|
 |
(GMT+08:00)
2005-03-28 10:58:09
|
 |
ການຮ່ວມມືແລະທິດຂະຫຍາຍຕົວຂອງສະພາການຄ້າຈີນອາຊຽນ
cri
Author: sayvanny
ການຮ່ວມມືລະຫວ່າງສະພາການຄ້າຈີນກັບບັນດາປະເທດອາຊຽນມີຊ່ອງຫວ່າງອັນກວ້າງຂວາງແລະອະນາຄົດອັນດີງາມ.ນີ້ຕ້ອງການໃຫ້ສອງຝ່າຍຍຶດຫມັ້ນການຮ່ວມມືກັນ, ປັບປຸງແລະຂະຫຍາຍກົນໄກຮ່ວມມື.
ກ່ອນອື່ນ, ຄວນເສີມຂະຫຍາຍບົດບາດຂອງສະພາມົນຕີການຄ້າຈີນອາຊຽນແລະສະພາມົນຕີການຄ້າຂອງສອງຝ່າຍຢ່າງເຕັມສ່ວນ.ຫນຶ່ງ, ຕ້ອງເຮັດໃຫ້ກອງປະຊຸມປະຈຳປີກາຍເປັນກອງປະຊຸມທີ່ໃຫ້ວິສາຫະກິດເພີ່ມຄວາມເຂົ້າໃຈກັນ, ແລກປ່ຽນກັນ, ຊຸກຍູ້ການຮ່ວມມືແລະການພັດທະນາ;ສອງ,ຕ້ອງເພີ່ມທະວີການພົວພັນດ້ານວຽກງານປະຈຳວັນຢ່າງໃກ້ຊິດລະຫວ່າງສະພາມົນຕີການຄ້າຈີນລາວແລະຈີນໄທເປັນຕົ້ນ; ສາມ, ສ້າງແລະບູລະນະຕາ ຫນ່າງການຈັດຕັ້ງທີ່ສົມບູນຕື່ມອີກ,ຂະຫຍາຍການຮ່ວມມືລະຫວ່າງສະພາການຄ້າຢູ່ພາຍໃນແລະນອກພາກພື້ນ.
ຖັດມາ, ຄວນສົ່ງເສີມແລະເປີດກວ້າງການພົວພັນຮ່ວມມືລະຫວ່າງສະພາການຄ້າທຸກປະເພດແລະທຸກລະດັບຂອງຈີນແລະບັນດາປະເທດອາຊຽນ,ສາມາດຈັດຕັ້ງການແລກປ່ຽນກັນ, ລົງເລິກມິດຕະພາບ,ຕ່າງຮ່ຳຮຽນເຊິ່ງກັນແລະກັນ,ຮຽນເອົາອັນດີມາຕາບຈູນຈຸດອ່ອນຂອງຕົນ, ດຳເນີນວຽກງານຕາມຄວາມຕ້ອງການດ້ານການຮ່ວມມືທີ່ຕ່າງກັນຂອງລັດຖະບານແລະວິສາຫະກິດ, ,ສາມາດເພີ່ມທະວີການຮ່ວມມືລະຫວ່າງສະພາການຄ້າໃນຂະແຫນງດຽວກັນການເພື່ອຮັບມືກັບການທ້າທາຍຢູ່ພາຍນອກພາກພື້ນ,ແລ້ວສ້າງທ່ວງທ່າອັນຟົດຟື້ນໃນການຮ່ວມມືໃຫມ່ລະຫວ່າງສະພາການຄ້າຫລາກຫລາຍ,ແລ້ວປະກອບເປັນພື້ນຖານສັງຄົມອັນຫມັ້ນແກ່ນແຫ່ງການຮ່ວມມືເສດຖະກິດຮອບດ້ານລະຫວ່າງຈີນກັບອາຊຽນ.
ສາມ:ສະພາການຄ້າຄວນເພີ່ມທະວີການບໍລິການໃຫ້ການສ້າງສາເຂດການຄ້າເສລີຈີນອາຊຽນ.ຫນຶ່ງ, ຈັດງານອະພິປາຍຄົ້ນຄວ້າຫົວຂໍ້ຈຳເພາະກ່ຽວກັບບັນຫາສຳຄັນໃນການສ້າງສາເຂດການຄ້າເສລີຈີນອາຊຽນ, ສະ ຫນອງຄວາມເຫັນສຳລັບຄົ້ນຄວ້າໃຫ້ແກ່ລັດຖະບານໃນເວລາທຳການຕົກລົງບັນຫາ.ສອງ,ເພີ່ມທະວີການແລກປ່ຽນດ້ານຂໍ້ມູນຂ່າວສານແລະເອກະສານ, ບຸກເບີກແລະນຳໃຊ້ຂໍ້ມູນຂ່າວສານໃຫ້ດີ, ມ້າງການຜູກມັດແບບຄໍຂວດດ້ານຂໍ້ມູນຂ່າວສານໃຫ້ແກ່ການທຸລະກິດຂອງວິສາຫະກິດ.ສາມ, ຕັ້ງຫນ້າໃຫ້ຄຳປຶກສາທາງການຄ້າແກ່ວິສາຫະກິດອັນໄພສານ. ຈີນກັບບັນດາປະເທດອາຊຽນຄວນພະຍາຍາມສ້າງຂົວແຫ່ງການຮ່ວມມືລະຫວ່າງສະພາການຄ້າໃຫ້ກວ້າງອອກແລະຫມັ້ນຄົງ, ເຮັດໃຫ້ວິສາຫະກິດທີ່ປຽບເຫມືອນກັບຍານພາຫະ ນະສາມາດລຸລ່ວງຢູ່ເທິງຂົວ.
|
|
|