ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-28 20:53:49    
ຊັ້ນ​ກາດ​ໂອ​ໂຊນ​ບາງ​ອັນ​ເປັນ​ໂທດ​ຕໍ່​ສຸກ​ຂະ​ພາບ​ຂອງ​ມະ​ນຸດ

cri

ໃນ​ທຸກ​ວັນນີ້,ຄົນ​ຫມົດ​ໂລກ​ໃຜ​ກໍສົນ​ໃຈ​ນຳ​ບັນຫາ​ດຽວ​ກັນ​ຄື:ຊັ້ນອາກາດ​ໂອ​ໂຊນ​ທີ່​ຄົນ​ຖື​ເປັນ​ຄັນ​ຮົ່ມອາລັກຂາ​ຫນ່ວຍ​ໂລກ​ນັ້ນພວມ​ບາງລົງ,ຄົນ​ທັງຫຼາຍພາກັນ​ສົນ​ໃຈ​ແລະ​ທັງ​ເ​ປັນ​ຫ່ວງ​ທີ່​ສຸດ.​ເພາະວ່າ,ຊັ້ນອາກາດ​ໂອ​ໂຊນ​ບາງ​ລົງຈະ​ເຮັດ​ໃຫ້​ສິ່ງ​ແວດລ້ອມ​ຂອງ​ຫນ່ວຍ​ພິພົບ​ຖືກ​ທຳລາຍ ​ແລ້ວ​ຂົ່ມ​ຂູ່​ເຖິງ​ຊີວິດ​ແລະ​ສຸກ​ຂະ​ພາບ​ຂອງ​ມວນ​ມະນຸດ,ຄັນຊັ້ນຊັ້ນອາກາດ​ໂອ​ໂຊນ​ແມ່ນ​ບາງ​ລົງ​ແນວ​ໃດ?
​ເມື່ອ​ປີ 1985 ,ນັກວິທະຍາສາດ​ອັງກິດ​ໄດ້​ແຈ້ງ​ໃຫ້​ຊາບ​ເປັນຄັ້ງທຳ​ອິດ​ວ່າ,ຢູ່​ເທິງ​ທ້ອງ​ຟ້າ​ຂົ້ວ​ໂລກ​ໃຕ້​ຊັ້ນອາກາດ​ໂອ​ໂຊນ​ເປັນ​ປ່ອງ​ກວ້າງ​ເຊິ່ງມີ​ເນື້ອ​ທີ່​ປະມານ 9 ລ້ານ​ກິ​ໂລ​ແມັດ​ຕາ,​ ​ເລີ່​ມ​ແຕ່​ຊຸມ​ປີ 80 ​ເປັນຕົ້ນມາ,​ແຕ່​ເດືອນ 1 ຮອດ​ເດືອນ 9 ຂອງ​ແ​ຕ່ລະ​ປີ,ຄວາມ​ຂຸ້ນ​​ຂອງ​ຊັ້ນອາກາດ​ໂອ​ໂຊນ​ເທິງ​ທ້ອງ​ຟ້າ​ຂົ້ວ​ໂລກ​ໃຕ້​ກໍ​ບາງ​ລົງ​ຢ່າງ​ໄວວາ​ແລ້ວ​ກາຍ​ເປັນ​ປ່ອງ​ໂຈ່ງ​ໂປ່​ງຢ່າງ​ມີ​ລັກສະນະ​ລະດູ​ການ,ມາ​ຮອດ​ເດືອນ 4 ປີ 199​3 ຊັ້ນອາກາດ​ໂອ​ໂຊນ​ບາງ​ລົງ​ເຖິງ​ລະດັບ​ຕ່ຳ​ສຸດ​ໃນ​ປະຫວັດສາດ.ຊັ້ນອາກາດ​ໂອ​ໂຊນ​ທີ່​ປົກ​ຫຸ້ມທ້ອງຟ້າກວມ​ອາ​ເມລິ​ກາ,ຍີ່​ປຸ່ນ ຈີນ ລັດ​ເຊຍ​ເປັນຕົ້ນທີ່​ເປັນ​ເຂດ​ກວ້າງ​ໃຫຍ່​ໄພສານ​ນັ້ນກໍ​ຫຼຸດຫນ້ອຍ​ລົງ​ເຖິງ 3% ​ແລະ​ຍັງ​ຫຼຸດລົງ​ຢູ່ຕໍ່​ມາ​ດ້ວຍ​ຄວາມ​ໄວ 1% ຕໍ່ປີ.ຕາມ​ການ​ຢັ່ງ​ແທກ​ຢູ່​ນະຄອນ​ປັກ​ກິ່ງ​ໃນ 2 ປີ​ມານີ້ ສະ​ແດງ​ໃຫ້​ເຫັນ​ວ່າ,ຕົວ​ເລກ​ສູງ​ສຸດຂອງ​ປະ​ລິ​ມານ​ອາກາດ​ໂອ​ໂຊນ​ໃນ​ລະດູ​ໃບ​ໄມ້​ປົ່ງ​ແມ່ນ​ມີ​ພຽງ 20%ຂອງ​ປະລິມານ​ສະ​​ເລ່ຍຂອງ​ພາກ​ພື້ນດັ່ງກ່າວ​ໃນ​ຫຼາຍປີ​ມານີ້,​ເປັນ​ຫຍັງ​ມະນຸດ​ເຮົາ​ຈິ່ງ​ວິຕົກ​ກັງວົນ​ນຳ​ຊັ້ນອາກາດ​ໂອ​ໂຊນ​ທີ່​ບາງ​ລົງ

ເລື່ອງ​ນີ້​ຈະ​ຕ້ອງ​ເວົ້າມາຕັ້ງ​ແຕ່​ແສງ​ອຸນຕຼາລີ​ໂອ​ເລ​ຂອງ​ດວງ​ຕາ​ເວັນ,​ເຖິງ​ວ່າ​ແສງ​ອຸນຕຼາວີ​ໂອ​ເລ​ທີ່​ສ່ອງ​ມາ​ເຖິງ​ຫນ່ວຍ​ໂລກ​ເຮົານີ້​ກວມ​ພຽງ​ແຕ່ 50%ຂອງບໍລິ​ມາດ​ພະລັງງານ​ລວມຂອງ​ແສງຕາ​ເວັນ​ທໍ່​ນັ້ນກໍ​ຕາມ,​ແຕ່​ແຮງ​ທຳລາຍ​ຂອງ​ມັນ​ທີ່​ມີ​ຕໍ່​ລະບົບ​ຊີວິດ​ເທິງ​ຫນ່ວຍ​ໂລກ​ນັ້ນຊ້ຳພັດ​ໃຫຍ່​ຫຼວງທີ່​ສຸດ,ຕາມ​ຕົວ​ເລກ​ຈາກ​ອົງການ​ແຜ​ນການ​ສິ່ງ​​ແວດ​ລ້ອມ​ສະຫະ​ປະຊາ​ຊາດ​ສະ​ແດງ​ໃຫ້​​ເຫັນ​ວ່າ,ອາກາດ​ໂອ​ໂຊນ​ຫຼຸດລົງ 1%​ໃດ ລັງສີ​ອຸນຕາ​ວີ​ໂອ​ໂລ​ທີ່​ມີ​ຄວາມ​ແຮງ​ທຳລາຍ​ຊີວິດ​ນັ້ນ,ກໍ​ຈະ​ເພີ່ມ​ຂຶ້ນ1,3%,​ແຕ່ຊັ້ນອາກາດ​ໂອ​ໂຊນ​ຊ້ຳພັດ​ສາມາດ​ກີດ​ກັນຮັບ​ເອົາ​ແສງ​ລັງສີ​ອຸນຕາ​ວີ​ໂອ​ເລ​ໄວ​ໄດ້​ແຕ່ 99% ຂຶ້ນ​ໄປ,​ເພື່ອ​ປົກ​ປັກ​ຮັກສາ​ລະບົບ​ຊີວິດ​ເທິງ​ຫນ່ວຍ​ໂລກ​ໃຫ້​ປອດ​ໄພ.ສະນັ້ນ,ຈິ່ງ​ເວົ້າວ່າ​ຊັ້ນອາກາດ​ໂອ​ໂຊນ​ແມ່ນຄັນ​ຮົ່ມ​ອາລັກຂາ​ແມ່ນ​ເກິ້ງບັງຕາ​ເວັນຂອງ​ຊີວິດ​ເທິງ​ຫນ່ວຍ​ໂລກ,ຖ້າ​ມັນ​ຖືກ​ທຳລາຍ,​ເຮັດ​ແນວ​ໃດ​ມວນ​ມະນຸດ​ຈະ​ບໍ່​ວິຕົກ​ກັງວົນ​ແລະ​ແຕກ​ຕື່ນ.ເປັນ​ຫຍັງ​ຊັ້ນອາກາດ​ໂອ​ໂຊນ​ຈິ່ງ​ຖືກ​ທຳລາຍ?

ມູນ​ເຫດ​ທີ່​ເຮັດ​ໃຫ້​ຊັ້ນອາກາດ​ໂອ​ໂຊນ​ຖືກ​ທຳລາຍ​ນັ້ນຕ່າງ​ຄົນ​ກໍ​ຕ່າງ​ເວົ້າບໍ່​ຄື​ກັນ,ບາງ​ຄົນ​ເວົ້າວ່າ,​ແມ່ນ​ຍ້ອນ​ຄວັນ​ດຳ​ຕວດໆ​ທີ່​ພົ່ນ​ອອກ​ມາ​ຈາກ​ທໍ່ຄວັນ,ທາດ​ຟຼອໍ​ລິນ​ແລະ​ກໍຼລິດ​ທີ່​ພົ່ນ​ອອກ​ມາ​ຈາກ​ກົ້ນລົດ​ແລະ​ທ້າຍ​ຍົນ ​ແລະ​ທາດ​ກຼໍລິດ​ທີ່​ລະບາຍ​ອອກ​ຈາກ​ນ້ຳທະ​ເລ​ແລະ​ເວລາ​ພູ​ໄຟ​ລະ​ເບີດ​ຢູ່​ໃນ​ຊັ້ນອາກາດ​ຫນາ​ກໍ​ແມ່ນ​ຕົ້ນ​ເຫດ​ທີ່​ພາ​ໃຫ້​ໂອ​ໂຊນ​ແຍກ​ທາດ,​ແຕ່​ທິດ​ສະ​ດີ​ທີ່​ຄົນ​ທັງຫຼາຍຮັບ​ຮູ້​ນຳ​ກັນນັ້ນ​ແມ່ນ​ນັກວິທະຍາສາດ​ອາ​ເມລິ​ກາ​ວາງ​ອອກ​ມາ​ເມື່ອ​ປີ 1974ທີ່​ວ່າ​ແມ່ນ​ຟໍ່ຼລຽງ​ທີ່​ມະນຸດ​ກໍ່ສ້າງ​ແລະ​ລະບາຍ​ອອກ​ຢູ່​ໃນ​ຊັ້ນອາກາດ​ຫນາ,ຟຼໍລຽງ​ບໍ່​ມີ​ທາດ​ເບື່ອ​ ບໍ່​ມີກິນ​ເຫ​ມັນ,​ໄຫມ້​ໄດ້,ຄຸມ​ລັກສະນະ​ເຄມີ​ຂອງ​ມັນ​ກໍ​ແນ່ນອນ,​ໃນ​ກວ່າ​ເຄິ່ງສັ​ດຕະວັດ​ມາ​ນີ້​ມັນ​ໄດ້​ສ້າງ​ຄວາມ​ດີງາມ​ໃຫ້​ແກ່ມ​ວນມະນຸດ​​ໃນ​ແຕ່ລະ​ຂົງ​ເຂດ,ຖືກ​ນຳ​ໃຊ້​ມາ​ເຮັດອາ​ຍ​ເຢັນ,​ເຮັດ​ຢາ​ພົ່ນ​ຄວັນ​ເຮັດ​ຢາ​ລ້າງ,ຢາ​ລະລາຍຢາ​ດັບ​ເຊື້​ອ.ຢາ​ດັບ​ເພີງ​ແລະ​ອື່ນໆ.​ເມື່ອ​ຟຼໍ່ລຽງ​ແຜ່ຜາຍ​ໄປ​ເຖິງ​ຊັ້ນອາກາດ​ດຽວ​ກັນ​ແລ້ວ,ພາຍ​ໃຕ້​ບົດບາດ​ຂອງ​ແສງຕາ​ເວັນ,ມັນ​ໄດ້​ແຍກ​ທາດ​ເປັນ​ອາ​ຕົມຟຼໍ່ລິນ ​ແລ້ວ​ເກີດ​ປະຕິກິລິຍາ​ຢ່າງ​ວ່ອງ​ໄວ​ກັບ​ອາກາດ​ໂອ​ໂຊນ​ຕາມ​ການ​ຄຳນວນ,​ເມື່ອ​ເກີດ​ອາ​ຕົມ​ອອກ​ຊີ​ຂຶ້ນມາ​ໂຕ​ຫນຶ່ງ,
ອາກາດ​ໂອ​ໂຊນ​ກໍ​ຈະ​ຖືກ​ແຍກ​ທາດ​ໄປ 1 ​ແສນ​ໂຕ,ສະນັ້ນ,ອາກາດ​ໂອ​ໂຊນ​ຈິ່ງ​ຖືກ​ທຳລາຍ​ຢ່າ​ງວ່ອງ​ໄວ,​ແສງ​ອຸນຕຼາວີ​ໂອ​ເລ​ທີ່​ເປັນ​ພະລັງງານ​ສູງ​ນັ້ນ,​ເມື່ອ​ສ່ອງ​ຜ່ານ​ຊັ້ນອາກາດ​ໂອ​ໂຊນ​ທີ່​ບາງ​ລົງ​ມາ​ເຖິງ​ຫນ້າດິນ,ມັນ​ກໍ​ຈະ​ນຳ​ເອົາ​ຜົນ​ສະທ້ອນ​ທີ່​ມີລັກສະນະ​ເປັນ​​ໄພພິບັດ​ມາ​ສູ່​ຊີວິດ​ເທິງ​ຫນ່ວຍ​ໂລກ​ເຮົາ.

ເມື່ອ​ຊັ້ນອາກາດ​ໂອ​ໂຊນ​ບາງ​ລົງ​ມັນ​ຈະ​ທຳລາຍ​ຊີວິດ​ເທິງ​ຫນ່ວຍ​ໂລກ​ເຮົາ​ແນວ​ໃດຖ້າ​ຫາກ​ອາກາດ​ໂອ​ໂຊນ​ຫນ້ອຍ​ລົງ 10% ທາດ​ໂປຼຕິນ​ແລະ​ຕົວ​ແຊນ​ເອ​ແອນ​ອາ​ຂອງ​ຊີວິດ​ກໍ​ຈະ​ມີ​ຈຸ​ລົງ​ຕາຍ​ຍ້ອນ​ລັງສີ​ອຸນຕຼາວີ​ໂອ​ເລ​ທີ່​ຮຸ​ນ​ແຮງ.ອັດຕາ​ເປັນມະ​ເຮັງ​ຜິ​ວຫນັງ​ກໍຈະ​ເພີ່ມ​ຂຶ້ນ 26%,​ແຕ່ລະ​ປີ​ຈະ​ມີ​ຜູ່​ຕາຍ​ຍ້ອນ​ເປັນ​ມະ​ເຮັງ​ຜິວຫນັງ​ຮອດ 1 ລ້ານ 5 ​ແສນ​ຄົນ,ຈະ​ມີ​ຜູ້​ເປັນ​ພະຍາດ​ຕາ​ເຂົ້າຝ້າ 1 ລ້ານ 6 ​ແສນ​ເຖິງ 1 ລ້ານ 7 ​ແສນ​ຄົນ​ຕໍ່ປີ,ມີ 5 ລ້ານ​ຄົນ​ຈະ​ບໍ່​ເຫັນ​ຮຸ່ງ​ຫຍັງ​ເລີຍ​ແ​ລະ​ນອກ​ນີ້ ຍັງ​ຈະ​ເຮັດ​ໃຫ້​ພູມ​ປ້ອງ​ກັນຂອງ​ມະນຸດ​ຕ່ຳລົງ​ເຮັດ​ໃຫ້​ໂລກ​ເອກລະບາດ​ເປັນຕົ້ນ,ພະຍາດ​ກາ​ຝາກ​ແຖບ​ຮ້ອນ​ຈະ​ລະບາດ​ຫຼາຍຂຶ້ນຢ່າງ​ກະທັນຫັນ,ຫມາກ​ຖົ່ວ ຫມາກ​ໄມ້ ຜັກ​ຫມີ່​ແລະ​ຜົນລະປູກ​ອື່ນໆ​ກໍ​ຈະ​ຫຼຸດຫນ້ອຍ​ລົງ​ແລະ​ເສຍ​ຫາຍ​ຢ່າງ​ຫຼວງຫຼາຍ,​ແລະ​ຈະ​ເຮັດ​ໃຫ້​ປູ​ປາ​ແລະ​ສັດ​ນ້ຳທີ່​ມີ​ຊີວິດ​ຢູ່​ໃນ​ບໍລິ​ເວນ​ພາຍ​ໃນ 10 ​ແມັດ​ຕາຍ​ໄປ,​ເຮັດ​ໃຫ້​ຊີວະ​ພາບ​ນ້ຳທະ​ເລ​ຖືກ​ທຳລາຍ​ຢ່າງ​ມີ​ຄືນ​ມາບໍ່​ໄດ້.ຍ້ອນ​ຖືກ​ລັງສີ​ອຸນຕຼາວີ​ໂອ​ເລ​ສ່ອງ​ໃສ່,​ເຄຫະ​ສະຖານ​ກໍ​ຈະ​ເພ​​ໄວ,ກາຍ​ເປັນ​ທີ່​ຢູ່​ອັນຕະລາຍ,ຟຼໍລຽງ​ຍັງ​ແມ່ນ​ອາກາດ​ທີ່​ເຮັດ​ໃຫ້​ມີ​ຜົນ​ບັງ​ເກີດ​ໃນ​ຫ້ອງ​ອຸ່ນ,ມັນ​ຮັບ​ເອົາ​ຄວາມ​ຮ້ອນ​ໄດ້​ຫຼາຍກວ່າ​ກາກ​ບອນ​ນິກ
ຕັ້ງ 1 ຫມື່ນ​ເທົ່າ,ສະນັ້ນ,ມັນ​ຈິ່ງ​ເຮັດ​ໃຫ້​ອຸນຫະພູມ​ສະ​ເຫຼ່ຍຢູ່​ໃນ​ໂລກ​ສູງ​ຂຶ້ນຢ່າງ​ວ່ອງ​ໄວ,ຫນ້ານ້ຳທະ​ເລ​ກໍ​ສູງ​ຂຶ້ນຈິ່ງ​ເຮັດ​ໃຫ້​ຕົວ​ເມືອງ​ແຄມ​ທະ​ເລ​ຖືກ​ຂົ່ມ​ຂູ່​ຢ່າງ​ຫນັກຫນ່ວງ.

ຄັນຊັ້ນມະນຸດ​ຈະ​ມີ​ມາດ​ຕະການ​ແນວ​ໃດ​ແດ່​ເພື່ອ​ຕ້ານ​ກັບ​ຊັ້ນອາກາດ​ໂອ​ໂຊ​ນບາງ​ລົງ?ປະຈຸ​ບັນ,ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ຊັ້ນອາກາດ​ໂອ​ໂຊນ​ໄດ້​ກາຍ​ເປັນ​ຄຳ​ຂວັນ​ຮ່ວມ​ຂອງ​ທົ່ວ​ໂລກ​ແລ້ວ,​ເມື່ອ​ເດືອນ​ກັນຍາ​ປີ 1987 ,ມີ 27 ປະ​ເທດ​ໄດ້​ເຊັນ​ສົນທິສັນຍາ​ສາກົນ​ມົງ​ເຕຼອານ ທີ່​ຫ້າມ​ໃຊ້​ຟຼໍລຽງ​ແລະ​ໂລ​ໄຮ​ໂດຼກາກ​ບອນ,​ໃນ​ກອງ​ປະຊຸມ​ອະນຸ​ສັນຍາ​ສາກົນ​ມົງ​ເຕຼອານ​ທີ່​ໄຂ​ຂຶ້ນຢູ່​ລອນ​ດອນ​ເມື່ອ​ປີ 1990 ​ໄດ້​ຜ່ານ​ອະນຸສັນຍາ​ກ່ຽວ​ກັບ​ການ​ຫ້າມ​ບໍ່​ໃຫ້​ປະ​ເທດ​ພັດທະນາ​ເມື່ອ​ຮອດ ປີ 2000,ຜະລິ​ດ​ແລະ​ໃຊ້ຟຼໍ່ລຽງ.ທັງ​ເລັ່ງລັດ​ຄົ້ນຄວ້າ​ແລະ​ພັດທະນາ​ເຕັກນິກ​ໃຊ້​ສິ່ງ​ອື່ນ​ເຂົ້າ​ແທນ​ຟຼໍ່ລຽງ.​ເພື່ອ​ຄຳນຶງ​ເຖິງ​ຄວາມ​ຕ້ອງການ​ດ່ວນ​ໃນ​ການ​ຮັກສາ​ຊັ້ນອາກາດ​ໂອ​ໂຊນ​ເພື່ອຮັກສາ​ຫນ່ວຍ​ໂລກ,ສະຫະ​ປະຊາ​ຊາດ​ກໍ່​ໄດ້​ປະກາດ​ຢ່າງ​ຫນັກ​ແຫນ້ນ​ວ່າ​ເລີ່ມ​ແຕ່​ປີ 1995 ​ເປັນຕົ້ນ​ໄປ​ໃຫ້​ເອົາ​ວັນ​ທີ 16 ກັນຍາ​ໃນ​ທຸກ​ປີ,​ເປັນ​ວັນ​ຮັກສາ​ຊັ້ນອາກາດ​ໂອ​ໂຊນ.