ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-29 21:47:29    
ຍິນ​ສຽງ​ໄກ່​ຂັນ​ກໍ​ລຸກ​ຊ້ອມ​ດາບ

cri

 ຕົວ​ເອກ​ໃນ​ນິທານ​​ເລື່ອງ​ນີ້ຊື່ວ່າ​ຈູ​ດີ,ຈູດີ​ແມ່ນ​ຄົນ​ໃນ​ລາດ​ຊະ​ວົງ​ຈິ້ນຂອງ​ຈີນ ຄ.ສ
ສັດຕະວັດ​ທີ 4.ຄອບຄົວ​ຂອງ​ທ່ານ​ແມ່ນ​ວົງ​ຕະກຸນ​ໃຫຍ່​ທີ່​ຮັ່ງມີ​ຢູ່​ທ້ອງ​ຖິ່ນ,ຈູ​ດີ​ມີ​ອ້າຍ​ນ້ອຍ​ນຳ​ກັນ 6 ຄົນ,ອ້າຍ​ຂອງ​ເພິ່ນ​ຜູ່​ໃດ​ກໍ​ມີ​ຄວາມ​ສາມາດ​ທີ່​ສຸດ,ຈູ​ດີ​ເປັນ​ຄົນ​ໃຈ​ກວ້າງ,ບໍ່​ລ່ຳ​ໄລ​ນຳ​ເລື່ອງ​ກິ​ເລື່ອງ​ກີ ອາຍຸ 14—15 ປີ​ແລ້ວ​ຍັງ​ບໍ່​ຮູ້​ເອົາ​ໃຈ​ໃສ່​ຮ່ຳຮຽນ,ອ້າຍ​ຂອງ​ເພິ່ນ​ຈິ່ງ​ພາກັນ​ເປັນ​ຫ່ວງ​ເປັນ​ໃຍ​ນຳ​ຫຼາຍ.​ແຕ່​ຈູ​ດີ​ມັກ​ຄົບ​ເພື່ອນ​ທີ່​ສຸດ,ມີ​ໃຈ​ເອື້ອ​ເຟື້ອ​ເພື່ອ​ແຜ່​ມັກ​ເອົາ​ເຂົ້າປາ​ອາຫານ​ແລະ​ເຄື່ອງ​ນຸ່ງ​ຫົ່ມ​ແຈກ​ຢາຍ​ໃຫ້​ຍາດຕິພີ່ນ້ອງ​ແລະ​ຂ້າງ​ບ້ານ​ຂ້າງ​ເຮືອນ​ທີ່​ທຸກ​ຈົນ​ເລື້ອຍໆ,ຄົນ​ຢູ່​ອ້ອມ​ຂ້າງ​ໃຜ​ກໍ​ໂຄລົບນັບຖື​ເພິ່ນ​ທີ່​ສຸດ.

​ໃນ​ຍຸກ​ສະ​ໄຫມ​ຂອງ​ທ່ານ​ຈູ​ດີ​ພວມ​ຢູ່​ໃນ​ໄລຍະ​ທີ່​ປ່ຽນ​ລາດ​ຊະ​ວົງ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ພາກ​ເຫນືອ,ອຳນາດ​ການ​ປົກຄອງ​ຂອງ​ເຈົ້າທີ່​ດິນ​ເຜົ່າ​ຮ້ານ​ກັບ​ອຳນາດ​ການ​ປົກຄອງ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເກີດ​ເສິກ​ກັນ​ເລື້ອຍໆ,ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເຫຼົ່ານີ້​ອາ​ໄສ​ທ່າ​ແຮງ​ເທິງ​ຫລັງ​ມ້າຂອງ​ພວກ​ເຂົາ,​ເຄີຍ​ຮຸກ​ຮານ​ພາກ​ກາງ​ທີ່​ເຜົ່າ​ຮ້ານ​ເຕົ້າ​ໂຮມ​ກັນຢູ່​ຕັ້ງຫຼາຍ​ເທື່ອ,​ໄປ​ຮອດ​ບ່ອນ​ໃດ​ພວກ​ເຂົາ​ກໍ​ຈູດ​ເລົ້າ​ເຜົາຜານ​ຂ້າ​ເຈົ້າ​ເອົາ​ຂອງ​ນຳ​ເອົາ​ຄວາມ​ເດືອດຮ້ອນ​​ມາ​ໃຫ້​ປະຊາຊົນ​ທີ່​ສຸດ.

​ໂດຍ​ປະ​ເຊີນ​ໄພ​ອັນຕະລາຍ​ທີ່​ຈະ​ສູນ​ຊາດ​ສິ້ນ​ແຜ່ນດິນ​ປະຊາຊົນ​ຕົກທຸກ​ໄດ້​ຍາກ,ທ່ານ​ຈູ​ດີ​ໄດ້​ປະຕິຍານ​ຕົວ​ເຝິກ​ວິຊາ​ໃຫ້​ເກັ່ງໆ​ເພື່ອ​ສ້າງ​ພາລະກິດ​ອັນ​ຍິ່ງ​ໃຫຍ່,​ເພິ່ນ​ເລີ່​ມຮ່ຳຮຽນ​ຢ່າງດຸ​ຫມັ່ນ,ຫນັງສື​ທີ່​ເພິ່ນ​ອ່ານ​ນັ້ນມີ​ຫນັງສື​ການ​ເມືອງ​ທັງ​ມີ​ວິຊາ​ການ​ທະຫານ,​ເມື່ອ​ອາຍຸ 24 ປີ,ທ່ານ​ຈູ​ດີ​ໄດ້​ໄປ​ເປັນ​ເຈົ້ານາຍ​ຊັ້ນຕ່ຳ​ຢູ່​ເມືອງ​ໂລ້​ຢາງ,​ເພິ່ນ​ມີ​ຫມູ່​ຮ່ວມ​ງານ​ຜູ່​ຫນຶ່ງ​ຊື່ວ່າ​ຫລິວ​ຄຸນ​ກໍ​ເປັນ​ຊາວ​ຫນຸ່ມ​ທີ່​ມີ​ອຸດົມ​ການ​ຄື​ກັນ,ເພາະສະນັ້ນ,ພວກ​ເຂົາ​ເຈົ້າ​ໄດ້​ລົມ​ກັນ​ກ່ຽວ​ກັບ​ວຽກບ້ານ​ການ​ເມືອງ​ເລື້ອຍໆ​ແລະ​ຮູ້ສຶກວ່າ​ສະຖາ​ນະ​ການບ້ານ​ເມືອງ​ອັນຕະລາຍ​ທີ່​ສຸດ,ພວກ​ເຂົາ​ເຈົ້າຍັງ​ຊ້ອມ​ດາບ​ເຝິກ​ກົງ​ຢູນຳ​ກັນ​ເລື້ອຍໆ,ອຸດົມ​ຄະຕິ​ຮ່ວມ​ກັນ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າກາຍ​ເປັນ​ເພື່ອນ​ທີ່​ສະຫນິດ​ສະຫນົມ​ກັນຫຼາຍ.
​ໃນ​ຕອນ​ກາງຄືນ​ຍາມຫນາວ​ເທື່ອ​ຫນຶ່ງ,ທ່ານ​ຈູ​ດີ​ກັບ​ທ່ານ​ຫລີ​ວຄຸນ​ກໍ​ຫາລື​ກັນຈົນ​ຮອດ​ເດີກ,ສອງ​ຄົນ​ຕ່າງ​ມີນ້ຳ​ໃຈ​ຫ້າວຫັນ​ຟົດ​ຟື້ນ,ຕ່າງ​ກໍ​ເຫັນ​ວ່າ​ເກີດ​ເປັນລູກ​ຜູ່​ຊາຍ​ໃນ​ຍາມ​ທີ່​ຊາດ​ຄັບຂັນ​ອັນຕະລາຍ,ຄວນ​ໄປ​ແນວ​ຫນ້າ​ປາບ​ຂ້າ​ເສິກ​ຕອບ​ແທນປະ​ເທດ​ຊາດ,ຈົນ​ຮອດ​ເດິກ​ດື່ນທ່ຽງ​ຄືນ,ສອງ​ຄົນ​ຈິ່ງນອນ​ຫລັບ,ພວມ​ນອນ​ຢ່າງ​ສະຫນິດ,ບັງ​ເອີນ​ໄດ້ຍິນ​ສຽງ​ໄກ່​ຂັນ​ສົ່ງ​ມາ​ແຕ່​ປ່າ,ທ່ານ​ຈູ​ດີ​ກໍ​ລຸກ​ພວດ​ພາກ​ຂຶ້ນ​ໃນ​ທັນທີ,ຈິ່ງ​ປະກົ​ດ​ເຫັນ​ວ່າ​ຟ້າ​ຍັງ​ມືດ​ຕືບຢູ່​ອ້ອມ​ຂ້າງງຽບ​ສະຫັດ,ມີ​ແຕ່​ສຽງ​ໄກ່​ຂັນ​ປຸກ​ຄົນ​ໃຫ້​ຫັນ​ຫ້າວ,ທ່ານ​ຈູ​ດີ​ຖືກ​ກະຕຸກ​ຊຸກ​ຍູ້​ໃນ​ທັນ​ໃດ,​ເລີຍ​ປຸກ​ທ່ານຫລີ​ວຄຸນ​ໃຫ້​ຕື່ນ​ແ​ລ້ວ,​ເວົ້າວ່າ,ພວກ​ເຮົາ​ມີ​ແຕ່​ວ່າ​ກອບ​ກູ້​ປະ​ເທດ​ຊາດ​ກອບ​ກູ້​ປະຊາຊົນ​ຟັງ​ແມ,ສຽງ​ໄກ່​ພວມ​ປຸກ​ພວກ​ເຮົາ​ໃຫ້​ລຸກຂຶ້ນ​ເຄື່ອນ​ໄຫວ​ແລ້ວ​ເດ.

ບັດ​ນັ້ນ,ສອງ​ຄົນ​ກໍ​ລຸກ​ນຸ່ງ​ເສື້ອ​ລົງ​ຕຽງ​ໄປ,​ເອົາ​ດາບ​ອອກ​ມາ​ຊ້ອມ​ດາບ​ກັນ​ໃນ​ທ່າມກາງ​ລົມຫນາວ,​ແຕ່​ນັ້ນມາຮຸ້ງ​ເຊົ້າມື້​ໃດ,ພໍ​ໄກ່​ຂັນ​ບາດ​ທຳ​ອິດ,ທ່ານ​ຈູ​ດີ​ກໍ​ລຸກ​ຊ້ອມ​ດາບ,​ເພື່ອ​ຫັດ​ພໍ​ກາຍ​ແລະຍົກວິຊາ​ກົງ​ຟູ​ໃຫ້​ສູງ​ຂຶ້ນ,ນີ້​ກໍ​ແມ່ນ​ນິທານ​ເລື່ອງ​ຍິນ​ສຽງ​ໄກ່​ຂັນ​ກໍ​ລຸກ​ຊ້ອມ​ດາບ​ ຄ.ສ.ປີ 311,ກອງ​ທະຫານ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ພາກ​ເຫນືອ​ບຸກຍຶດ​ເອົາ​ເມືອງ​ໂລ້​ຢາງ ທ່ານ​ຈູ​ດີ ຈຳ​ເປັນ​ນຳພາ​ວົງ​ຕະກຸນ​ຂອງ​ເພິ່ນ​ແລະ​ພໍ່​ແມ່​ປະຊາຊົນ​ຫຼາຍຮ້ອຍ​ຄອບ​ຄົວ​ຫນີ​ໄປ​ພາກ​ໃຕ້,ຕາມ​ທາງ,ພວກ​ເຂົາ​ເຈົ້າຖືກ​ສັດຕູ​ ຫຼອນ​ໂຈມ​ຕີ​ເລື້ອຍ​ໆ.ທ່ານ​ຈູ​ດີ ກໍ​ລ້ວນ​ແຕ່​ຊ່ອຍ​ໃຫ້​ພົ້ນ​ໄພ​ອັນຕະລາຍ​ຢ່າງ​ມີ​ໄຫວ​ພິບ​ທຸກ​ເທື່ອ.

ຍ້ອນ​ວ່າ​ກອງ​ທະຫານ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ເຂັ່ນຂ້າ​ຊາວ​ເຜົ່າຮ້ານ​ຢູ່​ເຂ​ດ​ທີ່​ພວກ​ເຂົາ​ຍຶດຄອງ​ຢ່າງ​ບັງອາດ,ປະຊາຊົນ​ເຜົ່າ​ຮ້ານ​ຈິ່ງ​ຈັດຕັ້ງກັນ​ຂຶ້ນມາ​ຕ້ານ​ຢັນ,ທ່ານ​ຈູ​ດີ​ເຫັນ​ວ່າ​ຄວນ​ສວຍ​ໂອກາດ,ຮ່ວມ​ສຳພັນກັບ​ກຳລັງ​ຕໍ່ຕ້ານ​ຢູ່​ແຫ່ງ​ຕ່າງ​ໆ,ພະຍາຍາມກອບ​ກູ້​ເອົາ​ພາກ​ເຫນືອ​ຄືນ,​ເພາະສະນັ້ນ,​ເພິ່ນຈິ່ງ​ຈ່າວ​ເອົາ​ທະຫານ​ເຮັດ​ອາວຸດ,ບໍ່​ດົນ​ກໍ​ປະກອບ​ເປັນ​ຖັນ​​ແຖວ​ທີ່​ມີຫຼາຍພັນ​ຄົນ​ກອງ​ງວດ​ຫນຶ່ງ.

ຍ້ອນ​ທ່ານ​ຈູ​ດີ ມີ​ຄວາມ​ສາມາດ​ທາງ​ການ​ທະຫານ​ຫຼາຍ,ກອງທະຫານ​ຂອງ​ເພິ່ນ​ໄດ້​ຊະນະ​ຢ່າງ​ຕໍ່​ເນື່ອງ​ກັນ​ໃນ​ສົງຄາມ​, ດິນແດນ​ທີ່​ກອບ​ກູ້​ຄືນ​ກໍ​ນັບ​ມື້​ນັບ​ກວ້າງ​ອອກ,ຫຼາຍປີ​ຕໍ່​ມາ,​ໃນ​ທີ່​ສຸດ,ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ກໍ​ຖືກ​ໄລ່​ອອກ​ຈາກ​ເຂດ​ພາກ​ກາງ​ທີ່​ຊາວ​ເຜົ່າ​ຮ້ານ​ອາ​ໄສ​ຢູ່,ຈາກ​ນັ້ນມາ,​ທິທານ​ຂອງ​ທ່ານ​ຈູ​ດີກໍ​ໄດ້​ເລົ່າ​ລື​ກັນ​ຕະຫຼອດມາ,ຈົນ​ຮອດ​ດຽວ​ນີ້,ຢູ່​ຫຼາຍ​ແຫ່ງ​ໃນ​ແຂວງ​ເ​ຫີ​ນານ,ກໍ​ຍັງ​ມີ​ສານ​ບູຊາ​ທີ່​ສ້າງ​ໄວ້​ເພື່ອ​ລະ​ລຶກທ່ານ​ຈູ​ດີ.