ແຜ່ນດິນໄຫວອິນໂດເນເຊຍເຮັດໃຫ້ມີຄົນຕາຍແລະບາດເຈັບຢ່າງຫຼວງຫຼາຍ,ປະຊາຄົມໂລກທຳປະຕິກິລິຍາຢ່າງວ່ອງໄວ
cri
Author: da
ຕາມຂ່າວCRI:ວັນທີ 29 ມີນາ,ທ່ານຢູຊຸຟ ຄາລາ ຮອງປະທານາທິບໍດີອິນໂດເນເຊຍໃຫ້ສຳພາດຕໍ່ສື່ມວນຊົນຟີລິບປິນວ່າ,ແຜ່ນດິນໄຫວຂັ້ນ 8 ລິກເຕີທີ່ເກີດຂຶ້ນຢູ່ເຂດທະເລພາກຕາເວັນຕົກຂອງເກາະຊູມັດຕຼາໃນວັນທີ 28 ມີນາໄດ້ເຮັດໃຫ້ຄົນຢູ່ເກາະນີອາສ໌ຕາຍ 1 ຫາ 2 ພັນຄົນ.
ພ້ອມກັນນັ້ນ ທ່ານຄາລາເວົ້າວ່າ,ຕົວເລກດັ່ງກ່າວແມ່ນທຳອອກຕາມການປະເມີນສະພາບສິ່ງກໍ່ສ້າງແຫ່ງນັ້ນຖືກທຳລາຍ.ຕາມໄດ້ຊາບ,ຜູ້ປະສົບເຄາະຮ້າຍຂອງເກາະນີອາສ໌ສ່ວນຫຼາຍແມ່ນຕາຍຍ້ອນເຮືອນຢູ່ເພພັງ.
ວັນທີ 28 ມີນາ ຢູ່ສຳນັກງານໃຫຍ່ສະຫະປະຊາຊາດທີ່ນິວຢອກ ທ່ານເອເກແລນ ຮອງເລຂາທິການໃຫຍ່ສະຫະປະຊາຊາດທີ່ຮັບຜິດຊອບວຽກງານມະນຸດສະທຳເວົ້າວ່າ,ຝ່າຍສະຫະປະຊາຊາດຈະສະໜອງການຊ່ອຍເຫຼືອໃຫ້ມວນຊົນຂອງເຂດປະສົບໄພແຜ່ນດິນໄຫວເທື່ອນີ້.
ວັນທີ 29 ມີນາ ທ່ານຫຼີວຈຽນຊາວ ໂຄສົກກະຊວງການຕ່າງປະເທດຈີນເວົ້າວ່າ,ພາຍຫຼັງເກີດແຜ່ນດິນໄຫວຢ່າງຮຸນແຮງຢູ່ເຂດທະເລອິນໂດເນເຊຍແລ້ວ,ທ່ານຫູຈີນທາວ ປະທານປະເທດຈີນໄດ້ຝາກໂທລະເລກຖາມຂ່າວໄປຍັງທ່ານຊູຊີໂລ ປະທານາທິບໍດີອິນໂດເນເຊຍ,ທ່ານຫຼີຈ້າວຊິງ ລັດຖະມົນຕີການຕ່າງປະເທດຈີນກໍຝາກໂທລະເລກຖາມຂ່າວໄປຍັງທ່ານຮາຊັນ ລັດຖະມົນຕີການຕ່າງປະເທດອິນໂດເນເຊຍເຊັ່ນກັນ.
ນອກນີ້,ລັດຖະບານອາເມລິກາແລະນິວຊີແລນກໍປະກາດວ່າ ຈະສະໜອງການຊ່ອຍເຫຼືອໃຫ້ແກ່ປະເທດປະສົບໄພແຜ່ນດິນໄຫວຄືອິນໂດເນເຊຍເປັນຕົ້ນ.
|
|