|
 |
(GMT+08:00)
2005-03-26 20:29:55
|
ຈີນຫວັງພ້ອມກັບປະເທດອາຊຽນໂຈມຕີການຕ້ອງໂທດຂ້າມຊາດ
cri
Author: mo
ຕາມຂ່າວສານຊີນຮວາ: ວັນທີ 25 ມີນາຢູ່ທີ່ປັກກິ່ງ, ທ່ານເຈຍຊຸນວາງ ປະທານອົງການໄອຍະການປະຊາຊົນສູງສຸດຈີນກ່າວວ່າ, ຈີນເອົາໃຈໃສ່ນຳການຮ່ຳຮຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນກັບອົງການໄອຍະການປະເທດອື່ນໆ, ຫວັງໃຫ້ເພີ່ມທະວີການຮ່ວມມືກັບປະເທດອື່ນ, ໂດຍສະເພາະແມ່ນປະເທດອາຊຽນໂຈມຕີການຕ້ອງໂທດຂ້າມຊາດ.
ທ່ານເຈຍຊຸນວາງແມ່ນໃຫ້ທັດສະນະດັ່ງກ່າວໃນເວລາພົບປະຄະນະຜູ້ແທນໄອຍະການໄທທີ່ນຳໂດຍທ່ານຄຳພີ ຄາວຈະເລີນ ອະທິໄອຍະການໄທ.
ທ່ານຄຳພີ ຄາວຈະເລີນກ່າວວ່າ, ໄທຄວນຮ່ຳຮຽນລະບອບຕຸລາການແລະວຽກງານໄອຍະການຂອງຈີນ. ຝ່າຍໄທຫວັງຂະຫຍາຍການຮ່ວມມືກັບຝ່າຍຈີນໃນຂົງເຂດໄອຍະການຕື່ມອີກ.
|
|
|