ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Wednesday    Apr 23th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-27 17:18:36    
ຜູ້​ນຳ​ມຽນ​ມາ​ເຕືອນ​ໃຫ້​ປະ​ຕິ​ບັດ​ແຜນ​ການ​ປະ​ຊາ​ທິ​ປະ​ໄຕ​ຢ່າງ​ສຳ​ເລັດ​ຜົນ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ 27 ມີນາ ທ່ານ​ພົນ​ເອກ​ພິ​ເສດຕານ​ຊຸຍ ປະທານ​ຄະນະ​ກຳມະການ​ສັນຕິພາບ​ແລະ​ການ​ພັດທະນາ​ແຫ່ງ​ຊາດ​ມຽນມາ ທັງ​ເປັນຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ສາມເຫຼົ່າ​ທັບ​ມຽນມາ​ເວົ້າວ່າ,ກອງທັບ​ແລະ​ປະຊາຊົນມຽນມາ​​ຄວນ​ສືບ​ຕໍ່​ປະຕິ​ບັດ​ແຜນ​ການ​ການ​ເມືອງ​ປະຊາທິປະ​ໄຕ.

​ໃນ​ພິທີ​ສວນສະໜາມ​ຂອງ​ວັນ​ສ້າງຕັ້ງກອບ​ທັບ​ທີ່​ຈັດ​ຂຶ້ນ​ຢູ່​​ນະຄອນ​ຫຼວງ​ຢາງ​ກຸງ ທ່ານ​ຕານ​ຊຸຍ​ເວົ້າ​ວ່າ,​ການ​ປະຕິ​ຮູບ​ການ​ເມືອງ​ຂອງ​ມຽນມາ​ໄດ້​ຖືກປະ​ເທດ​​ອ້ອມ​ຂ້າງແລະ​ປະ​ເທດ​ໃນ​ພາກ​ພື້ນ​ແຫ່ງ​ນີ້ຮັບ​ຮອງ.​ທ່ານ​ຮຽກ​ຮ້ອງ​ກອງ​ທັບ​ແລະ​ປະຊາ​ຊົນ​ສົ່ງ​ເສີມ​ນ້ຳ​ໃຈ​ຮັກ​ຊາດ,​ພະຍາ​ຍາມ​​ເຮັດ​ໃຫ້​ໜ້າ​ທີ່​ພື້ນ​ຖານ​ຂອງ​ກອງ​ທັບ​ແລະ​ຄາດ​ໝາຍ​ພັດ​ທະນາ​ຂອງ​ປະ​ເທດບັນ​ລຸຜົນ​ເປັນ​ຈິງ.

​ເດືອນ​ສິງຫາ​ປີ 2003,ລັດຖະບານ​ມຽນມາ​ໄດ້​ປະກາດ​ແຜນການ​ການ​ເມືອງປະຊາທິປະ​ໄຕ​ 7 ຂໍ້​ທີ່​ໝາຍ​ຈະ​ບັນລຸ​ຄວາມ​ປອງ​ດອງ​ຊາດ​ແລະ​ຊຸກຍູ້​ຂະ​ບວນວິວັດ​ປະຊາທິປະ​ໄຕ​,​ເນື້ອ​ໃນ​ລວມທັງ​ການຟື້ນ​ຟູສະພາແຫ່ງ​ຊາດ​ທີ່ວາງ​ລັດຖະທຳ​ມະນູ​ນທີ່​ໄດ້​ເຊົາ​ເຮັດ​ວຽກ 8 ປີ,ທົ່ວ​ປວງ​ຊົນ​ລົງ​ຄະ​ແນນ​ສຽງ​ຕົກລົງຮ່າງ​ລັດຖະທຳ​ມະນູນ ຈັດການ​ເລືອກ​ຕັ້ງທົ່ວ​ໄປ​ແລະ​ຈັດຕັ້ງລັດຖະບານ​ຊຸດ​ໃໝ່ຕາມ​ກົດໝາຍ​ເປັນຕົ້ນ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040