ອິນໂດເນເຊຍເກີດແຜ່ນດິນໄຫວພັນຄົນເສຍຊີວິດ
cri
Author: q
ຕາມຂ່າວCRI,ວັນທີ29ມີນາ,ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນອິນໂດເນເຊຍ,ທ່ານຢູຊູຟຄາລາ ຮອງປະທານາທິບໍດີອິນໂດເນເຊຍກ່າວວ່າ,ແຜ່ນດິນໄຫວທີ່ເກີດຂຶ້ນຢູ່ເຂດທະເລທາງພາກຕາເວັນຕົກເກາະຊູມາຕຼາໃນວັນທີ28ມີນາໄດ້ເຮັດໃຫ້1000ຫາ2000ຄົນຢູ່ເທິງເກາະນີອາສເສຍຊີວິດ.
ພ້ອມກັນນັ້ນ,ທ່ານຄາລາຍັງກ່າວເນັ້ນວ່າ,ຕົວເລກນີ້ແມ່ນປະເມີນຕາມສະພາບການເພພັງຂອງເຮືອນຢູ່ໃນທ້ອງຖິ່ນນັ້ນ.
ນອກນີ້,ຂ່າວແຈ້ງວ່າ,ວັນທີ29ມີນາ,ກົມສິ່ງແວດລ້ອມແຫ່ງຊາດສິງກະໂປກ່າວວ່າ,ແຜ່ນດິນໄຫວເທື່ອນີ້ບໍ່ມີຜົນສະທ້ອນທີ່ທຳລາຍສິງກະໂປ.
ວັນທີ28ມີນາ,ຢູ່ສຳນັກງານໃຫຍ່ທີ່ນີວຢອກ,ທ່ານເອເກແລນ ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດທີ່ຮັບຜິດຊອບວຽກງານມະນຸດສະທຳກ່າວວ່າ, ອົງການສະຫະປະຊາຊາດຈະສະໜອງການຊ່ອຍເຫຼືອໃຫ້ມວນຊົນເຂດປະສົບໄພແຜ່ນດິນໄຫວ.ໃນມື້ດຽວກັນ,ຢູ່ວໍຊິງຕັນ,ທ່ານເອເລລີ ຮອງໂຄສົກກະຊວງການຕ່າງປະເທດອາເມລິກາກໍ່ເວົ້າວ່າ,ອາເມລິກາຍິນດີສະໜອງການຊ່ອຍເຫຼືອໃຫ້ປະເທດປະສົບໄພແຜ່ນດິນໄຫວເຊັ່ນອິນໂດເນເຊຍເປັນຕົ້ນ.
|
|