ພາກໃຕ້ຂອງໄທເກີດເຫດການລະເບີດ 19 ຄົນບາດເຈັບເປັນຢ່າງໜ້ອຍ
cri
ຕາມຂ່າວສານຊີນຮວາ: ຕອນຮຸ່ງເຊົ້າວັນທີ 27 ມີນາ, ຢູ່ຈັງຫວັດນາລາທິວາດ ພາກໃຕ້ໄທໄດ້ເກີດເຫດການລົດໄຟລະເບີດ, ຢ່າງໜ້ອຍເຮັດໃຫ້ 19 ຄົນບາດເຈັບ.
ຜູ້ປະກອບອາວຸດທີ່ບໍ່ຮູ້ຖານະລີ້ຢູ່ບ່ອນມໍ່ເກີດເຫດໄດ້ຍິງປືນໃສ່ຜູ້ໂດຍສານໃນຕູ້ລົດໄຟ, ຕຳຫລວດໄດ້ຍິງປືນຄືນໃນທັນທີ. ຕຳຫລວດກ່າວວ່າ, ການລະເບີດເທື່ອນີ້ແມ່ນບັນຊາດ້ວຍມືຖື, ອາດຈະແມ່ນອິດທິກຳລັງແຍ່ງແຍກທ້ອງຖິ່ນເປັນຜູ້ກໍ່ຂຶ້ນ.
ແຕ່ເດືອນມັງກອນປີກາຍນີ້ມາ, ຢູ່ສາມຈັງຫວັດໄທຄືຈັງຫວັດນາລາທິວາດ, ຈັງຫວັດຟາດນາຍ, ແລະຈັງຫວັດຢາລາໄດ້ເກີດເຫດການດ້ວຍກຳລັງຮຸນແຮງຢ່າງຕໍ່ເນື່ອງ, ມາຮອດປັດຈຸບັນ, ໄດ້ມີ 700 ກວ່າຄົນເສຍຊີວິດແລ້ວ.
|
|