ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-28 10:20:57    
ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ:ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ການ​ຄ້າ​ໄດ້​ຖືກ​ຈັດ​ເຂົ້າ​ວາ​ລະ​ວຽກ​ງານ​ປະ​ຈຳ​ວັນ

cri Author: sayvanny
ໃນ​ຫລາຍ​ປີ​ມາ​ນີ້, ຍ້ອນ​ມີ​ລັດ​ຖະ​ບານ ວິ​ສາ​ຫະ​ກິດ​ແລະ​ກຳ​ລັງ​ຝ່າຍ​ຕ່າງໆ​​ໃນ​ສັງ​ຄົມ​ເຊິ່ງ​ລວມ​ທັງ​ສະ​ພາ​ການ​ຄ້າ​ຂອງ​ຈີນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ອອກ​ແຮງ​ຊຸກ​ຍູ້​ແລະ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ, ຈິ່ງ​ໄດ້​ເຮັດ​ໃຫ້​ການ​ຮ່ວມ​ມື​ລະ ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ​ເຂົ້າ​ສູ່​ໄລຍະ​ໃຫມ່.​ໃນ​ໄລ​ຍະ​ດັ່ງ​ກ່າວ, ສະ​ພາ​ການ​ຄ້າ​ຄວນ​ແລະ​ກໍ່​ຍ່ອມ​ຈະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຂອງ​ຕົນ.

ສະ​ພາ​ການ​ຄ້າ​ມີ​ລັກ​ສະ​ນະ​ຄ່ອງ​ແຄ້ວ​ແລະ​ເປັນ​ຂົວ​ສະ​ພານ​ທາງ​ດ້ານ​ວຽກ​ງານ, ສະ​ມາ​ຊິກ​ສະ​ພາ​ມີ​ລັກ​ສະ​ນະ​ຕົວ​ແທນ​ຢ່າງ​ກວ້າງ​ຂວາງ. ຜ່ານ​ສະພາ​ການ​ຄ້າ​ລັດ​ຖະ​ບານ​ສາ​ມາດ​ຊອກ​ຮູ້​ຄວາມ​ຄຶດ​ຂອງ​ວິ​ສາ​ຫະ​ກິດ, ຊັກ​ນຳ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ຂອງ​ວິ​ສາ​ຫະ​ກິດ;ສາມາດ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ, ຮັບ​ເອົາ​ຄວາມ​ເຫັນ​ຕ່າງໆ​ຢ່າງ​ກວ້າງ​ຂວາງ​ທຳ​ການ​ຕົກ​ລົງ​ຢ່າງ​ຖືກ​ຕ້ອງ. ສັງ​ຄົມ​​ເສດ​ຖະ​ກິດ​ຕະ​ຫລາດ​ຍ່ອມ​ແມ່ນ​ສັງ​ຄົມ​ທີ່​ສາ​ມາດ​ເສີມ​ຂະ​ຫຍາຍ​ບົດ ບາດ​ຂອງ​ສະ​ພາ​ການ​ຄ້າ​ຢ່າງ​​ເຕັມ​ສ່ວນ.

ການ​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ວິ​ສາ​ຫະ ກິດ​ຈະ​ກຳ​ເອົາ​ໂອ​ກາດ​ການ​ຄ້າ​ແນວ​ໃດ​ແມ່ນ​ບັນ​ຫາ​ທີ່​ສົນ​ໃຈ​ໂດຍ​ທົ່ວ​ໄປ, ສ່ວນ​ການ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ການ​ຄ້າ, ອີງ​ໃສ່​ບົດ ບາດ​ຂອງ​ສະພາ​ການ​ຄ້າ​​ແມ່ນ​ການ​ກະ​ທຳ​ທີ່​ສະ​ຫລາດ​ສະ​ຫລຽວ.ຜ່ານ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ການ​ຄ້າ, ວິ​ສາ​ຫະກິດ​ສາ​ມາດ​ສ່ອງ​ແສງ​ບັນ​ຫາ, ປົກ​ປ້ອງ​ສິດ​ປະ​ໂຫຍ​ດ, ສະ​ເຫ​ນີ​ຂໍ້​ສະ​ເຫນີ​ທີ່​ກ່ຽວ​ຂ້ອງ​ຕໍ່​ລັດຖະ ບານ; ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ, ຖອດ​ຖອນ​ເອົາ​ບົດ​ຮຽນ​ສຳ​ເລັດ​ຜົນ​ຂອງ​ຝ່າຍ​ຕ່າງໆ; ​ຊົມ​ໃຊ້​ຊັບ​ພະ​ຍາ​ກອນ​ຂອງ​ສະ​ພາ​ການ​ຄ້ານຳ​ກັນ, ​ເປີດ​ກວ້າງ​ຊ່ອງ​ທາງ​ການ​ຄ້າ, ມີ​ຜົນ​ດີ​ຕໍ່​ການ​ກຳ​ແຫນ້ນ​ໂອ ກາດ​ການ​ຄ້າ.​ເລື່ອງ​ທີ່​ຕ້ອງ​ກ່າວ​ເຖິງ​ນັ້ນ​ແມ່ນ:ວິ​ສາ​ຫະກິດ​ຈີນ​ແລະ​ອາຊີ​ອາ ຄະ​ເນ​ສາ​ມາດ​ຜ່ານ​ສະ​ພາ​ການ​ຄ້າ​ຂອງ​ສອງ​ຝ່າຍ​​ບຸກ​ເບີກ​ຕະ​ຫລາດ​ຂອງ​ຝ່າຍ​ກົງ​ກັນ​ຂ້າມ​ຫລື​​ຮ່ວມ​ມື​ກັນ​ລົງ​ທຶນ​ຢ່າງ​ວ່ອງ​ໄວ​ແລະ​ບັງ​ເກີດ​ຜົນ. ການ​ສ້າງສາ​​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ຈັດ​ເອົາ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ການ​ຄ້າ​ເຂົ້າ​ສູ່​ວາ​ລະ​ວຽກ​ງານ​ປະ​ຈຳ​ແລ້ວ​.