ກ່ອນອື່ນເຊີນຟັງແນວປູກທີ່ສົ່ງມາຈາກອະວະກາດ,ເມື່ອປີ 1984 ອາເມລິກາໄດ້ຍິງສົ່ງດາວທຽມວິທະຍາສາດອ້ອມໂລກຫນ່ວຍຫນຶ່ງ,ໃນດາວທຽມມີແກ່ນຫມາກເລັ່ນ 13 ລ້ານເມັດ,ເອົາໄປທົດລອງເບີຍຢູ່ກາງອະວະກາດເປັນເວລາສອງປີ,ໂດຍມີຈຸດປະສົງຢາກສັງເກດວ່າເມື່ອມັນບໍ່ມີນ້ຳຫນັກ,ຖືກລັງສີອະວະກາດ ອູນຫະພູມແລະເວລາກໍມີການປ່ຽນແປງຢ່າງດົນນານແລ້ວ,ແກ່ນຫມາກເລັ່ນຈະມີຜົນສະທ້ອນຫຍັງແດ່,ຕໍ່ມາ,ຍ້ອນຍົນອະວະກາດແຊນແລນເຈີໄດ້ເກີດອຸປະຕິເຫດ,ເລີຍເຮັດໃຫ້ແຜນການອະວະກາດຂອງອາເມລິກາສົນລະວົນ,ມາຮອດປີ 1990 ຄືນກັບມາຕັ້ງ 6 ປີ,ຍົນອະວະກາດໂກລົມບີຈິ່ງເອົາແຂນກົນໄປຈັບເອົາດາວທຽມຫນ່ວຍດັ່ງກ່າວກັບຄືນມາ.
ບັດນັ້ນ,ກົມນາຊາອາເມລິກາໄດ້ເອົາແກ່ນຫມາກເລັ່ນເຫຼົ່ານີ້ໄປກ້າຢູ່ໃນສວນ,ພ້ອມກັນນັ້ນຍັງຢາຍໃຫ້ນັກຮຽນປະຖົມຢູ່ຕາມແຫ່ງຕ່າງໆໃນອາເມລິກາ,ໄປທົດລອງກ້າຢູ່ຕາມທາດດິນທີ່ຕ່າງກັນໃນແຫ່ງຕ່າງໆອີກ,ຜົນສຸດທ້າຍແກ່ນຫມາກເລັ່ນເຫຼົ່ານີ້ກໍແຕກຫນໍ່ແລະໃຫຍ່ເປັນກົກຂຶ້ນຢ່າງໄວວາ,ພ້ອມທັງເປັນຫມາກດົກກວ່າຫມາກເລັ່ນທີ່ປູກຢູ່ຕາມເງື່ອນໄຂດຽວກັນແຕ່ 30% ຫາ 60% .
ຫມາກເລັ່ນອະວະກາດແນວນີ້ຫນ່ວຍໃຫຍ່,ສີແດງເປັ່ງ,ທັງຫວານສົ້ມພໍດີພໍງາມ,ກິນກໍແຊບແລະກໍ່ບໍ່ໄດ້ປະກົດເຫັນວ່າມັນມີທາດທີ່ເປັນໂທດຕໍ່ຄົນເຮົາຫຍັງເລີຍ.ເມື່ອເຫັນຫມາກເລັ່ງອະວະກາດແນວນີ້ກໍພາໃຫ້ນັກວິທະຍາສາດຮູ້ສຶກກະຕຸ້ນໃຈທີ່ສຸດ,ແລ້ວເລີຍເຮັດໃຫ້ນັກວິທະຍາສາດເກີດມີຄວາມຄຶດໃຫມ່,ມາຮອດປີ 1991,ນັກວິທະຍາສາດຈີນຈິ່ງໄດ້ເອົາພັນພືດຕ່າງໆເຊັ່ນ:ເຂົ້ານາ,ແກ່ນຫມາກເຜັດໃຫຍ່ແລະອື່ນໆ.ໃສ່ເຂົ້າໃນດາວທຽມແບບເອົາກັບຄືນມາ,ໄດ້ຂຶ້ນເມືອທົດລອງຢູ່ອະວະກາດ,ເມື່ອດາວທຽມກັບຄືນສູ່ຫນ້າດິນແລ້ວ,ກໍເອົາແນວປູກເຫຼົ່ານັ້ນ,ໄປປູກທົດລອງຢູ່ຕາມແຫ່ງຕ່າງໆ,ຜົນສຸດທ້າຍ,ເມື່ອເອົາແກ່ນຫມາກເຜັດໃຫຍ່ໄປກ້າຢູ່ແຂວງເຮີຍລົງຈ່ຽງແລ້ວ,ແກ່ນຫມາກເຜັດໃຫຍ່ດັ່ງກ່າວກໍເປັນຫມາກໃຫຍ່ກວ່າເກົ່າຕັ້ງສອງເທົ່າ,ແນວເຂົ້ານາທີ່ເອົາໄປທົດລອງກ້າຢູ່ແຂວງຈ່ຽງຊີ່,ກໍບໍ່ພຽງແຕ່ຮວງຍາວ,ເມັດໃຫຍ່ທໍ່ນັ້ນ,ບາງຕົ້ນກໍຍັງມີກິ່ງງ່າສາຂາແຕກອອກອີກ,ສິ່ງທີ່ເຮັດໃຫ້ຄົນເຂົ້າໃຈຍາກນັ້ນແມ່ນ,ແກ່ນດອກຫອມໄກ່ສີອິດເມື່ອເອົາຂຶ້ນເມືອທ່ຽວຢູ່ອະວະກາດແລ້ວ,ເອົາມາປູກອີກພັດອອກດອກເປັນສີຂຽວອ່ອນ,ຈົນກາຍເປັນດອກໄມ້ລ້ຳຄ່າພຽງຊະນິດດຽວໃນໂລກ.
ຫວ່າງມໍ່ໆນີ້,ເຂົ້າເບຼອະວະກາດຮຸ່ນທີສີ່ກັບຮຸ່ນທີສາມນັ້ນແມ່ນມັນໃຫຍ່ງາມກວ່າ,ຮວງກໍຍາວທັງມີເມັດຫຼາຍແລະຕິ່ງດີ,ພ້ອມບໍ່ຢ້ານເປັນເພ້ຍ.ຕາມຄຳນວນເຫັນວ່າ,ເຂົ້າເບຼອະວະກາດນີ້ມີຜົນຜະລິດໄດ້ເຖິງ 5280 ກິໂລຕໍ່ເຮັກຕາ,ເມື່ອທຽບກັບເຂົ້າເບຼເລກ 5 ປະເພດດຽວທີ່ບໍ່ໄດ້ສົ່ງຂຶ້ນອະວະກາດນັ້ນແລ້ວເຫັນວ່າ,ໄດ້ຜົນຫຼາຍກວ່າເກົ່າ 420 ກິໂລຕໍ່ເຮັກຕາ,ທາດໂປຼຕີນກໍສູງກວ່າ 9% ເຊິ່ງລ້ວນແຕ່ລື່ນກາຍເຂົ້າເບຼອະວະກາດຮຸ່ນທີສາມທັງນັ້ນ.
ທ່ານຜູ່ຟັງທີ່ໂຄລົບ,ຄັນຮອດຍາມປູກຝັງແລ້ວ ສັດຕູພືດກໍມັກນຳເອົາຄວາມລຳຄານມາສູ່ຊາວກະສິກອນບໍ່ຫນ້ອຍ,ຍ້ອນວ່າເຂົາເຈົ້າຢ້ານສັດຕູພືດຈະທຳລາຍເຄື່ອງປູກຂອງຝັງຂອງຕົນ,ເພາະສະນັ້ນ,ການປ້ອງກັນສັດຕູພືດຈິ່ງໄດ້ກາຍເປັນບັນຫາທີ່ນັກວິທະນາສາດຈະຕ້ອງຊ່ອຍແກ້.
ແຕ່ກ່ອນແມ່ນມີພຽງວິທີດຽວສຳລັບກັນສັດຕູພືດຄືໃຊ້ບັ້ງສີດພົ່ນຢາທໍ່ນັ້ນ,ກໍເຫັນວ່າໄດ້ຜົນຢູ່,ແຕ່ວ່າຢາຂ້າສັດຕູພືດນັ້ນ,ມັນພັດມີພິດຢູ່ບໍ່ຫນ້ອຍ,ແລະເປັນໂທດແກ່ຄົນແລະສັດ.ດຽວນີ້ຢູ່ອາເມລິກາແລະການາດາເຂົາເຈົ້າໄດ້ຄົ້ນຄວ້າວິທີໃຫມ່,ຄືໃຊ້ເຕັກໂນໂລຊີແຊນມາແກ້ໄຂ,ພຶດທີ່ໃຊ້ເຕັກໂນໂລຊີປະເພດນີ້ມັນສາມາດກັນພະຍາດໄດ້.ແຊນແມ່ນວັດຖຸກຳມະພັນແນວຫນຶ່ງ,ຖ້າຕື່ມແຊນກຳມະພັນໃສ່ເຂົ້າໃນແນວມັນຝຼັ່ງ,ກໍ່ຕ້ານແມງທີ່ມັກກັດມັນຝຼັ່ງໄດ້,ເຂົ້າສາລີກໍ່ຕ້ານແມງທີ່ມັກກັດຫມາກສາລີໄດ້,ຝ້າຍກໍ່ຕ້ານບົ້ງແມງໄດ້ຫຼາຍຊະນິດ.ຕາມເວົ້າວ່າ,ແຊນກຳມະພັນທີ່ໃສ່ເຂົ້າໄປໃນແນວປູກນັ້ນແມ່ນເຊື້ອຊະນິດຫນຶ່ງໃນດິນປູກຝັງ,ແລະພິດທີ່ມີຢູ່ໃນເຊື້ອຊະນິດນີ້ສາມາດຂ້າບົ້ງແມງຕ່າງໆຕາຍຫມົດ,ແຕ່ມັນພັດບໍ່ເປັນຜົນຮ້າຍຕໍ່ແມງເຜີ້ງທີ່ມາຕອມເກສອນແລະບໍ່ເປັນຜົນຮ້າຍຕໍ່ສັດແລະຄົນ,ຍ້ອນວ່າບໍ່ຕ້ອງການໃຊ້ຢາຂ້າສັດຕູພືດ,ສະນັ້ນ,ພືດພັນທີ່ເອົາໄປປູກຈິ່ງມີຜົນຮ້າຍຫນ້ອຍຕໍ່ດິນປູກຝັງ.ພືດທີ່ໃຊ້ເຕັກໂນໂລຊີແຊນດັດແປງແລ້ວ,ບໍ່ວ່າຫມາກຜົນສ່ວນປະກອບຫຼືຄຸນນະພາບກໍ່ລ້ວນແຕ່ໄດ້ຮັບການປົວແປງໃຫ້ດີຂຶ້ນ. ທ່ານຜູ່ຟັງທີ່ໂຄລົບ,ທ່ານກໍອາດຈະໄດ້ຍິນເຂົາເຈົ້າເວົ້າແລ້ວວ່າເຈັ້ຍແມ່ນຫນຶ່ງໃນຈຳນວນສິ່ງປະດິດສ້າງໃຫຍ່ສີ່ຢ່າງຂອງຈີນໃນສະໄຫມບູຮານ,ຕັ້ງແຕ່ສັດຕະວັດທີ 2 ກ່ອນ ຄ.ສ ມາຮອດປະຈຸບັນກໍມີປະຫວັດມາໄດ້ 2200 ປີແລ້ວການປະດິດເຈັ້ຍໄດ້ນຳເອົາຜົນປະໂຫຍດຫຼວງຫຼາຍທີ່ສຸດມາສູ່ອາລະຍະທຳຂອງໂລກ,ຄຽງຄູ່ກັບວິທະຍາສາດເຕັກນິກໄດ້ມີການຂະຫຍາຍຕົວ,ເຈັ້ຍທຸກຊະນິດແລະ ຄຸນປະໂຫຍດຂອງມັນກໍໄດ້ມີການປະດິດສ້າງໃຫມ່ເລື້ອຍໆ,ຕໍ່ໄປເຮົາຈະຂໍສະເຫນີເຈັ້ຍວິທະຍາສາດເຕັກນິກສູງບາງຊະນິດຢ່າງຫນ້າງຶດ.
ອັນທີຫນຶ່ງແມ່ນເຈັ້ຍຂາວສຳລັບປ້ອງກັນເສຍຄວາມລັບ,ຫວ່າງມໍ່ໆນີ້,ມີບໍລິສັດຫນຶ່ງຂອງການາດາໄດ້ຄົ້ນຄວ້າເຈັ້ຍຂາວແບບໃຫມ່ແນວຫນຶ່ງ,ສິ່ງພິມຢູ່ຕາມຫນ້າເຈັ້ຍຊະນິດນີ້.ຖ້າເຮົາຢາກຮັກສາຄວາມລັບໃນບາງປະໂຫຍດແລະບາງຕອນ,ເຮົາກໍພຽງແຕ່ໃຊ້ປາກກາສະເພາະຂີດເປັນເສັ້ນໃສ່ບາດຫນຶ່ງ.ນ້ຳມືກໃນປາກກາຊະນິດດັ່ງກ່າວເປັນສີໄສ,ພໍຖືກນ້ຳມຶກຂີດໃສ່ຫນ້າເຈັ້ຍກໍ່ເກີດເປັນຮອຍລາຍໆໂລດ,ຮອຍເຫຼົ່ານີ້ບໍ່ມີຜົນສະທ້ອນຫຍັງຕໍ່ການອ່ານບົດ,ແຕ່ເວລາຈັກໂຟໂຕໂກປີພິມອອກມາ,ບ່ອນທີ່ນ້ຳມຶກພິເສດຂີດໃສ່ນັ້ນຈະເປັນສີດຳຫມົດຈົນບໍ່ເຫັນໂຕຫນັງສືຫຍັງເລີຍ,ຈິ່ງຮັກສາຄວາມລັບໄດ້ຕາມຄວາມປະສົງແມ່ນເຈັ້ຍທີ່ສາມາດເກັບຄວາມຮ້ອນໄດ້,ຫວ່າງມໍ່ໆນີ້,ອາເມລິກາໄດ້ຄົ້ນຄວ້າເຈັ້ຍແບບໃຫມ່ແນວຫນຶ່ງຄື:ເຈັ້ຍຮັກສາຄວາມຮ້ອນຂອງພະລັງຕາເວັນໄດ້.ມັນແມ່ນເຈັ້ຍພິເສດສຳລັບຮັກສາຄວາມຮ້ອນຄືກັນກັບເຄື່ອງເກັບຄວາມຮ້ອນພະລັງຕາເວັນ,ຄັນເອົາເຈັ້ຍຊະນິດນີ້ມາຫໍ່ເຄື່ອງກິນ,ແລ້ວເອົາໄປໄວ້ບ່ອນທີ່ມີແສງແດດ,ກໍ່ຈະເກັບຄວາມຮ້ອນໄວ້ຕະຫຼອດໄປ,ສາມາດເຮັດໃຫ້ເຄື່ອງກິນຮ້ອນແລະຮັກສາໃຫ້ມັນອຸ່ນ,ຈົນຮອດເວລາທ່ານແກ້ຫໍ່ອອກ,ຄວາມຮ້ອນຈິ່ງຫມົດໄປ,ທັງນີ້ກໍຈະເປັນການສ້າງໂອກາດໃຫມ່ໃຫ້ແກ່ການປຸງແຕ່ງອາຫານແລະຫໍ່ຂອງກິນ.
ອັນທີສາມແມ່ນເຈັ້ຍທີ່ສົ່ງຄວາມຮ້ອນອອກໄດ້,ນັກວິທະຍາສາດຍີ່ປຸ່ນໄດ້ຄົ້ນຄວ້າເຮັດເຈັ້ຍທີ່ເປັນຫນ້າງຶດຊະນິດຫນຶ່ງ,ຮຽກວ່າເຈັ້ຍສົ່ງຄວາມຮ້ອນ,ຢູ່ສອງສົ້ນຂອງເຈັ້ຍຊະນິດນີ້ມີຂວັ້ນໄຟຟ້າ,ຄັນຕໍ່ໄຟຟ້າ 12 ໂວນໃສ່ສອງສົ້ນຂອງເຈັ້ຍດັ່ງກ່າວ,ຫນ້າເຈັ້ຍກໍ່ຈະຮ້ອນເຖິງ 80 ອົງສາ,ເຈັ້ຍດັ່ງກ່າວແມ່ນເຮັດດ້ວຍໄຍແກ້ວແລະໄຍ ຖ່ານ,ເພາະສະນັ້ນມັນບໍ່ຈິ່ງໄຫມ້ແລະບໍ່ຕ້ອງຢ້ານວ່າມັນຈະເກີດອັກຄີໄພ,ເຈັ້ຍສົ່ງຄວາມຮ້ອນນີ້ກວ້າງ 150 ຊັງຕີແມັດ,ສ່ວນຄວາມຍາວນັ້ນແມ່ນເລືອກຕັດເອົາຕາມໃຈ,ມັນຫນາປະມານ 1 ມີລິແມັດ,ເຊິ່ງມ້ວນພັບຫຼືຫໍ່ໄດ້ຕາມໃຈຄືເຈັ້ຍທຳມະດາ.
ຄັນເອົາເຈັ້ຍແນວນີ້ຫໍ່ອາຫານ,ແລ້ວຕໍ່ໄຟຟ້າໃສ່ແລ້ວ.ກໍຈະເຮັດໃຫ້ເຮືອນອຸ່ນຂຶ້ນ.ນອກນີ້ຖ້າເອົາເຈັ້ຍດັ່ງກ່າວເຮັດເປັນເຄື່ອງຮັກສາຄວາມຕິດໂຕ,ມີແຕ່ເອົາປິນໄຟຟ້າໄປນຳກໍ່ສາມາດກັນຫນາວໄດ້ທຸກເວລາ ສຳລັບຄົນເຈັບທີ່ຕ້ອງການຄວາມອຸ່ນແລ້ວແມ່ນສະດວກທີ່ສຸດ.
|