ທ່ານຟັນຈົງຢັນ ແມ່ນນັກການເມືອງແລະນັກວັນນະຄະດີທີ່ດີເລີດໃນປະຫວັດສາດຈີນ,ເພິ່ນບໍ່ພຽງແຕ່ໄດ້ປະກອບສ່ວນອັນດີເດັ່ນທາງດ້ານການເມືອງທໍ່ນັ້ນ,ຫາກຍັງມີບັນຍາຄວາມຮູ້ລື່ນຫມູ່ທາງດ້ານວັນຄະນະດີແລະການທະຫານອີກດ້ວຍ,ບົດຄວາມທີ່ລືຊື່ກວ່າຫມູ່ຂອງເພິ່ນແມ່ນພາດຫົວເລື່ອງວ່າ,ບັນທຶກຫໍເຢະອຽງໃນບົດຄວາມ,ຄຳເວົ້າທີ່ລືຊື່ຂອງເພິ່ນທີ່ວ່າ:ເປັນຫ່ວງເປັນໃຍກ່ອນມະຫາຊົນ,ສະເຫວີຍສຸກຕາມຫລັງມະຫາຊົນກໍໄດ້ຮັບຄວາມນິຍົມຊົມຊອບຈາກຄົນຮຸ່ນຫລັງແລະໄດ້ເລົ່າຕໍ່ປາກກັນຢ່າງກວ້າງຂວາງ,ຕໍ່ໄປເຊີນຟັງນິທານເລື່ອງຫນຶ່ງກ່ຽວກັບເພິ່ນທີ່ໄດ້ຮ່ຳຮຽນດ້ວຍຄວາມລຳບາກກາກກຳໃນຍາມຍັງນ້ອຍ.
ທ່ານຟັນຈົງຢັນ ແມ່ນຄົນສະໄຫມລາດຊະວົງຊົ້ງໃນສະຕະວັດທີ 10,ໃນເວລາເພິ່ນອາຍຸຍັງບໍ່ຮອດສາມຂວບ,ພໍ່ຂອງເພິ່ນໄດ້ເຖິງແກ່ກຳຍ້ອນພະຍາດຂອງຜູ່ກ່ຽວເອງ,ຈາກນັ້ນ,ຊີວິດການເປັນຢູ່ໃນຄອບຄົວຈິ່ງຍາກຈົນທີ່ສຸດ,ເວລາເພິ່ນອາຍຸສິບກວ່າປີ,ທ່ານຟັນຈົງຢັນ ຜູ່ດຽວກໍໄປຮຽນຢູ່ຕ່າງຖິ່ນຄືໄປຂໍໄຫວ້ຄູຮຽນຢູ່ສະຖາບັນທຽນຝູ ທີ່ມີຊື່ສຽງ.ໃນເວລາຮຽນຢູ່ສະຖາບັນທຽນຝູນັ້ນ,ຊີວິດຂອງທ່ານຟັນຈົງຢັນ ແມ່ນລຳບາກກາກກຳທີ່ສຸດ,ຍ້ອນບໍ່ມີເງິນພໍຈະຊື້ເຂົ້າມາກິນ,ໃນແຕ່ລະມື້ມີແຕ່ກິນເຂົ້າປຽກພໍຢາທ້ອງເປັນເວລາດົນນານ.
ໃນຕອນເຊົ້າແຕ່ລະມື້,ເພິ່ນຕົ້ມເຂົ້າປຽກສຸກແລ້ວ,ຕ້ອງຖ້າໃຫ້ມັນເຢັນຈົນແຂ້ນ,ແລ້ວປາດເປັນສາມຕ່ອນ,ແລ້ວຊອຍຜັກກາດເຄັມຈົນນຸ່ມສຳລັບກິນກັນ,ນີ້ແມ່ນເຂົ້າສາມຄາບຂອງເພິ່ນໃນແຕ່ລະມື້.
ມີມື້ຫນຶ່ງ,ທ່ານຟັງຈົງຢັນພວມກິນເຂົ້າຢູ່,ມີຫມູ່ຜູ່ຫນຶ່ງມາຢາມເພິ່ນ,ເມື່ອເຫັນອາຫານການກິນຂອງເພິ່ນຂີ້ຮ້າຍປານນີ້,ຈິ່ງອົດບໍ່ລົນທົນບໍ່ໄດ້,ແລ້ວຈົກເອົາເງິນອອກມາໃຫ້ເພິ່ນ,ເພື່ອໃຫ້ເພິ່ນປົວແປງຊີວິດການເປັນຢູ່,ແຕ່ວ່າຟັນຈົງຢັນປະຕິເສດບໍ່ຮັບເດັດຂາດຢ່າງມີມາລະຍາດຈົນຫມູ່ເພິ່ນສຸດວິໄສ,ມື້ລຸນມາ,ຫມູ່ຜູ່ນັ້ນກໍເອົາຂອງກິນແນວແຊບໆມາຫຼາຍເຍືອງມາໃຫ້,ຈົນທ່ານຟັນຈົງຢັນຈຳເປັນຕ້ອງຮັບເອົາ.
ຜ່ານມາອີກຫຼາຍມື້,ຫມູ່ຜູ່ນັ້ນກໍມາຢາມທ່ານຟັນຈົງຢັນອີກ,ເພິ່ນໄດ້ເຫັນດ້ວຍຄວາມຕົກໃຈວ່າ,ຊີ້ນໄກ່ຊີ້ນປາທີ່ເພິ່ນເອົາມາໃຫ້ນັ້ນບູດຫມົດແລ້ວ,ທ່ານຟັນຈົງຢັນບໍ່ໄດ້ກິນຈັກຕ່ອນເລີຍ,ເຮັດໃຫ້ຫມູ່ຜູ່ນັ້ນຢາກຮ້າຍທີ່ສຸດ,ແລ້ວເວົ້າຕໍ່ທ່ານຟັນຈົງຢັນວ່າ,ເຈົ້າຈັ່ງແມ່ນສູງສົ່ງແທ້ນໍ,ຂອງກິນຫນ້ອຍດຽວທໍ່ນັ້ນເຈົ້າກໍບໍ່ຍອມຮັບ,ເຈົ້າຈິ່ງແມ່ນເຮັດໃຫ້ຫມູ່ເສຍອົກເສຍໃຈນຳແທ້ໆ!
ທ່ານຟັນຈົງຢັນ ຫົວຍິ້ມແລ້ວເວົ້າວ່າໂຕເຂົ້າໃຈຜິດແລ້ວ,ເຮົາບໍ່ແມ່ນບໍ່ກິນ,ແມ່ນບໍ່ກ້າກິນ,ເຮົາຢ້ານວ່າເມື່ອຕົນຫາກກິນຊີ້ນໄກ່ຊີ້ນປາແລ້ວ,ກໍຈະກືນເຂົ້າປຽກກັບຜັດກາດເຄັມບໍ່ລົງ,ເຈຕະນາດີຂອງໂຕນັ້ນເຮົາຮັບແລ້ວ,ເຮັດແນວໃດໂຕກໍຢ່າຄຽດເຮົາເມື່ອຫມູ່ໄດ້ຍິນຄຳເວົ້າຂອງເພິ່ນແລ້ວ,ກໍແຮງໂຄລົບນັບຖືຄຸນສົມບັດຂອງເພິ່ນ.
ມີເທື່ອຫນຶ່ງ,ມີຄົນຖາມເຖິງອຸດົມຄະຕິຂອງທ່ານຟັນຈົງຢັນ,ທ່ານຟັນຈົງຢັນເວົ້າວ່າ,ອຸດົມຄະຕິຂອງຂ້ອຍແມ່ນຢາກເປັນຫມໍຢາທີ່ຈົບດີຜູ່ຫນຶ່ງ,ຫຼືບໍ່ກໍຢາກເປັນອັກຄະມະຫາເສນາຜູ່ຈົບດີນັ້ນແມ່ນເພື່ອປົກຄອງປະເທດ,ພາຍລຸນມາ,ທ່ານຟັນຈົງຢັນກໍເລີຍໄດ້ເປັນອັກຄະມະຫາເສນາ,ແລະເປັນນັກການເມືອງທີ່ມີຊື່ສຽງໃນລາດຊະວົງຊົ້ງ.
ທ່ານຟັນຈົງຢັນໄດ້ເອົາການສຶກສາແລະການປະຕິຮູບກົງຈັກອາດຍາສິດເປັນສອງດ້ານທີ່ສຳຄັນຂອງປະເທດທີ່ເຂັ້ມແຂງ,ເພິ່ນໄດ້ອອກແຮງປຸກສ້າງໂຮງຮຽນໃນທົ່ວປະເທດ,ເພິ່ນຄູອາຈານໃຫ້ມີຄຸນນະພາບ,ອົບຮົມບົ່ມສ້າງຜູ່ມີຄວາມຮູ້ຄວາມສາມາດທຸກຊະນິດທີ່ລັດຕ້ອງການດ່ວນ,ເພິ່ນເອງກໍ່ເປັນແບບຢ່າງ,ຊ່ອຍຊູຜູ່ມີຄວາມຮູ້ຄວາມສາມາດ,ທ່ານໂອຢາງຊິວ ນັກການເມືອງແລະນັກວັນນະຄະດີທີ່ມີຊື່ສຽງ,ທ່ານໂຈວດູນອີ້ ນັກວັນນະຄະດີແລະທ່ານຈາງໄຈ້ ນັກປັດຊະຍາເປັນຕົ້ນກໍລ້ວນແຕ່ໄດ້ຮັບການຊ່ອຍເຫຼືອຈາກທ່ານຟັນຈົງຢັນ.
ໃນຍາມຫວາງວຽກບໍລິຫານແຜ່ນດິນ,ທ່ານຟັນຈົງຢັນ ກໍຫມັ່ນແຕ່ງບົດປະພັນອັນດີເລີດຫຼາຍບົດ,ສິ່ງທີ່ຫນ້າຍ້ອງຍໍນັ້ນແມ່ນທ່ານຄັດຄ້ານບົດປະພັນທີ່ມີເນື້ອໃນແບບນ້ຳຖ້ວມທົ່ງໃນຄາວນັ້ນ,ທ່ານມີເຈດຈຳນົງວ່າວັນນະຄະດີຄວນຕິດພັນກັບສັງຄົມຕົວຈິງ,ຊຸກຍູ້ໃຫ້ສັງຄົມພັດທະນາແລະໃຫ້ຄົນພັດທະນາ.ເຈດຈຳນົງດັ່ງກ່າວໄດ້ມີຜົນກະທົບເຖິງການພັດທະນາວັນນະຄະດີໃນໄລຍະຫລັງ.
|