາຂອງມະນຸດດຶກດຳບັນເລີ່ມມີໄວຍາກອນ,ນີ້ເຮັດໃຫ້ພວກເຂົາເຈົ້າສາມາດເວົ້າປະໂຫຍກຍາວທີ່ສັບສົນ.
ຜູ້ຄົ້ນຄວ້າກ່າວວ່າ,ໃນໄລຍະນີ້ ຄວາມສາມາດປະດິດສ້າງຂອງມະນຸດໄດ້"ລະເບີດຂຶ້ນຢ່າງໃຫຍ່"ໝາຍຄວາມວ່າ,ການຕິດຕໍ່ສື່ສານແລະການປະສານງານຂອງພາກສ່ວນຕ່າງໆຂອງສະໝອງໄດ້ເພີ່ມຂຶ້ນ,ນີ້ແມ່ນສຳຄັນທີ່ສຸດຕໍ່ຂົງເຂດ"ຊັ້ນສູງ"ຂອງສະຕິປັນຍາຂອງມະນຸດ. ເຖິງວ່າເວລານີ້ປະລິມານສະໝອງຂອງມະນຸດບໍ່ໄດ້ເພີ່ມຫຼາຍຂຶ້ນກໍຕາມ,ແຕ່ສະໝອງພັດໄດ້ສຳເລັດການປ່ຽນແປງດ້ານທາດແທ້ແລ້ວ,ຄວາມສາມາດໃນການວິນິດໄສຄວາມເປັນເອກະພາບກັນຂອງອົງປະກອບຂອງສິ່ງຕ່າງໆແລະບັນຫາໄດ້ເພີ່ມຂຶ້ນຢ່າງເດັ່ນຊັດ,ເໝືອນດັ່ງຂວດເກົ່າໃສ່ເຫຼົ້າໃໝ່ແລ້ວ.
ພວກເຂົາເຈົ້າເຫັນວ່າ,ການຕິດຕໍ່ສື່ສານແລະການປະສານງານຂອງພາກສ່ວນຕ່າງໆຂອງສະໝອງມະນຸດໄດ້ເຮັດໃຫ້ສະຕິປັນຍາກ້າວໜ້າຢ່າງເດັ່ນຊັດ,ແຕ່ຫາກບໍ່ແມ່ນປະລິມານສະໝອງ.
|