ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-28 18:42:38    
ພາ​ລະ​ກຳ​ແລະ​ຄວາມ​ຫມາຍ​ຂອງ​ສະມາ​ຄົມ​ການ​ຄ້າ​​ໃນ​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ແລະ​ອາ​ຊຽນ

cri Author: da
ສະມາ​ຄົມ​ກາ​ນຄ້າ​ແມ່ນ​ສິ່ງ​ກຳ​ເນີ​ດທີ່​ຕ້ອງ​ມີ​ຂຶ້ນ​ເມື່ອ​ການ​ແລກ​ປ່ຽນ​ສິນຄ້າ​ພັດ​ທະນາ​ຮອດ​ໄລຍະ​​ອັນ​ແນ່​ນອນ​ແລ້ວ,​ສະມາ​ຄົມ​ການ​ຄ້າ​ຕ້ອງ​ພັດທະນາ​ໄປ​ຕາມ​ການ​ຂະຫຍາຍ​ຕົວ​ຂອງ​ຍຸກ​ສະ​ໄຫມ,ຈີນ​ແລະ​ປະ​ເທດ​ອາ​ຊຽນ​ລ້ວນ​ແຕ່​ມີ​ສະມາຄົມ​ການ​ຄ້າ​ຈຳນວນ​ຫຼວງ​ຫຼາຍ,​ສະມາ​ຄົມ​ການ​ຄ້າ​ເຫຼົ່າ​ນີ້​ຕ່າງ​​ໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​​ໃນ​ຊີວິດ​ເສດ​ຖະກິດ​ຂອງ​ປະ​ເທດ​ໃຜລາວ,​ໄດ້​ກາຍ​ເປັນ​ຂົວ​ ​ແລະ​ສາຍ​ພານ ທີ່​ເຊື່ອມ​ຕໍ່​ລະ​ຫວ່າງ​ລັດຖະ​ບານ​ກັບ​ວິ​ສາ​ຫະກິດ ລະ​ຫວ່າງວິ​ສາ​ຫະກິດ​ດ້ວຍ​ກັນ ​ແ​ລະວິ​ສາ​ຫະກິດ​ກັບ​ສັງຄົມ,​ຄຽງ​ຄູ່​ກັບ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ ​ອາຊ​ຽນ,ການ​ແລກ​ປ່ຽນ​ສິນ​ຄ້າ​ກໍໄດ້​ປະກົດ​ມີການ​ປ່ຽນ​ແປງ​​ແບບ​ໃຫມ່, ຈຶ່ງ​ໄດ້​ສະ​ເຫ​ນີ​ເນື້ອ​ໃນ​ແລະ​ຄວາມ​ຮຽກ​ຮ້ອງ​ໃຫມ່​ຂອງ​ວຽກ​ງານ​ໃຫ້​ແກ່​ສະມາ​ຄົມ​ການ​ຄ້າ.

ຂະ​ບວນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​​ອາ​ຊຽນກໍ​ແມ່ນ​ຂະ​ບວນ​ການ​ທີ່​ ຕະຫຼາດ​ຈີນ​ແລະ​ອາຊີ​ອາຄະ​ເນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ການ​ສະ​ຫນອງ​ກັບ​ຄວາມ​ຕ້ອງ​ການມີ​ການ​ປ່ຽນ​ແປງ​ຫຼາຍ​ຢ່າງ​,ສະນັ້ນໃນ​ເວລາ​ວິ​ເຄາະ​ສັງ​ລວມ​ຈຶ່ງ​ຕ້ອງ​ການ​ໃຫ້​ສະມາຄົມ​ການ​ຄ້າ​ພະຍາ​ກອນ​ການ​ປ່ຽນ​ແປງ​ດັ່ງ​ກ່າວ​ແບບ​ສະ​ດຸ້ງ​ໄວ,​ເພື່ອ​ຊັກ​ນຳ​ວິ​ສາ​ຫະກິດ​ທີ່​ເປັນ​ສະມາ​ຊິກ​ບຸກ​ເບີກ​ຕະຫຼາດ​ແລະ​ໄດ້​ຮັບ​ການ​ພັດ​ທະນາ​ໃຫມ່​ໃນ​ຕະ​ຫຼາດ​ໃຫມ່.

ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ ອາຊ​ຽນ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ​ຈີນ​ແລະ 10 ປະ​ເທດ​​ອາຊີ​ອາຄະ​ເນ​ຈະ​ສັບ​ຊ້ອນ​ອົງ​ປະກອບ​ການ​ຜະລິດ​​ໃນຂົງ​ເຂດ​ອັນ​ກວ້າງ​ຂວາງ​ກວ່າ​ເກົ່າ​ປັບປຸງ​ຊັບ​ພະຍາ​ກອນ​ແລະ​​ເສີມ​ທ່າ​ແຮງ​,ທັງ​ນີ້​ກໍ່ຕ້ອງ​ການ​​ໃຫ້ສະ​ມາຄົມ​ການ​ຄ້າ​ໂດຍ​ສະ​ເພາະ​ແມ່ນ​ສະມາ​ຄົມ​ການ​ຄ້າຂະ​ແຫນງ​ການ​ວິ​ເຄາະ​ຈຸດ​ພິ​ເສດ​ແລະ​ທ່າ​ແຮງ​ຂອງ​ອຸດສາ​ຫະກຳ​ບັນດາ​ປະ​ເທດ​ຢ່າງ​ເອົາ​ຈິງ​ເອົາ​ຈັງ ,ສະ​​ເຫນີ​ຄວາມ​ເຫັນ​ເພື່ອ​ໃຫ້ລັດຖະ​ບານ​ແລະ​ວິ​ສາ​ຫະກິດ​ພິຈາ​ລະນາ​ໃນ​ເວລາ​ຕົກ​ລົງ​ບັນຫາ​ໃນ​ຂະ​ບວນການ​ເຈລະຈາ​ສ້າງ​ເຂດ​ການ​ຄ້າ​ເສລີ​ແລະ​ຊຸກ​ຍູ້​​ໃຫ້​ປະ​ກອບ​ເປັນ​ເຂດ​ການ​ຄ້າ​ເສລີ,​ລວມ​ທັງ​ວາງ​ແລະ​ປະຕິບັດ​ນະ​ໂຍບາຍ​ເສດ​ຖະກິດ​ການ​ຄ້າ​ໃຫມ່​ຈຳນວນ​ຫນຶ່ງ,​ລັດ​ຖະບານ​ຈະ​ເກັບກຳ​ຂໍ້​ມູນ​ຂ່າວ​ສານ​ຂອງວິ​ສາ​ຫະກິດ ຂໍ​ຄວາມ​ເຫັນ​ຂອງ​ວິ​ສາ​ຫະກິດ​ໂດຍ​ຜ່ານ​ສະມາ​ຄົມ​ກາ​ນຄ້າ,​ ​ມາ​ທຳ​ການ​ຕົກລົງ​ອັນ​ຖືກຕ້ອງ​ແລະ​ປະຕິບັດ​ການ​ຕົກລົງ​ຢ່າງ​ໄດ້​ຜົນ.

​ໃນ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ,ວິ​ສາ​ຫະກິດ​ໄດ້ຫັນ​ຫນ້າ​​ໃສ່​ຕະ​ຫຼາດທີ່​ມີ​ຜູ່ບໍລິ​ໂພ​ກ​ເຖິງ 1 ຕື້ 800 ລ້ານ​ຄົນ​ດຳ​ເນີນ​ການ​ທຸລະ​ກິດ​ສາ​ກົນ​ໃຫມ່​ແລະ​ຮ່ວມ​ມື​ລົງ​ທຶນ​ໃຫມ່,​ທັງ​ນີ້​ກໍ​ຕ້ອງ​ການ​ພິ​ເສດ​ໃຫ້​ສະມາ​ຄົມ​ກາ​ນຄ້າ​ສະ​ເຫ​ນີຂໍ້​ມູນ​ຂ່າວ​ສານ​ແລະ​ຊ່ອຍ​ພະຍາ​ກອນ​,​ໃນ​ການ​ແກ່ງ​ແຍ່ງ​ໃນ​ຕະຫຼາດ​ປະຈຸ​ບັນນີ້,​ ຖ້າອາ​ໄສ​ສະມາ​ຄົມ​ກາ​ນຄ້າ,ວິ​ສາ​ຫະກິດ​ອາດ​ຈະ​ໄດ້​ຮັບ​ຜົນ​ງ່າຍ​ກວ່າ.

ຈາກ​ນີ້,ກໍ​ເຫັນ​ໄດ້​ວ່າ,ສະ​ພາບ​ຕົວ​ຈິງ​ແລະ​ການ​ພັດ​ທະນາ​ໄດ້​ມອບ​ພາລະ​ກຳ​ໃຫມ່​ໃຫ້​ສະມາ​ຄົມ​ການ​ຄ້າ,​ສະມາ​ຄົມ​ການຄ້າ​ຈະ​ມີ​ບົດ​ບາດ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບອາຊ​ຽນ​ແລະ​ມີ​ຄວາມ​ຫມາຍ​​ເລິກ​ເຊິ່ງ​ຍາວ​ໄກ.

ການ​ຮ່ວມ​ມື​ລະຫວ່າງ​ສະມາ​ຄົມ​ກາ​ນຄ້າ,​ແມ່ນ​ຫນຶ່ງ​ໃນ​ພາກ​ສ່ວນ​ປະກອບ​ຂອງ​ການ​ຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ​ລະຫວ່າງ​ປະ​ເທດ​ກັບປະ​ເທດ,​ແລະ​ແມ່ນ​ກຳລັງ​ສະ​ຫນັບສະ​ຫນູນ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະ​ບານ,​ແມ່ນ​ຊ່ອງ​ທາງ​ສຳ​ຄັນທີ່​ເປີກ​ກວ້າງ​ການ​ຮ່ວມ​ມື​ລະຫວ່າງ​ວິ​ສາ​ຫະກິດ,​ແມ່ນ​ການ​ເລືອກ​​ເອົາທີ່​ຍ່ອມ​​ເປັນ​ໄປ​ເພື່ອ​ໃຫ້​ສະມາຄົມ​ເອງ​ໄດ້​ຮັບ​ການ​ພັດ​ທະນາ​​ແລະ​ສະ​ແດງ​ໃຫ້​ເຫັນ​ກຳລັງ​ຂອງ​ຕົນ,ລະ​ຫວ່າງ​ສະມາ​ຄົມ​ການ​ຄ້າ​ຈີນ​ແລະ​ບັນດາ​ປະ​ເທດ​​ອາຊຽນ​ສ້າງ​ແລະ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ສະ​ຫນິດ​ແຫນ້ນ​ແລະ​ມີ​ໄມ​ຕິ​ຈິດ​ຕໍ່​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ນັ້ນ​ແມ່ນ​ການ​ຄ້ຳປ​ະກັນ​ຢ່າງ​​ແຂງ​ແຮງ​ແລະ​ແມ່ນ​ເງື່ອນ​ໄຂ​ຈຳ​ເປັນ​ທີ່​ຈະສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ ອາຊ​ຽນ​ໃຫ້ສຳ​ເລັດ,​ແລະ​ແມ່ນ​ປັດ​ໃຈ​ອັນ​ຕັ້ງ​ຫນ້າ​ທີ່​ຊຸກ​ຍູ້​​ໃຫ້​ວິ​ສາ​ຫະກິດ​​ຮ່ວມ​ມື​​ແລະຂະ​ຫຍາຍ​ຕົວ​ນຳ​ກັນ.​ອາດ​ເວົ້າ​ໄດ້​ວ່າ​ໃນ​ປະຈຸ​ບັນ,​ໄດ້​ສະ​ແດງ​ໃຫ້​ເຫັນ,ຄວາມ​ສຳຄັນ​ແລະ​ຄວາມ​ຮີບ​ດ່ວນ​ຂອງ​ການ​ຮ່ວມ​ມື​ລະ​ຫວ່າງ​ສະມາຄົມ​ການ​ຄ້າ​ຈີນ​ແລະ​ອາຊ​ຽນ​ຍິ່ງ​​ກວ່າ​ຍາມ​ໃດ​ຫມົດ​​.