ທ່ານໄຊຢົງແມ່ນນັກປາດຜູ່ມີຊື່ສຽງໃນປະຫວັດສາດຈີນ,ເພິ່ນບໍ່ພຽງແຕ່ມີພອນສະຫວັນທາງວັນນະຄະດີທໍ່ນັ້ນ,ຫາກຍັງຊຳນານດົນຕີນຳອີກ,ທ່ານໄຊຢົງເຄີຍເປັນເຈົ້ານາຍໃຫຍ່,ແຕ່ຕໍ່ຜູ່ມີຄວາມປີຊາສາມາດ,ເພິ່ນຊ້ຳພັດເຄົາລົບນັບຖືທີ່ສຸດ,ທ່ານໄຊຢົງເປັນຄົນສະໄຫມຮ້ານໃນສັດຕະວັດທີສອງ,ເພິ່ນກຳເນີດໃນຄອບຄົວທີ່ມີຄວາມຮູ້ຄວາມສາມາດມາເຊັ່ນຄົນແລ້ວ,ໃນຍາມຍັງນ້ອຍກໍ່ໄດ້ຮັບການສຶກສາອັນດີງາມ,ໂດຍສະເພາະແມ່ນມູນລະສຶກສາດ້ານສິນລະປະດົນຕີ,ແລະບວກກັບເພິ່ນຫມັ່ນຮ່ຳຫມັ່ນຮຽນທີ່ສຸດ,ສະນັ້ນ,ໃນເວລາອາຍຸ 20 ກວ່າປີ,ເພິ່ນກໍໄດ້ເປັນນັກດົນຕີທີ່ມີຊື່ສຽງທີ່ສຸດມາແລ້ວ.
ມີມື້ຫນຶ່ງ,ໄທເຮືອນໃກ້ຄຽງຜູ່ຫນຶ່ງໄດ້ເຊີນທ່ານໄຊຢົງມາເປັນຫມູ່ກິນເຫຼົ້ານຳກັນ,ພໍທ່ານໄຊຢົງໄປຮອດປາກປະຕູເຮືອນໃກ້ຄຽງ,ພວກແຂກຢູ່ໃນເຮືອນພວມກິນເຫຼົ້ານຳກັນຢ່າງມ່ວນຊື່ນ,ຢູ່ຫລັງລັບແລ,ຍັງມີແຂກຜູ່ຫນຶ່ງພວມຕີຂິມຢູ່,ທ່ານໄຊຢົງຫງ່ຽງຫູຟັງສຽງຂິມຄັກໆ,ກໍ່ຮູ້ສຶກວ່າໃນສຽງຂິມນັ້ນເຕັມໄປແຕ່ກິນຫນື້ກິ່ນເຈ້ຍ,ເພິ່ນຈິ່ງຕົກໃຈວາບບາດຫນຶ່ງຮູ້ສຶກວ່າຟັງສຽງຂິມນີ້ເບິ່ງແມ,ເຈົ້າຂອງເຮືອນແມ່ນຢາກຂ້າຂ້ອຍ,ຂ້ອຍກັບເພິ່ນແມ່ນບໍ່ໄດ້ຜູກພະຍາບາດຄາດພະຍາມານກັນເລີຍ,ແຕ່ເປັນຫຍັງຈິ່ງເປັນແນວນີ້?ເພິ່ນກໍ່ຟ້າວຫັນຫລັງກັບຄືນເມືອເຮືອນໃນທັນທີໂລດ.
ລູກຈ້າງຂອງເຮືອນໃກ້ຄຽງເວົ້ານຳເຈົ້າຂອງເຮືອນວ່າ,ທ່ານໄຊຢົງມາຮອດປາກປະຕູເຮືອນພັດກັບຄືນເມືອແລ້ວ,ໄທເຮືອນໃກ້ຄຽງຮູ້ສຶກປະຫຼາດໃຈທີ່ສຸດ,ຈິ່ງເລີຍສໍ້ຖາມກົກປາຍສາຍເຫດ.
ທ່ານໄຊຢົງໄດ້ບອກໃຫ້ໄທເຮືອນໃກ້ຄຽງຮູ້ຄວາມເປັນຫ່ວງຂອງຕົນ,ໄທເຮືອນໃກ້ຄຽງກໍຍັງບໍ່ເຂົ້າໃຈ,ບັດນັ້ນ,ສອງຄົນເຂົາເຈົ້າກໍໄປຖາມຜູ່ຕີຂິມ,ຜູ່ຕີຂິມອະທິບາຍວ່າ,ເວລາຂ້ອຍເລີ່ມຕີຂິມ,ພໍດີເຫັນແມງມ້າໂຕຫນຶ່ງຢູ່ເທິງກົກໄມ້ນອກເຮືອນພວມໄລ່ກິນຈັກຈັ່ນຢູ່,ພາໃຫ້ຈິດໃຈສະທ້ານຂຶ້ນພ້ອມບາດ,ຈິ່ງສະແດງເປັນສຽງກິ່ນຫນື້ກິ່ນເຈ້ຍອອກຢູ່ໃນສຽງຂິມຢ່າງບໍ່ຮູ້ສຶກຕົວ,ມັນບໍ່ແມ່ນຂ້ອຍມີຈິດໃຈຢາກຂ້າຄົນຫຍັງດອກ,ຈາກນັ້ນຄົນທັງຫຼາຍຈິ່ງພາກັນນັບຖືທີ່ສຸດນຳພູມຄວາມຮູ້ທາງດົນຕີຂອງທ່ານໄຊຢົງ.
ຍັງມີອີກເທື່ອຫນຶ່ງ,ໃນເວລາເດີນທາງ,ທ່ານໄຊຢົງໄດ້ຍ່າງຜ່ານເຮືອນຊາວນາຫລັງຫນຶ່ງ,ເຮືອນຫລັງນີ້ພວມດັງໄຟແຕ່ງກິນຢູ່.
ຢູ່ໃນເຕົາໄຟນັ້ນມີຟືນໄມ້ຖົງແຕກດັງໂປ້ງຂຶ້ນຢ່າງກະທັນຫັນ,ຟືນທີ່ພວມໄຫມ້ໃນເຕົາກໍມີສຽງດັງຂຶ້ນ,ພໍທ່ານໄຊຢົງໄດ້ຍິນກໍ່ຮູ້ສຶກວ່າຟືນໄມ້ຖົງນີ້ແມ່ນວັດສະດຸອັນດີສຳລັບເຮັດຂິມໄດ້,ບັດນັ້ນກໍເລີຍຮ້ອງຂໍເຈົ້າເຮືອນຫລັງນີ້ຈົ່ງເອົາຟືນຕອນນີ້ໃຫ້ເພິ່ນເອົາເມືອເຮັດຂິມ,ເມື່ອເພິ່ນເຮັດຂິມແລ້ວໆ,ສຽງຂອງມັນກໍມ່ວນນວນແທ້,ແຕ່ຍ້ອນຟືນໄມ້ຖົງທີ່ເອົາມາເຮັດຂິມນັ້ນມີສົ້ນຫນຶ່ງຖືກໄຫມ້,ເມື່ອເຮັດເປັນຂິມແລ້ວກໍຍັງເບິ່ງອອກຢູ່,ດ້ວຍເຫດນີ້,ໃນຄາວນັ້ນ,ຄົນທັງຫຼາຍຈິ່ງເອີ້ນຂິມທີ່ມີສຽງມ່ວນນວນດັ່ງກ່າວເປັນຂິມຈຽວອຸຍ ແປວ່າຂິມໄຫມ້ຫາງປາຍ.
ທີ່ຈິງແລ້ວ,ທ່ານໄຊຢົງບໍ່ພຽງແຕ່ເປັນຄົນຊ່າງດົນຕີທໍ່ນັ້ນ,ທັງຕີຂິມກໍ່ເກັ່ງທີ່ສຸດແລະທັງມີພູມຄວາມຮູ້ເລິກທາງດ້ານປະດິດຄຶດແຕ່ງວັນນະຄະດີແລະແຕ້ມຮູບ,ເພິ່ນຍັງເປັນຫນຶ່ງໃນຈຳນວນນັກແຕ້ມເກັງ 4 ຄົນໃນສະໄຫມນັ້ນອີກດ້ວຍ.
ໃນເວລາທ່ານໄຊຢົງ ອາຍຸ 50 ກວ່າປີ.ກໍ່ໄດ້ເປັນເຈົ້ານາຍຜູ່ໃຫຍ່ທີ່ດຳລົງຕຳແຫນ່ງສູງ,ຍ້ອນວ່າໄດ້ຮັບຜົນສຳເລັດຢ່າງເດັ່ນຊັດໃນດ້ານວັນນະຄະດີແລະສິນລະປະ,ເຮືອນຂອງເພິ່ນໃນເວລານັ້ນ,ກໍມັກມີແຂກມີຄົນມາຢາມເລື້ອຍໆ,ພວກເພິ່ນລາງເທື່ອກໍ່ໂອ້ລົມກັນເລື່ອງບ້ານເລື່ອງເມືອງ,ລາງເທື່ອກໍຕື່ມເຫຼົ້າແຕ່ງກາບແຕ່ງກອນ,ໃນຈຳນວນແຂກເຫຼົ່ານີ້ລາງຄົນກໍແມ່ນຜູ່ມີຄວາມຮູ້ຄວາມສາມາດແທ້ຈິງ,ລາງຄົນຊ້ຳພັດແມ່ນຄົນມັກຍ້ອງປະຈົບປະແຈງຈຳນວນຫນຶ່ງ.
ມີມື້ຫນຶ່ງ,ຢູ່ເຮືອນທ່ານໄຊຢົງກໍມີແຂກມີຄົນເຕັມເຮືອນເຕັມຊານຢູ່ຄືເກົ່າ,ຄົນທັງຫຼາຍພວມນັ່ງກິນເຫຼົ້າທັງໂອ້ລົມວຽກບ້ານການເມືອງຢູ່.ໃນສະໄຫມຈີນບູຮານຄັນຄົນກິນເຂົ້າແລະດື່ມເຫຼົ້າຢູ່ໃນເຮືອນ,ຈະຕ້ອງປົດເກີບຫມົດ,ແລ້ວນັ່ງພື້ນເປັນຕີວົງອ້ອມໂຕະ.ໃນເວລານັ້ນ,ມີຄົນໃຊ້ເຂົາມາແຈ້ງວ່າ,ມີຄົນຊື່ອວງເຈີ ຢາກຂໍພົບທ່ານອວງເຈີ ພຽງແຕ່ເປັນຊາວຫນຸ່ມຜູ່ຫນຶ່ງທີ່ມີຊື່ສຽງບໍ່ດົ່ງບໍດັງທັງຫຼາຍໃນຄາວນັ້ນ,ພໍແຂກຄົນໄດ້ຍິນຊື່ຂອງເພິ່ນແລ້ວ,ໃຜກໍ່ບໍ່ເອົາໃຈໃສ່,ແຕ່ວ່າເວລານັ້ນພັດມີທ່ານໄຊຢົງ ປົງຈອກເຫຼົ້າລົງຈົມບໍ່ທັນໄດ້ໃສ່ເກີບເທື່ອກໍ່ຟ້າວອອກໄປຕ້ອນຮັບທ່ານອວງເຈີຢູ່ປາກປະຕູນີ້ກໍ່ແມ່ນນິທານເລື່ອງໄຊຢົງຕ້າວຊີແປວ່າທ່ານໄຊຢົງບໍ່ໃສ່ເກີບ,ພາຍລຸນມາຄົນຮຸ້ນຫລັງກໍເອົາສຸພາສິດຄຳນີ້ມາສະແດງເຖິງຄວາມໂຄລົບພິເສດຕໍ່ຜູ່ອື່ນຫຼືຊົມເຊີຍແຂກຜູ່ມີກຽດ.
|