ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-30 10:33:29    
ການ​ເຈ​ລະ​ຈາ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ອີ​ຣັກ​ກ່ຽວ​ກັບ​ການ​ປະ​ກອບ​ລັດ​ຖະ​ບານ​ໃກ້​ຈະ​ສິ້ນ​ສຸດ​ລົງ

cri
ຕາມ​ຂ່າວCRI, ກອງ​ປະຊຸມ​ຄັ້ງ​ທີ​ສອງ​ສະພາ​​ແຫ່ງ​ຊາດ​​ຂ້າມ​ຜ່ານ​ອີຣັກຄັ້ງ​ທີ​ສອງ​ບໍ່​ໄດ້​ຈັດ​ຂຶ້ນ​ກ່ອນ​ວັນ​ທີ27​ຕາມ​ເວລາ​ກຳນົດ, ​ແຕ່​ວັນ​ທີ27​ມີນາ, ທ່ານ​ຈາ​ຟາ​ລີ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ນາຍົກລັດຖະມົນຕີຂອງ​ສະຫະພັນ​ສາມັກຄີ​ອີຣັກນິກາຍ​ຊີ​ອິດ​ເຊິ່ງ​ເປັນ​ສະຫະພັນ​ພັກ​ການ​ເມືອງ​ໃຫຍ່​ທີ​ໜຶ່ງ​ໃນ​ສະພາ​ຂ້າມ​ຜ່ານ​ນັ້ນ​ກ່າວ​ວ່າ, ການ​ເຈລະຈາ​ລະຫວ່າງ​ບັນດາ​ຝ່າຍກ່ຽວ​ກັບ​ການ​ປະກອບລັດຖະບານ​​ໃກ້​ຈະ​ສິ້ນ​ສຸດ​ລົງ​ແລ້ວ, ລັດຖະບານ​ໃໝ່​ມີ​ຫວັງ​ຈະ​ສ້າງ​ຕັ້ງຂຶ້ນ​ໃນ​ບໍ່​ເທົ່າ​ໃດມື້​ຂ້າງ​ໜ້າ.

ຜູ້​ແທນ​ຂອງ​ສະຫະພັນ​ສາມັກ​ຄີ​ອີຣັກ​ແລະ​ສະຫະພັນ​ພັກ​ການ​ເມືອງ​ຄຸດ ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​​ເຜີຍ​ໃຫ້​ຮູ້​ວ່າ, ສອງ​ຝ່າຍ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ໃນ​ບັນຫາ​​ແບ່ງປັນ​ສິດ​ອຳນາດ​ສ່ວນ​ຫຼາຍ: ຈະ​ໃຫ້​ຜູ້ນຳ​ມູສລິ​ມນິກາຍ​ຊຸນ​ນີ​ເປັນປະ​ທານ​ສະພາ​ຂ້າມ​ຜ່ານ​​, ອາດ​ຈະ​ແມ່ນ​ທ່ານ​ອານ ຢາ​ວານ ປະທານາທິບໍດີ​ລັດຖະບານ​ຊົ່ວຄາວຮັບ​ຕຳ​ແໜ່​ງນີ້, ຮອງ​ປະທານ​ສະພາສອງ​ຄົນ​ຈະ​ເລືອກ​ຈາກ​ນິກາຍ​ຊີ​ອິດ​ແລະ​ຊາວ​ຄຸດ; ຈະ​ໃຫ້​ທ່ານ​ຕາລາ​ບາ​ນີ ຜູ້ນຳ​ສະຫະພັນ​ຮັກ​ຊາດ​ຄຸດ​ດີ​ສຕັນປະທານາທິບໍດີ​​, ຮອງ​ປະທານາທິບໍດີ​ສອງ​ທ່ານ​ຈະ​ໃຫ້​ຜູ້​ສະໝັກ​ຮັບ​ເລື​ອກຕັ້ງ​ຂອງ​ນິກາຍ​ຊີ​ອິດ​ແລະ​ນິກາຍ​ຊຸນ​ນີຮັບ​ຕຳ​ແໜ່​ງ; ທ່ານ​ຈາ​ຟາ​ລີ ​ເຊິ່ງ​ເປັນ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ສະຫະພັນ​ສາມັກຄີ​ນິກາຍ​ຊີ​ອິດ​ຈະ​ຮັບ​ຕຳ​ແໜ່​ງນາຍົກລັດຖະມົນຕີ; ນິກາຍ​ຊີ​ອິດ​​ໄດ້​ລັດຖະມົນຕີ16​ຫາ17​ຕຳ​ແໜ່ງ​ເຊິ່ງລວມທັງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ແລະ​ກະຊວງ​ການ​ເງິນ; ຊາວ​ຄຸດ​ໄດ້​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີການ​ຕ່າງປະ​ເທດ; ນິກາຍ​ຊຸນ​ນີໄດ້ລັດຖະມົນຕີ4​ຫາ6​​ຕຳ​ແໜ່​ງ; ກຸ່ມ​ສາສະໜາ​ຄຼີສຕຽນ​ແລະ​ກຸ່ມ​ພັກ​ຕວກ​ແມນຕ່າງ​​ໄດ້​ລັດຖະມົນຕີ1​​ຕຳ​ແໜ່​ງ.

ຄວາມ​​ເຫັນ​ຂັດ​ກັນ​ໃຫຍ່​ລະຫວ່າງບັນດາ​ຝ່າຍ​ໃນ​ປະຈຸ​ບັນ​ແມ່ນ: ສະຫະພັນ​ສາມັກຄີ​ອີຣັກ​ແລະ​ສະຫະພັນ​ພັກ​ການ​ເມືອງ​ຄຸດ​ລ້ວນ​ແຕ່​ຢາກ​​ໄດ້ລັດຖະມົນຕີ​ກະຊວງ​ນ້ຳ​ມັນ​ເຊື້ອ​ໄຟ​ເຊິ່ງ​ເປັນ​ຕຳ​ແໜ່ງ​ສຳຄັນ​ທີ່​ສຸດ. ພ້ອມ​ກັນ​ນັ້ນ, ພວກ​ເຂົາ​ເຈົ້າ​ລ້ວນ​ແຕ່​ຫວັງ​ຊຸກ​ຕຳ​ແໜ່​ງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ທີ່​ຮັບຜິດຊອບ​ໂຈມ​ຕີ​ກອງ​ປະກອບ​ອາວຸດ ​ນິກາຍ​ຊຸນ​ນີ​ທີ່ຕ້ານ​ອາ​ເມ​ລິ​ກາ​ໃຫ້​ນິກາຍ​ຊຸນ​ນີ, ​ແຕ່​ນິກາຍ​ຊຸນ​ນີຍັງ​ບໍ່​ທັນ​ໄດ້ຕອບ​ຢ່າງ​ເປັນທາງ​ການ​​ເທື່ອ. ນອກ​ນີ້, ທ່ານ​ອາ​ລາ​ວີ

ນາຍົກລັດຖະມົນຕີລັດຖະບານ​ຊົ່ວຄາວ​ອີຣັກ, ຜູ້​ຕາງໜ້າມູສລິ​ມນິກາຍ​ຊີ​ອິດ​ປະ​ເພນີ​​ໂລກ​ຍັງ​ຄົງ​ມີ​ຄວາມ​ສົງ​ໄສ​ຕໍ່​ການ​ທີ່​ໃຫ້​ສະຫະພັນ​ສາມັກຄີ​ອີຣັກ​ເຊິ່ງ​ເປັນ​ທ່ານ​ຊີ​ສທານີ ຜູ້ນຳ​ສາສະໜາ​ນິກາຍ​ຊີ​ອິດສະ​ໜັບສະ​ໜູນ​ນັ້ນ​ຂຶ້ນ​ຄອງ​ອຳນາດ, ວັນ​ທີ26​ມີນາ, ທ່ານ​ໄດ້​ກ່າວ​ໂຈມ​ຕີ​ອິດ​ທິກຳລັງສາສະໜາ​ແຊກ​ແຊງ​ວຽກບ້ານ​ການ​ເມືອງ​ຢ່າງ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດ, ຄັດຄ້ານ​ສາສະໜາ​ສົ່ງ​ຜົນ​ສະທ້ອນ​ຕໍ່​ການ​ໝູນ​ເດີນ​ຂອງ​ລັດຖະບານ​ໃນ​ອະນາຄົດ.

ບຸກຄົນ​ວິ​ເຄາະ​ຊີ້​ອອກ​ວ່າ, ບັນດາ​ຝ່າຍ​ຂອງ​ອີຣັກຄວນ​ໄຂ​ກອງ​ປະຊຸມ​ສະພາ​ຂ້າມ​ຜ່ານຄັ້ງ​ທີ​ສອງ​ໂດຍ​ໄວ, ສືບ​ຕໍ່​ຫາລື​ບັນຫາ​ປະກອບ​ລັດຖະບານ​ຊຸດໃໝ່​ໃນ​ຂອບ​ສະພາ. ມີ​ແຕ່​ເຮັດ​ແນວ​ນີ້, ປະຊາຊົນ​ອີຣັກຈິ່ງ​ຈະ​ສາມາດ​ຟື້ນ​ຟູ​ຄວາມ​ໝັ້ນ​ໃຈ​ຕໍ່​ຂະ​ບວນການ​ສ້າງສາ​ຄືນ​ໃໝ່, ​ແລະ​ເຂົ້າ​ຮ່ວມ​ວຽກ​ງານ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່.