|
 |
(GMT+08:00)
2005-03-25 17:48:41
|
 |
ເປັນຫຍັງລັດຖະບານຊາລອນຈື່ງອອກແຜນການຂະຫຍາຍສ້າງຈຸດຕັ້ງຖິ່ນຖານ
cri
Author: huachunmei
ຕາມຂ່າວ CRI: ຫວ່າງມໍ່ໆນີ້, ລັດຖະບານອິສຣາແອນໄດ້ອອກແຜນການສ້າງເຮືອນຢູ່ໃໝ່ຫຼາຍພັນຫັຼງຢູ່ຝັງຕາເວັນຕົກແມ່ນ້ຳຈໍແດນ, ຄື, ແຜນການຂະຫຍາຍສ້າງຈຸດຕັ້ງຖິ່ນຖານ, ນີ້ໄດ້ເຮັດໃຫ້ປາເລັສຕີນມີປະຕິກິລິຍາຢ່າງຮຸນແຮງ. ວັນທີ 24 ມີນາ, ໃນເວລາທ່ານເອເລຄາດຜູ້ແທນການເຈລະຈາຜູ່ທີໜຶ່ງຂອງປາເລັສຕີນພົບປະເຈົ້າໜ້າທີ່ຊັ້ນສູງຂອງອາເມລິກາທີ່ໄປຢ້ຽມຢາມນັ້ນ, ທ່ານໄດ້ຮຽກຮ້ອງຢ່າງຮຸນແຮງໃຫ້ອາເມລິກາໃຊ້ກຳລັງໜິບຕໍ່ອິສຣາແອນ, ບັງຄັບໃຫ້ອິສຣາແອນຍົກເລີກແຜນການດັ່ງກ່າວນີ້.
ຕາມການກຳນົດໃນແຜນການເສັ້ນທາງສັນຕິພາບຕາເວັນອອກກາງ, ອິສຣາແອນຕ້ອງເຊົາການສ້າງຈຸດຕັ້ງຖິ່ນຖານຂອງຊາວຢິວໃນປັດຈຸບັນນີ້ແລະມ້າງຈຸດຕັ້ງຖິ່ນຖານຜິດກົດໝາຍ. ປັດຈຸບັນນີ້, ໃນຍາມຫົວລ້ຽວຫົວຕໍ່ທີ່ການພົວພັນລະຫວ່າງປາເລັສຕີນແລະອິສຣາແອນນັບມື້ນັບຜ່ອນຄາຍ ປະຊາຄົມໂລກ ເຊິ່ງລວມທັງອາເມລິກາພະຍາຍາມຊຸກຍູ້ການປະຕິບັດແຜນການເສັ້ນທາງສັນຕິພາບຄືນໃໝ່, ອິສຣາແອນພັດອອກແຜນການຂະຫຍາຍສ້າງຈຸດຕັ້ງຖິ່ນຢ່າງກະທັນຫັນ, ເຂົາມີສຸດປະສົງຫຍັງແດ່?
ແຜນການສ້າງສາດັ່ງກ່າວແມ່ນທ່ານໂມຟາສ ລັດຖະມົນຕີກະຊວງປ້ອງກັນປະເທດອິສຣາແອນອະນຸມັດໃນວັນທີ 20 ມີນານີ້. ອີງຕາມແຜນການນີ້, ອິສຣາແອນຈະສ້າງເຮຶອນໃໝ່ປະມານ 3500 ຫັຼງຢູ່ຈຸດຕັ້ງຖິ່ນຖານຂອງຊາວຢິວຂະໜາດໃຫຍ່ເຊິ່ງຢູ່ລະຫວ່າງເມືອງເຢລູຊາເລັມຕາເວັນອອກກັບເມືອງອາດູມິນທາງຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຫ່າງຈາກເມືອງເຢລູຊາເລັມຕາເວັນອອກ 5 ກິໂລແມັດ, ເຮັດໃຫ້ຈຸດຕັ້ງຖິ່ນຖານຢູ່ເຢລູຊາເລັມຕາເວັນອອກແລະຢູ່ອາດູມິນຕິດຕໍ່ກັນ. ເມື່ອເປັນແນວນີ້, ບໍ່ພຽງແຕ່ມີຜົນດີຕໍ່ອິສຣາແອນເພີ່ມການຄວບຄຸມຈຸດຕັ້ງຖິ່ນຖານຂອງຊາວຢິວທາງຝັ່ງຕາເວັນຕົກແມ່ນ້ຳຈໍແດນທໍ່ນັ້ນ, ຍັງສາມາດຕັດແຍກເມືອງເຢລູຊາເລັມຕາເວັນອອກຈາກເຂດອື່ນໆຂອງປາເລັສຕີນ, ເພື່ອສ້າງເງື່ອນໄຂໃຫ້ອິສຣາແອນກືນກິນເຢລູຊາເລັມຕາເວັນອອກໃນທີ່ສຸດ. ນອກນີ້, ເຂດຈຸດຕັ້ງຖິ່ນຖານຂອງຊາວຢິວທີ່ເລິກເຂົ້າໄປທາງຝັງຕາເວັນຕົກແມ່ນ້ຳຈໍແດນຍັງໄດ້ຕັດຝັ່ງຕາເວັນຕົກແມ່ນ້ຳຈໍແດນເປັນສອງພາກສ່ວນ ຄື, ພາກໃຕ້ແລະພາກເໜືອ, ແລ້ວຂວາງຂັ້ນຄວາມຄົບຖ້ວນແລະຄວາມເຊື່ອມຕໍ່ກັນຂອງດິນແດນປາເລັສຕີນ.
ທີ່ຈິງແລ້ວ, ແຜນການທີ່ມີເຈຕະນາຍຸດທະສາດອັນຈະແຈ້ງນີ້ບໍ່ແມ່ນການປະດິດສ້າງກ່ອນໝູ່ຂອງລັດຖະບານຊາລອນ, ຫາກແມ່ນໄດ້ມີຂຶ້ນຫວ່າງສິບກວ່າປີກ່ອນ. ລັດຖະບານຊາລອນອອກແຜນການນີ້ຄືນໃໝ່ໃນເວລານີ້, ຕົ້ນຕໍມີການພິຈາລະນາດັ່ງລຸ່ມນີ້:
ໜຶ່ງແມ່ນເຮັດໃຫ້ເປັນເລື່ອງຈິງກ່ອນການເລີ່ມປະຕິບັດຂະບວນວິວັດສັນຕິພາບ, ເພື່ອສະເໜີເງື່ອນໄຂສູງໃນການເຈລະຈາ.
ສອງແມ່ນປະສານສົມທົບກັບແຜນການຖອນທະຫານອອກຈາກແຖບກາຊາ, ເພື່ອຫຼຸດຜ່ອນກຳລັງຂັດຂວາງທີ່ແຜນການການເຄື່ອນໄຫວແຕ່ຝ່າຍດຽວປະສົບຢູ່ພາຍໃນປະເທດ, ພ້ອມກັນນັ້ນ, ເຮັດໃຫ້ການຄັດຄ້ານແຜນການດັ່ງກ່າວຂອງປະຊາຄົມໂລກຫຼຸດລົງລະດັບຕ່ຳສຸດ.
ຕາມຂ່າວແຈ້ງວ່າ, ແຜນການຂະຫຍາຍສ້າງຈຸດຕັ້ງຖິ່ນຖານຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນຍັງຕ້ອງໃຫ້ລັດຖະບານອິສຣາແອນອະນຸມັດໃນທີ່ສຸດ, ສ່ວນແຜນການດັ່ງກ່າວນີ້ຈະປະຕິບັດໄດ້ຫຼືບໍ່, ທ່າທີ່ຂອງອາເມລິກາແມ່ນສຳຄັນທີ່ສຸດ.
|
|
|