ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-29 15:19:51    
ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ຈະ​ພາ​ໃຫ້​ມີ​ທ່ວງ​ທ່າ​ປ່ຽນ​ແປງ​ໃຫຍ່ 10 ຢ່າງ​(ພາກ​ຕົ້ນ)

cri Author: sayvnany
ຫນຶ່ງ:​ການ​ພົວ​ພັນ​ໄມຕີ​ຈິດ​ລະ​ຫວ່າງ​ຈີນ​ກັບ​ກຸ່ມ​ອາ​ຊຽນ​ແລະ​ບັນດາ​ປະ​ເທດ​ອາ​ຊຽນ​ພວມ​ຂະ​ຫຍາຍ​ໄປ​ສູ່​ໄລ​ຍະ​ຂະ​ຫຍາຍ​ຕົວ​ໃຫມ່.ການ​​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ການ​ເມືອງ,ການ​ພົວ​ພັນ​ໄມຕີ​ຈິດ​ຫັນ​ເປັນ​ແບບ​ລະ​ບອບ, ມີ​ບົດບາດ​ສຳ​ຄັນ​ກວ່າ​ເພິ່ນ​ຕໍ່​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ (CAFTA). ຈີນ​ໄດ້​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ການ​ພົວ​ພັນ​ໄມ​ຕີ​ຈິດ​ອາ​ຊີ​ອາ​ຄະ​ເນ, ຈີນ​ກັບ​ອາ​ຊຽນ​ໄດ້​ຕົກ​ລົງ​ສ້າງ​ການ​ພົວ​ພັນ​ຄູ່​ຂາ​ຍຸດ​ທະ​ສາດ​ທີ່​ອວ່າຍ​ຫນ້າ​ໄປ​ສູ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.ການ​ພົວ​ພັນ​ທາງ​ການ​ທູດ​ແບບ ໃຫມ່​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ມີ​ຜົນ​ດີ​ຕໍ່​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ, ​ແລະມີ​ຜົນ​ດີ​ຕໍ່​ການ​ສ້າງ​ຕັ້ງ CAFTA.

ສອງ:ການ​ສ້າງ​ຕັ້ງ CAFTA ​ໄດ້​ຜ່ານ​ໄລ​ຍະ​ຈາກ​ການ​ນັ່ງ​ຫາ​ລື​ກັນ​ຂະ ຫຍາຍ​ອອກ​ຮອດ​ການ​ລຸກ​ຂຶ້ນ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຕົວ​ຈິງ.​ໃນ​ຫລາຍ​ປີ​ມາ​ນີ້, ຍີ່​ປຸ່ນ ອາ​ເມ​ລິ​ກາ ສະ​ຫະ​ພາບ​ເອີ​ລົບ​ແລະ​ອິນ​ເດຍ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ຂ້ຽວ​ເລັ່ງ​ປຶກ​ສາ​ຫາລື​ກັບ​ອາ​ຊຽນ​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ການ​ຄ້າ​ເສລີ, ສ່ວນ​ຈີນ​ຍິ່ງໄດ້​ໄປ​ກ່ອນ​ກ້າວ​ຫນຶ່ງ​ແລ້ວ, ຄື​ໄດ້​ນຳ​ຫນ້າ​ປະ​ຕິ​ບັດ​ການ​ຍົກ​ເວັ້ນ​ພາ​ສີ​​ເຊິ່ງ​ເປັນ​ຜົນ​ໄດ້​ຮັບໃນ​ໄລ​ຍະ​ຕົ້ນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ.ຄຽງ​ຄູ່​ກັບ​ຂໍ້​ຜູກ​ມັດ​ການ​ຄ້າ​ນັບ​ມື້​ນັບ​ຕ່ຳ​ລົງ​ແລະ​ຖືກ​ມ້າງ​ຖິ້ມ, ຈະ​ນຳ​ເອົາ​ການ​ປັບ​ປຸງ​ອຸດ​ສາ​ຫະ​ກຳ​ຮອບ​ໃຫມ່​ແລະ​ການ​ຄັດ​ເລືອກ​ໃຫມ່​ໃຫ້​ແກ່​ການ​ບຸກ​ເບີກ​ພັດ​ທະ​ນາ​ຕະ​ຫລາດ​ຂອງ​ວິ​ສາ​ຫະກິດ.

ສາມ:ຄົນ​ທັງ​ຫລາຍ​ຄ່ອຍໆ​ຮູ້​ຈັກ CAFTA. ຄົນ​ນັບ​ມື້​ນັບ​ຫລາຍ​ໄດ້​​ເຂົາ​ໃຈສັບ​ທີ່​ມີ​ເນື້ອ​ໃນ​ອຸ​ດົມ​ສົມ​ບູນ​ດັ່ງ​ກ່າວ. CAFTA ຈະ​ກາຍ​ເປັນ​ສັບ​ທີ່​ນິ​ຍົມ​ກັນ​ຫລາຍ, ​ເພາະ​ວ່າ​ມັນ​ຈະ​ນຳ​ເອົາ​ການ​ປ່ຽນ​ແປງ​ໃນ​ດ້ານ​ຊີ​ວິດ​ປະ​ຈຳ​ວັນ​ແລະ​ວຽກ​ງານ​ມາ​ຍັງ​ຄົນ​ທັງ​ຫລາຍ,​ໂດຍ​ສະ​ເພາະ​ແມ່ນ​ນັກ​ທຸ​ລະ​ກິດ, ການ​ຮຽນ​ຮູ້ ທັດ​ສະ​ນະ​ຄະ​ຕິ CAFTA ​ແມ່ນ​ຄວາມ​ຕ້ອງ​ການ​ໃນ​ການ​ຮັບ​ມື​ກັບ​ການ​ທ້າ​ທາຍ​ໃຫມ່​. ​ໃນ​ວົງ​ການ​ຄົ້ນ​ຄວ້າ​ວິ​ຊາ​ການ​ນັ້ນ,ການ​ຄົ້ນ​ຄວ້າ CAFTA ກໍ່​ຈະ ນັບ​ມື້​ນັບ​ຫລາຍ​ຂຶ້ນ.

ສີ່: CAFTA ທີ່​ກຳ​ລັງ​ສ້າງ​ສາ​ຢູ່​ນັ້ນ, ພວມ​ປ່ຽນ​ຈາກ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖະ​ບານ​ຂະ​ຫຍາຍ​ເປັນ​ການ​ເຄື່ອນ​ໄຫວ​ຂອງ​ວິ​ສາ​ຫະ​ກິດ.ຄຽງ​ຄູ່​ກັບ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ລັດ​ຖະ​ບານ​ຈີນ​ກັບ​ລັດ​ຖະ​ບານ​ບັນດາ​ປະ​ເທດ​ອາ​ຊຽນ​ລົງ​ສູ່​ລວງ​ເລິກ, ການ​ປະ​ຕິ​ບັດ​ສັນຍາ​ CAFTA ທີ່​ສອງ​ຝ່າຍ​ເຊັນ​ກັນ​ນັ້ນ, ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ວິ​ສາ​ຫະ​ກິດ​ທັງ​ຫລາຍ, ບໍ​ລິ​ມາດ​ການ​ຄ້າ​ສອງ​ຝ່າຍ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ, ການ​ລົງ​ທຶນ​ສອງ​ທິດ​ມີ​ການ​ເປີດ​ກວ້າງ​ອອກ​ເທື່ອ​ໃຫມ່.ວິ​ສາ​ຫະ​ກິດ​ແມ່ນ​ອັດ​ຕະ​ພາບ​ຂອງ​ການ​ເຄື່ອນ​ໄຫວ​ເສດ​ຖະ​ກິດ, ການ​ເສີມ​ຂະ​ຫຍາຍ​ລັກ​ສະ​ນະ​ເປັນ​ເຈົ້າ​ກີ້​ເຈົ້າ​ການ​ແລະ​ຫົວ​ຄິດ​ປະດິດ​ສ້າງ​ຂອງ​ວິ​ສາ​ຫະ​ກິດ​ຢ່າງ​ເຕັມ​ສ່ວນ, ຈະ​ຊຸກ​ຍູ້​ການ​ສ້າງ​ຕັ້ງ CAFTA ຢ່າງ​ແຂງ​ແຮງ.

ຫ້າ:​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ, ການ​ແກ່ງ​ແຍ່ງ​ແລະ​ການ​ຮ່ວມ​ມື​ດ້ານ​ຜະ​ລິດ​ຕະ​ພັນ​ລະ​ຫວ່າງ​ວິ​ສາ​ຫະ​ກິດ​ຈີນ​ແລະ​ອາ​ຊີ​ອາ​ຄະ​ເນ​ພວມ​ ມີ​ການ​ປ່ຽນ​ແປງ​ໃຫມ່,​ໄດ້​ເລີ່ມ​ຈາກ​ການ​ແກ່ງ​ແຍ່ງ​ເດີນ​ໄປ​ສູ່​ການ​ຮ່ວມ​ມື​ທີ່ ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ. ການ​ຮ່ວມ​ມື​ແມ່ນ​ພາ​ຫະ​ນະ​ສຳ​ຄັນ​ທີ່​ຍົກ​ກຳລັງ​ແກ່ງ​ແຍ່ງ​​ໃຫ້​ສູງ​ຂຶ້ນ.ການ​ສ້າງ CAFTA ກໍ່​ແມ່ນ​ເພື່ອ​ພ້ອມ​ກັນ ​​ພັດ​ທະ​ນາ​.ການ​ຮ່ວມ​ມື​ໃຫມ່​ຈະ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ພາກ​ພື້ນ​ຕົນ​​ມີ​ກຳ​ລັງ​ການ​ແກ່ງ​ແຍ່ງ​ແຂງ​ແຮງ​ກວ່າ​ເກົ່າ​ໃນ​ຕະ​ຫລາດ​ສາ​ກົນ,ຈະ​ຊອ່ຍ​ໃຫ້​ພາກ​ພື້ນ​ຕົນ​ດຶງ​ດູດ​ເອົາ​ທຶນ​ຕ່າງປະ​ເທດ​ໄດ້​ຫລາຍ​ກວ່າ​ເກົ່າ.