![]( /mmsource/images/2004/04/21/laba.gif)
ທີ່ນີ້ວິທະຍຸສາກົນແຫ່ງປະເທດຈີນ. ສະບາຍດີ, ທ່ານຜູ່ຟັງທີ່ໂຄລົບ, ດີໃຈທີ່ໄດ້ພົບກັບທ່ານໃນລາຍການຂົວອາກາດອີກ.
ມື້ນີ້ແມ່ນມື້ພິເສດ, ແມ່ນມື້ໜຶ່ງທີ່ໜ້າສະຫຼອງກັນ. ເພາະວ່າ, ມື້ນີ້ແມ່ນວັນເກີດຂອງເພື່ອນຜູ້ຟັງສອງຄົນ. ພໍດີ, ພວກເພິ່ນທັງສອງລ້ວນແຕ່ແມ່ນໄທຊຽງຂວາງ, ຄື, ທ່ານອຳເພັດ ທີ່ຫ້ອງການສະພາແຂວງຊຽງຂວາງແລະ ທ່ານບຸນມີ ແສງທູນມີຢູ່ບ້ານໂພນງາມ ເມືອງແປກ ແຂວງຊຽງຂວາງ. ນະທີ່ນີ້, ແກ້ວມະນີຂໍຕາງໜ້າພະນັກງານທຸກໆຄົນຂອງ CRI ຈັດເພງ: ຮູ້ວ່າຮັກກັນ ສູ່ຟັງເພື່ອເປັນຂອງຂວັນ, ອວຍພອນໃຫ້ເພື່ອນທີ່ຮັກແພງທັງສອງຈົ່ງສຸກສັນວັນເກີດ, ແລະມ່ວນຊື່ນໃນທຸກໆວັນ. ພ້ອມກັນນັ້ນ, ກໍຝາກໃຫ້ເພື່ອນທຸກຄົນທີ່ພວມຟັງລາຍການຂອງພວກເຮົາຢູ່ດດຽວນນີ້ຟັງນຳກັນ.
ທ່ານຜູ້ຟັງທີ່ຮັກແພງ, ກ່ອນລາຍການຂົວອາກາດພາກນີ້ຈະສິ້ນສຸດລົງ, ຂໍອວຍພອນອີກເທື່ອໜຶ່ງໃຫ້ທ່ານອຳເພັດແລະທ່ານບຸນມີ ແສງທູນມີສຸກສັນວັນເກີດ, ພ້ອມກັນນັ້ນ, ພວກເຮົາກໍຫວັງໃຫ້ມີເພື່ອນລາວຍິ່ງຫຼາຍເຂົ້າເປັນມິດລາຍການຂອງພວກເຮົາ. ຖ້າວ່າ, ທ່ານມີຄວາມຮຽກຮ້ອງແນວໃດກໍ່ສົ່ງຂ່າວມາໃຫ້ພວກເຮົາດ້ວຍຈົດໝາຍໃຫ້ຝາກມາບ່ອນຢູ່ດັ່ງຕໍ່ໄປນີ້: CRI – 13 ຕູ້ປ.ນ. 4216 Beijing China ຫຼື ຕູ້ປ.ນ. 442 ວຽງຈັນ ສ.ປ.ປ.ລາວ. ຖ້າແມ່ນ Email ໃຫ້ໄປທີ່: lao@chinabroadcast.cn ຖ້າທ່ານພາດເວລາກະຈາຍສຽງແລ້ວ, ຍັງເຂົ້າຟັງໃນເວບໄຊຂອງພວກເຮົາກໍ່ໄດ້, ຄື, www.cri.cn ຫຼື la.chinabroadcast.cn ຖ້າທ່ານພາດເວລາກະຈາຍສຽງແລ້ວ, ຍັງຈະສາມາດຂຶ້ນເວໄຊຂອງພວກເຮົາ, ຄື, www.cri.cn ຫຼື la.chinabroadcast.cn
ເອົາລະ, ລາຍການຂົວອາກາດມື້ນີ້ຂໍຈົບລົງພພຽງທໍ່ນີ້, ຂອບໃຈທີ່ທ່ານຮັບຟັງ, ສະບາຍດີ!
|