|
 |
(GMT+08:00)
2005-03-29 21:10:45
|
ກອງກອບກູ້ຊ່ອຍເຫຼືອກອງທຳອິດຂອງອິນໂດເນເຊຍເດີນທາງໄປຮອດເຂດປະສົບໄພແຜ່ນດິນໄຫວເກາະນີອາສ໌
cri
Author: MO
ຕາມຂ່າວCRI: ວັນທີ 29 ມີນາ, ເຈົ້າໜ້າທີ່ສະພາກາແດງອິນໂດເນເຊຍກ່າວວ່າ, ພາຍຫລັງຢູ່ເຂດທະເລມໍ່ເກາະຊູມາຕຼາແຫ່ງອິນໂດເນເຊຍເກີດແຜ່ນດິນໄຫວຮຸນແຮງ 8,7 ຂັ້ນລິກເຕີໃນຕອນຄ່ຳວັນທີ 28 ມີນາແລ້ວ, ກອງກອບກູ້ຊ່ອຍເຫຼືອກອງທຳອິດຂອງອິນໂດເນເຊຍໄດ້ເດີນທາງໄປເຂດປະສົບໄພແຜ່ນດິນໄຫວເກາະນີອາສ໌ໃນວັນທີ 29 ມີນາ. ເຈົ້າໜ້າທີ່ຜູ້ນີ້ກ່າວວ່າ, ກອງກອບກູ້ຊ່ອຍເຫຼືອກອງນີ້ປະກອບດ້ວຍພະນັກງານຝ່າຍແພດ 12 ຄົນ, ພວກເຂົາເຈົ້າຈະທຳການປະເມີນເບື້ອງຕົ້ນຕໍ່ສະພາບປະສົບໄພເທິງເກາະ. ພັດສະດຸກູ້ໄພຕ່າງໆຄືອາຫານ ຢຸກຢາແລະຕູບຜ້າເຕັງເປັນຕົ້ນທີ່ຂົນໄປເຂດປະສົບໄພຈະຂົນສົ່ງໄປຮອດເກາະນີອາສ໌ໃນຕອນຮຸ່ງເຊົ້າວັນທີ 30 ມີນາ.
|
|
|