ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-26 21:56:08    
ບັນ​ດາ​ຝ່າຍ​ຂອງ​ລີ​ບັງ​ມີ​ປະ​ຕິ​ກິ​ລິ​ຍາ​ຕ່າງ​ກັນ​ຕໍ່​ບົດ​ລາຍ​ງານ​ສຳ​ຫຼວດ​ຂອງ​ໜ່ວຍ​ສຳ​ຫຼວດ​ສະ​ຫະ​ປະຊາ​ຊາດ​ກ່ຽວ​ກັບ​ຄະ​ດີ​ຮາ​ຣີ​ຣີ

cri Author: da
ຕາມ​ຂ່າວCRI:ວັນ​ທີ 25 ມີນາ ບຸກຄົນ​ບັນດາ​ຝ່າຍ​ຂອງ​ລີ​ບັງ​ໄດ້​ມີປະຕິກິລິຍາ​​ຕ່າງ​ກັນ​ຕໍ່​ບົດ​ລາຍ​ງານ​ຂອງ​ໜ່ວຍ​ສຳ​ຫຼວດສະຫະ​ປະຊາ​ຊາດ​ກ່ຽວ​ກັບຄະດີ​ຮາຣີຣີ ອະດີດ​ນາຍົກ​ລັດ​ຖະມົນຕີລີບັງຖືກ​ລອບ​ຂ້າ​.

ວັນ​ທີ 25 ມີນາ ທ່ານມາ​ຮາ​ມຸດ ຮາ​ມຸດ ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານອັດ​ນັນ ອັດ​ດຸມ ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ແລະ​ທ່ານຣາຮິມ ​ເມີຣັດ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດຖະບານ​​ຮັກສາ​ການລີ​ບັງ​ໄດ້​ປະຕິ​ເສດ​ການ​ກ່າວຫາ​ຂອງ​ໜ່ວຍ​ສຳ​ຫຼວດ​ສະ​ຫະ​ປະຊາ​ຊາດທີ່​ມີ​ຕໍ່ຂະ​ແໜງ​ການ​ຄວາມ​ປອດ​ໄພ​ລີ​ບັງ​ໄດ້ລະ​ເຫຼີງ​ໜ້າ​ທີ່​ຮັບຜິດ​ຊອບ​ໃນການ​ສຳ​ຫຼວດ​ເຫດການ​ທ່ານ​ຮາຣີຣີຖືກ​ລອບ​ຂ້າ​.

ວັນ​ທີ 25 ມີນາ,ບຸກຄົນ​ຝ່າຍ​ຄ້ານ​ຂອງ​ລີ​ບັງ​ຫຼາຍ​ຄົນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບົດ​ລາຍ​ງານ​ຂອງ​ໜ່ວຍ​ສຳ​ຫຼວດສະຫະ​ປະຊາ​ຊາດ,ທັງຊີ້​ອອກ​ວ່າ ຄຳ​ຮຽກຮ້ອງ​ຂອງ​ຝ່າຍ​ຄ້ານ​ກ່ຽວ​ກັບ​ການ​ປົດຕຳ​​ແໜ່ງຜູ້​ຮັບຜິດຊອບ​ຂະ​ແໜງ​ການ​ຄວາມ​ປອດ​ໄພ ດຳ​ເນີນ​ການສຳ​ຫຼວດສາກົນ​ຕໍ່​ຄະດີ​ຮາຣີຣີ ສົ່ງ​ຜູ້​ຕ້ອງ​ໂທດ ຜູ້​ເຂົ້າຮ່ວມ​ເຫດການ​ແລະຜູ້​ບໍ່​ຮັບຜິດຊອບ​ໜ້າ​ທີ່​ໄປ​ໃຫ້​ຕັດສິນ​ລົງ​ໂທດ​ໃນ​ສານ​ສາກົນ.