ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-29 18:53:12    
ແຜ່ນ​ດິນ​​ໄຫວ​​ແຮງ​ເປັນ​ຫຍັງ​ຈຶ່ງ​ບໍ່​ມີ​ຄື້ນ​ທະ​ເລຊູ​ນາ​ມີ?

cri Author: da
ເວລາ​ປັກ​ກິ່ງ ສູນໂມງ 9 ນາທີ ວັນ​ທີ 29 ມີນາ, ຢູ່ພູມ​ທະ​ເລ​​ແປະກັບ​ເກາະຊູ​ມາ​ຕຼາຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​​ແຮງ​ເຖິງ​ຂັ້ນ 8 ລິກ​ເຕີ​ຂຶ້ນ​ໄປອີກ​ເທື່ອ​ຫນຶ່ງ​,ສູນ​ສັນຍານ​ໄພ​ຄື້ນຊູ​ນາ​ມີ​ມະຫາ​ສະ​ຫມຸດປາຊິ​ຟິກທີ່​ຕັ້ງຢູ່​ເກາະ​ຮາ​ວາຍ​ຈຶ່ງ​ໄດ້​ສົ່ງ​ສັນຍານ​ໄພ​ຄື້ນຊູ​ນາ​ມີ​ໃນ​ທັນທີ.​ແຕ່​ຫລັງຈາກ​ນັ້ນ​ຫຼາຍຊົ່ວ​ໂມງ​,ຫຼາຍປະ​ເທດ​ເຊັ່ນ:​ສີລັງກາ ອິນ​ເດຍ​ເປັນຕົ້ນກໍ່​ໄດ້​ຍົກ​ເລີກ​ສັນຍານ​ໄພ​ຄື້ນ​ຊູນາມີ.

​ເກືອບ​ຢູ່​ໃນ​ພູມ​ທະ​ເລ​ດຽວ​ກັນ,​ ​ເກີດ​ແຜ່ນດິນ​ໄຫວ​ແຮງ​ຂັ້ນ 8 ລິກ​ເຕີ​ຂຶ້ນ​ໄປຄື​ກັນ,​ເປັນ​ຫຍັງ​ສົ່ງສັນຍານ​ໄພ​ແລ້ວ​ກໍ​ປົດ​ອອກອີກ?ຄື້ນຊູນາ​ມີ​ໄດ້​ເກີດ​ຂຶ້ນ​ຫຼື​ບໍ່?ນາງ​​​​ເຢ້ລິນ​ນັກ​ຄົ້ນຄວ້າ​ນັກພະຍາກອນຜູ່​ທີ​ຫນຶ່ງ​ທີ່​ຂ້ຽວໄປ​ຫາຫ້ອງ​ພະຍາກອນ​ອາກາດ​ສິ່ງ​ແວດ​ລ້ອມ​ທະ​ເລ​​ໃນສູນ​ພະຍາກອນ​ສິ່ງ​ແວດ​ລ້ອມ​ທະ​ເລ​ຂອງ​ກົມ​ທະ​ເລ​ແຫ່ງ​ຊາດ​ໃນ​ເວລາ  ສູນ​ໂມງປາຍ​ມື້​ດຽວ​ກັນໄດ້​ອະທິບາຍ​ວ່າ​:

​ເມື່ອ​ໄດ້​ຮັບ​ຂ່າວຈາກ​ຜູ່​ຢູ່​ເວນ​ແລ້ວ,ຂ້າພະ​ເຈົ້າກໍຟ້າວ​ມາ,ນັກຄົ້ນຄວ້າ​​ເຢ້​ລິນ​ເວົ້າວ່າ,​ເວລາ 12 ​ໂມງ 39 ນາທີ​ ວັນ​ທີ 29 ມີນາ,ລະບົບ​ ​ສັນຍານ​ໄພ​ໃນ​ຫ້ອງ​ພະຍາກອນ​​ໄດ້​ຮັບ​ຂໍ້​ມູນ​​ສັນຍານ​ໄພ​ທີ່​ສົ່ງມາຈາກ​ສູນພະຍາກອນ​​ຄື້ນທະ​ເລ​ຊູ​ນາ​ມີມະຫາສະ​ຫມຸດປາຊິ​ຟິກ,ຈຶ່ງ​ສົ່ງ​ສັນຍານ​ໄພ​ໃນ​ທັນທີ,ພາຍຫລັງ​​ເກີດຄື້ນທະ​ເລ​ຊູນາ​ມີ​ຫລັງແຜ່ນດິນ​ໄຫວ​ມະຫາ​ສະ​ຫມຸດ​ອິນ​ເດຍ​ໃນ​ປີ​ກາຍ​ແລ້ວ,ກົມ​ທະ​ເລ​ແຫ່ງ​ຊາດ​ກໍໄດ້​ຄົ້ນຄວ້າ​ສ້າງລະບົບ​​ສັນຍາ​ໄພ​ແບບ​ອັດຕະ​ໂນ​ມັດ​ຊຸດ​ນີ້​ເອົາ​ເອງ​ພາຍ​ໃນ​ເວລາ​ສັ້ນທີ່​ສຸດ. ​ຕິດຕາມ​ກວດກາ​ແລະສົ່ງ​ສັນ​ຍານ​ໄພ​​ໄດ້​ໃນ​ຕະຫຼອດ 24 ຊົ່ວ​ໂມງ.

ນາງ​​ເຢ້​ລິນ​ເວົ້າວ່າ,​ເນື່ອງ​ຈາກ​ແຜ່ນດິນ​ໄຫວ​ໄດ້​ເກີດ​ຢູ່​​ໃນ​ພູມ​ທະ​ເລ​​ເກືອບ​ບ່ອນດຽວ​ກັນ,ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກ​ພູມ​ມິ​ປະ​ເທດ,​ຄື້ນຊູ​ນາ​ມີ​ເທື່ອ​ນີ້​​ເຖິງ​ຈະເກີດ​ຂຶ້ນ​ກໍ​ສົ່ງຜົນ​ສະທ້ອນມາ​ເຖິງ​ປະ​ເທດ​ຈີນຍາກທີ່​ສຸດ.

ທ້າຍ​ປີ 2004,ພາຍຫລັງ ​ແຜ່ນດິນ​ໄຫວ​ຢູ່​ມະຫາ​ສະຫມຸດ​ອິນ​ເດຍ​ເກີດ​ຄື້ນ​ຊູນາມີ​ແລ້ວ,ສະຖານີ​ຕິດຕາມ​ວັດ​ແທກທະ​ເລ​ຂອງ​ຈີນ​ທີ່​ຕັ້ງຢູ່​ເມືອງ​ຊານ​ຢາ​ໄດ້​ຈັບ​ກະ​ແສ​ຄື້ນທະ​ເລຊູ​ນາ​ມີ​ສູງ​ເຖິງ 6 ຫາ 8 ຊັງ​ຕີ​ແມັດ.

​ແຜ່ນດິນ​ໄຫວ​ເທື່ອ​ນີ້​ໄດ້​ທົດ​ສອບ​ລະບົບ​​ສັນຍານ​ໄພ​​ອັດຕະ​ໂນ​ມັດ​ທີ່ພວກ​ເຮົາຄົ້ນຄວ້າ​ແລະ​​ເຮັດ​ເອງ,​ນາງ​ເຢ້ລິນ​ນັກຄົ້ນຄວ້າເວົ້າວ່າ,ຕໍ່​ໄປ​ພາຍ​ຫນ້າ, ພະນັກງານ​ບໍ່​ຕ້ອງນັ່ງ​ຍາມ​ຢູ່ໃນ​ຫ້ອງພະຍາກອນ​ຕະຫຼອດ 24 ຊົ່ວ​ໂມງ​ແລ້ວ, ​ເຄື່ອງ​ຈັກ​ຄວບ​ຄຸມ​ຍັງ​ສະ​ດຸ້ງ​ໄວ​ກວ່າ​ຄົນ​ຫຼາຍ.​ສັນຍານ​ໄພ​ຄື້ນຊູ​ນາ​ມີ​ສົ່ງ​ອອກ​ໄປ​​ແລ້ວ,ກໍ​ຕ້ອງ​ຍົກ​ເລີກ​ອີກ​,​ແມ່ນ​ຍ້ອນ​ສົ່ງ​ຜິດ​ແລ້ວ​ບໍ່?​ນາງ​ເຢ້​ລິນ​ອະທິ​ບາຍ​ວ່າ,ທຳ​ມະ​ດາ​ແລ້ວ,​ສັນ​ຍານ​ໄພ​ຄື້ນທະ​ເລ​ຊູ​ນາ​ມີແບ່ງ​ເປັນ 4 ຂັ້ນ,​ເມື່ອ​ບັນລຸ​ເຖິງ​ຂັ້ນ​ສູງ​ສຸດ​ຄື:ຂັ້ນ​ສັນ​ຍານ​ໄພ​​ແລ້ວ,ສູນ​​ສັນ​ຍານ​ໄພ​ຄື້ນທະ​ເລຊູ​ນາ​ມີ​ໃນ​ມະຫາ​ສະ​ຫມຸດ​ປາຊິ​ຟິກກໍ​ຈະສົ່ງ​ສັນ​ຍານ​ໄພ.

ສູນ​ສັນຍານ​ໄພ​ຄື້ນຊູ​ນາ​ມີ​ມະຫາ​ສະຫມຸດ​ປາຊິ​ຟິກ​ໄດ້​ສ້າງ​ລະບົບ​ສະຫມອງ​ກົນ​ສາມາດ​ສົ່ງ​ສັນຍານ​ໄພ​ຄື້ນທະ​ເລຊູ​ນາ​ມີ​ຍ້ອນແຜ່ນດິນ​ໄຫວ​ແບບ​ອັດຕະ​ໂນ​ມັດ,ພາຍ​ຫລັງ​ເກີດ​ແຜ່ນດິນ​ໄຫວ​ຫຼືພູ​ໄຟ​ພື້ນ​ທະ​ເລ​ລະ​ເບີດ​ຂຶ້ນແລ້ວ,ລະບົບ​ຊຸດ​ນີ້​ຈະ​ສັນນິຖານ​ຕາມຕົວ​ເລກ​ຕ່າງໆ.

ກັນ​ດີກ​ວ່າ​ແກ້,ການ​ສົ່ງສັນຍານໄພ​​ຄື້ນຊູ​ນາ​ມີ​ເທື່ອນີ້​ແມ່ນທັນ​ການທີ່​ສຸດ, ນາງ​ເຢ້​ລິນ​ນັກ​ຄົ້ນ​ຄວ້າ​ສະ​ເຫ​ນີ​ໃຫ້​ຮູ້​ວ່າ,​​ແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ຢູ່ພູມ​ທະ​ເລ​ທີ່​​ເຄີຍ​ເກີດ​ຄື້ນຊູ​ນາ​ມີ​ຂະ​ຫນາດ​ໃຫຍ່​ເທື່ອ​ທີ່​ແລ້ວ,​ສະ​ນັ້ນ​,ສູນ​​ສັນຍານ​ໄພ​ຈຶ່ງ​ໄດ້ສົ່ງ​ສັນ​ຍານ​ໄພ​ຢ່າງ​ວ່ອງ​ໄວ.

ຄື້ນຊູ​ນາ​ມີ​​ແມ່ນບໍ່​ສາມາດ​ພະຍາກ​ອນໄດ້, ມີແຕ່​​ເຕືອນ​ໄພ​ທໍ່​ນັ້ນ ຫລັງ 4 ຊົ່ວ​ໂມງ​ແລ້ວ,​ຫນ້າ​ນ້ຳທະ​ເລ​ຍັງ​ບໍ່​ມີ​ປະກົດ​ການ​ຜິດ​ປົກ​ກະຕິ​ຫຍັງ​ຫຼາຍ,ປະ​ເທດ​ແຄມ​ທະ​ເລ​ຈຳນວນ​ຫນຶ່ງ​ກໍ່​ໄດ້ຍົກ​ເລີກ​​ສັນຍານ​ໄພ,​ຄື້ນຊູ​ນາ​ມີ​ໄດ້​ເກີດ​ຂຶ້ນ​ຫຼື​ບໍ່? ​ຫນຶ່ງ​ແມ່ນ​ອາ​ໄສ​ເບິ່ງ​ການ​ປ່ຽນ​ແປງ​ຂອງ​ລະດັບ​ຫນ້າ​ນ້ຳທະ​ເລ​ດ້ວຍ​ສາຍ​ຕາ,​ສອງ​ແມ່ນ​​ເບິ່ງ​ການ​ບັນ​ທຶກ​ຂອງ​ເຄື່ອງ​ວັດ​ແທກ.

​ນາງ​ເຢ້​ລິນ​ບອກ​ພວກ​ເຮົາ​ວ່າ,​ຄື້ນຊູ​ນາ​ມີ​​ໄດ້​ເກີດ​ຂຶ້ນ​ແທ້​ ຕາມ​ຊາບ​ວ່າ:​ສະຖານີ​ຕິດຕາມ​ກະ​ແສ​ຟອງ​ທະ​ເລ 3 ​ແຫ່ງ​ຂອງ​ປະ​ເທດ​ແຄມມະຫາ​ສະຫມຸດ​ປາຊິ​ຟິກ​ໃຕ້​ໄດ້​ຈັບຖືກ​ຄື້ນທະ​ເລຊູ​ນາ​ມີ​ທີ່​ມີ​ລະດັບ​ຕ່າງ​ກັນ,ຄື້ນ​ແຮງທີ່​ສຸດສູງ​ເຖິງ 20 ຊັງ​ຕິ​ແມັດ ຄື້ນອ່ອນ​ທີ່​ສຸດ​ແມ່ນ 5 ຊັງ​ຕິ​ແມັດ,ຍັງ​ມີ​ອີກ​ຄື້ນແມ່ນ​ສູງ 9 ​ຊັງຕີແມັດ,ຄື້ນຊູ​ນາ​ມີ​ແນວ​ນີ້​ແມ່ນ​ນ້ອຍ​ທີ່​ສຸດ,ຄື້ນຊູ​ນາ​ມີ​ຕ່ຳ​ກວ່າ 50 ຊັງ​ຕີ​ແມັດ,ກໍ​ແມ່ນ​ລະດັບ​ອ່ອນ​ຫຼາຍທີ່​ສຸດ,​ບໍ່​ສາມາດ​​ເຮັດ​ໃຫ້​ເກີດ​​ເປັນ​ໄພພິບັດ,ນັກ​ວິທະຍາສາດ​ເອົາ​ໃຈ​ໃສ່​ໄດ້,​ແຕ່​ໃນ​ສາຍຕາ​ຂອງ​ສາທາລະນະ​ຊົນ​ຊ່ຳ​ນີ້​ບໍ່​ນັບ​ວ່າ ຄື້ນຊູ​ນາ​ມີ.

ເກືອບ​ຢູ່​​ໃນເຂດ​ດຽວ​ກັນ,​ເປັນ​ຫຍັງ​ເທື່ອ​ແລ້ວ​ເກີດ​ຄື້ນຊູ​ນາ​ມີ​​ແຮງປານ​ນັ້ນ,​ແຕ່​ເທື່ອ​ນີ້​ພັດ​ຄ່ອຍປານ​ນີ້? ນາງ​ເຢ້​ລິນ​ເວົ້າວ່າ ​ ​ອີງ​ຕາມ​ປະກົດ​ການ​ຕ່າງໆ​ວິນິ​ໄສ​ໄດ້​ວ່າ,​ແຜ່ນດິນ​ໄຫວ​ເທື່ອ​ນີ້​ແມ່ນ​ແຜ່ນດິນ​ໄຫວ​ແບບ​ມືນ ຫາກ​ບໍ່​ແມ່ນ​​​ແບບ​ຕັ້ງ ແຜ່ນດິນ​ໄຫວ​ແບບ​ຕັ້ງເຮັດ​ໃຫ້​ລະດັບ​ນ້ຳມີກ​ານ​ປ່ຽນ​ແປງຢ່າງ​ດຸ​ເດືອດ,ຈົນ​ເຮັດ​ໃຫ້​ມີ​ຄື້ນຊູ​ນາ​ມີ​​ແຮງ​ເກີດ​ຂຶ້ນ,​ແ​ຕ່​ແຜ່ນດິນ​ໄຫວ​ແບບ​ມືນ​ລະດັບ​ນ້ຳຖືກ​ຜົນ​ສະທ້ອນ​ຄ່ອຍ​ແດ່.