
ທ່ານຜູ່ຟັງທີ່ເຄົາລົບ, ຕໍ່ໄປ ແມ່ນໂມງອ່ານຈົດຫມາຍ.ມື້ນີ້ ສາຍວັນນີຈະອ່ານຈົດຫມາຍຂອງທ່ານດາເນັ່ງວາງທີ່ຫລວງພະບາງ,ໃນຈົດຫມາຍ, ທ່ານດາເນັ່ງວາງເວົ້າວ່າ:
ເຮົາດີໃຈຫລາຍໄດ້ຮັບຈົດຫມາຍຈາກທ່ານແລ້ວ, ໄດ້ຮັບສະບັບທີຫນຶ່ງໃນວັນທີ 25 ຕຸລາປີ 2004, ໃນຊ່ອງມີໃບຕອບຈົດຫມາຍຂອງເຮົາຫນຶ່ງສະບັບ, ໃບຄຳຖາມການເສັງຄວາມຮູ້ກ່ຽວກັບເຂດກວາງຊີຈີນພ້ອມດ້ວຍໃບແນະນຳວິທະຍຸສາກົນແຫ່ງປະເທດຈຳນວນສອງແຜ່ນ,ເຮົາຍັງໄດ້ຮັບຈົດຫມາຍສະບັບທີສອງໃນວັນທີ 28 ກຸມພາປີ 2005,ໃນຊ່ອງມີໃບແນະນຳແວບໄຊພາສາລາວຫນຶ່ງແຜ່ນ,ປະຕິທິນປີ 2005ພ້ອມດ້ວຍຮູບພາບງົດງາມ 12 ແຜ່ນ.
ບັດນີ້ ເຮົາຮູ້ຈັກແນ່ນອນວ່າ, ຈົດຫມາຍຂອງເຮົາແມ່ນໄດ້ເຖິງພວກທ່ານແນ່ນອນແລ້ວ, ເປັນຊ່ອງທາງຕິດຕໍ່ພົວພັນໄດ້ສະດວກວ່ອງໄວກວ່າເກົ່າອີກ.
ເທື່ອນີ້ ເຮົາຂໍເປັນເພື່ອນວິທະຍຸສາກົນແຫ່ງປະເທດຈີນນຳແດ່.ເຖິງວ່າເຮົາຢູ່ໄກຈາກແຂວງຫລວງພະບາງໄປທາງເຫນືອຕາມແຄມລ່ອງແມ່ນ້ຳຝັ່ງຂວາປະມານ 35 ຫລັກກິໂລແມັດ, ແລະຍ້ອນສະພາບຄວາມຫຍຸ້ງຍາກໃນການໄປມາ,ເຮົາຈິ່ງບໍ່ໄດ້ຂຽນຈົດຫມາຍໄປຫາພວກທ່ານເລື້ອຍໆ, ແຕ່ຢ່າງໃດກໍ່ດີ, ເຮົາຈະພະຍາຍາມແກ້ໄຂໃຫ້ໄດ້,ພ້ອມຍິນດີຕ້ອນຮັບຈົດຫມາຍຫລືສິ່ງຂອງຕ່າງໆທາງວິທະຍຸສາກົນແຫ່ງປະເທດຈີນສົ່ງໃຫ້ໃນຕໍ່ຫນ້າ.
ທ່ານຜູ່ຟັງທີ່ເຄົາລົບ, ທີ່ຟັງມານັ້ນແມ່ນຈົດຫມາຍຂອງທ່ານດາເນັ່ງວາງທີ່ແຂວງຫລວງພະບາງ, ໃນມ້ວນທ້າຍຈົດຫມາຍຂອງທ່ານ,ທ່ານດາເນັ່ງວາງໄດ້ຂຽນຊື່ຂອງທ່ານເອງພ້ອມພັນລະຍາແລະລູກຂອງທ່ານອີກ, ນະທີ່ນີ້ ສາຍວັນນີຂໍສະແດງຄວາມຂອບໃຈນຳທ່ານດາເນັ່ງວາງທີ່ໄດ້ສົນໃຈນຳລາຍການຂອງພວກເຮົາ,ມ້ວນທ້າຍລາຍການມື້ນີ້, ສາຍວັນນີຂໍມອບເພງຈູ້ຝູ ຄື ອວຍພອນໃຫ້ແກ່ທ່ານດາເນັ່ງວາງພ້ອມຄອບຄົວ,ຂໍອວຍພອນໃຫ້ທ່ານພ້ອມຄອບຄົວຈົ່ງມີສຸກຂະພາບເຂັ້ມແຂງ,ເບີກບານມ່ວນຊື່ນຕະຫລອດການ.
|