ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-27 18:42:53    
ນັກວິທະຍາສາດ​ຈີນ​ອາ​ເມ​ລິ​ກາ​ໄດ້​ຮັບ​ການ​ບຸກ​ທະ​ລຸ​ໃນ​ດ້ານ​ຄົ້ນ​ຄວ້າ​ເຊື້ອ​ໂຣກ​ເອດ

cri Author: MO
ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້, ນັກຄົ້ນຄວ້າ​ວິທະຍາສາດ​ຂອງ​ຈີນ​ແລະ​ອາ​ເມ​ລິ​ກາ​ຮ່ວມ​ມື​ກັນ​ຊອກ​​ໄດ້​ວິທີ​ໃໝ່​ທີ່​ສະກັດ​ກັ້ນ​ເຊື້ອ​ໂຣກ​ເອດ​ຢູ່​ລອດ​ໃນ​ຮ່າງກາຍ​ຄົນ​ນັ້ນຢູ່​ໃນ​ຫ້ອງ​ທົດ​ລອງຢ່າງ​ສຳ​ເລັດ​ຜົນ, ນີ້​ຈະ​ສະໜອງ​ແລວ​ຄວາມ​ຄິດ​ແລະ​ພາຫະນະ​ໃໝ່​ອ່ຽມ​ໃຫ້​ແກ່​ການຄົ້ນຄວ້າ​​​ໃນ​ການ​ປິ່ນປົວເຊື້ອ​ໂຣກ​ເອດ​.

ຕາມ​ສະ​ເໜີ​ວ່າ, ເຊື້ອ​ໂຣກ​ເອດ​ທຳຮ້າຍ​ຮ່າງກາ​ຍຄົນ​ແມ່ນ: ພາຍຫລັງ​ເຊື້ອ​ໂຣກ​ເຂົ້າຮ່າງກາຍ​ຄົນ​ແລ້ວ​ກໍ​​ເຄື່ອນຢາຍ​ໄປ​ທຸກ​ບ່ອນ​ໃນ​ຮ່າງກາຍ, ຜົນສຸດ​ທ້າຍ​ເຮັດ​ໃຫ້​ຈຸ​ລັງ​ປົກກະຕິ​ໃນ​ຮ່າງກາຍ​ຄົນ​ຕາຍ. ​ໃນ​​ເວລາຄົນຄວ້າ, ນັກວິທະຍາ​ສາດ​ຈີນ​ອາ​ເມ​ລິ​ກາ​ຊອກໄດ້​​ສານ​ປະສົມໂມ​ເລກຸນທີ່​ສາມາດສະກັດ​ກັ້ນເຊື້ອ​ໂຣກ​ເອດ​ເຂົ້າສູ່​ຈຸ​ລັງ​ຮ່າງກາຍ​ຄົນ​​ໄດ້, ​ເຮັດ​ໃຫ້​ເຊື້ອ​ໂຣກ​ເອດ​ກອບ​ບີ​, ​ແລະ​ແຜ່​ລາມບໍ່​ໄດ້, ​ແລ້ວ​ຈົນ​ຕາຍ​ໄປ​ເອງ.

ຕາມ​ສະ​ເໜີ​ວ່າ, ການ​ປະກົດ​ເຫັນ​​ນີ້​ແມ່ນມີ​ລະດັບ​ກ້າວໜ້າ​ທີ່​ສຸດ​ຂອງ​ການຄົ້ນຄວ້າ​ໂຣກ​ເອດ​​ໃນໂລກ​​ສະ​ເພາະ​ໜ້າ, ໝາກຜົນ​ຄົ້ນຄວ້າ​​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ອົງການ​ອິດ​ທິພົນ​ແລ້ວ, ມີ​ຫວັງ​ຈະ​ສຳ​​ເລັດ​ການ​ຄົ້ນຄວ້າ​ພື້ນຖານ​ພາຍ​ໃນ 3 ຫາ 5 ປີ, ​ແລ້ວ​ກໍ​ຈະຄົ້ນຄວ້າ​ໃນ​ການ​ປິ່ນປົວ.