ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-25 18:56:54    
ຜົນ​ປະ​ໂຫຍດ​ຂອງ​ການ​ຫົວ

cri

ທຸກໆ​ຄົນ​ຍ່ອມ​ປາດ​ຖະຫນາ​ຢາກ​ໃຫ້​ຕົນ​ມີ​ສຸກຂະພາບ​ແຂງ​ແຮງ,ອາຍຸ​ຫມັ້ນຂວັນ​ຍືນ,ນີ້​ແມ່ນ​ເລື່ອງ​ທຳ​ມະ​ດາ,ດັ່ງນັ້ນ,ບາງ​ຄົນ​ກໍ​ຍຶດຫມັ້ນຫຼິ້ນກິລາ​ຫັດ​ແຮງ,ບາງ​ຄົນ​ກໍ​ເອົາ​ໃຈ​ໃສ່​ນຳ​ການ​ກິນ​ອາຫານ​ທີ່​ມີ​ທາດ​ບຳລຸງ,ບາງ​ຄົນ​ກໍ​ເອົາ​ໃຈ​ໃສ່​ນຳ​ການ​ກິນ​ຢາ​ລຳ​ລຸງ​ແນວ​ນັ້ນ​ແນວ​ນີ້,​ແຕ່​ມີຫຼາຍຄົນ​ພັດ​ລືມ​ໃຊ້​ຢາ​ແນວ​ຫນຶ່ງ​ເພື່ອ​ຮັກສາ​ສຸກຂະພາບ​ໂດຍ​ຕົນ​ເອງ​ຄື:ຫົວ ​ໄປ​ຄຽງ​ຄູ່​ກັບ​ການຄົ້ນຄວ້າ​ການ​ຫົວນັ້ນ,ວິຊາ​ກ່ຽວ​ກັບ​ການ​ຫົວ​ເຊິ່ງ​ເປັນ​ວິທະຍາສາດ​ຈະ​ເລີ​ນ​ໃຫມ່​ຢ່າງ​ຫນຶ່ງ,ດຽວນີ້​ກໍ​ພວມ​ຈະ​ເລີ​ນ  ຂຶ້ນ​ໃນ​ປະ​ເທດ​ຈຳນວນ​ຫນຶ່ງ​ແລ້ວ.

ນັກ​ແພດສາດ​ກໍ​ຢືນຢັນ​ມາ​ແລ້ວ​ວ່າ,ການ​ຫົວນັ້ນກໍ​ແມ່ນ​ກິລາ​ແນວ​ຫນຶ່ງ​ທີ່​ມີ​ຜົນ​ປະ​ໂຫຍດ​ແກ່​ຮ່າງກາຍ​ຂອງ​ຄົນ​ເຮົາ,ຫົວ​ເທື່ອ​ຫນຶ່ງ​ອາດ​ເຮັດ​ໃຫ້​ຫນ້າ​ເອິກ,ທ້ອງ ຫົວ​ໃຈ ປອດ ຈົນ​ຮອດ​ຕັບ​ໄຕ​ລ້ວນ​ແຕ່​ໄດ້​ຮັບ​ການ​ຝຶກ​ຫັດ​ໃນ​ເວລາ​ສັ້ນໆ.​ໃນ​ເວລາ​ຫົວນັ້ນ,ສາຍ​ເລືອດ​ແດງ​ຈະ​ເປັ່ງ​ຂຶ້ນ,ສາຍ​ເລືອດ​ຝອຍ​ກໍ​ຕື່ງຂຶ້ນນຳ,​ເຮັດ​ໃຫ້​ຫນ້າ​ແລະ​ກ້າມ​ຄໍ​ແດງ​ຂຶ້ນ,ບາງທີ​ຫນັງ​ຫົວ​ແລະ​ມື​ກໍ​ຈະ​ແດງ​ຂຶ້ນນຳ.
ກ່ຽວ​ກັບ​ບົດບາດ​ຂອງ​ການ​ຫົວນັ້ນ,ຜູ່​ຊ່ຽວຊານ​ຕ່າງປະ​ເທດ​ຜູ່​ຫນຶ່ງ​ໄດ້​ສັງ​ລວມ​ໄວ້ 10 ຂໍ້​ດັ່ງ​ນີ້​ວ່າ:1 ການ​ຫົວ ຈະ​ພາ​ໃຫ້​ປອດ​ຫາຍ​ໃຈ​ໄດ້​ຫຼາຍຂຶ້ນ,2 ຈະ​ທຳ​ຄວາມ​ສະອາດ​ໃນ​ຫຼອດຫາຍ​ໃຈ 3 ຈະ​ລະບາຍ​ອາລົມ​ອັນ​ປອດ​ໄສ, 4 ຈະ​ກຳຈັດ​ປັດເປົ່າ​ຄວາມ​ເຄັ່ງ​ຕຶງ​ທາງ​ປະສາດ 5 ຈະ​ເຮັດ​ໃຫ້​ກ້າມ​ຊີ້ນຜ່ອນ​ຍານ 6 ຈະ​ຊ່ອຍ​ລະບາຍ​ກຳລັງວັງຊາ​ສ່ວນ​ເຫຼືອ,7 ຈະ​ຊ່ອຍ​ຂັບ​ໄລ່​ຄວາມອຸກ​ອັ່ງ 8 ຈະ​ລົດ​ຜ່ອນ​ກຳລັງ​ຫນີບ​ຕ່າງໆ​ທາງ​ດ້ານ​ຈິດ​ໃຈ,9 ຈະ​ຊ່ອຍ​ແກ້ຄວາມ​ລະອາຍ ຄວາ​ມອຶດ​ອັດ​ໃຈ ​ແລະ​ເລື່ອງ​ຫຍຸ້ງ​ສະຫມອງ​ຕ່າງໆ,​ແລະ​ຈະ​ມີ​ຜົນ​ດີ​ຕໍ່​ການ​​ເພີ່ມ​ທະວີ​ການ​ຄົນ​ຄ້າ​ສະມາຄົມ ​ແລະມິດຕະພາບ​ກັບ​ແຂກ​ຄົນ​ແລະ​ຫມູ່​ເພື່ອນ,​ແລະ 10 ຈະ​ເຮັດ​ໃຫ້​ຄວາມ​ເສົ້າຫມອງຈາກ​ເຄາະ​ກຳ​ໃນ​ອະດີດ​ຈາງ​ຫາຍ​ແລ້ວ​ຈະ​ມີ​ຄວາມ​ຫຼາຍຂຶ້ນ,ຝັກ​ໄຝ່ຕໍ່​ອະນາຄົດ​ອັນ​ດີງາມ.

ສຸພາສິດ​ຈີນ​ມັກ​ເວົ້າວ່າ ຫົວ​ບາດ​ຫນຶ່ງ ຫນຸ່ມ 10 ປີ,ຄົນ​ມັກ​ຫົວ ອາຍຸ​ຍືນ,ຄົນ​ມັກໄຫ້ ມັກ​ເກີດ​ພະຍາດ​ໂລຄາ,ຫົວ​ສາມາດ​ປົວ​ພະຍາດ​ບາດ​ເຍົາ​ໄດ້​ຮ້ອຍ​ແປດ​ພັນ​ແນວ,​ແລະ​ອື່ນໆ,ສຸພາສິດ​ເຫຼົ່ານີ້​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ຮັບ​ຮູ້​ອັນ​ເລິກ​ເຊິ່ງກ່ຽວ​ກັບ​ຄຸນຄ່າ​ປົວ​ພະຍາດ​ຂອງ​ການ​ຫົວ​ໃນ​ແພດສາດ​ບູຮານ​ຂອງ​ຈີນ,ການ​ປົວ​ພະຍາດ​ດ້ວຍານ​ຫົວນັ້ນ​ແມ່ນ​ມີ​ປະຫວັດ​ຍາວ​ນານ​ມາ​ແລ້ວ​ຢູ່​ໃນ​ປະ​ເທດ​ຈີນ,ຕາມ​ເລົ່າ​ລື​ກັນ​ວ່າ,​ໃນ​ສະ​ໄຫມ​ລາດ​ຊະ​ວົງ​ເຊິ່ງ ມີ​ເຈົ້ານາຍ​ຊັ້ນສູງ​ຜູ່​ຫນຶ່ງ​ເປັນ​ພະຍາດ​ອຸກ​ອັ່ງ​ປົວ​ມາ​ດົນ​ນານ​ກໍ​ບໍ່​ຫາຍ,​ເລີ່​ມ​ເກີດ​ມີ​ອາລົມ​ຄຶດ​ສຸດ​ຄຶດ​ສ້ວຍ,ມີ​ມື້ຫນຶ່ງ​ເຈົ້ານາຍ​ທ້ອງ​ຖິ່ນ​ຜູ່​ຫນຶ່ງ​ໄດ້​ຫາ​ຫມໍ​ພື້ນ​ເມືອງ​ທີ່​ຊື່​ດັງ​ຜູ່​ຫນຶ່ງ​ມາ​ປົວ​ໃຫ້,​ເມື່ອ​ນາຍ​ຫມໍ​ຜູ່​ນີ້​ຄຳ​ເບິ່ງ​ຊີບ​ຈອນຂອງ​ຜູ່​ປ່ວຍ​ແລ້ວ,ກໍ​ເລີຍ​ເວົ້ານຳ​ເພິ່ນ​ວ່າ,ທ່ານ​ເປັນ​ພະຍາດ​ປະຈຳ​ເດືອນ​ຜິດ​ປົກກະຕິ ​ເຈົ້ານາຍ​ຜູ່​ນີ້ ຟັງ​ແ​ລ້ວກໍ​ເລີຍ​ຫົວ​ອາກໆ​ຂຶ້ນ,​ແລະ​ຄຶດ​ຢູ່​ໃນ​ໃຈ​ວ່າ ​ແພດ​ຜູ່​ນີ້​ຄື​ຊິ​ເມົາ​ແລ້ວ​ຕິ,​ແຕ່​ນັ້ນມາ,​ເມື່ອ​ຄຶດ​ເຫັນ​ເລື່ອງ​ນີ້​ເທື່ອ​ໃດ ​ເພິ່ນ​ກໍ​ຫົວ​ອາກຂຶ້ນ​ເທື່ອ​ນັ້ນ,ຍ້ອນ​ໄດ້​ຫົວ​ເລື້ອຍ​ໆ​ຄື​ແນວ​ນີ້,ພະຍາດ​ຂອງ​ເພິ່ນ​ກໍ​ເລີຍ​ຫາຍ.

ຍ້ອນ​ວ່າການ​ຫົວນັ້ນມີ​ຄຸນ​ປະ​ໂຫຍ​ດດີ​ພິ​ເສດ​ສຳລັບ​ປົວ​ພະຍາດ​ບາງ​ຢ່າງ,​ແພດ​ຈຳນວນ​ຫນຶ່ງ​ຢູ່​ຕ່າງປະ​ເທດ​ຈິ່ງ​ໄດ້​ຖື​ວ່າກາ​ນຫົວ​ກໍ​ແມ່ນ​ວິທີ​ປິ່ນປົວ​ແນວ​ຫນຶ່ງ.

ຢູ່​ອາ​ເມ​ລິ​ກາ ການຄົ້ນຄວ້າ​ການ​ຫົວນັ້ນກໍ​ໄດ້​ມີ​ການ​ຂະຫຍາຍຕົວ​ຂ້ອນ​ຂ້າງ​ໄວ,ຕາມ​ສະຖິຕິ​ຂອງ​ຜູ່​ຊ່ຽວຊານ ວິຊາ​ຫົວ​ໃຫ້​ຮູ້​ວ່າ,ຜູ່​ມີ​ອາລົມ​ປົກກະຕິ ສະ​ເລ່ຍ​ແລ້ວ ​ແຕ່ລະ​ມື້​ຈະ​ຫົວ​ປະມານ 15 ​ເ​ທື່ອ,ຜູ່​ທີ່​ຈິດ​ໃຈ​ເບີກບານ​ມ່ວນ​ຊື່ນ​ນັ້ນ ມື້ຫນຶ່ງ​ອາດ​ຈະ​ຫົວ 300 ​ເຖິງ 400 ​ເທື່ອ,ບັນດາ​ຜູ່​ຊ່ຽວຊານ​ເຫັນ​ວ່າ ການ​ຫົວນັ້ນ​ແມ່ນ​ກິລາ​ບຳລຸງ​ກາຍຊະນິດ​ຫນຶ່ງ.ມີ​ໂຮງຫມໍ​ຈຳນວນ​ຫນຶ່ງ​ຢູ່​ອາ​ເມ​ລິ​ກາ​ໄດ້​ເຜີຍ​ແຜ່​ວິທີ​ປົວ​ດ້ວຍ​ການ​ໃຫ້​ຫົວ 5 ນາທີ,ຄື​ຮຽກຮ້ອງ​ໃຫ້​ຜູ່​ປ່ວຍ​ຫົວ​ມື້​ລະ 5 ນາທີ,​ໂຮງຫມໍ​ພັກ​ຟື້ນ​ຈຳນວນ​ຫນຶ່ງ​ກໍ​ໃຫ້​ຜູ່​ເຖົ້າຜູ່​ແກ່​ຫົວ​ເປັນ​ປະຈຳ,ຄື:​ໃຫ້​ອ່ານ​ນະວະນິຍາຍ​ຕະຫຼົກ ​ເບິ່ງ​ກະຕູນ​ຕະຫຼົກ​ແລະ​ເບິ່ງ​ການສະ​ແດງ​ເລື່ອງ​ຕະຫຼົກ​ເປັນຕົ້ນ,ສະມາຄົມ​ຟື້ນ​ຟູ​ສຸກຂະພາບ​ຂອງ​ອາ​ເມ​ລິ​ກາ​ຍັງ​ໄດ້​ຈັດ​ງານ​ລາຕີ ຢອກ​ກັນ​ໃຫ້​ມ່ວນ​ສຳລັບ​ຜູ່​ເປັນ​ມະ​ເຮັງ​ແລະ​ຄອບ​ຄົວ​ເ​ຂົາ​ເຈົ້າ,ພວກ​ເຂົາ​ເຈົ້າ​ໄດ້​ປະກົດ​ເຫັນ​ວ່າ,ການ​ເວົ້ານິທານ​ຊວນ​ຫົວ​ແລະ​ການ​ຫົວນັ້ນສາມາດ​ລົດ​ຜ່ອນ​ຄວາມ​ຢ້ານກົວ​ຕໍ່​ພະຍາດມະ​ເຣັງຂອງ​ຜູ່​ປ່ວຍ​ແລະ​ໃຊ້​ສຽງ​ຫົວ​ມາ​ຂັບ​ໄລ່​ເງົາ​ມືດ​ຂອງ​ພະຍາດ​ມະ​ເຮັງ​ນັ້ນ.ກໍ​ໄດ້​ມີ​ບົດບາດ​ໃນ​ການ​ປິ່ນປົວ​ຢ່າງ​ນຶກ​ບໍ່​ເຖິງ​ມາ​ແລ້ວ,ຜູ່​ເຖົ້າຜູ່​ຫນຶ່ງ​ທີ່​ເປັນ​ມະ​ເຮັງ​ເວົ້າວ່າ,ຄັນ​ບໍ່​ແມ່ນ​ຫົວ​ເລື້ອຍໆ,ຂ້ອຍ​ກໍ​ຈະ​ບໍ່​ໄດ້​ຢູ່​ເມືອງ​ຄົນ​ນຳ​ເພິ່ນ​ແຕ່​ດົນ​ແລ້ວ!

ທ່ານ​ຟາ​ລາ​ດີ​ນັກ​ເຄມີ​ສາດ​ທີ່​ຊື່​ດັງ​ຂອງ​ອັງກິດ​ເປັນ​ພະຍາດ​ເສັ້ນປະສາດ​ອ່ອນ​ຍ້ອນ​​ໃຊ້​ສະຫມອງ​ຫຼາຍ​ເກີນ​ຄວນ,ນາຍ​ຫມໍ​ເວົ້າຕໍ່​ເພິ່ນ​ວ່າ,ຕົວ​ຕະຫຼົກຜູ່​ຫນຶ່ງ​ເຂົ້າ​ເມືອງ ດີກ​ວ່າ​ນາຍ​ຫມໍ​ເປັນ​ໂຫຼ,ນີ້​ແມ່ນ​ຕຳລາ​ຢາ,​ເມື່ອ​ອ່ານ​ອອກ​ຄວາມ​ຫມາຍ​ຂອງ​ນາຍ​ຫມໍ​ແລ້ວ,​ເພິ່ນ​ຈິ່ງ​ຫມັ່ນ​ໄປ​ເບິ່ງ​ລະຄອນ​ຕະຫຼົກ​ເລື້ອຍໆ,​ເທື່ອ​ໃດ​ກໍ​ຫົວ​ຈົນ​ໄສ້​ຂົດ​ໄສ້​ໂຂ,​ໃນ​ທີ່​ສຸດ,ພະຍາດ​ຂອງ​ເພິ່ນ​ບໍ່​ຕ້ອງ​ກິນ​ຢາ​ຫຍັງ​ເລີຍຫາຍ​ເອງ.ຢູ່​ອັງກິດ ມີ​ເດັກຍິງ 12 ຂວບ​ຜູ່​ຫນຶ່ງ​ເປັນ​ໂລກ​ຈິດ ​ເຂົ້ານອນ​ໃນ​ໂຮງຫມໍ ນາຍ​ຫມໍ​ໄດ້​ພາ​ນັກສະ​ແດງ​ຕະຫຼົກຜູ່​ຫນຶ່ງ​ຂອງ​ຄະນະ​ລະຄອນັດ​ມາ​ຢາມ​ນາງ,ຫລັງ​ຈາກ​ນັ້ນນາງ​ກໍ​ເລີຍ​ມີ​ສະຕິ​ຄືນ​ຢ່າງ​ເປັນ​ຫນ້າ​ງຶດ​ງໍ້,​ໃນ​ທີ່​ສຸດ​ກໍ​ເລີຍ​ຫາຍ​ປ່ວຍ.

ຢູ່​ເຢຍລ​ະມັນ​ກໍ​ມີ​ການ​ສົ່ງ​ເສີມ​ວິທີ​ປົວ​ດ້ວຍ​ການ​ຫົວ​ຢ່າງ​ມີ​ລັກສະນະ​ມວນ​ຊົນ.ຢູ່​ເຢຍລະມັນ​ຕາ​ເວັນ​ຕົກ​ແຕ່​ກ່ອນ​ມີ​ສະ​ໂມ​ສອນ​ຫົວ​ແຫ່ງ​ຫນຶ່ງ,ຕັ້ງຊື່​ໃຫ້​ວ່າ ສະຫະພັນ​ຫົວ ​ເຢຍລະ​ມັນ,ຈຸດປະສົງ​ແມ່ນ​ເພື່ອ​​ເຮັດໃຫ້​ຊີວິດ​ຂອງ​ຄົນ​ທັງຫຼາຍມີ​ເນື້ອ​ໃນ​ອຸດົມສົມບູນ,ມີ​ສຸກຂະພາບ​ເຂັ້ມ​ແຂງ,ອົບຮົມ​ບົ່ມ​ສ້າງ​ຈິດ​ໃຈ​ອາລົມ​ຂອງ​ຄົນ​ທັງຫຼາຍ,​ແຕ່ລະ​ປີ ສະຫະພັນ​ດັ່ງກ່າວ​ຈະ​ຕ້ອງ​ຈັດ​ງານ​ແຂ່ງຂັນ​ແຕ່​ຂັ້ນ​ເມືອງ​ເຖິງ​ຂັ້ນຊາດລາຍການ​ແຂ່ງຂັນ​ນັ້ນມີ:ການ​ຫົວ​ແບບ​ກຳນົດ, ມີ​ການ​ຫົວ​ແບບ​ເລືອກ​ເອງ  ມີ​ການ​ຫົວ​ຄາວ​ດຽວ ມີ​ການ​ຫົວ​ດົນ ຫົວ​ຈົນ​ໄສ້ຂົດ​ໄສ້​ໂຂ ຫົວ​ເຍື້​ຍ ຫົ​ວ​ເປັນ​ບັ້ນ​ແລະ​ອື່ນໆ.ສ່ວນ​ຜູ່​ຊົມ​ກຳ​ຈະ​ສາມາດ​ກຳຈັດ​ປັດ​ເປົ່າ​ຄວາມ​ອິດ​ເມື່ອຍ​ດ້ວຍ​ການ​ຫົວ,​ແ​ລະ​ມ່ວນ​ຊື່ນ​ຍ້ອນ​ໄດ້​ຫົວ,​ເຮັດ​ໃຫ້​ມີ​ສຸກຂະພາບ​ແຂງ​ແຮງ​ທັງ​ກາຍ​ແລະ​ໃຈ,​ໃນ​ເວລາ​ທ່ານ​ນົງ​ເນ​ນັກ​ສະລີລະ​ສາດ​ຊື່​ດັງ​ຂອງ​ເຢຍລະ​ມັນ​ເຮັດບຸນ​ວັນ​ເກີດ 92 ປີນັ້ນ

​ເພິ່ນ​ໄດ້​ສະ​ເຫ​ນີວິທີ​ລັບ​ທີ່​ພາ​ໃຫ້​ອາຍຸ​ຍືນ​ຕໍ່​ຄົນ​ທັງຫຼາຍ​ເຊິ່ງມີ​ພຽງ​ແຕ່​ຄຳ​ດຽວ​ຄື:ຫົວ
​ແພດ​ຊື່​ດັງ​ຜູ່​ຫນຶ່ງ​ອີກ​ຊື່ວ່າ,ຮຸ​ຟ​ແລນ​ຖື​ວ່າ,ຜູ່​ທີ່​ຫົວ​ເກັ່ງ​ທີ່​ສຸດ​ນັ້ນ​ແມ່ນ​ແຂງ​ແຮງ​ກວ່າ​ຫມູ່,​ເພາະ​ການ​ຫົວນັ້ນສາມາດ​ຊ່ອຍ​ຍ່ອຍ​ອາຫານ ​ເຮັດ​ໃຫ້​ເລືອດ​ລົມ​ໃນ​ຮ່າງກາຍ​ຫມູນ​​ເດີນ​ດີ​ຂຶ້ນ,​ເຮັດ​ໃຫ້​ອອກ​ເຫື່ອ​ແລະ​ອະ​ໄວ​ຍະ​ວະ​ທຸກ​ພາກສ່ວນ​ຫັນ​ຫ້າວ.ມີ​ນັກວິທະຍາສາດ​ຜູ່​ຫນຶ່ງ​ໄດ້​ໃຫ້​ຂໍ້​ສະຫຼຸບ​ແກ່​ການ​ຫົວ​ດັ່ງ​ນີ້:​ເວົ້າສຳລັບ​ທຸກ​ພາກສ່ວນ​ຂອງ​ຮ່າງກາຍ​ແລ້ວ,ການ​ຫົວນັ້ນກໍ​ແມ່ນ​ກາຍຍະກຳ​ທີ່​ດີ​ທີ່​ສຸດ,​ເຫມືອນ​ດັ່ງ​ດອກ​ເຕີເຊີນ​ຊຸນ​ຢືນ ​ແພດ​ຈີນ​ທີ່​ຊື່​ດັງ​ຢູ່​ຮົງ​ກົງ​ໄດ້​ຂຽນ​ໄວ້​ໃນ​ປື້​ມກ່ຽວ​ກັບ​ອາຍຸ​ຍືນ​ຂອງ​ເພິ່ນ​ວ່າ:ຄວາມ​ບໍ່​ອຸກ​ບໍ່​ອັ່ງ​ນັ້ນ,​ແມ່ນ​ຢາ​ວິ​ເສດ​ພາ​ໃຫ້​ອາຍຸ​ຍືນ,ຫົວ​ເລື້ອຍໆ​ກໍ​ແມ່ນ​ຢາ​ປົວ​ພະຍາດ​ທີ່​ດີກ​ວ່າ​ເພິ່ນ.

​ເວົ້າລວມ​ແລ້ວ,ການ​ຫົວນັ້ນ,​ແມ່ນມີ​ຜົນ​ດີ​ຫຼາຍຢ່າງ​ຕໍ່​ຮ່າງກາຍ​ຂອງ​ຄົນ​ເຮົາ,​ແຕ່​ກໍ່ຕ້ອງ​ເຕືອນ​ທ່ານ​ທັງຫຼາຍວ່າ,​ເວລາ​ຫົວນັ້ນ ກໍ​ຍັງ​ຕ້ອງ​​ເບິ່ງ​ກາລະ​ເທສະ ​ແລະ​ຕ້ອງ​ມີຂອບ​ເຂດ​ຈຳກັດ,ຖ້າ​ບໍ່​ດັ່ງນັ້ນກໍ​ຈະ​ພາ​ໃຫ້​ມີ​ເຫດ​ຮ້າຍ​ເກີດ​ຂຶ້ນຢູ່​ຄື​ກັນ,​ເຊັ່ນ​ໃນ​ເວລາ​ກິນ​ເຂົ້າກິນນ້ຳ,ຖ້າ​ຫົວ​ແຮງ ອາດ​ຈະາ​ໃຫ້ຂອງ​ກິນ​ເຂົ້າ​ໄປ​ໃນ​ຫຼອດລົມ ຜູ່​ທີ່​ເລືອດ​ກັນ​ສູງ​ຖ້າ​ຫົວ​ແຮງ​ຫຼາຍກໍ​ອາດ​ຈະ​ພາ​ໃຫ້​ສາຍ​ເລືອດ​ສະຫມອງ​ແຕກ,ຜູ່​ເປັນ​ໂລກ​ຫົວ​ໃຈ,ຖ້າ​ຫົວ​​ແຮງ​ຫຼາຍກໍ​ອາດ​ຈະ​ພາ​ໃຫ້​ຫົວ​ໃຈ​ວາຍ​ກໍ​ເປັນ​ໄດ້.ສະນັ້ນ,​ໃນ​ເວລາ​ຫົວນັ້ນ,ຜູ່​ເປັນ​ພະຍາດ​ທີ່​ບໍ່​ຄວນ​ຕື່ນ​ເຕັ້ນຫຼາຍ,ຍັງ​ຕ້ອງ​ຮູ້​ລະງັບ​ອາລົມ​ຂອງ​ຕົນ​ໄວ້​ແດ່.