ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-27 17:11:35    
ຊູ​ດັງ​ຊົມ​ເຊີຍ​ສະ​ພາ​ຄວາມ​ໝັ້ນ​ຄົງ​ຕົກ​ລົງ​ຈັດ​ວາງ​ກອງ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​​ເຂດ​ໃຕ້​ຊູ​ດັງ

cri Author: da
ຕາມ​ຂ່າວvສານ​ຊິນ​ຮວາ:​ວັນ​ທີ 26 ມີນາ ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ຫຼວງ​ກາກ​ຕູມ,​ທ່ານ​ອິສ​​ເມ​ເອີ ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຊູ​ດັງ​ເວົ້າ​ວ່າ, ຊູ​ດັງ​ຊົມ​ເຊີຍ​ການ​ຕົກລົງ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດໃນ​ວັນ​ທີ 24 ມີນາກ່ຽວ​ກັບ​ການ​ຈັດ​ວາງ​ກອງທະ​ຫານ​ຮັກ​ສາ​ສັນຕິ​ພາບ​ສະຫະ​ປະຊາ​ຊາດຢູ່​​ເຂດ​ໃຕ້ຊູ​ດັງ.

ມື້​ດຽວ​ກັນ,ຂະ​ບວນ​ປົດ​ປ່ອຍປະ​ຊາ​ຊົນ​ຊູ​ດັງ ອົງ​ການ​ປະກອບ​ອາວຸດ​ພາກ​ໃຕ້​ຊູ​ດັງ​ທີ່​ເຊັນ​ສັນຍາ​ສັນຕິ​ພາບ​ກັບ​ລັດຖະ​ບານ​ຊູ​ດັງ​ໃນ​ຕົ້ນປີ​ນີ້​ກໍ​ອອກ​ຖະ​ແຫຼງ​ການ,​ຊົມ​ເຊີຍ​ມະຕິ​ຕົກ​ລົງ​ດັ່ງ​ກ່າວ​ຂອງ​ສະພາ​ຄວາມ​ໝັ້ນ​ຄົງ.

ວັນ​ທີ 24 ມີນາ ສະພາ​ຄວາມ​ໝັ້ນ​ຄົງ​ສະຫະ​ປະຊາ​ຊາດ​ໄດ້​ຜ່ານ​ມະຕິ​​ສະບັບ​ໜຶ່ງ,ຕົກ​ລົງ​ຈັດ​ວາງ​ກອງ​ທະ​ຫານ​ຮັກສາ​ສັນຕິ​ພາບ​ຂອງ​ສະຫະ​ປະຊາ​ຊາດ​ຢູ່​ພາກ​ໃຕ້ຊູ​ດັງ,​ເພື່​ອສະ​ໜັບສະ​ໜູນ​ລັດຖະ​ບານ​ຊູ​ດັງ​ແລະ​ຂະ​ບວນປົດ​ປ່ອຍ​ປະ​ຊາ​ຊົນ​ຊູ​ດັງ​ປະຕິ​ບັດ​ສັນຍາ​ສັນຕິ​ພາບ.