ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Thursday    Apr 24th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-29 17:08:18    
ແຜ່ນດິນ​ໄຫວ​ຢູ່​ອິນ​ໂດ​ເນ​ເຊຍ​ໄດ້​ພາ​ໃຫ້​ນັບເປັນ​ພັນ​ຄົນ​ເສຍ​ຊີວິດ

cri
ຕາມ​ຂ່າວcri: ວັນ​ທີ 29 ມີນາ,​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ສື່ມວນ​ຊົນ​ອິນ​ໂດ​ເນ​ເຊຍ​,ທ່ານ​ຢຸຊູຟ​ການລາ ຮອງ​ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ເວົ້າວ່າ,​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ທະ​ເລ​ພາກ​ຕາ​ເວັນ​ຕົກ​ຂອງ​ເກາະ​ຊູ​ມັດຕຼາ​ໃນ​ວັນ​ທີ 28 ມີນາ​ໄດ້​ພາ​ໃຫ້​ຫນຶ່ງ​ພັນ​ຫາ​ສອງ​ພັນ​ຄົນ ຢູ່​ເກາະ​ນີອາສ​ເສຍ​ຊີວິດ.

ຕາມ​ຊາບ​ວ່າ,ຜູ້​ປະສົບ​ເຄາະ​ຮ້າຍ​ສ່ວນ​ຫລາຍ​ຢູ່​ເກາະ​ນີອາສ​ແມ່ນ​ຕາຍ​ຍ້ອນ​ເຮືອນ​ພັງ​ລົງ.

ນອກ​ນີ້,ວັນ​ທີ 29 ມີນາ,ກົມ​ອະນຸລັກ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ສິງກະ​​ໂປ​ກ່າວ​ວ່າ,​ແຜ່ນດິນ​ໄຫວ​ເທື່ອ​ນີ້​ບໍ່ຫ່ອນ​ຈະມີ​ຜົນ​ກະທົບ​ກະ​ເທຶອນ​ທີ່​ມີ​ລັກສະນະ​ທາດ​ແທ້​ຕໍ່​ສິງຫະ​ໂປ​.ຕອນ​ຮຸ່ງ​ເຊົ້າວັນ​ທີ 29 ມີນາ,ລັດຖະບານ​ສີ​ລັງກາ​ໄດ້​ຍົກ​ເລີກ​ຄຳ​ຕັກ​ເຕືອນ​ຄຶ້ນ​ຊູ​ນາ​ມີ​ທີ່​ປະກາດ​​ເມື່ອ​ຕອນ​ຄ່ຳ​ວັນ​ທີ 28 ມີນາ.

ວັນ​ທີ 28 ມີນາ,ຢູ່​ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ນີວຢອກ,ທ່ານ​ເອັກ​ລານ ຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ຮັບຜິດຊອບ​ວຽກ​ງານ​ມະນຸດ​ສະ​ທຳ​ໄດ້​ເວົ້າວ່າ, ຝ່າຍ​ສະຫະ​ປະຊາ​ຊາດຈະ​ໃຫ້ການ​ຊ່ອຍ​ເຫືຼອ​ແກ່ມ​ວນຊົນ​ໃນ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເທື່ອ​ນີ້.ວັນ​ທີ 28 ມີນາ,ທ່ານ​ເອ​ເຣລີ ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາກ​ກໍ່​ກ່າວ​ຢູ່​ວໍ​ຊິງ​ຕັນ​ວ່າ,ອາ​ເມ​ລິ​ກາ​ຍິນ​ດີ​ໃຫ້ການ​ຊ່ອຍ​ເຫືຼອ​ແກ່ປະ​ເທດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ເຊັ່ນ​ອິນ​ໂດ​ເນ​ເຊຍ​ເປັນຕົ້ນ.

​ເວລາ 23 ​ໂມງ 9 ນາທີ​ຂອງ​ວັນ​ທີ 28 ມີນາ ​ເວລາອິນ​ໂດ​ເນ​ເຊຍ,ຢູ່​ເຂດ​ທະ​ເລ​ມໍ່​ເກາະ​ຊູ​ມັດຕຼາ​ແຫ່ງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​​ແຜ່ນດິນ​ໄຫວ​ແຮງ 8 ຂັ້ນລິກ​ເຕີ​ຂຶ້ນ​ໄປ,ປະ​ເທດ​ຈຳນວນ​ຫນຶ່ງ​ທີ່​ຢູ່​ອ້ອມ​ຂ້າງ​ໄດ້​ປະກາດ​ຄຳ​ຕັກ​ເຕືອນ​ຄຶ້ນ​ຊູ​ນາ​ມີ​ໃນ​ທັນທີ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040