ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-28 18:29:59    
ຜູ່​ປະກອບ​ອາວຸດ​ປາ​ເລັສຕິນ​ຫຼອນ​ໂຈມ​ຕີ​ຂະ​ບວນ​ລົດ​ທະ​ຫານ​ອິສ​ຣາ​ແອນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຕອນ​ເຊົ້າມືດ​ວັນ​ທີ 28 ມີນາຢູ່​ເມືອງ​​ເຈ​ນິນທີ່​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ, ສະມາຊິກ "ກອງ​ພົນ​ນ້ອຍ​ຜູ່​ເສຍສະຫຼະອານ​ອັກ​ຊາ" ​ເຊິ່ງ​ເປັນ​ກອງ​ປະ​ກອບ​ອາວຸດ​ຂອງ​ປາ​ເລັສ​ຕິນ​ໄດ້​ໂຍນ​ໝື້​ລະ​ເບີດທີ່​ຜະລິດ​ເອົາ​ເອງ​ໃສ່​ຂະ​ບວນ​ລົດ​ທະ​ຫານ​ປ້ອງ​ກັນ​ປະ​ເທດ​ອິສ​ຣາ​ແອນ, ​ເຮັດ​ໃຫ້​ທະຫານ​ອິສຣາ​ແອນ​ຜູ່​ໜຶ່ງ​ບາດ​ເຈັບ.

ນີ້​ແມ່ນກອງ​ປະກອບ​ອາວຸດ​ປາ​ເລັສຕິນຫຼອນ​ໂຈມ​ຕີ​ເປົ້າໝາຍ​ອິສຣາ​ແອນ​ເປັນຄັ້ງທຳ​ອິດ​ໃນ​ 2 ອາ​ທິດ​ມານີ້. ພາຍຫຼັງ​ເກີດ​ເຫດ​ແລ້ວ, ກອງ​ທະຫານ​ອິສຣາ​ແອນ​ຈຳນວນຫຼວງ​ຫຼາຍ​ໄດ້​ຮຸກ​ຮານ​ເຂົ້າ​ເທດ​ສະບານ​ເມືອງ​​ເຈ​ນິນ​ແລະ​ບ້ານອ້ອມ​ແອ້ມຫັ້ນ, ​ແລະ​ໄດ້​ຈັບ​ຕົວ​ສະມາຊິກ​ອົງການ​ຈີ​ຮາດ​ປາ​ເລັສ​ຕິນ 8 ຄົນ.

​ເມື່ອ​ເດືອນ​ກຸມພາ​ປີ​ນີ້ຢູ່​ທີ່​ເອຢິບ, ຜູ່​ນຳ​ປາ​ເລັສຕິ​ນອິສຣາ​ແອນ​ໄດ້ກ້າວ​ເຖິງ​ຂັ້ນຕົກລົງ​ກັນ​ຢຸດ​ຍິງ, ສະຖານະ​ການ​ພາກ​ພື້ນ​ແຫ່ງ​ນີ້​ໄດ້​ຜ່ອນ​ຄາຍ​ລົງ.