ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-29 21:43:16    
ວິທີ​ເຮັດ​ໃຫ້​ຮ່າງກາຍ​ແຂງ​ແຮງ

cri

​ເມື່ອ​ເວົ້າ​ເຖິງ​ຄວາມ​ແຂງ​​ແຮງ​ຂອງ​ຮ່າງກາຍ​ແລ້ວ​ບໍ່​ສະ​ເພາະ​ແຕ່​ຫມາຍ​ເຖິງ​ມີ​ສຸ​ຂະ​ພາບ​ດີ​ແລະ​ບໍ່​ເຈັບ​ບໍ່​ເປັນ​ທໍ່​ນັ້ນ,ຫາກ​ຍັງ​ຕ້ອງ​ນັບ​ລວມທັງ​ອົງ​ປະກອບ​ຂອງ​ຮ່າງກາຍ,ສະມັດ​ທະ​ພາບ​ການ​ຫັນປ່ຽນ​ທາງ​ຊີວະ​ແລະ​ເຄມີ​ຂອງ​ຮ່າງກາຍ,ສະມັດ​ທະ​ພາບ​ຂອງ​ອະ​ໄວ​ຍະ​ວະ​ທຸກ​ພາກສ່ວນ,ປັດ​ໄຈ​ທາງ​ຈິດ​ແລະ​ຄວາມ​ສາມາດ​ສອດຄ່ອງ​ກັບ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ,ດັ່ງນັ້ນ,ຈະ​ເຮັດ​ໃຫ້​ຮ່າງກາຍ​ມີ​ຄວາມ​ແຂງ​ແຮງ​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ໃນ​ບາງ​ດ້ານ​ຕົ້ນຕໍ​ດັ່ງ​ນີ້​ຄື:ກ່ອນ​ອື່ນ​ແມ່ນ​ຕ້ອງ​ຫັດ​ເຫື່ອ​ຫັດ​ແຮງ​ດ້ວຍ​ການຫຼິ້ນກິລາ,ການຫຼິ້ນກິລາ​ແມ່ນ​ວິທີ​ຫນຶ່ງ​ທີ່​ງ່າຍດາຍ​ແລະ​ໄດ້ຜົນ​ດີ​ໃນ​ການ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ຄົນ​ເຮົາ​ແຂງ​ແຮງ​ຂຶ້ນ​ເປັນ​ປົກກະຕິ,​ເຮັດ​ໃຫ້​ຮ່າງກາຍ​ມີ​ຄຸນ​ນະ​ທາດ​ດີ​ຂຶ້ນ,ປົວ​ແປງ​ປັດ​ໄຈ​ທາງ​ຈິດ​ໃຫ້​ປອດ​ໂປ່​ງ​ແລະ​ໃຫ້​ມີ​ຄວາມ​ສາມາດ​ສອດ​ຄ່ອງ​ກັບ​ສິ່ງ​ແວດ​ລ້ອມ​ສູງ​ຂຶ້ນ.
ການ​ເລືອກ​ຫຼິ້ນກິລາ​ເພື່ອ​ເຮັດ​ໃຫ້​ຮ່າງກາຍ​ແຂງ​ແຮງ​ຂຶ້ນນັ້ນຕ້ອງ​ເລືອກ​ຕາມ​ສະ 

ພາບ​ຮ່າງກາຍ​ແ​ຕ່ລະ​ຄົນ​ທີ່​ຕ່າງ​ກັນ,ຊອກ​ຫາ​ວິທີ​ຫັດ​ແຮງ​ອັນ​​ເຫມາະ​ສົມ,​ເວົ້າສຳ​ລັບ​ຄົນ​ທົ່ວໆ​ໄປ​ແລ້ວ​ແມ່ນ​ຕ້ອງ​ລະວັງ​ຢ່າ​ຫຼິ້ນ​ເມື່ອຍ​​ໂພດ,ສອງ​ແມ່ນ​ຫັດ​ແຮງ​ດ້ວຍ​ກຳລັງ​ທຳ​ມະ​ຊາດ ກຳລັງ​ທຳ​ມະ​ຊາດ​ແມ່ນ​ຫມາຍ​ເຖິງ​ແສງ​ແດດ,ອາກາດ​ນ້ຳ​ແລະ​ອື່ນໆ,ຫັດ​ແຮງ​ດ້ວຍ​ກຳລັງ​ທຳ​ມະ​ຊາດ​ກໍ​ແມ່ນ​ວິທີ​ຫນຶ່ງ​ສຳລັບ​ເຮັດ​ໃຫ້​ຮ່າງກາຍ​ແຂງ​ແຮງ.

ການ​ອາບ​ແດດ​ຢ່າງ​ເຫມາະ​ສົມນັ້ນສາມາດ​ປົວ​ແປງ​ການ​ຫມູນວຽນ​ຂອ​ງ​ເລື​ອດ,ຊຸກຍູ້​ຂະ​ບວນວິວັດ​ຂັບ​ຖ່າຍ​ທາງ​ວັດຖຸ ​ເຮັດ​ໃຫ້​ກະດູກ​ໃຫຍ່​ຂຶ້ນ​ເປັນ​ປົກກະຕິ,ຍົກຄວາມ​ສາມາດ​ຜະລິດ​ເລືອດ​ໃນ​ຮ່າງກາຍ​ໃຫ້​ສູງ​ຂຶ້ນ.

​ແຕ່​ທ່ານ​ຕ້ອງ​ລະວັງ​ວ່າ,ການ​ອາບ​ແດດ​ນັ້ນ,ກໍ​ບໍ່​ແມ່ນ​ວ່າ​ຈະ​ຕາກ​ໃນ​ຍາມ​ໃດ​ກໍຈະ​ໄດ້​ຮັບ​ຜົນ​ດີ​ຫມົດ,ຕາມ​ການຄົ້ນຄວ້າ​ຂອງ​ບັນດາ​ນັກວິທະຍາສາດ​ຊີ້​ອອກ​ວ່າ,​ແສງ​ແດດ​ກ້າ​ໂພດ​ຈະ​ພາ​ໃຫ້​ເປັນ​ມະ​ເຮັງ​ຜິວຫນັງ,​ຖ້າ​ຕາກ​ແດດ​ແຕ່​  10 ​ໂມງ​ເຊົ້າ​ໄປຫາ​ບ່າຍ 2 ​ໂມງ​ນັ້ນ​ແມ່ນ​ບໍ່​ດີ​ທີ່​ສຸດ,ຖ້າ​ຕາກ​ແດດ​ແຕ່​ບ່າຍ 3 ​ໂມງ​ໄປ​ຈະ​ມີ​ຜົນ​ດີ​ຕໍ່​ຮ່າງກາຍ​ຂອງ​ຄົນ​ເຮົາ,ມັນ​ເປັນ​ເວລາ​ອາບ​ແດດ​ທີ່​ເຫມາະສົມ​ທີ່​ສຸດ,ນອກ​ນີ້​ຍັງ​ຕ້ອງ​ລະວັງ​ວ່າ,ການ​ຕາກ​ແດດ​ນັ້ນບໍ່​ເຫມາະ​ສຳລັບ​ຜູ່​ທີ່​ເປັນ​ໂລກ​ຫົວ​ໃຈ​ຫນັກ​ເປັນ​ປອດ​ແຫ້ງ​ຫຼືຖື​ຄີງ​ໄຂ້​ແຮງ.

ການຫັດ​​ແຮງ​ໃນ​ນ້ຳ ສາມາດ​ເຮັດ​ໃຫ້​ຄວາມ​ຮ້ອນ​ໃນ​ກະ​ໂຕ​ຄົນ​ລະ​ເຫີ​ຍ​ໄປ,ມັນ​ມີ​ບົດບາດ​ສ່ຳ​ກັນ​ກັບ​ການບິ​ບນວດ,​ເພີ່ມ​ອິນ​ຊີ​ລະບົບ​ປະສາດ ​ແລະ​ດັດສົມ​ຕ່ອມ​ນ້ຳ​ໃນ​ຮ່າງກາຍ​ໃຫ້​ສົມບູນ,ທັງ​ເປັນ​ສະມັດ​ທະ​ພາບ​ຂອງ​ລະບົບ​ຫາຍ​ໃຈ,ລະບົບ​ຫມູນ​ 

ວຽນ​ແລະ​ລະບົບ​ຍ່ອຍ​ອາຫານ​ໃນ​ຮ່າງກາຍນຳ​ອີກ,ວິທີ​ຫັດກາຍ​ໃນ​ນ້ຳນັ້ນ,ກໍ​ມີ​ຢູ່​ຫຼາຍຢ່າງ,​ເຊັ່ນ​ໃຊ້​ນ້ຳອຸ່ນ​ຮຸກ​ຕີນ ອາບນ້ຳອຸ່ນ ລອຍນ້ຳ​ໃນ​ນ້ຳອຸນຫະພູມ​ປົກກະຕິ,ລ້າງ​ຫນ້າ​ດ້ວຍ​ນ້ຳ​ເຢັນ​ລ້າງ​ຕີນ​ດ້ວຍ​ນ້ຳ​ເຢັນ ​ເຊັດ​ໂຕ​ດ້ວຍ​ນ້ຳ​ເຢັນ ​ແຊ່​ນ້ຳ​ເຢັນ​ແລະ​ລອຍນ້ຳ​ໃນ​ລະດູ​ຫນາວ​ເປັນຕົ້ນ.

ຂໍ້​ທີ 3 ທີ່​ຈະ​ຕ້ອງ​ລະວັງ​ໃນ​ການ​ເຮັດ​ໃຫ້​ຮ່າງກາຍ​ແຂງ​ແຮງ​ນັ້ນ​ແມ່ນ​ຕ້ອງ​ສ້າງ​ຕົນ​ໃຫ້​ມີ​ຄວາມ​ຊິນ​ເຄີຍ​ອັນ​ດີ​ໃນ​ຊີວິດ.​ແ​ຕ່ລະ​ມື້ ຄົນ​ຜູ່​ຫນຶ່ງ​ຈະຕ້ອງ​ມີ​ການ​ເຄື່ອນ​ໄຫວ​ຫຼາຍຢ່າງ​ເຊັ່ນ:ຮ່ຳຮຽນ ​ເຮັດ​ວຽກ ອອກ​ແຮງ​ງານ ພັກ​ຜ່ອນ ກິນ​ເຂົ້າກິນນ້ຳ ລ້າງ​ສ່ວຍ ຫັດ​ແຮງ ຫຼິ້ນ​ລຶ້ງ​ເລິງນອນ​ແລະ​ອື່ນໆ,ການ​ເຄື່ອນ​ໄຫວ​ເຫຼົ້ານີ້,ຖ້າ​ຈັດ​ວາງ​ໃຫ້​ຖືກ​ກັບ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ,ມັນ​ກໍ່​ຈະ​ມີ​ຜົນ​ດີ​ຕໍ່​ສຸກຂະພາບ ຖ້າ​ບໍ່​ດັ່ງນັ້ນ,ກໍ​ຈະ​ບໍ່ມີ​ຜົນ​ດີ​ຕໍ່​ຮ່າງກາຍ,ຂໍ້ທີ 4 ທີ່​ຕ້ອງ​ລະວັງ​ໃນ​ການ​ເຮັດ​ໃຫ້​ຮ່າງກາຍ​ແຂງ​ແຮງນັ້ນ​ແມ່ນ​ອາຫານ​ການ​ກິນ,ອາຫານ​ການ​ກິນ​ແມ່ນ​ຊ່ອງ​ສຳລັບ​ຮັບ​ເອົາ​ທາດ​ບຳລຸງ​ຕ່າງໆ​ເຂົ້າຫຼໍ່ລ້ຽງ​ຮ່າງກາຍ,  ທາດ​ບຳລຸງ​ເຫຼົ່ານີ້ ສ່ວນ​ຫນຶ່ງ​ແມ່ນ​ໃຊ້​ເຂົ້າຫຼໍ່ລ້ຽງ​ຄວາມ​ຕ້ອງການ​ໃນ​ການ​ອອກ​ແຮງ​ງານ ການ​ຮ່ຳຮຽນ​ແລະ​ເຮັດ​ວຽກ.

ປະລິມານ​ແລະ​ຄຸນ​ນະພາ​ບຂອງ​ທາດ​ບຳລຸງ​ໃນ​ອາຫານ​ການ​ກິນນັ້ນຖ້າ​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ,ມັນ​ກໍ​ຈະ​ເຮັດ​ໃຫ້​ສຸກຂະພາບ​ເຂັ້ມ​ແຂງ,ຖ້າ​ບໍ່​ໄດ້​ຕາມ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ໃນ​ຮ່າງກາຍ​ກໍ​ຈະ​ມີ​ການ​ຜັນ​ແປ​ທາງ​ດ້ານ​ເຄມີແລະ​ຊີວະ​ເກີດ​ຂຶ້ນ​ເປັນ​ພວງ​ກັບ​ໄປ​ຫຼືຈະ​ພາ​ໃຫ້​ອິນ​ຊີ​ປ່ຽນ​ແປງ​ຫຼື​ເປັນພະຍາດ​  ຂາດ​ທາດ​ບຳລຸງ ຖ້າ​ຫນັກ​ໄປ​ກວ່າ​ນັ້ນກໍຈະ​ມີ​ອັນຕະລາຍ​ເຖິງ​ແກ່​ຊີວິດ​ກໍ​ເປັນ​ໄດ້,ດັ່ງນັ້ນຈິ່ງ​ຕ້ອງ​ເອົາ​ໃຈ​​ໃສ່​ນຳ​ທາດ​ບຳລຸງ​ທີ່​ຮ່າງກາຍ​ຕ້ອງການ,ການ​ກິນ​ຈະ​ຕ້ອງ​ໃຫ້​ຖືກ​ກົດ​ຖືກ​ເກນ.ຢ່າ​ໄດ້​ກິນ​ຫມ່ຳໆ​ບໍ່​ຄະລຳ​ຫາ​ທ້ອງ​ຄື​ບູຮານ​ເພິ່ນວ່າ​ນັ້ນ.

ຂໍ້ທີ 5 ທີ່​ຕ້ອງລະວັງ​ໃນ​ການ​ເຮັດ​ໃຫ້​ຮ່າງກາຍ​ແຂງ​ແຮງ​ຂຶ້ນນັ້ນ​ແມ່ນ​ທາງ​ດ້ານ​ອະນາ​ໄມ​ແລະການ​ປິ່ນປົວ.ອະນາ​ໄມ​ແລະ​ການ​ປິ່ນປົວ​ມີ​ບົດບາດ​ທີ່​ປະຫມາດ​ບໍ່​ໄດ້​ຕໍ່​ສຸກຂະພາບຂອງ​ຄົນ,ອະນາ​ໄມ​ລວມທັງ​ອະນາ​ໄມ​ສ່ວນ​ຕົວ​ແລະ​ອະນາ​ໄມ​ສັງຄົມ ອະນາ​ໄມ​ສ່ວນ​ຕົວ​ແມ່ນ​ຫມາຍ​ເຖິງ​ການ​ຫມັ່ນ​ລ້າງ​ມື ຫມັ່ນ​ອາບນ້ຳ ​ຖຸ​ແ​ຂ້ວທຸກ​ເຊົ້າຄ່ຳ,ຕັດ​ຜົມ​ສະ​ຜົມ​ເປັນປະຈຳ ຫມັ່ນ​ຕັດ​ເລັບມື ບໍ່ກິນນ້ຳດິບ ບໍ່​ກິນ​ຂອງ​ທີ່​ບໍ່​ສະອາດ,ບ່ອນ​ອ່ານຫນັງສື​ຕ້ອງ​ມີ​ແສງ​ແຈ້ງ​ແລະ​ອື່ນໆ.ອະນາ​ໄມສັງຄົມ​ແມ່ນຫມາຍ​ເຖິງ​ການ​ຮັບປະກັນ​ໃຫ້​ມີ​ນ້ຳກິນ​ສະອາດ ​ເຄື່ອງກິນ​ທີ່​ວາງ​ຂາຍ​ນັ້ນຕ້ອງ​ໃຫ້​ໄດ້​ຕາມ​ມາດຖານ​ອະນາ​ໄມ,ອາກາດ​ກໍຕ້ອງ​ສະອາດ ຄຸ້ມ​ເຮືອນ​ຢູ່​ກໍ​ບໍ່ມີ​ສຽງ​ເນືອງ​ນັນ​ເຫຼົ່ານີ້​ເປັນຕົ້ນ,ຖ້າ​ເປັນ​ພະຍາດ​ກໍ​ຕ້ອງ​ໄປ​ຫາ​ຫມໍ​ປົວ​ໃຫ້​ຢ່າງ​ທັນ​ການ ບໍ່​ຄວນ​ປ່ອຍປະ​ລະ​ເລີ​ຍ,​ເຮັດ​ໃຫ້​ພະຍາດ​ທີ່​ບໍ່​ແຮງ​ປານ​ໃດ​ກັບ​ກາຍ​ເປັນ​ພະຍາດ​ຫນັກ.