ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-25 12:16:35    
ກິນອາຫານ​ບໍ່​ຖືກ​ຈະ​ພາ​ໃຫ້​ນອນ​ບໍ່​ດີ

cri Author: li
ໃນ​ສັງຄົມ​ປັດຈຸບັນ ຈັງຫວະ​​ຊີວິດ​ການ​ເປັນ​ຢູ່​ແມ່ນ​ໄວ,ມີ​ກຳລັງ​ກົດ​ໜີບ​​ແຮງ,ບວກ​ກັບ​ຜົນ​ສະທ້ອນ​ຂອງ​ຄວາມ​ຊີ​ນ​ເຄີຍ​ທີ່​ບໍ່​ດີ​ເຊັ່ນຫຼິ້ນ​​ເລີ້ນ​ລືງ​ໃນ​ຍາມ​ລາຕີ​ແລະ​ກິ​ນ​ເຫຼົ້າ​ເປັນຕົ້ນ,​ໃນ​ໝູ່​ຄົນ​ທີ່​ມັກ​ນອນ​ບໍ່​ດີ​ນັ້ນກໍ​ມີ​ຜູ້​ໜຸ່ມ​ຜູ້​ນ້ອຍ​ຫຼາຍ​ຂຶ້ນ​ນຳ​ຄູ່​ປີ,​​ແລະ​ສ່ວນ​ຫຼາຍ​ແມ່ນ​ຜູ້​ອອກ​ແຮງ​ງານ​ດ້ວຍ​ມັນ​ສະໝອງ. ບັນຫານ​ອນນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່.

ຕາມ​ການ​ສຳຫຼວດຂອງ​ອົງການ​ອະນາ​ໄມ​ໂລກ,​ໃນ​​ທົ່ວ​ໂລກ​ມີຄົນ 27% ມີ​ບັນຫາ​ກ່ຽວ​ກັບ​ການ​ນອນ. ຕາມ​ສະຖິຕິທີ່​ບໍ່​ແມ່ນ​ທາງ​ການ,ພຽງ​ແຕ່​ນະຄອນ​ຊຽງ​ໄຮ້​ກໍ​ມີ​ຄົນ 15% ນອນ​ບໍ່ຫຼັບ,​ໃນ​ນັ້ນ 56% ​ແມ່ນ​ຜູ້ຍິງ. ຜູ້​ຊ່ຽວຊານ​ດ້ານ​ໂພຊະ​ນາ​ການ​ຊີ້​ອອກ​ວ່າ,ການ​ນອນ​ບໍ່ຫຼັບ​ມີ​ຫຼາຍ​ມູນ​ເຫດ,​ແຕ່​ມີ​ບໍ່ໜ້ອຍ​ແມ່ນ​ຍ້ອນ​ກິນ​ອາຫານ​ທີ່​ບໍ່​ເໝາະ​ສົມ​ໃນ​ເວລາ​ກ່ອນ​ນອນຫຼື​ໃນ​ຍາມກາງ​ເວັນ.

ການ​ນອນ​ກັບ​ການ​ກິນ​ມີ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ. ຖ້າ​ອາຫານ​ຄ່ຳ​ກິນ​ເມືອກ​ມັນ​ຫຼາຍ ​ທັງກິນ​ຫຼາຍ​ໂພດ​ແລະກິນ​ຫົວ​ຄ່ຳ​ໂພດ,​ປະ​ໃຫ້ກະ​ເພາະ​​ເປົ່າ​ຫວ່າງ​ໄວ້​ດົນ​ຫຼາຍ,ອະ​ໄວ​ຍະ​ວະ​ຕ່າງໆ​ເຊັ່ນ​ກະ​ເພາະ,ລຳ​ໄສ້,ຕັບ,ບີ​ແລະ​ມ້າມ​ຂຸ້ນຂ້ຽວ​ເຮັດ​ວຽກ​ພາຍ​ຫຼັງ​ອາຫານ​ຈະ​ສົ່ງ​ສັນຍານ​ໃຫ້​ສະໝອງ,ພາ​ໃຫ້​ສະໝອງ​ຊື່ນ,​ແລະ​ຂະຫຍາຍ​ໄປ​ຮອດ​ຊັ້ນຜິວ​ຂອງ​ສະໝອງ​ແລະ​ພາກສ່ວນ​ອື່ນໆ,ຈຶ່ງພາ​ໃຫ້​ນອນ​ບໍ່ຫຼັບ​ໃນຍາມ​ກາງຄືນ.

ຫຼາຍຄົນຄຶດ​ວ່າ​ກິນ​ເຫຼົ້າຈະ​ພາ​ໃຫ້​ຕົນນອນຫຼັບດີ. ​ແຕ່​​ເຂົາ​ອາດ​ຈະ​ບໍ່​ນຶກ​ເລີຍ​ວ່າກິນ​ເຫຼົ້າ​ຈອກ​ນ້ອຍໆ​ກ່ອນ​ນອນ​ອາດຈະ​ຕື່ນ​ຫຼາຍ​ເທື່ອ​ໃນ​ກາງຄືນ,ຈະ​ເສຍຄຸນ​ນະພາບ​ການນອນ​ຢ່າງ​ໜັກ​ໜ່ວງ,ນີ້​ອາດ​ຈະ​ມີ​ການ​ພົວພັນ​ກັບທາດ​ອານ​ໂກນ​ໃນ​ເຫຼົ້າ,ພາ​ໃຫ້​ໄລຍະ​ຫຼັບ​ສະໜິດ​ສັ້ນ​ຫຼາຍ​ຫຼື​ເກືອບ​ບໍ່​ມີ. ນີ້​ກໍ​​ແມ່ນ​ມູນ​ເຫດ​ທີ່​ພາ​ໃຫ້​ຄົນ​ຂີ້​ເຫຼົ້າຕ້ອງ​ເສຍ​ເວລາພິກ​ໄປ​ພິກ​ມາ​ຢູ່​ເທິງ​ຕຽງ,​ແຕ່​ຄຸນ​ນະພາບ​ການນອນ​ພັດ​ບໍ່​ດີຈັກ​ເມັດ.

ນອກ​ນີ້ ກິນ​ອາຫານ​ທີ່​ພາ​ໃຫ້ມີ​ລົມຫຼາຍ​ເກີນ​ໄປ​ກໍອາດ​ຈະ​ພາ​ໃຫ້​​ນອນ​ບໍ່ຫຼັບ​ຄື​ກັນ; ສ່ວນ​ອາຫານ​ເຜັດ​ກໍ​ລົບ​ກວນ​ການ​ນອນ,ອາຫານ​ເຜັດ​ແລະ​ຮຶນ​ເຊັ່ນ​ໝາກ​ເຜັດ,ຜັກທຽມ​ແລະ​ຜັກ​ບົວ​ໃຫຍ່​ດິບ​ຈະ​ເຮັດ​ໃຫ້​​ຮ້ອນ​ທ້ອງ​ແລະ​ອາຫານ​ບໍ່​ຍ່ອຍງ່າຍ,​ແລ້ວ​ລົບ​ກວນ​ການ​ນອນ. ກິນ​​ເຄື່ອງ​ດື່ມ​ຫຼືອ​າຫານ​ທີ່​ມີ​ກາ​ເຟ​ອິນ​ຫຼາຍ​ຍິ່ງ​ແມ່ນ​ມູນ​ເຫດ​ທີ່​ພາ​ໃຫ້​ນອນ​ບໍ່ຫຼັບ,​ໂດຍ​ສະ​ເພາະ​ແມ່ນ​ຄົນ​ທີ່​ສະ​ດຸ້ງ​ໄວ​ຕໍ່​ກາ​ເຟອິນ,​ເຖິງ​ວ່າ​ກິນກາ​ກາວ​ຮ້ອນ​ຈອກ​ໜຶ່ງ​ຫຼັງ​ອາຫານ​ທ່ຽງ ກໍ​ອາດ​ຈະ​ເຮັດ​ໃຫ້​ນອນ​ບໍ່​ຫຼັບ. ນອກ​ນີ້,ການ​ເຟອິນ​ຍັງ​ມີ​ບົດບາດ​ຂັບ​ຖ່າຍ​ປັດສາວະ,ຈະ​ພາ​ໃຫ້​ຕື່ນ​ດຸ,ຈຶ່ງ​ເຮັດ​ໃຫ້​ນອນ​ບໍ່​ອີ່ມ.

ຄັນຊັ້ນ ກ່ອນ​ນອນ​ຄວນ​ກິນ​ຫຍັງ​ແດ່?

ໜຶ່ງ,​​ອາຫານ​ຄ່ຳຕ້ອງ​ກິນ​ໜ້ອຍ​ແດ່,​ໃຫ້​ເລືອກ​ກິນ​ອາຫານ​ທີ່​ມີ​ໄຂມັນ​ໜ້ອຍ,​ແຕ່ມີ​ໂປຼຕິນ​ແລະ​ຍ່ອຍ​ງ່າຍ​,ຕົວຢ່າງ​ຄື​ປາ,ຊີ້ນ​ໄກ່ຫຼືຊີ້ນ​ໝູທີ່​ບໍ່​ມັນ. ກິນ​ອາຫານ​ທາດ​ແປ້ງ​ຈັກ​ໜ່ອຍເຊັ່ນ​ເຂົ້າຈ້າວ​ແລະ​ເຂົ້າຈີ່​ເປັນຕົ້ນ,ຈະ​ຊ່ອຍ​ລະງັບ​ປະສາດ,ມີ​ຜົນ​ດີ​ສຳລັບ​ຜູ້​ນອນ​ບໍ່ຫຼັບ. ຕໍ່​ຜູ້ທີ່​ຕ້ອງ​ກິນ​ອາຫານ​ເດິກ​ຍ້ອນ​​ຕ້ອງ​ເຮັດວຽກ​ການ​ຄືນ​ນັ້ນ,ຄວນ​ເລືອກ​ກິນ​ເບົາ​ທ້ອງ,ອາ​ຫານ​ຈາງ,ມີນ້ຳຫຼາຍ​ແລະ​ຍ່ອຍ​ງ່າຍ. ກິນ​ອາຫານ​ຄ່ຳ​ໃນ​ເວລາ 6 ໂມງ​ແລງ,ນອນ​ໃນ​ເວລາ 10 ​ໂມງ​ກາງຄືນ​ແມ່ນ​ການຈັດ​ວາງ​ເວລາທີ່​ຖືກ​ຫຼັກ​ວິທະຍາສາດ​ກວ່າ​ໝູ່.

ສອງ,​ອາຫານ​ຄ່ຳ​ຢ່າ​ກິນ​ອາຫານ​ທີ່​ມັກພາ​ໃຫ້​ຍື່ງທ້ອງ​​ເຊັ່ນ​ໝາກ​ຖົ່ວ,ຜັກ​ກາດ​ຂາວ,ຜັກ​ບົວ​ໃຫຍ່,ໝາກ​ເຜັດ​ໃຫຍ່,ມັນ​ຝຣັ່ງ,​ເຂົ້າ​ສາລີ,ໝາກ​ກ້ວຍ,​ເຂົ້າຈີ່,ນ້ຳອັດ​ລົມ​ແລະ​ຂອງ​ຫວານ​ເປັນຕົ້ນ.

ສາມ,​ໃຫ້​ກິນ​ອາຫານທີ່​ຊ່ອຍ​ນອນ​ຫຼັບ,​ເຊັ່ນ​ນ້ຳນົມງົວ,​ໄນ,ໝາກ​ບົວ,ຝຸ່ນ​ໄຂ່ມຸກ,ໝາກ​ທັນ​ພາກ​​ໃຕ້​ເປັນຕົ້ນ​ທີ່​ມີ​ບົດບາດ​ຊ່ອຍໃຫ້​​ສະຫງົບ​ຈິດ.