ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-29 15:20:17    
ທີ​ມ​ແຂງໄດ້​ເສຍ​ໄຊ​ຕາມໆ​ກັນ​ໃນ​ການ​ແຂ່ງ​ຂັນ​ປິງ​ປອງ​ໝູ່​ຄະ​ນະ​ເພດ​ຊາຍ​ຊິງ​ຊະ​ນະ​ເລີດ​ເອີ​ລົບ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ງານ​ແຂ່ງຂັນ​ປິງປອງ​ຊິງ​ຊະນະ​ເລີດ​ເອີ​ລົບ​ທີ່​ຈັດ​ຂຶ້ນຢູ່​ເມືອງ​ອາ​ຮຸສ(ARHUS)​ເມືອງ​​ໃຫຍ່​ທີ​ສອງ​ຂອງ​ດານ​ມາກ​ໃນ​ວັນ​ທີ 28 ມີນາ​ໄດ້​ເຂົ້າ​ສູ່​ມື້​ທີ​ສອງ. ​ໃນ​ການ​ແຂ່ງ​ຂັນ​ໝູ່​ຄະນະ​ເພດ​ຊາຍມີ​ການ​ພິກ​ລ໋ອກຫຼາຍ​ເທື່ອ, ທີ​ມ​ແຂງ​ເຊັ່ນ ຊູ​ແອດ ​ເຢຍ​ລະ​ມັນ​ແລະ​ແບນ​ຊິກ​ເປັນ​ຕົ້ນ​ລ້ວນ​ແຕ່​ບໍ່​ໄດ້​ເຂົ້າ​ຮອບ​ສີ່​ທີ​ມ. ມີ​ແຕ່​ທີ​ມ​ໂອ​ຕຼິສ​ໄດ້​ເອົາ​ຊະ​ນະ​ທີ​ມຣັດ​ເຊຍ​ດ້ວຍ​ຄະ​ແນນ 3:0, ​​ແລະ​ໄດ້​ເຂົ້າ​ຮອບ​ຮອງ​ຊະ​ນະ​ເລີດ.

ການ​ແຂ່ງຂັນ​ໝູ່​ຄະນະ​ເພດ​ຊາຍຮອບ​ຮອງ​ຊະນະ​ເລີດ​ຈະຈັດ​ຂຶ້ນໃນ​ວັນທີ 29 ມີ​ນາ​ລະ​ຫວ່າງ​ທີມ​ດານ​ມາກ​ກັບ​ທີ​ມ​ໂລມາ​ນີ​ແລະ​ທີ​ມ​ໂອ​ຕິຼສກັບ​ທີ​ມ​ເຊັກ. ການ​ແຂ່ງ​ຂັນ​ໝູ່​ຄະ​ນະ​ເພດ​ຍິງ​ຮອບ​ຮອງ​ຊະນະ​ເລີດ​ຈະ​ຈັດຂຶ້ນ​ລະຫວ່າງ​ທີ​ມ​ໂລມາ​ນີກັບ​ທີມ​ສະ​ໂລ​​ເວ​ນີ​ແລະ​ທີມ​ອີ​ຕາ​ລີ​ກັບ​ທີມ​ໂກຼ​ອັດ​ຕີ.